ທາງການວ່າ ຫຼາຍດ້ານ ແມ່ຍິງລາວ ບໍ່ເທົ່າທຽມຜູ້ຊາຍ
2019.12.05

ຍານາງ ອິນລາວັນ ແກ້ວບຸນພັນ, ປະທານຄນະບໍຣິຫານງານ ສູນກາງສະຫະພັນ ແມ່ຍິງລາວ ໄດ້ຣາຍງານ ຕໍ່ກອງປະຊຸມ ສະພາແຫ່ງຊາຕລາວ ສມັຍສາມັນ ເທື່ອທີ 8 ຂອງສະພາແຫ່ງຊາຕ ຊຸດທີ 8 ທີ່ກໍາລັງ ດໍາເນີນໄປຢູ່ນີ້ວ່າ ຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ ຢູ່ ສປປລາວ ໃນປະຈຸບັນ ຍັງຈໍາກັດຫຼາຍດ້ານ,ໂດຍສະເພາະແມ່ຍິງ ໃນເຂດຊົນນະບົດ ຍັງຕ້ອງປະເຊີນ ກັບຫຼາຍບັນຫາ. ດັ່ງຍານາງ ກ່າວຕອນນຶ່ງວ່າ:
“ເຖິງແມ່ນວ່າ ສປປ ລາວ ຈະມີຄວາມຄືບໜ້າຫຼາຍດ້ານ ໃນການສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ໃນການສົ່ງເສີມ ຄວາມສເມີພາບ ຍິງ-ຊາຍ ບັນດາແມ່ຍິງ ບັນດາເຜົ່າ ຍັງປະເຊີນໜ້າ ກັບສິ່ງທ້າທາຍ ຫຼາຍປະການ, ໂດຍສະເພາະ ແມ່ຍິງໃນຊົນນະບົດ ຍັງທຸກຍາກຫຼາຍ. ໃນໂອກາດເຂົ້າເຖິງ ຄວາມສເມີພາບ ຍິງ-ຊາຍ ຍັງຈໍາກັດ ຍັງອອກແຮງງານໜັກ ຣະດັບການສຶກສາ ຍັງຈໍາກັດ.”
ຍານາງ ເວົ້າວ່າ ບັນຫາຕ່າງໆ ທີ່ຣາຍງານມານັ້ນ ສາເຫດເກີດຈາກ ຄວາມທຸກຍາກ ຣະດັບການສຶກສາຕໍ່າ ແລະ ເພື່ອຮັກສາສິທ ແລະ ຜົລປໂຍດຂອງແມ່ຍິງ, ໂດຍສະເພາະ ໃນເຂດຊົນນະບົດນັ້ນ, ພາກຣັຖ ຕ້ອງສຸມໃສ່ ໃຫ້ຄວາມຮູ້ ແກ່ແມ່ຍິງ ສ້າງພື້ນຖານ ດ້ານການສຶກສາ, ສຸຂພາບ ແລະ ອາຊີບໃຫ້ ເພື່ອບໍ່ໃຫ້ ຕົກເປັນເຫຍື່ອ ຂອງສັງຄົມ, ໂດຍສະເພາະ ເຣື້ອງການຄ້າມະນຸດ ແລະ ການໃຊ້ແຮງງານໜັກ ທີ່ບໍ່ເປັນທັມ ແກ່ແມ່ຍິງ ແລະ ຍັງມີອັດຕຣາ ການເສັຽຊີວິດ ຂອງແມ່ ແລະ ເດັກ ຍັງສູງນໍາດ້ວຍ.
ກ່ຽວກັບເຣື້ອງດັ່ງກ່າວນີ້, ເຈົ້າໜ້າທີ່ສະຫະພັນແມ່ຍິງ ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ທັນວາ ນີ້ວ່າ ຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ ພາຍໃນແຂວງອັດຕະປື ກໍມີບັນຫາ ແລະ ຍັງໜ້າເປັນຫ່ວງຫຼາຍ ທັງເຣື້ອງການເຂົ້າເຖິງ ດ້ານສຸຂພາບ, ການສຶກສາ ເພາະມີ 112 ບ້ານ ທົ່ວແຂວງ ບໍ່ມີສຸຂສາລາ ແລະ 139 ບ້ານ ບໍ່ມີໂຮງຮຽນ. ດັ່ງທ່ານກ່າວວ່າ:
“ກໍມີແຕ່ເວົ້າເຣື້ອງ ສຸຂພາບ ຈະເຣີນພັນ ຫັ້ນແຫຼະ ກໍໜ້າເປັນຫ່ວງ ຫຼືວ່າ ເຣື້ອງການຮັກສາ ສຸຂພາບ ຂອງແມ່ຍິງ ແລະ ເດັກ ຫັ້ນນາ. ບັນຫາການໃຊ້ ຄວາມຮຸນແຮງ, ວຽກງານການປັບປຸງ ສະຫະພັນແມ່ຍິງເຮົາ ກໍຍັງຈໍາກັດຫັ້ນນາ ຍ້ອນງົບປະມານປະຈຸບັນ ກໍຄືຮູ້ຫັ້ນແຫຼະມີໜ້ອຍ.”
ໃນຂນະດຽວກັນ, ເຈົ້າໜ້າທີ່ ສະຫະພັນແມ່ຍິງ ແຂວງຈໍາປາສັກ ກໍກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ຜ່ານມາ ກໍລົງເຄື່ອນໄຫວ ແກ້ໄຂບັນຫາ ຄວາມສເມີພາບ ຍິງ-ຊາຍ ໃນເຂດຊົນນະບົດ ຢ່າງຕໍ່ເນື່ອງ ເພື່ອຮັກສາສິທ ແລະ ຜົລປໂຍດຂອງແມ່ຍິງ ສຸດຄວາມສາມາດ ທີ່ມີ.
“ພວກເຮົາກໍ ພະຍາຍາມເຮັດຢູ່, ແຕ່ເຮົາກໍມີ ມາຕການ ເຮົາຣະບຽບ ແລ້ວກໍເຮົາມີກົດໝາຍ ເພື່ອປົກປ້ອງຜົລປໂຍດຂອງເຂົາຫັ້ນ. ແນວໃດພັກ-ຣັຖ ເຮົາກໍບໍ່ຖິ້ມ ບໍ່ປະຢູ່ແລ້ວ, ເຮົາມີນະໂຍບາຍ ໃນການປົກປ້ອງສິທ ແລະ ຜົລປະໂຍດຂອງແມ່ຍິງ.”
ເພື່ອແກ້ໄຂບັນຫາ ຄວາມບໍ່ສເມີພາບ ຣະຫວ່າງ ຍິງ-ຊາຍ ໃຫ້ມີສິທເທົ່າທຽມກັນ ໃນທຸກຂແນງການ ນັບແຕ່ສູນກາງ ຮອດຂັ້ນທ້ອງຖິ່ນ, ກອງປະຊຸມສມັຍສາມັນ ເທື່ອທີ່ 8 ຂອງສະພາແຫ່ງຊາຕ ຊຸດທີ 8 ໄດ້ຮັບຮອງເອົາ ຮ່າງກົດໝາຍ ວ່າດ້ວຍ ຄວາມສເມີພາບ ຍິງ-ຊາຍ, ເຊິ່ງມີໃຈຄວາມສໍາຄັນ ທີ່ຈະເຮັດໃຫ້ແມ່ຍິງ ມີສິທທິເທົ່າທຽມກັນ ກັບຜູ້ຊາຍ ທັງທາງດ້ານການເມືອງ, ເສຖກິຈ ແລະ ວັທນະທັມ-ສັງຄົມ ແລະ ຄອບຄົວ. ມີສິທເຂົ້າເຖິງການສຶກສາ, ສາທາຣະນະສຸຂ ແລະ ສົ່ງເສີມວຽກງານ ຄວາມກ້າວໜ້າຂອງແມ່ຍິງ.
ຢ່າງໃດກໍຕາມ, ຍ້ອນບໍ່ມີຄວາມສເມີພາບ ຣະຫວ່າງ ຍິງ-ຊາຍ ຈຶ່ງເຮັດໃຫ້ຜູ້ຊາຍ ໄດ້ຮຽນໜັງສື ຈົນຈົບຊັ້ນປະຖົມ 83%, ຂນະທີ່ແມ່ຍິງ ມີພຽງ 63%, ອີງຕາມຂໍ້ມູນ ຂອງທະນາຄານໂລກ ປີ 2017.
ອົງການ Freedom house ໄດ້ຣາຍງານວ່າ ປີ 2018 ແມ່ຍິງລາວ ມີບົດບາດ ທາງດ້ານການເມືອງ ແລະ ສັງຄົມ ໃນສະພາແຫ່ງຊາຕ ພຽງ 28%, ເມື່ອທຽບໃສ່ ຈໍານວນສະມາຊິກ ສະພາແຫ່ງຊາຕ ເພດຊາຍ.