ແອນ້ອຍເສັຽຊີວິດ ຍ້ອນຜົລຂ້າງຄຽງ ສັກວັກຊີນ

ສຸພັດຕາ
2020.08.05
F-Xaysomboun ແຂວງໄຊສົມບູນ
Citizen Journalist

ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງລ້ອງຊານ ແຂວງໄຊສົມບູນ ຊີ້ແຈງກໍຣະນີ ເດັກນ້ອຍ ອາຍຸ 2 ເດືອນ ສັກຢາ ແລ້ວເສັຽຊີວິດ ໃນມື້ວັນທີ 29 ກໍຣະກະດາ ຜ່ານມານີ້ ເປັນເຣື່ອງຈິງແທ້ ທີ່ເດັກນ້ອຍ ອາຍຸ 2 ເດືອນກັບ 4 ມື້ ເພດຊາຍ ສັກຢາວັກຊີນ ແລ້ວເສັຽຊີວິດ ຢູ່ສຸຂສາລາ 516. ແຕ່ສາເຫດ ທີ່ເສັຽຊີວິດນັ້ນ, ເບື້ອງຕົ້ນ ສັນນິຖານວ່າ ເດັກນ້ອຍເສັຽຊີວິດ ຍ້ອນໂຣຄປະຈໍາໂຕ ເພາະໃນມື້ດຽວກັນນັ້ນ ກໍມີເດັກນ້ອຍ ອາຍຸສໍ່າກັນນີ້ ປະມານ 20 ຄົນ ມາສັກຢາ ທີ່ສຸຂສາລານີ້ ກໍບໍ່ມີໃຜເປັນຫຍັງ. ສໍາລັບຢາ ທີ່ສັກໃຫ້ ມີຢາໂຕນຶ່ງ ທີ່ສັກເຂົ້າໄປແລ້ວ ເດັກຈະມີອາການໄຂ້ ຄືຢາວັກຊີນ ປ້ອງກັນຄໍຕີບ, ໄອໄກ່ ແລະ ບາດທະຍັກ. ສ່ວນຢາອີກ 2 ເຂັມນັ້ນ, ປົກກະຕິແລ້ວ ຈະບໍ່ພາໃຫ້ ມີອາການໄຂ້ ແລະ ໃນມື້ທີ່ສັກຢາວັກຊີນ ໃຫ້ເດັກນ້ອຍ ທ່ານໝໍ ກໍໄດ້ບອກກັບພໍ່ແມ່ ຂອງເດັກທຸກຄົນ ວ່າເດັກນ້ອຍ ຈະມີອາການໄຂ້  ຕ້ອງໝັ່ນເຊັດໂຕ ແລະ ໃຫ້ກິນຢາແກ້ໄຂ້, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງລ້ອງຊານ ແຂວງໄຊສົມບູນ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 5 ສິງຫາ ນີ້.

“ມື້ນັ້ນ, ມີ 20 ຄົນເນາະ ຜູ້ອື່ນບໍ່ເປັນຫຍັງ ຄອບຄົວດຽວກັນ ກໍມີ 2 ຄົນ ມາສັກ ລູກກະອາຍຸ ຣະດັບສໍ່າກັນ ນີ້ນ່າ. ບໍ່ເປັນຫຍັງ ເດັກນ້ອຍນັ້ນຕາຍແທ້ ເຮົາຄຶດວ່າ ອັນທີນຶ່ງ ເຣື່ອງອັກເສບ ໃນເຍື້ອຫຸ້ມໃນສມອງ ອັກເສບ ຊ້ອນຢູ່ ໃນຣະຫວ່າງຮ່າງກາຍ. ອັນທີສອງມານີ້ ຍ້ອນວ່າ ແມ່ຖືເບົາ ເວລາມີໄຂ້ ກໍບໍ່ເອົາຢາໃຫ້ກິນ ຮ້ອນເກີນໄປ ບາດມາຮອດໂຮງໝໍ ຕາຍກ່ອນແລ້ວ.”

ທ່ານເວົ້າວ່າ ຢາວັກຊີນດັ່ງກ່າວ ທີ່ສັກໃຫ້ເດັກນ້ອຍ ນັ້ນ, ເປັນການສັກຢາ ໃຫ້ຄົບຕາມຕາຕະລາງ ຂອງການສັກຢາ ກັນພຍາດ ຂອງສູນສັກຢາ ກັນພຍາດແຫ່ງຊາຕ, ເຊິ່ງເດັກນ້ອຍບາງຄົນ ກໍບໍ່ໄດ້ສັກຢາ ຕັ້ງແຕ່ແຣກເກີດ ກໍຕ້ອງໄດ້ສັກ ໃຫ້ຄົບ. ຢາວັກຊີນ 3 ເຂັມ ທີ່ວ່ານີ້ ປະກອບມີ ວັກຊີນປ້ອງກັນຄໍຕີບ, ໄອໄກ່-ບາດທະຍັກ, ວັກຊີນປ້ອງກັນ ເປັ້ຽລ່ອຍ ແລະ ວັກຊີນປ້ອງກັນ ວັນນະໂຣຄ ຜິວໜັງ.  ການສັກຢາ ພ້ອມກັນ 3 ເຂັມ ກໍປະຕິບັດ ຕາມຄູ່ມື ຂອງສູນສັກຢາ ກັນພຍາດແຫ່ງຊາຕ ທີ່ອົງການ ອະນາມັຍໂລກ ກໍານົດອອກມາ ສາມາດສັກ 3 ເຂັມໄດ້, ດັ່ງທ່ານກ່າວວ່າ:

“ການສັກຢາ 3 ເຂັມນີ້, ອີງໃສ່ຄູ່ມື ຂອງສູນສັກຢາ ກັນພຍາດແຫ່ງຊາຕ ນີ້ແຫຼະ. ອົງການ ອະນາມັຍໂລກ ເພິ່ນຄົ້ນຄວ້າ ອອກມາ ແຕ່ລະຄົນ ທີ່ສັກຢາ ຜ່ານການ ເຝິກອົບຮົມໝົດ. ເຮົາໄປກອງປະຊຸມ ແຕ່ລະເທື່ອ ກໍໄດ້ເວົ້າ ກັບສູນສັກຢາ ກັນພຍາດແຫ່ງຊາຕ ນີ້ແຫຼະ. ໄດ້ຄູ່ມື 3 ເຂັມ ບໍ່ເປັນຫຍັງ, ບໍ່ມີຜົລກະທົບ ຕໍ່ສຸຂພາບຂອງເດັກ.”

ກ່ຽວກັບເຫດການນີ້, ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງລ້ອງຊານ ກໍໄດ້ລົງໄປລົມກັບຄອບຄົວ ຂອງເດັກນ້ອຍ ທີ່ເສັຽຊີວິດນັ້ນແລ້ວ. ທາງນັ້ນ ກໍບໍ່ເອົາເຣື່ອງຫຍັງ ເພາະເຂົາເຈົ້າ ເຂົ້າໃຈແລ້ວ ວ່າລູກ ຂອງພວກເຂົາ ບໍ່ໄດ້ເສັຽຊີວິດ ຍ້ອນສັກຢາວັກຊີນ ເພາະຖ້າຫາກເສັຽຊີວິດ ຍ້ອນຢາວັກຊີນແທ້ ເດັກນ້ອຍທີ່ມາສັກຢາ ໃນມື້ດຽວກັນ ກໍຕ້ອງເສັຽຊີວິດນໍາ. ຫຼ້າສຸດນີ້ ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງລ້ອງຊານ ກໍໄດ້ກິນທານ ນໍາຄອບຄົວ ຂອງເດັກນ້ອຍ ທີ່ເສັຽຊີວິດນັ້ນ 1 ລ້ານກີບ.

“ເບື້ອງຕົ້ນ ເຂົາກໍຢາກເອົາເຣື່ອງນີ້ແຫຼະ, ແຕ່ວ່າ ພວກເຮົາໄປເວົ້າ ເວົ້າເຫດເວົ້າຜົລ ໃຫ້ຟັງ ແລະ ເຂົາກໍວ່າ ໂອ່ ບໍ່ເປັນຫຍັງດອກ ອາຈລູກເຮົາ ມີພຍາດແຊກຊ້ອນ ຢູ່ຂ້າງໃນ. ແລ້ວສັກຂຶ້ນມາ ແລ້ວເປັນຊື່ໆ, ຄັນຕາຍ ກະຊິຕາຍໝົດທຸກຄົນແລ້ວ ເຮົາກໍເລີຍວ່າ ປຶກສາກັບທ່ານເຈົ້າເມືອງ ເພິ່ນເຫັນດີ ກິນທານຊື່ໆໄດ້. ຄ່າຫົວນີ້ ບໍ່ໄດ້ດອກ ຕັດສິນໃຈກິນທານ ເອົາລ້ານນຶ່ງໃຫ້.”

ກ່ອນໜ້ານີ້, ແມ່ຂອງເດັກນ້ອຍ ທີ່ເສັຽຊີວິດ ໄດ້ໂພສລົງສື່ອອນລາຍ໌ ເຟສບຸກ ວ່າ ໄດ້ພາລູກ ອາຍຸ 2 ເດືອນ ໄປສັກຢາ ປ້ອງກັນພຍາດ ຈໍານວນ 3 ເຂັມ ໃນມື້ວັນທີ 29 ກໍຣະກະດາ ຜ່ານມາ ຢູ່ທີ່ ສຸຂສາລາ 516 ບ້ານໂພນສະອາດ, ເມືອງລ້ອງຊານ ແຂວງໄຊສົມບູນ, ເຊິ່ງລູກຂອງລາວ ບໍ່ມີອາການເປັນໄຂ້ ຮ່າງກາຍປົກກະຕິ ດີທຸກຢ່າງ. ເບື້ອງຕົ້ນ ໃນມື້ນັ້ນ, ສັກຢາທັງໝົດ 3 ເຂັມ, ເຊິ່ງແມ່ ກໍບໍ່ຮູ້ວ່າ ເປັນຢາວັກຊີນຫຍັງ ໝໍບອກວ່າ ເປັນຢາປ້ອງກັນພຍາດ. ແຕ່ມາຮອດເວລາ 10 ໂມງກາງຄືນ ລູກຂອງລາວ ກໍມີອາກາດໂຕຮ້ອນຫຼາຍ ຈຶ່ງພາໄປຫາໝໍ ຢູ່ທີ່ສຸຂສາລາ 516 ຕື່ມອີກ, ເມື່ອໄປຮອດ ທ່ານໝໍ ບອກວ່າ ເດັກນ້ອຍ ມີອາການຫາຍໃຈ ບໍ່ຄ່ອຍອອກ ແລະ ມີໄຂ້ ຕ້ອງໄດ້ໃສ່ອ໊ອກຊີເຈນ. ພໍຮອດເວລາປະມານ 11 ໂມງກາງຄືນ ເດັກກໍເສັຽຊີວິດ, ດັ່ງປ້າ ຂອງເດັກນ້ອຍ ຄົນດັ່ງກ່າວ ເວົ້າກັບວິທຍຸເອເຊັຽເສຣີ ໃນວັນທີ 3 ສິງຫານີ້ວ່າ:

“ຕອນເຊົ້າ ພາລູກໄປສັກຢາ ປ້ອງກັນເນາະ ຢູ່ສຸຂສາລາ 516 ນ່າ, ບໍ່ໄດ້ເປັນໄຂ້ ບໍ່ໄດ້ເປັນຫຍັງເລີຍ ຕອນແລງມາປະມານ 10 ໂມງນີ້ແຫຼະ ແບບຮ້ອນໂຕຊີ້ນ່າ ແລະ ກໍພາໄປໂຮງໝໍ ໄປຮອດໂຮງໝໍ  ແລ້ວເຂົາເຈົ້າວ່າ ລູກເຈົ້າ ແບບເປັນໄຂ້ ແບບຫາຍໃຈບໍ່ອອກ ຕ້ອງໃສ່ອ໊ອກຊີເຈນ ຢາປ້ອງກັນ ຈັກໜ່ອຍກະຊິເສັຽຊີວິດ.”

ນາງກ່າວຕື່ມວ່າ ນ້ອງສາວຂອງຕົນ ຫາກໍແຕ່ງງານໄດ້ 1 ປີ, ເຊິ່ງມີລູກຄົນນີ້ ເປັນຜູ້ທໍາອິດ ກໍຮູ້ສຶກເສັຽໃຈຫຼາຍ ທີ່ສູນເສັຽລູກໄປ ຍາດພີ່ນ້ອງ ແລະ ຄອບຄົວ ກໍໄດ້ນໍາສົບ ຂອງເດັກນ້ອຍ ມາເຮັດພິທີ ຕາມສາສນາແລ້ວ.

ກ່ຽວກັບ ເຫດການດັ່ງກ່າວນີ້, ເຈົ້າໜ້າທີ່ ສາທາຣະນະສຸຂ ທ່ານນຶ່ງ ໄດ້ໃຫ້ຄວາມເຫັນວ່າ ເບື້ອງຕົ້ນ ກໍເຫັນຂ່າວ ທາງສື່ອອນລາຍ ວ່າມີແມ່ ຢູ່ແຂວງໄຊສົມບູນ ພາລູກອາຍຸ 2 ເດືອນ ໄປສັກຢາ ແລ້ວເສັຽຊີວິດ ກໍບໍ່ຮູ້ວ່າ ເປັນການສັກຢາ ປະເພດໃດ, ແຕ່ການສັກຢາ ໃຫ້ເດັກນ້ອຍ ອາຍຸ 2 ເດືອນ ໃນຈໍານວນ 3 ເຂັມນັ້ນ ກໍບໍ່ສົມຄວນ ຍ້ອນບາງເທື່ອ ເດັກນ້ອຍອາຈຮັບ ລິດຢາບໍ່ໄຫວ ການສັກຢາພຽງ 1 ເຂັມ ກໍເຮັດໃຫ້ເດັກນ້ອຍ ມີໄຂ້ຢູ່ແລ້ວ, ດັ່ງທ່ານກ່າວວ່າ:

“ອັນນີ້ 3 ເຂັມ. ປະໂທ້! ເດັກນ້ອຍ 2 ເດືອນ ກໍໜ້າເຫັນໃຈຢູ່. ຄວາມຈິງ 3 ເຂັມ ບໍ່ຖືກນ່າ, ເດັກນ້ອຍສັກເຂັມດຽວ ກໍຍັງເປັນໄຂ້ ຈັກກີ່ມື້. ຄົນມົ້ງ ເຂົາເຈົ້າບໍ່ຢາກໃຫ້ ລູກສັກຢາ ກໍຍ້ອນຈັ່ງຊີ້ແຫຼະ. ມັນອອກລັກສະນະ ແບບວ່າ ມີການແບບ ລິດຢາມັນອອກ ມັນຈະມີອາການໄຂ້ ເພາະວ່າ ມັນກະໄດ້ຜົລຫັ່ນເດ້.”

ເມື່ອບໍ່ດົນມານີ້, ຢູ່ແຂວງອຸດົມໄຊ ກໍເຄີຍມີເຫດການ ໝໍສັກຢາ ປ້ອງກັນພຍາດ ໃຫ້ເດັກນ້ອຍ ອາຍຸ 6 ເດືອນ ແລ້ວເສັຽຊີວິດ. ທາງຄອບຄົວ ກໍມີການຮຽກຮ້ອງ ໃຫ້ໂຮງໝໍ ຮັບຜິດຊອບ ກັບເຫດການດັ່ງກ່າວ, ເຊິິ່ງທາງສາທາຣະນະສຸຂ ກໍໄດ້ຊົດເຊີຍ ໃຫ້ແກ່ຄອບຄົວ ເດັກນ້ອຍນັ້ນ ເປັນເງິນຈໍານວນ 2 ລ້ານກີບ ເພາະຈາກການສືບສວນ ພົບວ່າ ເດັກນ້ອຍ ບໍ່ໄດ້ເສັຽຊີວິດ ຍ້ອນການສັກຢາວັກຊີນ, ແຕ່ເສັຽຊີວິດ ຍ້ອນໂຣຄປະຈໍາໂຕ ຂອງເດັກເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.