ເດັກນ້ອຍ ໃນແຂວງເຊກອງ ຕໍ່າ 5 ປີ ຂາດສານອາຫານ ຊຳເຮື້ອ
2024.04.23
ຂໍ້ມູນຈາກສະຖານທູດຝຣັ່ງ ແລະ ເຢຍລະມັນປະຈໍາລາວໄດ້ກ່າວເຖີງຂະນະທີ່ເອກອັກຄະລັດຖະທູດຝຣັ່ງ ແລະ ເຢຍລະມັນປະຈຳລາວລົງຢ້ຽມຢາມໂຄງການເຂົ້າເຖີງໂພສະນາການ ແລະ ການສຶກສາຢູ່ແຂວງເຊກອງ ແລະ ແຂວງສາລະວັນໃນວັນທີ 2-4 ເມສາທີ່ຜ່ານມາວ່າມີເດັກນ້ອຍ 1 ໃນ 2 ອາຍຸຕໍ່າກ່ວາ 5 ປີ ປະສົບກັບການຂາດສານອາຫານແບບຊໍ້າເຮື້ອ. ສ່ວນແຂວງເຊກອງເປັນແຂວງທີ່ມີລະດັບຄວາມບໍ່ໝັ້ນຄົງທາງດ້ານສະບຽງອາຫານສູງສຸດເປັນປະຫວັດສາດຄິດເປັນ 36%.
ແຂວງເຊກອງຖືເປັນແຂວງອັນດັບສອງທີ່ມີອັດຕາຂາດສານອາຫານຫຼາຍຮອງຈາກແຂວງຜົ້ງສາລີຍ້ອນວັດທະນາທຳການກີນຂອງຄອບຄົວທີ່ທຸກຍາກ ແລະ ເປັນຊົນເຜົ່າບໍ່ຖືກຫຼັກໂພສະນາການຄືພວກເຂົາເຈົ້າມີຄວາມເຂົ້າໃຈຜິດວ່ານົມຂຸ້ນຫວານເອົາລ້ຽງເດັກນ້້ອຍໄດ້ ແລະ ເດັກນ້ອຍໃນໄລຍະ 6 ເດືອນທຳອິດ ບໍ່ໄດ້ກີນນົມແມ່ຢ່າງເຕັມທີ່ແຕ່ກີນເຂົ້າຫຍໍ້າຈາກພໍ່ເຖົ້າແມ່ນເຖົ້າແທນຍ້ອນຜູ້ເປັນແມ່ອອກໄປເຮັດໄຮ່ເຮັດສວນຈຶ່ງບໍ່ມີເວລາເອົານົມແມ່ໃຫ້ລູກກີນ. ດັ່ງເຈົ້າໜ້າທີ່ອົງການຫານໂລກທ່ານກ່າວຕໍ່ວິທຍຸເອເຊັຽເສຣີໃນວັນທີ 22 ເມສານີ້ວ່າ:
“ຢູ່ໃນຂັ້ນເດັກນ້ອຍຕໍ່າກ່ວາ 5 ປີ ຂ້ອນຂ້າງວ່າເປັນສີ່ງທ້າທາຍແຫຼະເນາະເລື່ອງວັດທະນາທຳການກີນແດ່ຊ່ວງຖືພາເຂົາເຈົ້າກໍຄະລຳຫຼາຍແຕ່ວ່າສະຖິຕິແລ້ວຮອງຈາກແຂວງຜົ້ງສາລີີ ເຊກອງ ເປັນອັນດັບ 2, ໃນເລື່ອງຂອງແມ່ນແມ່ນຍີງໃນຊ່ວງທີ່ວ່າໃຫ້ນົມລູກຂ້ອນຂ້າງເຈິກໍຄືວ່າຈໍາເປັນຕ້ອງໄດ້ໄປເຮັດວຽກນໍາຈຳເປັນຕ້ອງໄປປະລູກໄວ້ບາງຄົນກໍຫຍໍ້າເຂົ້າປ້ອນແລ້ວກໍ່ປ້ອນໃຫ້ເດັກນ້ອຍກີນຕອນທ່ຽງຫຼືວ່າຕອນແລງພຸ້ນແມ່ກໍ ເອົານົມໃຫ້ລູກຫັ້ນນ່າກໍເຮັດໃຫ້ບໍ່ພຽງພໍບາງຄົນກໍວ່າຊື້ນົມຕາມຕະຫຼາດອີ່ຫຍັງມາແລ້ວເວລາເດັກນ້ອຍທີ່ວ່າຝາກໄວ້ນໍາພໍ່ແມ່ນຫັ້ນໃຫ້ເອົານົມປອງນົມຜົງຫັ້ນໃຫ້ກີນຫັ້ນນ່າມັນກໍເຮັດໃຫ້ມັນຂ້ອນຂ້າງເປັນສີ່ງທ້າທາຍນ່າຄືສ່ວນຫຼາຍເຂົາເຈົ້າເຂົ້າໃຈວ່າບາງຄົນກໍວ່ານົມກາມະລິເປັນນົມເຂົາເອີ້ນວ່າມັນມີຄຸນຄ່າທາງໂພສະນາການຫັ້ນນ່າທີ່ຈິງມັນບໍ່ແມ່ນເປັນນໍ້າຕານເປັນທາດແປ້ງມີຫຍັງທຳມະດານີ້”
ຕາມການລາຍງານແຂວງຜົ້ງສາລີເປັນແຂວງອັນດັບໜຶ່ງທີ່ເດັກນ້ອຍຂາດສາອາຫານ.ໃນວັນທີ 3 ຕຸລາ 2023 ທີ່ຜ່ານມາສູນສະຖິຕິແຫ່ງຊາດຮ່ວມ ກັບ ສະຫະພາບຢູໂຣບ ແລະອົງການຢູນິເຊບເຜີຍຜົນສໍາຫຼວດຄົວເຮືອນແຂວງຜົ້ງສາລີເພື່ອຊ່ອຍສ້າງນະໂຍບາຍ ວ່າດ້ວຍການ ໂພຊະນາການທີ່ມີປະສິດທິພາບຫຼາຍກວ່າເກົ່າລະບຸວ່າແຂວງຜົ້ງສາລີ ມີອັດຕາເດັກນ້ອຍອາຍຸ 6 - 9 ເດືອນ (ຫຼື 6 ເດືອນ ຫາ 5 ປີ) ຍັງຂາດສານອາຫານຫຼາຍຢູ່ ເຮັດໃຫ້ຮ່າງກາຍມີພາວະຄວາມສູງບໍ່ໄດ້ມາດຕະຖານ 42.4% ແລະ ມີພາວະນໍ້າໜັກຫຼຸດ ມາດຕະຖານ 21%.
ເດັກນ້ອຍອາຍຸຕໍ່າກ່ວາ 5 ປີ ຢູ່ແຂວງເຊກອງຂາດສານອາຫານປະເພດໂປຣຕີນພວກຊີ້ນສັດຫຼາຍທີ່ສຸດຍ້ອນສາເຫດຫຼາຍຄອບຄົວຍັງຄົງລ້ຽງສັດເພື່ອເຮັດພິທີກຳຕາມຮີດຄອງບໍ່ໄດ້ລ້ຽງສັດເພື່ອບໍລິໂພກໃນຄອບຄົວຈົນເຮັດໃຫ້ຜູ້ເປັນແມ່ຄະລໍາອາຫານນໍ້ານົມແມ່ບໍ່ພຽງພໍ
ເພື່ອໃຫ້ລູກເກີດໃໝ່ກີນ. ສ່ວນລູກກໍຖືກປ້ອນເຂົ້າຕັ້ງແຕ່ອາຍຸ 3 ເດືອນທຳອິດຍ້ອນຜູ້ເປັນແມ່ບໍ່ມີນໍ້ານົມໃຫ້ກີນ. ເຊີ່ງອົງການຢູນິເຊັບໄດ້ແນະນໍາໃຫ້ຜູ້ເປັນແມ່ຄວນໃຫ້ນົມລູກຢ່າງດຽວໃນໄລຍະ 6 ເດືອນທຳອິດພາຍຫຼັງລູກເກີດ. ດັ່ງເຈົ້າໜ້າທີ່ອົງການອາຫານໂລກທ່ານກ່າວວ່າ:
“ລ້ຽງແຕ່ຂ້ອນຂ້າງວ່າບໍ່ຄ່ອຍເອົາມາບໍລິໂພກໃນຄອບຄົວນອກເສຍຈາກວ່າບາງຄັ້ງນີ້ເປັນຮີດເປັນຄອງຈັ້ງຊິນ່າຖືວ່າເຂົ້າເຈ້າຂ້າຫຼືວ່າເອົາໃຊ້ໃນເລື່ອງຮີດເລື່ອງຄອງຫຼາຍເປັນໝູ ເປັນງົວຄວາຍຈັ່ງຊີນ່າເຈັບເປັນໜ້ອຍໜຶ່ງກໍ່ຄິດວ່າອາດຈະເປັນຈາກອັນນ່າຜີເຮັດຮີດແນວນັ້ນຕ້ອງໄດ້ແກ້ໄດ້ແປງຍາມນັ້ນຈັ່ງໄດ້ກີນວ່າຊັ້ນສາ. ແຕ່ວ່າໃນການລ້ຽງຄືວ່າໂອ້ຕ້ອງຄໍ້າຈຸນບໍລິໂພກໃນຄອບຄົວສ່ວນຫຼາຍຈະມີໜ້ອຍແລ້ວຫຼາຍ ໆ ຄົນກໍຄິດວ່າເອີຂ້ອຍກີນເຂົ້າກີນຜັກກັບແຈ່ວອີ່ມໄປກໍ່ຖືວ່າຄອບຄົວມີຢູ່ມີກີນແລ້ວຈັ່ງຊັ້ນນ່າ. ກໍໄດ້ເຂົ້າໄປໂອ້ລົມເປັນຫຼີ້ນເປັນຫຍັງໄປຖາມອັນນັ້ນຢູ່ຄືຢູ່ບ້ານໂປ່ງໂປ່ງໃໝ່ຄົວເຮືອນທີ່ມີເດັກຕໍ່າກ່ວາ 2 ປີ ກໍມີ 5 ຄອບຄົວເນາະກໍ່ໄປເຫັນ 3 ຄອບຄົວນັ້ນຂ້ອນຂ້າງວ່າມີຄວາມສ່ຽງຫັ້ນນ່າປ້ອນເຂົ້າຕັ້ງແຕ່ 3 ເດືອນທຳອິດກໍເລີຍຖາມວ່າອ້າວຄືປ້ອນເຂົາວ່າແມ່ບໍ່ສາມາດໃຫ້ນໍ້ານົມໄດ້ຫັ້ນນ່າແລ້ວກໍເນື່ອງຈາກວ່າຕັ້ງແຕ່ຖືພາລາວກີນອາຫານບໍ່ຄົບຖ້ວນແດ່ຄະລໍາອັນນີ້ອັນນັ້ນເຮັດໃຫ້ຊ່ວງເກີດມາເຮັດໃຫ້ນໍ້ານົມບໍ່ພຽງພໍ”
ຫຼາຍຄອບຄົວເລັ່ງໃສ່ການປູກພືດເສດຖະກິດເຊັ່ນມັນຕົ້ນແລະບໍ່ໄດ້ເລັ່ງໃສ່ການປູກເຂົ້າ ປູກຜັກ ລ້ຽງສັດຄຽງຄູ່ກັນໄປຈຶ່ງເຮັດໃຫ້ເດັກນ້ອຍອາຍຸຕໍ່າກ່ວາ 5 ປີ ຂາດສານອາຫານຊໍ້າເຮື້ອ. ດັ່ງເຈົ້າໜ້າທີ່ອົງການອາຫານໂລກໄດ້ກ່າວຕື່ມວ່າ:
“ເຂົາເຈົ້າໄປແລ່ນນໍາເລື່ອງມັນຕົ້ນເລື່ອງພືດເສດຖະກິດຊິນ່າຕົວຢ່າງວ່າເຈົ້າຂາຍມັນຕົ້ນຈັ່ງຊິເນາະແຕ່ວ່າເຈົ້າບໍ່ມີປູກບໍ່ມີລ້ຽງໃນເຮືອນໃນຊານທີ່ວ່າທຸກຄົນສາມາດເຂົ້າເຖີງໄດ້ຫັ້ນນ່າຜູ້ທີ່ຢູ່ເຮືອນສາມາດໄປເດັດໄປເອົາມາປຸງແຕ່ງແລ້ວເຂົ້າເຈົ້າກໍ່ຄິດວ່າເຂົ້າເຈົ້າຕ້ອງອອກຕະຫຼາດຊື້ຈາກຂ້າງນອກມາແຕ່ວ່າຜູ້ທີ່ມີແຮງງນສົມບູນກໍຕ້ອງໄດ້ໄປຮັບຈ້າງຫາເງິນໄປເຮັດສວນມັນຕົ້ນມັນກໍ່ເປັນຊໍ້າເຮື້ອແລ້ວຂາຍມັນຕົ້ນໄດ້ຈັ່ງມາຊື້ເຂົ້າຫັ້ນນ່າໂດຍສະເລັ່ຍແລ້ວເຄີຍໄປຖາມເຂົ້າເຈົ້າເນາະວ່າຖ້າວ່າເຮັດມັນຕົ້ນອອກມານ່າເຈົ້າຊື້ເຂົ້າໂຕນໜຶ່ງໃນຄອບຄົວມີ 7-8 ຄົນກຸ້ມດົນປານໃດເຂົ້າເຈົ້າກໍ່ວ່າບໍ່ໄດ້ກຸ້ມດົນດຽວນີ້ເຂົ້າກໍ່ລາຄາສູງຄອບຄົວທີ່ອອກແຮງງານຫຼາຍແດ່ແນ່ນອນການບໍລິໂພກເລື່ອງການກີນເຂົ້າສິຫຼາຍກ່ວາປົກກະຕິເດັກນ້ອຍໄວເຂົ້າໂຮງຮຽນບາງເທື່ອພໍ່ແມ່ຢູ່ສວນຢູ່ໄຮ່ກໍໍ່ຈຳເປັນຕ້ອງໄດ້ເອົາລູກໄປນໍາການຂາດຮຽນຂອງເດັກສິຕາມມາສິເກາະກ່າຍກັນໄປ”
ປັດຈຸບັນອົງການອາຫານໂລກ ແລະ ສະຖານທູດຝຣັ່ງປະຈໍາລາວໄດ້ສະໜອງແຫຼ່ງທືນໃນໂຄງການການຮຽນຮູ້ດ້ານການປູກຝັງ ແລະ ໂພສະນາການຄຽງຄູ່ກັບການຊ່ວຍເຫຼືອໃຫ້ແກ່ການເຮັດສວນເພື່ອແນ່ໃສ່ປັບປຸງດ້ານໂພສະນາການຂອງແມ່ຖືພາ, ແມ່ນລູກອ່ອນແລະເດັກນ້ອຍໃນໄລຍະ 1,000 ວັນທຳອິດໃນເປົ້າໝາຍ 20 ບ້ານ 1,000 ຄອບຄົວຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍໄລຍະເວລາການຈັດຕັ້ງໂຄງການດັ່ງກ່າວຕັ້ງແຕ່ເດືອນສິງຫາ 2023- ສິງຫາ 2025.
“ຈະໄດ້ໃຫ້ການຊ່ວຍເຫຼືອເປັນທືນສົມທົບເຮັດສວນຄົວມໃນຄົວເຮືອນເຂົ້າເຈົ້ານ່າໃນການປູກການລ້ຽງ, ແຕ່ປັດຈຸບັນນີ້ກຳລັງໃຫ້ເຂົ້າເຈົ້າຂຽນແຜນເຮົາກໍາລັງໃຫ້ກຸ່ມເປົ້າໝາຍຂຽນແຜນຂໍທືນໃນການທີ່ຈະປູກ ຈະລ້ຽງຫັ້ນນ່າແຕ່ຕ້ອງຢູ່ໃນເງື່ອນໄຂກໍຄືຕ້ອງແມ່ນໃນຄົວເຮືອນມີແມ່ຍີງຖືພາຫຼືວ່າມີເດັກນ້ອຍໃນຄົວເຮືອນເບື້ອງສະບຽງອາຫານເຂົາເຈົ້າບໍ່ພຽງພໍຫັ້ນນ່າພວກເຮົາກໍເລີຍວ່າຄັດເລືອກບູລິມະສິດຫັ້ນນ່າ”
ສ່ວນທາງແຂວງເຊກອງບໍ່ມີງົບປະມານສະໜັບສະໜູນໃນວຽກງານສົ່ງເສີມໂພສະນາການຂອງແມ່ ແລະ ເດັກນ້ອຍຈຶ່ງຕ້ອງໄດ້ອາໃສຄູ່ຮ່ວມພັດທະນາກໍຄືອົງການສາກົນສະໜັບສະໜູນວຽກງານນີ້. ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງເຊກອງ ນາງກ່າວວ່າ:
“ຄັນວ່າວຽກໂພສະນາການແມ່ນແລະເດັກນີ້ສ່ວນຫຼາຍມີ່ແຕ່ພາກສ່ວນອື່ນແຫຼະມາຊຊ່ວຍພາກລັດເຮົາມັນກໍ່ບຝໍຄ່ອຍມີງົບປະມານທີ່ຈິງຖ້າວ່າບໍ່ມີຜູ້ສະໜັບສະໜູນຫຼືວ່າຜູ້ຊ່ວຍເຫຼືອກໍຂ້ອນຂ້າງວ່າລຳບາກຫັ້ນແຫຼະເຂົາເຈົ້າກໍກີນຕາມີຕາມເກີດວ່າຊັ້ນສາຢູ່ເຂດນອກຫັ້ນນ່າຄືເສດຖະກິດປັດຈຸບັນນີ້ກໍແຮງຄືເຂົາສິມາຫາເຮົານີ້ກໍ່ບໍ່ມີເງິນຊື້ນໍ້າມັນລົດຈັ່ງຊິນ່າເພາະວ່າສ່ວນຫຼາຍຢາກເອົາລູກຫຼາຍເນາະຕາມເຫັນໂຕຈິງເນາະທີ່ວ່າຂາດສານອາຫານເປັນຄົນກຽດຄ້ານໃນການຮຽນສ່ວນຫຼາຍຢູ່ແຖວນອກໂຕນີ້ເປັນຫຼັກເລີຍນ່າບໍ່ສົນໃຈນ່າມີແຕ່ວ່າບ່ອນໃດມີກີນຂ້ອຍກໍ່ໄປນໍາພໍ່ນໍາແມ່ຈັ່ງສິນ່າ”
ກ່ອນໜ້ານີ້ອົງການອາຫານໂລກ ແລະ ສະຖານທູດຝຣັ່ງປະຈໍາລາວກໍໄດ້ຈັດຕັ້ງໂຄງການຊ່ວຍເຫຼືອດ້ານເງິນສົດໃຫ້ແມ່ຍີງແລະເດັກນ້ອຍທີ່ເປັນກຸ່ມຂາດສານອາຫານ ແລະ ກຸ່ມສ່ຽງຈະຂາດສານອາຫານຜູ້ລະ 210,000 ກີບເພື່ອໄວ້ຊື້ອາຫານມາປຸງແຕ່ງພາຍໃນຄົວເຮືອນນໍາດ້ວຍ. ນອກນັ້ນກອງທືນສາກົນເພື່ອການພັດທະນາດ້ານສະກິກຳ ຫຼື IFAD ກໍຈະຈັດຕັ້ງໂຄງການກະສິກຳເພື່ອໂພສະນາການຢູ່ເມືອງດາກຈຶງ ເມືອງກາລືມ ແລະ ເມືອງລະມານແຕ່ປີ 2024-2030 ໂດຍເໜັ້ນຄຸນນະພາບດ້ານການປູກຝັງ ແລະ ລ້ຽງສັດໃຫ້ແມ່ ແລະ ເດັກນ້ອຍ ໃນກຸ່ມເປົ້າໝາຍນໍາອີກໂດຍຈະມີການລົງຕິດຕາມ ແລະ ມີການປະເມີນຜົນແຕ່ລະຄົວເຮືອນຢ່າງຕໍ່ເນື່ອງເປັນຕົ້ນຖ້າຫາກຄົວເຮືອນໃດມີແມ່ແລະເດັກນ້ອຍຂາດສານອາຫານຈະຖືກຕິດປ້າຍສີແດງແລະຖ້າຫາກຄົວເຮືອນໃດບໍ່ມີແມ່ແລະເດັກນ້ອຍຂາດສານອາຫານແລ້ວຈະຖືກຕິດປ້າຍສີຂຽວ. ອີງຕາມຂໍ້ມູນຈາກອົງການອາຫານໂລກ.