ແມ່ຍິງ ກຸ່ມທຸກຍາກ ດຳຣົງຊີວິດ ລຳບາກ ໃນຍຸກໂຄວິດ-19

ໄຊຍາ
2021.11.09
ແມ່ຍິງ ກຸ່ມທຸກຍາກ ດຳຣົງຊີວິດ ລຳບາກ ໃນຍຸກໂຄວິດ-19 ການຣະບາດເຊື້ອໂຄວິດ-19 ແມ່ຍິງກຸ່ມທຸກຍາກດຳຣົງຊີວິດລຳບາກ (ເດືອນ ຕຸລາ 2021).
ນັກຂ່າວ ພົລເມືອງ

ໃນໄລຍະທີ່ເກີດເຊື້ອໂຄວິດ-19 ຣະບາດນີ້ເຮັດໃຫ້ການດຳຣົງຊີວິດ ຂອງແມ່ຍິງລາວຫຼາຍ ຄົນທີ່ຢູ່ໃນກຸ່ມທຸກຍາກ ຕ້ອງປະສົບບັນຫາຫຍຸ້ງຍາກລຳບາກ ຫຼາຍກວ່າເກົ່າ ໂດຍສະເພາະແມ່ລູກ່ອນນ. ການຫາເງິນຍຸກນີ້ກໍບໍ່ໄດ້ຫາງ່າຍຄືແຕ່ກ່ອນ ຖ້າຫາກບໍ່ມີຜົວຊ່ອຍທຳມາຫາກິນ ກໍຕ້ອງໄດ້ດິ້ນຮົນ ເພື່ອຄວາມຢູ່ລອດ ດ້ວຍຕົນເອງ, ຮັບຈ້າງໄປເລື້ອຍໆ ພໍໄດ້ມີເງິນຊື້ອາຫານແລະນົມໃຫ້ລູກ ໄປຕາມວິຖີຂອງແຕ່ລະຄົນ ແລະແມ່ລູກອ່ອນສ່ວນໃຫຍ່ຈະອອກໄປໃສມາໃສ ຕ້ອງຣະມັດຣະວັງໂຕເປັນພິເສດ ເພາະຮ່າງກາຍກໍຍັງອ່ອນແອ, ສ່ຽງທີ່ຈະຕິດໂຄວິດ-19 ໄດ້ງ່າຍ ແລະນໍາເຊື້ອມາຊູ່ລູກ. ດັ່ງແມ່ລູກອ່ອນໄດ້ກ່າວຕໍ່ ວິທຍຸຸເອເຊັຽເສຣີ ໃນວັນທີ 9 ພຶສຈິກາ ນີ້ວ່າ:

ກາຍາກຫັ້ນແຫຼະໄປໃສກໍຍາກມັນກໍຢ້ານຕິດໃສ່ລູກອີ່ຫຍັງຫັ້ນແຫຼະ ການຫາເງິນແນ່ນອນມັນກໍຍາກຢູ່ແລ້ວແຕ່ເຮົາກໍຕ້ອງໄດ້ຫາຫັ້ນແລ້ວຕ້ອງໃຊ້ຈ່າຍບາງຄົນ ເຂົາກາລຳບາກຄືກັນຕ້ອງໄດ້ສູ້ຊີວິດຫັ້ນແຫຼະ.”

ຍານາງໄດ້ກ່າວຕື່ມວ່າ ເບື້ອງຕົ້ນກໍຢາກໃຫ້ພາກສ່ວນກ່ຽວຂ້ອງ ຫາວິທີຊ່ອຍເຫຼືອ ໃນກຸ່ມຄົນດັ່ງກ່າວ ແລະຈະຊ່ອຍເຫຼືອໃນດ້ານໃດນັ້ນ ກໍແລ້ວແຕ່ຂັ້ນເທິງພິຈາຣະນາ. ສ່ວນແມ່ຍິງອີກຄົນນຶ່ງທີ່ເປັນແມ່ເຮືອນໄດ້ກ່າວວ່າ ໄລຍະນີ້ແມ່ຍິງຈະເປັນເພດທີ່ ຫາວຽກຍາກກວ່າຜູ້ຊາຍ. ວຽກງານພາຍໃນບ້ານສ່ວນໃຫຍ່ ຕ້ອງໃຊ້ແຮງງານຜູ້ຊາຍ ແລະການອອກໄປຕ່າງແຂວງ ຍັງບໍ່ສາມາດໄປໄດ້ເພາະ ທາງການລາວຍັງລ໊ອກດາວຢູ່ ກໍຈະພົບຄວາມຫຍຸ້ງຍາກ ຫຼາຍກວ່າແຕ່ກ່ອນ:

ຄວາມຫຍຸ້ງຍາກ ມັນກໍມີຫຼາຍອັນຫຼາຍແນວເຮົາເປັນແມ່ເຮືອນ ທຳມາຫາກິນມັນກາລຳບາກ ແບບວ່າບໍ່ເຕັມເມັດເຕັມໜ່ວຽ ວ່າຊິສາ ໂຣກໂຄວິດມັນຣະບາດ ມາແບບນີ້ ການອອກແຮງງານ ກໍຍາກເພາະເຂົາເຈົ້າໃຫ້ປິດເດ້.”

ກ່ຽວກັບເຣື່ອງນີ້ ທີ່ຜ່ານມາທາງການລາວ ກໍມີການຊ່ອຍເຫຼືອໂດຍການແຈກເຄື່ອງຂອງຕ່າງໆ ໃຫ້ສຳລັບແມ່ຍິງທີ່ທຸກຍາກຢູ່ ແລະຝຶກວິຊາຊີບໃນການຕັດຫຍິບ ປູກຜັກຕ່າງໆ ໃຫ້ແຕ່ປັດຈຸບັນທາງການລາວ ຍັງບໍ່ມີງົບປະມານ ພຽງພໍທີ່ຈະຊ່ອຍເຫຼືອໃນກຸ່ມດັ່ງກ່າວນີ້ ເຈົ້າໜ້າທີ່ສະຫະພັນແມ່ຍິງ ໃນນະຄອນຫຼວງວຽງຈັນ ທີ່ຂໍສງວນຊື່ແລະຕໍາແໜ່ງກ່າວວ່າ:

ບໍ່ມີທືນຫັ້ນແຫຼະເນາະ ເພາະວ່າມັນກໍມີກິຈຫຼາຍ ມີໂຄງການບໍ່ຫຼືວ່າມີ ພາກສ່ວນໃດພາກສ່ວນນຶ່ງ ມີເຄື່ອງຊ່ອຍເຫຼືອແລ້ວກາເອົາເຄື່ອງຊ່ອຍເຫຼືອ ໃຫ້ເນາະກໍແມ່ນ ແຕ່ຊ່ອຍເຫຼືອແມ່ຍິງທີ່ທຸກຍາກເນາະ.”

ສ່ວນສະຖານະການ ການຕິດເຊື້ອໂຄວິດ-19 ໃນວັນທີ 9 ພຶສຈິການີ້ ຍັງມີເພີ່ມຂື້ນຕໍ່ເນື່ອງ ໂດຍຄະນະສະເພາະກິຈຄວບຄຸມໂຄວິດ-19 ກວດພົບຜູ້ຕິດເຊື້ອທັງໝົດ 1,049 ຄົນ, ຕິດໃນຊຸມຊົນ 1,045 ຄົນ, ແລະ ຕິດຈາກກໍຣະນີນໍາເຂົ້າ 4 ຄົນ ເສັຽຊີວິດສະສົມ 89 ຄົນ, ຕິດເຊື້ອສະສົມທັງໝົດ 48,891 ຄົນ. ຢ່າງໃດກໍຕາມ ທາງການລາວ ເລັ່ງການສັກວັກຊີນໂຄວິດ-19 ໃຫ້ໄດ້ 70% ໃນທ້າຍປີ 2021 ເພື່ອໃຫ້ທຸກຄົນ ມີພູມຄຸ້ມກັນ ໃນອະນາຄົດທາງການລາວ ອາດຈະເປີດໃຫ້ປະຊາຊົນ ທຳມາຫາກິນສະດວກ. ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ກ່າວໃນມື້ດຽວກັນວ່າ:

ແມ່ນ ການສັກຢາສັກຊີນນີ້ ນ່າໃຫ້ໄດ້ 70% ກໍໝາຍຄວາມວ່າ ຢາກໃຫ້ປະຊາຊົນ ຂອງພວກເຮົານີ້ມີພູມຕ້ານທານໃນຮ່າງກາຍ ເພື່ອຕ້ານຕໍ່ພະຍາດດັ່ງກ່າວ ເຣື່ອງການເປີດປະເທດມັນກໍຂື້ນຢູ່ກັບໜ່ວຍງານເຂົາເຈົ້າ.”

ອີງຕາມການຣາຍງານຂອງ ດຣ. ພອນປະດິດ ອຸມາພົມ ຫົວໜ້າກົມອານາມັຍ ແລະສົ່ງເສີມສຸຂພາບ ກະຊວງສາທາຣະນະສຸກ ໃນວັນທີ 6 ພືສຈິກາ ທີ່ຜ່ານມາ. ປັດຈຸ ບັນປະເທດລາວ ຍັງມີພຽງ 2 ແຂວງ ຄື ຜົງສາລີ ແລະ ຫົວພັນ ທີ່ອັດຕຣາການສັກວັກຊີນ ປ້ອງກັນໂຄວິດ-19 ຍັງຕໍ່າໂດຍໄດ້ປະມານ 30% ເທົ່ານັ້ນ ແຕ່ທາງການ ຈະຕ້ອງເຮັດໃຫ້ໄດ້ຕາມເປົ້າໝາຽ ທີ່ວາງໄວ້ໃຫ້ເຖິງ 50% ຄືກັບແຂວງອື່ນໆ.

ຫຼ້າສຸດການສັກວັກຊີນ ປ້ອງກັນເຊື້ອໂຄວິດ-19 ໃຫ້ປະຊາຊົນໃນທົ່ວປະເທດ ເຂັມທີ 1 ໄດ້ 3.4 ລ້ານປາຍຄົນ, ຄິດເປັນ 46%, ສ່ວນເຂັມທີ 2 ໄດ້ 2.8 ລ້ານປາຍຄົນ, ຄິດເປັນ 40%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.