ຂບວນການຄົນຈີນ ເລາະຊື້ເດັກຍິງລາວ ໃນພາກເໜືອ

ພອນ ພູມ​ມີ​ທອນ
2024.02.20
ຂບວນການຄົນຈີນ ເລາະຊື້ເດັກຍິງລາວ ໃນພາກເໜືອ ໂຕຢ່າງເດັກນ້ອຍແມ່ຍິງລາວ ໃນເຂດຊົນນະບົດ
RFA

ເກີດສຽງວິພາກວິຈານ ເປັນວົງກວ້າງອີກຄັ້ງນຶ່ງ ໃນສື່ສັງຄົມອອນລາຍນ໌ ໃນປະເທດລາວ ຫລັງຈາກມີຄລິປ ຄົນຈີນຂັບຣົຖ ເລາະຊື້ເດັກນ້ອຍແມ່ຍິງລາວ ໃນເຂດພາກເໜືອ ນຶ່ງໃນຄລິປດັ່ງກ່າວ ມີກຸ່ມຄົນຈີນ ພ້ອມກັບຄົນລາວ ທີ່ເປັນລ່າມ ຂັບຣົຖມາຈອດຢູ່ແຄມທາງ ທີ່ມີເດັກຍິງລາວນັ່ງຢູ່ ແລະ ໄດ້ຢືນນ້ໍາໃຫ້ແມ່ຍິງດື່ມ ກ່ອນຈະພາຂຶ້ນຣົຖກະບະໄປພ້ອມກັນ. 

   ນອກຈາກຄລິປດັ່ງກ່າວແລ້ວ ຍັງມີອີກສອງຄລິປ ທີ່ປາກົດຊາຍ ທີ່ອ້າງວ່າ ອາຍຸ 40 ປີ ນັ່ງຢູ່ກັບແມ່ຍິງລາວ ທີ່ອາດມີອາຍຸຕ່ໍາກວ່າ 18 ປີ ໃນຄລິປນຶ່ງອ້າງວ່າ ຈະພາເດັກຍິງໄປແຕ່ງງານ ແລະ ອີກຄລິປນຶ່ງ ມີຂໍ້ຄວາມຂຽນປະກອບວ່າ ເດັກຍິງຖືກຄົນຈີນຖ່າຍທອດສົດ )Live) ໃນລັກສະນະ ອນາຈານ ລົງແອປຂອງຈີນ.

 

ເຖິງຢ່າງໃດກໍຕາມ, ຄລິປທີ່ເປັນກະແສຢູ່ນັ້ນ ບໍ່ສາມາດກວດສອບໄດ້ວ່າ ຖືກຖ່າຍທີ່ເມືອງໃດກັນແທ້? 

   ເພື່ອໃຫ້ຮູ້ກ່ຽວກັບ ປາກົດການດັ່ງກ່າວ ວ່າເປັນແນວໃດ ວິທຍຸ ເອເຊັຍເສຣີ ໄດ້ສອບຖາມ ໄປຍັງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ຢູ່ເມືອງອຸດົມໄຊ, ທ່ານນຶ່ງທີ່ກ່າວວ່າ ປັດຈຸບັນມີຊາວຈີນບາງສ່ວນ ເຂົ້າມາ ເຮັດທຸຣກິຈຢູ່ພາຍໃນແຂວງ ແລະ ໄດ້ແຕ່ງດອງກັບແມ່ຍິງລາວ ຖືກຕ້ອງຕາມກົດໝາຍນັ້ນ ມີຢູ່ແທ້, ແຕ່ກໍມີຄົນຈີນສ່ວນນຶ່ງ ທີ່ໄປເລາະຊື້ ແລະ ຕົວະເດັກຍິງລາວ ໃນເຂດບ້ານຕ່າງໆ ທີ່ຢູ່ໃນເຂດນອກ, ດັ່ງ ທ່ານ ກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 20 ກຸມພາ 2024 ນີ້ວ່າ:

ສະພາບໂຕຈິງຫັ້ນ ສ່ວນຫລາຍເຂົາເຈົ້າ ມາເຮັດທຸຣກິຈຢູ່ໃນລາວ ຢູ່ໃນອຸດົມໄຊ ແລ້ວກໍເຣຶ່ອງແຮງງານຫັ້ນນ່າ ຕົວຢ່າງ ວ່າໄປເຮັດຢູ່ເຂດຊຸມຊົນ ຢູ່ເຂດນອກເນາະ ໂດຍທີ່ວ່າເຂົາເຈົ້າໄປແຕ່ງດອງ ເອົາເງິນໃຫ້ພໍ່ໃຫ້ແມ່ ທີ່ວ່າມັນມີເດັກນ້ອຍຢູ່ຫັ້ນ ເອົາໄປຫລີ້ນ ແລ້ວກໍຕົວະຍົວະໄປຫັ້ນນ່າ ຕະກີ້ຫັ້ນ ໄລຍະຫລັງໆ ຫັ້ນມີ ເຂົາເຈົ້າກໍເອົາໄປບອກຕໍ່ໆ ກັນໄປຫັ້ນນ່າ 

 

   ເມື່ອມີການບອກຕໍ່ ຈຶ່ງເກີດເປັນຂບວນການ ທີ່ຄົນຈີນຈະເລາະໄປຕາມໝູ່ບ້ານ ແລະ ຕົວະກຸ່ມເດັກຍິງລາວໄປພັກຢູ່ໃນ ໂຮງແຮມ ຫລື ບ້ານພັກ ພາຍໃນແຂວງ ບາງເທື່ອກໍນໍາຕົວໄປຕ່າງແຂວງ ແຕ່ບໍ່ໄດ້ນໍາເມືອຈີນ ຍ້ອນວ່າ ຕ້ອງມີພາສປອຕ  ແລະ ເອກສານການເດີນທາງອື່ນໆ ທີ່ຖືກຕ້ອງ. ນອກຈາກນີ້ ການກວດກາຂອງເຈົ້າໜ້າທີ່ຕໍາຣວດ ແລະ ດ່ານເຂົ້າ-ອອກປະເທດ ກໍເຂັ້ມງວດຂຶ້ນຫລາຍ ເຮັດໃຫ້ ການນໍາຕົວເດັກຍິງລາວກັບຈີນ ເປັນເຣຶ່ອງຍາກ, ດັ່ງ ເຈົ້າໜ້າທີ່ຜູ້ດຽວກັນນີ້ ກ່າວຕື່ມວ່າ: 

ແມ່ນ ເປັນຂບວນການເດັກນ້ອຍ ທີ່ໄປເປັນໝູ່ໆ ຫັ້ນນ່າ ໄປນໍາກັນຫັ້ນນ່າ ໄປຢູ່ນໍາເຂົາ ຢູ່ຄົນຈີນ ຢູ່ບ້ານພັກ ໂຮງແຮມຊື່ໆ ຫັ້ນນ່າ ແຕ່ວ່າຖ້າເອົາເມື່ອຈີນບໍ່ໄດ້ ມັນມີດ່ານ ຫລາຍດ່ານເນາະ ເວົ້າເຣຶ່ອງ ຄົນອອກຄົນເຂົ້າຫັ້ນນ່າ ມີແຕ່ວ່າຂ້າເຈົ້າ ໄປເຮັດທຸຣກິຈຢູ່ລາວ ແລ້ວ ເອົາໄປຕ່າງແຂວງ ຕ່າງຫຍັງຫັ້ນນ່າ ອັນນີ້ກໍສິມີຢູ່ ກໍໂຕນີ້ສ່ວນຫລາຍກໍຈະເປັນເພຈ ເຂົາເຈົ້າເຮັດເປັນຕິ້ກຕ໊ອກ ອັນນີ້ກໍຂຶ້ນກັບຄູ່ ກໍຣະນີວ່າ ຄວາມພໍໃຈຂອງກຸ່ມຄົນ ທີ່ໄປບໍ່ ບາງຄົນກໍອາດຈະເອົາເງິນໃຫ້ພໍ່ແມ່ ພໍ່ແມ່ ກໍເອົາລູກຕົວເອງໃຫ້ໄປຫັ້ນນ່າ, ສຸດທ້າຍກໍເອົາໄປເປັນເມັຍນ້ອຍເມັຍຫຍັງ ເປັນການເລາະຊື້ ເປັນໂສເພນີປະມານນີ້ 

 

   ດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ແຂວງຫລວງນ້ໍາທາ ອີກທ່ານນຶ່ງ ກ່າວວ່າ: ຕັ້ງແຕ່ຫລັງໄລຍະ ໂຄວິດມາ, ເຈົ້າໜ້າທີ່ຕໍາຣວດແຂວງ ໄດ້ປາບປາມ ຂບວນການ ລັກສະນະດັ່ງກ່າວຢູ່ເລື້ອຍໆ ໂດຍສະເພາະ ຢູ່ບໍຣິເວນເຂດເສຖກິຈ ບໍ່ເຕັນ ທີ່ຈະມີຄົນຈີນເຂົ້າມາ ເຮັດທຸຣກິຈ ແລະ ເຊົ່າເຮືອນພັກໄວ້. ນອກຈາກນີ້ຕໍາຣວດ ຍັງໄດ້ຮັບເບາະແສ ຈາກປະຊາຊົນ ທີ່ຮູ້ກ່ຽວກັບເຣຶ່ອງດັ່ງກ່າວ ເຊິ່ງນໍາໄປສູ່ການຈັບກຸມ ໃນທີ່ສຸດ, ດັ່ງ ທ່ານກ່າວວ່າ:

ດຽວນີ້ກໍບໍ່ສູ້ຈະມີຫລາຍແລ້ວເນາະ ແຕ່ກ່ອນກໍພໍວ່າເຫັນຢູ່ ແຕ່ວ່າດຽວນີ້ ເຂົາກໍເຣີ່ມສະກັດກັ້ນໄປແລ້ວເນາະ ກໍບໍ່ຫລາຍ ສ່ວນຫລາຍເຂົາອອກໄປຊົນນະບົດ ເຂດບ້ານນອກເດ້ ຫ່າງໄກຊອກຫລີກ ຫັ້ນເນາະ ໄປຕົວະຄົນທີ່ເຂົາບໍ່ຮູ້ເທົ່າເຖິງການ ເດັກນ້ອຍເຂົາບໍ່ຮູ້ ເຂົາວ່າໄດ້ເງິນ ໄດ້ 200-300 ຫຍວນ ເຂົາກໍໄປຫັ້ນແຫລະ ບາດນີ້ຜົລຮ້າຍຕາມມາ ມັນເປັນຈັ່ງໃດ ບາດນີ້ກໍເອົາໄປສຶກສາອົບຮົມ ຈໍາພວກທີ່ວ່າ ຄົນຈີນທີ່ວ່າ ກໍຢູ່ຄຸກ ນີ້ແຫລະ ຢູ່ຄຸມຂັງ ແມ່ນໆ ເຂົາມ້າງເພໄດ້ ຢູ່ແຖວບໍ່ເຕັນ ເຂົາເອົາໄປຢູ່ໄປກິນນໍາຫຍັງແບບນີ້ຫັ້ນນ່າ ທີ່ວ່າທາງເຈົ້າໜ້າທີ່ ທີ່ເຮົາໄດ້ໄປພົບເຫັນ ຫລືວ່າ ທາງປະຊາຊົນເຂົາ ກໍໃຫ້ຄວາມຮ່ວມມື ເຂົາກໍແຈ້ງມາ ຕໍາຣວດ ເຮົາກໍໄດ້ລົງໄປປາບຫລາຍເຕີບແລ້ວ 

 

    ເມື່ອລົງປາບປາມແລ້ວ ເຈົ້າໜ້າທີ່ຈະກວດເອກສານ ໃບແຕ່ງງານວ່າມີ ຫລື ບໍ່? ຫາກບໍ່ມີກໍຈະຕັກເຕືອນ ປັບໃຫມ ແລະ ໃຫ້ເຮັດໃຫ້ຖືກຕ້ອງ ຫາກຈະຢູ່ກິນນໍາກັນ ແຕ່ຫາກເປັນແມ່ຍິງທີ່ຖືກຕົວະມາ ກໍຈະຕິດຕໍ່ຫາຄອບຄົວຂອງຜູ້ກ່ຽວ ວ່າຢູ່ບ່ອນໃດ ແລະ ຈັດສົ່ງຕົວກັບບ້ານ. ນອກຈາກນີ້ ຍັງມີວຽກງານ ການສະກັດກັ້ນ ທີ່ ສະຫະພັນແມ່ຍິງ ແລະ ຫ້ອງການຊາວໜຸ່ມຂອງແຂວງ ໄດ້ມີການລົງໂຄສະນາ ກ່ຽວກັບວຽກງານ ຕ້ານການຄ້າມະນຸສ ຕາມໝູ່ບ້ານຕ່າງໆນໍາ ເພື່ອໃຫ້ປະຊາຊົນ ຮັບຮູ້ເຖິງຂບວນການດັ່ງກ່າວນໍາ. 

 

   ດ້ານ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ສງວນຊື່ ແລະ ຕໍາແໜ່ງ ຢູ່ແຂວງຫລວງພຣະບາງ ນາງນຶ່ງ ກ່າວວ່າ ໃນແຂວງຫລວງພຣະບາງ ກໍມີ ກໍຣະນີ ລັກສະນະນີ້ເກີດຂຶ້ນນໍາກັນ ແຕ່ລາວບໍ່ສາມາດ ໃຫ້ຣາຍລະອຽດໄດ້ ຍ້ອນບໍ່ໄດ້ຢູ່ ໃນວຽກງານໂດຍກົງ ດັ່ງຍານາງກ່າວວ່າ: 

ກໍມີປາກົດການຢູ່ທີ່ວ່າ ເຄີຍໄດ້ຮ່ວມກອງປະຊຸມຫັ້ນນ່າ ກໍມີຂະເຈົ້າຣາຍງານບັນດາເມືອງ ເຂົາເຈົ້າຣາຍງານ ກໍຍັງມີຢູ່ ກໍເຄີຍໄດ້ຍິນເຂົາເຈົ້າວ່າ ຢູ່ເນາະ ແຕ່ເຮົາກໍຍັງບໍ່ໄດ້ເຫັນໂຕຈິງ ຖ້າຢາກໄດ້ຂໍ້ມູນ ທີ່ຢູ່ ນໍາການຄ້າມະນຸສພຸ້ນເນາະ” 

   ດ້ານປະຊາຊົນ ຢູ່ເມືອງລ້ອງແຈ້ງ ແຂວງໄຊສົມບູນ ທ່ານນຶ່ງ ກ່າວວ່າ ເມື່ອຫລາຍປີກ່ອນ ໃນແຂວງໄຊສົມບູນ ເຄີຍມີຂບວນການດັ່ງກ່າວເກີດຂຶ້ນ, ແຕ່ໃນປັດຈຸບັນ ບໍ່ຄ່ອຍເຫັນແລ້ວ ສ່ວນເຫຍື່ອຂອງຂບວນການ ດັ່ງກ່າວນັ້ນ ສ່ວນຫລາຍແມ່ຍິງຊົນເຜົ່າ ທີ່ຢູ່ໃນເຂດຫ່າງໄກ ແລະ ມີສະພາບເສຖກິຈ ຄອບຄົວທີ່ຍັງທຸກຍາກ ແລະ ຍັງຂາດຄວາມຮູ້ ການສຶກສາ ເຮັດໃຫ້ຮູ້ເທົ່າບໍ່ເຖິງການ, ດັ່ງ ທ່ານກ່າວວ່າ:  

ຜ່ານມານີ້ ໄລຍະປີຫລັງໆຫັ້ນນ່າ ມີຢູ່ນ້ອຍນຶ່ງ ແຕ່ ບໍ່ມີຫລາຍ ແຕ່ດຽວນີ້ກໍບໍ່ມີແລ້ວເດ້ ປີຫລັງກໍມີຢູ່ ແຕ່ກໍບໍ່ຫລາຍ ໂດຍສະເພາະ ຂ້າເຈົ້າຈະມາເຂົ້າຫາຊົນເຜົ່າມົ້ງ ຊົນເຜົ່າຂະມຸ ສ່ວນຫລາຍເຂົາເຂົ້າໄປເຖິງປະຊາຊົນ ຜູ້ທີ່ ຮູ້ເທົ່າບໍ່ເຖິງການ ຢູ່ຊົນບົດ ຫ່າງໄກຊອກຫລີກ ເພາະວ່າ ພວກນີ້ ເຂົາບໍ່ຮູ້ຫຍັງເນາະ ຄົນຈີນເອົາເງິນໄປໃຫ້ກໍດີໃຈ ພໍ່ແມ່ວ່າ ໄດ້ເງິນແລ້ວ ກໍປ່ອຍລູກສາວໄປຫັ້ນນ່າ” 

 

   ເມື່ອປີກາຍ ໃນເດືອນ ກໍຣະກະດາ ຄລິປລັກສະນະດຽວກັນນີ້ ໄດ້ຖືກເຜີຍແຜ່ ຢູ່ໃນສັງຄົມອອນລາຍນ໌ລາວນໍາ ໂດຍເປັນຄລິປເດັກຍິງລາວ ອາຍຸຕັ້ງແຕ່ 12-16 ປີ ຈໍານວນ 5-7 ຄົນ ລຽນແຖວກັນໃຫ້ເວົ້າ ສເປກຜົວແຕ່ລະຄົນ ຫລື ເປັນຄລິປເດັກຍິງລາວ ໃສ່ຊຸດນັກຮຽນລາວ ເຕັ້ນເພງຈີນ ໃນຮູບແບບຖ່າຍທອດສົດ ໃນໂຕ່ວອິນ ເຊິ່ງເປັນສື່ສັງຄົມອອນລາຍນ໌ຂອງຈີນ. ຫລ້າສຸດ, ວິທຍຸເອເຊັຽເສຣີ ໄດ້ຣາຍງານຂ່າວ ໃນມື້ວັນທີ 15 ກຸມພາ ທີ່ຜ່ານມາ ກ່ຽວກັບ ເຫຕການ ເດັກນ້ອຍຜູ້ຊາຍ ອາຍຸ 13 ປີ ຢູ່ເມືອງ ໄຊເສດຖາ ນະຄອນຫຼວງວຽງຈັນ ໄດ້ ຖືກລັກພາຕົວ ແລະ ຫາຍໂຕອອກຈາກເຮືອນ ໃນວັນທີ 13 ກຸມພາ 2024, ໂດຍຖືກ ຖືກຜູ້ຊາຍ 3 ຄົນ ມາອຸຸ້ມໄປ ຈັບປິດຕາ, ມັດມື ພາຂຶ້ນຣົຖ ເຊິ່ງຜູ້ຊາຍທັງ 3 ຄົນ ບໍ່ເວົ້າພາສາລາວ ແລ້ວເອົາລາວໄປຖິ້ມໄວ້ແຄມຂອງ, ໂຊກດີ, ທີ່ມີລຸງຄົນນຶ່ງ ເຫັນເຫຕການ ຈຶ່ງ ຮ້ອງສຽງດັງໃສ່, ຜູ້ຊາຍທັງ 3 ຄົນດັ່ງກ່າວ ກໍເລີຍຫຼົບໜີໄປ

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

khamkeo louangnamtha province
Feb 21, 2024 01:27 PM

ຂໍ ອອກຄຳເຫັນມາຍັງພີ່ນ້ອງປະຊາຊົນລາວແລະຊື່ມວນຊົນທົ່ງໂລກ ໄດ້ຮູ້ຊາບທົ່ວເຖິງກັນ. ປະເທດລາວ ຕັ້ງແຕ່ພັກລັດໄດ້ເຊັນສັນຍາອານຸຍາດໃຫ້ຈິນເຂົ້າມາມີບົດບາດຢູ່ສປປລາວເປັນຕົ້ນມາ. ນັກທຸລະກິດຈິນ ມາມອງເຫັນວ່າ ລັດຖະບານລາວມີກົດໝາຍຊາດທີ່ອ່ອນແອ, ແລະເຈົ້າໜ້າທີ ສປປລາວຍັງມີຫລາຍພາກສວ່ນທີ່ຍັງອາໃສ ຄ່າສີບູນ, ຈີ່ງເປັນໂອກາດໃຫ້ຊາວຈິນມາຕົວະແລະຊັ່ງຊື້ແມ່ຍັງໜູ່ມລາວໄປຮັບໃຊ້ໂສແພນີ ເປັນຂ້າທາດຢ່າງຫລວງຫລາຍ. ຊາວຈິນໄດ້ສັ່ງຊື້ເອົາກີໂລມຊ່າງຊື້ຕາມແບບແຜນທີ່ສາວລາວທີ່ເຫັນວ່າເໝາະສົມຕຊ່ຄວາມສົນໃຈຂອງຜູ້ຊາຍໃນຈິນ. ປະເທດລາວເບີ່ງຄືບໍ່ມີເຈົ້າຄອບຄອງແລ້ວພີ່ນອ້ງເອິຍ. ຄົນລາວ, ລູກຫລານລາວ ຖືກຕົວະ ແລະຊື້ຂາຍໄປຮັບໃຊ້ຈິນເໝືອນສັດທີ່ສັ່ງຊື້ໃນຕະລາດນັ້ນເອງ