ເຈົ້າໜ້າທີ່ ໜ່ວຍຮັກສາຄວາມສງົບ ຕາມລໍາແມ່ນໍ້າຂອງ ແຂວງນະຄອນພະນົມ ຂອງໄທຍ ໄດ້ພົບສົບແມ່ຍິງລາວຜູ້ນຶ່ງ ຢູ່ໃນກະເປົ໋າເດີນທາງ ທີ່ໄຫລຢູ່ໄປທາງຝັ່ງໄທຍ ໃນມື້ວັນທີ 29 ກັນຍາ 2022 ຊຶ່ງຕໍ່ມາຮູ້ວ່າເປັນສົບຂອງນາງ ວິພາພອນ ກອນສີ ປະທານ ບໍຣິສັດ ລາວວີໄອ ພີພັທນາການລົງທຶນຈໍາກັດຜູ້ດຽວ ແລະຖືກລະບຸວ່າ ນາງມີຄວາມສັມພັນ ໃກ້ຊິດກັບຜູ້ນໍາລາວ ທ່ານນຶ່ງ, ອີງຕາມການເປີດເຜີຍ ຂອງທ່ານ ໂຈເຊພ ອັກຂະຣະວົງ (Joseph Akaravong).
ປັດຈຸບັນ ສົບຂອງນາງ ຢູ່ໃນການຄຸ້ມຄອງ ຂອງຫ້ອງການຕໍາຣວດ ເມືອງທາຕພະນົມ ແຂວງນະຄອນພະນົມ ແລະຍາຕພີ່ນ້ອງຂອງຜູ້ກ່ຽວ ກໍໄດ້ຕິດຕໍ່ມາແລ້ວ, ແຕ່ຍັງບໍ່ທັນ ໄດ້ມາຮັບເອົາສົບ ໄປເທື່ອ, ເຂົາເຈົ້າວ່າຈະມາຮັບ ສົບໃນມື້ນີ້.
ດັ່ງ ພັນຕໍາຣວດໂທ ປຣະເສິດສັກ ນວນບັດ ຫົວໜ້າຜແນກ ສອບສວນ ຫ້ອງການຕໍາຣວດ ເມືອງທາຕພະນົມ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 3 ຕຸລານີ້ວ່າ:
" ຍັງບໍ່ໄດ້ມາຮັບສົບເທື່ອ ທາງຍາຕພີ່ ນ້ອງກໍໄດ້ຕິດຕໍ່ມາ ສະແດງໂຕຢູ່ວ່າ ໃຜແມ່ນຍາຕພີ່ນ້ອງ ເປັນອີ່ສັງຕ່າງໆ ກໍຍັງບໍ່ທັນຕິດຕໍ່ ເພື່ອເດີນທາງມາຮັບສົບເທື່ອ ຂ້າພະເຈົ້າກໍລໍຖ້າຢູ່ ເຂົາເຈົ້າວ່າຊິມາຮັບສົບມື້ນີ້. "
ໃນຂະນະດຽວກັນ ວິທຍຸເອ ເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ກົງສຸນໃຫຍ່ ຂອງ ສປປ ລາວ ປະຈໍາແຂວງຂອນແກ່ນ ຂອງໄທຍ ເພື່ອຂໍຮູ້ກ່ຽວກັບເຣື່ອງທີ່ວ່ານີ້, ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ກົງສຸນໃຫຍ່ ຜູ້ຂໍສງວນຊື່ ແລະສຽງທ່ານນຶ່ງວ່າ:
“ທາງຍາຕພີ່ນ້ອງ ຂອງຜູ້ເສັຍຊີວິຕ ຍັງບໍ່ທັນໄດ້ຕິດຕໍ່ມາຫາ ໜ່ວຍງານຂອງທ່ານເທື່ອ ແລະທາງເຈົ້າໜ້າທີ່ຕໍາຣວດ ແຂວງນະຄອນພະນົມ ກໍຍັງບໍ່ທັນຣາຍງານ ລາຍລະອຽດ ຂອງຜູ້ເສັຍຊີວິຕ ມາໃຫ້ຮັບຮູ້ເທື່ອ.”
ເຈົ້າໜ້າທີ່ ສະມາຄົມກູ້ພັຍ ສວ່າງນາວາ ເມືອງທາຕພະນົມ ທ່ານນຶ່ງເວົ້າວ່າ ໄດ້ໄປເກັບກູ້ສົບດັ່ງກ່າວ, ບໍຣິເວນດັງ, ໃບໜ້າ ແລະທ້ອງ ມີຮອຍຖືກຕີ ດ້ວຍຂອງແຂງ.
ດັ່ງນັ້ນ ຈຶ່ງສາມາດຢືນຢັນ ໄດ້ຢ່າງຄັກແນ່ວ່າ ເກີດຈາກການ ຄາຕກັມ.
" ມີຮ່ອງຮອຍຖືກຕີ ບໍຣິເວນດັງ ແລະໃບໜ້າ ໜ້າຈະຖືກຕີ ດ້ວຍຂອງແຂງ ແຕ່ທີ່ບໍຣິເວນ ລໍາຄໍບໍ່ມີຮອຍຖືກຮັດ ສະພາບສົບເຣີ່ມເໜົ່າເປື່ອຍ ໜ້າຈະຖືກໄມ້ຕີ ເລີຍເຮັດໃຫ້ບໍຣິເວນ ຊ່ອງທ້ອງເບື້ອງຂວາ ມີການຈີກຂາດ . "
ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງ ກອງບັນຊາການຕໍາຣວດ ປ້ອງກັນຄວາມສງົບ ແຂວງຄໍາມ່ວນ ເພື່ອຂໍຮູ້ ກ່ຽວກັບເຫດການທີ່ວ່ານີ້ ແຕ່ໄດ້ຮັບຄໍາຕອບ ຈາກເຈົ້າໜ້າທີ່ ທ່ານນຶ່ງພຽງແຕ່ວ່າ ຍັງບໍ່ທັນໄດ້ຮັບຣາຍງານນີ້ເທື່ອ.
ຊາວລາວ ຫລາຍຄົນທີ່ໄດ້ຮູ້ ເຫັນຂ່າວດັ່ງກ່າວ ທັງຈາກສໍານັກຂ່າວ ໃນໄທຍ ແລະຈາກສື່ສັງຄົມອອນລາຍນ໌ ໄດ້ຣາຍງານ ກໍສົນໃຈ, ຖ້າເປັນໄປໄດ້ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ໃນລາວສືບສວນ ສອບສວນ ແລະຣາຍງານໃຫ້ສັງຄົມຮູ້ ຍ້ອນເປັນການ ຄາຕກັມ ທີ່ໂຫດຫ້ຽມ ແລະສະເທືອນຂັວນ.
ດັ່ງປະຊາຊົນຜູ້ນຶ່ງເວົ້າວ່າ:
" ຄັນວ່າແມ່ນຄົນລາວແທ້ ກະຊີ້ແຈ້ງວ່າ ຢູ່ແຂວງໃດເມືອງໃດ ແລ້ວກະໃຫ້ທາງເຈົ້າໜ້າທີ່ຫັ້ນ ກວດກາເບິ່ງລະອຽດເນາະ ແມ່ນຕາຍຍ້ອນເຫດຜົນໂຕໃດ ແຈ້ງຄະດີອອກ ເພື່ອວ່າໃຫ້ຊາວບ້ານ ຊາວໂລກຮັບຮູ້ນ່າ ຜູ້ຍິງຕາຍນີ້ ຊິສົນໃຈຄັກ ຄາຕກັມກັນແນວໃດ. "
ຊາວລາວອີກຜູ້ນຶ່ງ ກໍເວົ້າວ່າ ຕົນຍັງບໍ່ຮູ້ເຫດການ ທີ່ວ່ານີ້ດີ ຮູ້ນໍາຂ່າວ ທີ່ສໍານັກງານຂ່າວ ໃນປະເທດໄທຍຣາຍງານ, ຖ້າເຫດການຄາຕກັມນີ້ ໄດ້ເກີດຂຶ້ນ ຢູ່ປະເທດລາວແທ້ ກໍຢາກໃຫ້ເຈົ້າໜ້າທີ່ ສືບສວນ ສອບສວນ ແລະເປີດເຜີຍໃຫ້ສັງຄົມຮູ້.
" ເບິ່ງຢູ່ ແຕ່ວ່າເຮົາກະບໍ່ໄດ້ເຂົ້າໃຈນີ້ ຈັ່ງວ່າສາເຫດໂຕນີ້ກະບໍ່ເຂົ້າໃຈ ຈັ່ງວ່າເນາະ ແທ້ຈິງໃຜກະຢາກຮູ້ແຫລະ ສາເຫດເປັນແນວໃດເນາະ. "
ຂໍ້ມູນລະບຸວ່າ ນາງຜູ້ຖືກຄາຕກັມເສັຍຊີວິຕນີ້ ມີຄວາມໃກ້ຊິດ ກັບຜູ້ນໍາລາວທ່ານນຶ່ງ ແຕ່ປະຊາຊົນລາວຫລາຍຄົນ ບໍ່ສາມາດໃຫ້ຄວາມເຫັນ ແນວໃດໄດ້.
ສື່ສັງຄົມອອນລາຍນ໌ ໃນລາວ ໄດ້ເຜີຍແພ່ຂ່າວໃນມື້ວັນທີ 1 ຕຸລານີ້ວ່າ ມີຊາວບ້ານພົບເຫັນຣົຖ Benz ລຸ້ນ GLS 450 ທີ່ຖືກຍູ້ລົງແມ່ນໍ້າຂອງ ຢູ່ເຂດບ້ານນາລ້ອງ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ໃນລັກສະນະ ທໍາລາຍຫລັກຖານ.
ເຟສບຸກສ່ວນໂຕ ຂອງນາງ ວິພາພອນ ກອນສີ ນັກທຸຣະກິຈລາວ ທີ່ຖືກຄາຕກັມ ຊຶ່ງໃສ່ຊື່ວ່າ ລີ ຈຸນ ວີພີ ( Lì Jūn Vp) ໄດ້ຂຽນໄວ້ວ່າ ນາງເປັນນັກທຸຣະກິຈ ຜູ້ນຶ່ງທີ່ມີຊື່ສຽງ ໃນລາວ, ມີໜັງສືເດີນທາງ ຜ່ານແດນ ຫລື Passport 2 ຫົວ ຄືຂອງ ສປປ ລາວ ແລະຂອງຈີນ.