ວັນຄຣູ ມີຄວາມສຳຄັນ ແຕ່ຂາດຄຣູ ກໍຂາດຄວາມສຳຄັນ

0:00 / 0:00

ວັນ​ຄ​ຣູແຫ່ງຊາຕ​ລາ​ວ ທີ 7 ຕຸ​ລາ ຄົບ​ຮອບ 28 ໃນ​ປີ 2022 ນີ້ ທາງ​ການ​ລາວ ​ກໍ​ໄດ້​ສ​ເລີມ​ສ​ລອງ ​ໃນ​ທົ່ວ​ປະ​ເທດ ຮວມທັງຢູ່ສະຖາບັນການເມືອງ ແລະການປົກຄອງແຫ່ງຊາຕ ທີ່ນະຄອນຫລວງວຽງຈັນ ກໍໄດ້ຈັດພິທີສລອງຂຶ້ນໃນມື້ວັນທີ 6 ຕຸລານີ້.

ກ່ຽວກັບການສລອງວັນຄຣູນີ້ ປະຊາຊົນຜູ້ນຶ່ງ ຢູ່ພາກໃຕ້ຂອງລາວ ທີ່ເຄີຍເປັນຄຣູ ເວົ້າຕໍ່ວິທຍຸ ເອເຊັຽເສຣີໃນມື້ດຽວກັນນັ້ນວ່າ ຢູ່ບ້ານກໍມີການສລອງ “ມື້ນີ້ວັນທີ 6 ມື້ນີ້ກະໂຮມນັກຮຽນ ເອົາຂອງຂັວນໄປໃຫ້ນາຍຄຣູ ມື້ອື່ນລວມ ມື້ນີ້ໃຫ້ເຂົາມອບຂອງຂັວນ ໃຫ້ນາຍຄຣູກ່ອນ” ແລະປະຊາຊົນທ່ານນຶ່ງ ທີ່ຢູ່ພາກເໜືອ ຂອງລາວ ກໍເວົ້າຄືກັນວ່າ ມີການສລອງ “ມີແຕ່ຢູ່ໂຮງຮຽນນີ້ແຫລະ ມີການສລອງກັນ ນັກຮຽນກໍເຮັດຂອງຂັວນ ໄປມອບໃຫ້ນາຍຄຣູຫັ້ນແຫລະ.”

ໃນ​ໂອ​ກາດວັນ​ຄ​ຣູແຫ່ງຊາຕນີ້ ທ່ານ ພຸດ ສິມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກໍໄດ້ກ່າວເຖິງ ຄວາມສໍາຄັນຂອງວັນດັ່ງກ່າວ ທີ່ສື່ມວນຊົນ ທາງການລາວ ຣາຍງານໃນມື້ວັນທີ 6 ຕຸລາ ຊຶ່ງໃນຕອນນຶ່ງ ເວົ້າເຖິງຄຸນງາມ ຄວາມດີ ຂອງຄຣູລາວ ຈົນຖືກຂນານນາມວ່າ ຄຣູເປັນຄົນຂອງພັກ, ຄຣູແມ່ນວິສະວະກອນ ແຫ່ງຈິຕວິນຍານ, ແມ່ນແມ່ພິມຂອງຊາຕ, ເປັນພໍ່ແມ່ຜູ້ທີສອງ ຂອງເດັກ, ເປັນຜູ້ມີຄວາມຮູ້ ແລະປະສົບການ ທີ່ສາມາດຖ່າຍທອດ ໃຫ້ແກ່ຜູ້ອື່ນ, ຄຣູຄືຜູ້ນໍາພາ ການປ່ຽນແປງໃໝ່ ແລະອື່ນໆ.

ທ່ານກ່າວວ່າ ພາລະໜ້າທີ່ຂອງຄຣູ ແມ່ນມີຄວາມສໍາຄັນ ໜັກໜ່ວງ ພ້ອມກັນນັ້ນທ່ານ ຣັຖມົນຕຣີກະຊວງສຶກສາກໍເວົ້າວ່າ ຄຣູມີຄວາມຮູ້ ຮັບຜິດຊອບສູງ ເຊັ່ນວ່າ ຜັນຂຍາຍຈິຕໃຈ ສາມພັທນາ ແລະຫ້າຫລັກ ມູນເຊື້ອການສຶກສາ ຊຶ່ງອະດີຕທ່ານຄຣູຜູ້ດຽວກັນນີ້ກ່າວວ່າ:

“ໂອ໋ຍກະຂຽນບົດສອນ 5 ບາດກ້າວ, ແຕ່ລະວິຊາຫັ້ນ 5 ບາດກ້າວ. ບາດກ້າວທີ 1 ກະຈັດຕັ້ງຫ້ອງ ແລ້ວກໍເປີດຫົວເຣື່ອງ ບົດຮຽນທີ່ເຮົາຮຽນຜ່ານມາກ່ອນແລ້ວກໍ ບົດ ຮຽນທີ່ຈະຮຽນປັດຈຸບັນ ແລະກໍບັນລະຍາຍສຸດທ້າຍກໍສລຸບ ໄດ້ກຽມຄັກແນ່ໄດ້ຂຽນບົດສອນຄັກແນ່ ເວົ້າບົດຮຽນໂຕໃດ ຫົວຂໍ້ມັນວ່າຈັ່ງໃດ ໜັກໆໆ.”

ການສລອງ ວັນຄຣູແຫ່ງຊາຕປີນີ້ ແລະປີທີ່ຜ່ານໆມາ ມີຂຶ້ນໃນຂະນະທີ່ຢູ່ປະເທດລາວ ຄຣູຍັງຂາດທັງປະລິມານ ແລະຄຸນນະພາບ, ປື້ມຮຽນ, ຫ້ອງຮຽນກໍບໍ່ພຽງພໍ ແລະຄຣູອາສາສມັກ ກໍພາກັນລາອອກຫລາຍ ເຊັ່ນຢູ່ເມືອງລອງ ແຂວງຫລວງນໍ້າທາ ເມືອງດຽວ ຄຣູອາສາສມັກ ລາອອກເຖິງ 20 ປາຍຄົນ ຊຶ່ງປັດຈຸບັນຍັງເຫລືອພຽງ 40​ ຄົນ ແລະຄາດວ່າ ຈະລາອອກຕື່ມອີກ ປະມານ 10 ຄົນ ຍ້ອນບໍ່ມີຄວາມຫວັງ ທີ່ຈະໄດ້ເຂົ້າເປັນຣັຖກອນ.

ບັນຫານີ້ເຮັດໃຫ້ຄຣູຊັ້ນປະຖົມ ແລະມັທຍົມຢູ່ໃນເມືອງນີ້ ຕ້ອງໄດ້ສອນຄວບຫ້ອງ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ຫ້ອງການສຶກສາທິການ ແລະກິລາເມືອງລອງ ຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 9 ສິງຫາຜ່ານ​ມາ​ນີ້.

ຢູ່ເມືອງທ່າແຕງ ແຂວງເຊກອງ ໂດຍສະເພາະໂຮງຮຽນປະຖົມ ຢູ່ຕາມເຂດຊົນນະບົດ ທີ່ຜ່ານມາ ນາຍຄຣູ ໄດ້ສອນຄວບຫ້ອງ ເຮັດໃຫ້ການສອນ ການຮຽນບໍ່ມີຄຸນນະພາບ ເທົ່າທີ່ຄວນ.

ເວົ້າ​ສະ​ເພາະ ຢູ່ໂຮງຮຽນມັທຍົມນາຕາກເມືອງ ແລະແຂວງໄຊຍະບູຣີ ​ໂຮງ​ຮຽນ​ດຽວ ກ່ອນໜ້ານີ້ ມີຄຣູອາສາສມັກ 7 ຄົນ ແຕ່ໄດ້ລາອອກໄປເຮັດວຽກອື່ນ ທັງຢູ່ພາຍໃນປະເທດ ແລະໄປປະເທດໄທຍ 4 ຄົນ ພາຍຫລັງ ທີ່ເປັນຄຣູອາສາສມັກມາໄດ້ 8-9 ປີ ແຕ່ບໍ່ມີໂອກາດໄດ້ເຂົ້າເປັນຣັຖກອນ.

ມາເຖິງປັດຈຸບັນ ບັນຫາຄຣູບໍ່ພຽງພໍ ຍັງພົບເຫັນໄດ້ຢູ່ທົ່ວໄປ ໃນ​ເຂດ​ຊົນ​ນະ​ບົດ ຍ້ອນຈຳນວນໂຄຕ້າຣ໌ ທີ່​ກະ​ຊວງ​ສຶກ​ສາ​ທິ​ການ ​ແລະ​ກິ​ລາ​ ໄດ້​ຮັບໃນ​ແຕ່​ລະ​ປີ​ໜ້ອຍ.

ດັ່ງທີ່ຄຣູຜູ້ໄດ້ຮັບການບັນຈຸ ເປັນຣັຖກອນມາແລ້ວ 2 ປີ ຢູ່ແຂວງຫົວ ພັນນາງນຶ່ງກ່າວວ່າ:

" ອາ ເຣື່ອງວ່າຄຣູບໍ່ພໍເນາະ ໃນເຂດດອຍນີ້ເພາະວ່າ ນັກຮຽນດຽວນີ້ຫຼາຍ ເພື່ອໃຫ້ຄຣູພຽງພໍ ເຂົາຈຳເປັນຕ້ອງໄດ້ໂຍກຍ້າຍ ເອົາອາຈານຢູ່ໃນເມືອງ ໃນໂຕເມືອງນີ້ຂຶ້ນດອຍ. "

ປະຊາຊົນທີ່ເຄີຍເຮັດວຽກ ເປັນຄຣູອາສາສມັກ ມາແລ້ວເປັນເວລາ 8 ປີ ຢູ່ບ້ານແກ້ງເກັຍ ເມືອງບາຈຽງຈະເຣີນສຸກ ແຂວງຈຳປາສັກ ນາງນຶ່ງເວົ້າວ່າ:

" ເຫດຜົລທີ່ວ່າ ເຮົາບໍ່ໄດ້ສອນຢູ່ສອນຕໍ່ ເພາະວ່າສອນໄປແລ້ວບໍ່ໄດ້ເງິນເດືອນ ແລ້ວອີກຢ່າງນຶ່ງເຮົາກໍເສັຽເວລາມາຫຼາຍປີ ແລ້ວກໍບໍ່ໄດ້ຈັກເທື່ອຄຣູຈົບມາພ້ອມ ກັນນີ້ແຫຼະເຂົາໄດ້ເຂົ້າ ຢາກໃຫ້ຂັ້ນເມືອງຫຼືວ່າຂັ້ນເທີງໄດ້ເບິ່ງຄືນຊີ້ນ່າແບບວ່າ ຄຣູສອນກ່ອນ ຢ່າງຫຼາຍໆ ປີ ກໍຢາກໃຫ້ໄດ້ກ່ອນຊິຫັ້ນນ່າ ຄຣູສອນກ່ອນກໍບໍ່ໄດ້ຈັກເທື່ອບາງເທື່ອ ມາຫຼັງໄດ້ກ່ອນຄືເປັນເຫດຜົລ ແນວໃດເນາະ ."

ຈຳນວນຄຣູອາສາສມັກ ທີ່ລໍຖ້າບັນຈຸເປັນຣັຖກອນຄຣູ ໃນປີ 2021 ມີເຖິງເກືອບ 10,000 ຄົນ. ໃນນັ້ນກວມເອົາຄຣູອາສາສມັກ ທີ່ເຮັດວຽກມາແລ້ວ ແຕ່ 6 ຫາ 8 ປີ ຈຳນວນ 600 ປາຍຄົນ, ໄດ້ເຮັດວຽກແລ້ວ 3 ຫາ 5 ປີ 7,344 ຄົນ ແລະ ຕໍ່າກວ່າ 2 ປີ 1,802 ຄົນ.

ໃນປີ 2020 ຄຣູອາສາສມັກ ຫລາຍກວ່າໝູ່ ແມ່ນຢູ່ແຂວງສວັນນະເຂດ 2,298 ຄົນ, ຮອງລົງມາແມ່ນແຂວງຫລວງພຣະບາງ 1,154 ຄົນ, ໄຊຍະບູລີ 920 ຄົນ, ນະຄອນຫຼວງ​ວຽງ​ຈັນ 876 ຄົນ, ອຸດົມໄຊ 687 ຄົນ, ຈຳປາສັກ

523 ຄົນ ແລະແຂວງອື່ນໆອີກ.

ໃນຈໍານວນ ຄຣູອາສາສມັກອະນຸບານ 1,954 ຄົນ, ຄ​ຣູປະຖົມ 3,163 ຄົນ, ຄ​ຣູມັທຍົມຕົ້ນ 3,003 ຄົນ ແລະມັທຍົມປາຍ 1,689 ຄົນ. ບໍ່ພຽງເທົ່ານັ້ນ ນອກຈາກຄຣູອາສາສມັກ ພາກັນອອກຫລາຍແລ້ວ ນັກຮຽນ ກໍອອກໂຮງຮຽນຫລາຍຂຶ້ນ. ຢູ່ແຂວງພາກເໜືອຂອງລາວ ພວກນັກຮຽນ ເປັນຕົ້ນນັກຮຽນຢູ່ເຂດຫ່າງໄກ ທີ່ປະລະການຮຽນພາກບັງຄັບ ຈະແບ່ງອອກເປັນ 2 ກຸ່ມ ຄືກຸ່ມທີ່ບໍ່ມີອຸປະກອນສື່ສານ ໃນການຮຽນ ທາງອອນລາຍນ໌ ຍ້ອນຄວາມທຸກຍາກ ແລະກຸ່ມທີ່ຫຍຸ້ງຍາກ ໃນການເດີນທາງ ໄປໂຮງຮຽນໃນເມືອງ ເປັນຕົ້ນໃນໄລຍະທີ່ ມີການຣະບາດ ຂອງໂຄວິດ-19 ນີ້.

ນັກຮຽນຊັ້ນປະຖົມ ແລະມັທຍົມຢູ່ ສປປ ລາວ ປະລະການຮຽນຫລາຍ ເວົ້າສະເພາະສົກຮຽນ 2021-2022 ອັດຕຣາການປະລະ ການຮຽນຊັ້ນປະຖົມສຶກສາ ມີ 4.9% ແລະຊັ້ນມັທຍົມຕົ້ນ ສູງເຖິງ 11%. ໃນໂອກາດ ວັນສາກົລ ແຫ່ງການຮຽນຮູ້ໜັງສື ທ່ານ ພຸດ ສິມມາລາວົງ ຣັຖມົນຕຣີ ກະຊວງສຶກສາທິການ ແລະກິລາ ກໍໄດ້ຮຽກຮ້ອງ ໃຫ້ໄດ້ຮຽນຈົບການສຶກສາ ພາກບັງຄັບ, ອີງຕາມຂ່າວ ອິນໄຊຕ໌ລາວ ວັນທີ 23 ກັນຍາຜ່ານມາ.

ແລະເມື່ອເວົ້າເຖິງ ວັນຄຣູໂລກ ທີ 5 ຕຸລາ ແມ່ນມີຄວາມໝາຍສໍາຄັນ ຍິ່ງສໍາລັບຄຣູ ອາຈານໃນທົ່ວໂລກ. ມີການສລອງທຸກໆປີ ຊຶ່ງແມ່ນອົງການ UNESCO ຮ່ວມກັບອົງການ ແຮງງານສາກົນ ແລະໜ່ວຍງານທີ່ກ່ຽວກັບ ການສຶກສາທົ່ວໂລກ ເປັນເຈົ້າການ ເພື່ອຍົກລະດັບອາຊີບຄູ, ສ້າງມາດຕະຖານ ທາງດ້ານສະຫວັດດີການຄູ ລວມທັງການຈັດຮູບແບບ ແລະ ລະບົບຂອງການສຶກສາໃຫ້ເໝາະສົມ. ຄຳວ່າຄຣູ ມາຈາກ ຄຣຸ ແປວ່າ ໜັກ ໂດຍຕີຄວາມໝາຍວ່າ ຜູ້ແບກຫາບພາຣະໜັກໜ່ວງ ຕໍ່ຊີວິຕຄົນອື່ນ, ທີ່ຕ້ອງເປັນແບບຢ່າງ ໃຫ້ນັກຮຽນ ,ມີໜ້າທີ່ສິດສອນ ດ້ວຍຄວາມເມຕຕາ, ດ້ວຍຄວາມເຂົ້າໃຈ ເພື່ອໃຫ້ລູກສິດມີຄວາມຮູ້.

ວັນ​ຄ​ຣູ​ໂລກ ວັນ​ທີ 5 ຕຸ​ລາ ​ປີ 2022 ​ ນີ້ຕົກ​ຖືກວັນ​ພຸດ ທີ່​ເກືອບ​ວ່າ​ທຸກ​ຄົນ ​ມີ​ຄ​ຣູ​ສອນ​ທີ່​ຊື່ນ​ຊອບ ຊຶ່ງ​ພວກ​ເຂົາ​ເຈົ້າ​ ຄອຍ​ໃຫ້​ກຳ​ລັງ​ໃຈ ຊຸກ​ຍູ້​ທ່ານ​ຜູ້​ມີ​ພະ​ຄຸນ. ການ​ສ​ເລີມ​ສ​ລອງ ວັນ​ຄ​ຣູ​ໂລກ ເປັນ​ກິ​ຈ​ກັມສາ​ກົນ ທີ່​ອົງ​ການ​ການ​ສຶ​ກາສາ, ວິ​ທ​ຍາ​ສາຕ ແລະ​ວັ​ທ​ນະ​ທັມ ຂອງ​ສະ​ຫະ​ປະ​ຊາ​ຊາຕ ຫລື​ເປັນ​ທີ່​ຮູ້​ກັນ​ດີ​​ວ່າ UNESCO ໄດ້ປະກາດໃຫ້ວັນທີ 5 ຕຸລາເປັນວັນຄຣູໂລກ ແລະໄດ້ຈັດການ ສເລີມສລອງ​​ຄັ້ງ​ທຳ​ອິດ ໃນ​ປີ 1994 ເພື່ອເປັນກຽດແກ່ຄຣູ ແລະອາຈານທັງຫລາຍ. ມັນເປັນຜົລຈາກ ຄໍາແນະນໍາ ຂອງອົງການ UNESCO ແລະອົງການແຮງງານສາກົນ ຫລື ILO ຢູ່ໃນກອງປະຊຸມ ຂອງຣັຖບານປະເທດຕ່າງໆ ທີ່ກຸງ ປາຣີສ໌ ປະເທດຝຣັ່ງເສດ.

ວັນ​ຄ​ຣູ​ໂລກ ເປັນ​ມື້​ພັກ​ນີ້ ແມ່ນມີ​ຂຶ້ນ​ພາຍ​ຫລັງ​ ທີ່ມີ​ການ​ຮັບ​ຮອງ​ເອົາ ​ຄຳ​ແນະ​ນຳ​ຂອງ​ອົງ​ການ UNESCO ທີ່​ໄດ້​ສ​ເນີ​ ມາ​ຕັ້ງ​ແຕ່​ປີ 1966 ກ່ຽວ​ກັບ​ສະ​ຖາ​ນະ​ພາບ ​ຂອງ​ຄ​ຣູ ທີ່​ກຳ​ນົດ​ມາ​ຕ​ຖານ ​ກ່ຽວ​ກັບ​ສິດ​ ແລະ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ຄ​ຣູ​ໃນ​ການ​ກະ​ກຽມ​ເບື້ອງ​ຕົ້ນ, ການ​ສຶກ​ສາ​ເພີ່ມ​ຕື່ມ, ການ​ບັນ​ຈຸ, ການ​ຈ້າງ​ງານ ແລະ​ເງື່ອນ ໄຂການ​ຮຽນ​ຮູ້.

ຄ​ຣູ ເປັນ​ຜູ້​ທີ່​ເຮັດ​ວຽກ​ໜັກ​ ເປັນ​ຕົ້ນເພື່ອ​ຊ່ອຍ​ໃຫ້​ເດັກ​ນ້ອຍ ແລະ​ຄົນ​ໜຸ່ມ​ສາວ​ຮຽນ​ຮູ້, ​ເຕີບ​ໂຕ, ເປັນ​ນັກ​ຮຽນ​ຮູ້ ແລະ​ມີ​ອະ​ນາ​ຄົຕ​ທີ່​ດີ ​ຮວມ​ທັງ​ເພື່ອ​ຄົນ​ລຸ້ນ​ຕໍ່​ໄປ ພາຍ​ຫລັງ​ທີ່​ໄດ້ຖືກຫລໍ່​ຫລອມ​ມາແລ້ວ. ດັ່ງ​ນັ້ນ​ຈຶ່ງ​ເວົ້າ​ໄດ້​ວ່າ ການ​ໃຊ້​ເວ​ລາ​ມື້​ນຶ່ງ ​ຂອງ​ທຸກໆ​ປີ​ເພື່ອ​ເວົ້າ​ວ່າ “ຂໍ​ຂອບ​ໃຈ” ນັ້ນ​ແມ່ນ​ໜ້ອຍ​ທີ່​ສຸດ ທີ່​ຜູ້​ຄົນ​ສາ​ມາດ​ເຮັດ​ໄດ້, ບໍ່​ວ່າ​ຜູ້​ນັ້ນຈະ​ຢູ່​ແຫ່ງ​ຫົນ​ໃດ​ໃນ​ໂລກ​ໃນ​ມື້​ນີ້. ຈົ່ງ​ຈື່​ຈຳ​ໄວ້​ວ່າ ຄ​ຣູ​ມີ​ຄວາມ​ສຳ​ຄັນ!. ຈຸດປະສົງຂອງວັນຄຣູ ແມ່ນເພື່ອຮັບຮູ້, ປະເມີນຜົລ ແລະເສີມຂຍາຍສະຖານະພາບຂອງຄຣູ ອາຈານໃນທົ່ວໂລກ.

ຫົວຂໍ້ຂອງວັນຄຣູໃນປີ 2022 ນີ້ແມ່ນ “ການປ່ຽນແປງຂອງການສຶກສາ ເລິ່ມຕົ້ນແມ່ນ ຄຣູ”. ວັນຄຣູ ຫລືວັນຄຣູໂລກໃນທົ່ວໂລກ ແມ່ນເພື່ອສະແດງຄວາມຮູ້ບຸນຄຸນຄຣູ ອາຈານ ທີ່ປະກອບສ່ວນເຂົ້າໃນການກະກຽມເດັກນ້ອຍເພື່ອປະເຊີນກັບໂລກ. ນອກເໜືອໄປຈາກການໃຫ້ການສຶກສາ ແລະການຝຶກອົບຮົມແລ້ວ ບໍ່ຕ້ອງສົງໃສເລີຍວ່າ ຄຣູ ອາຈານ ຍັງເປັນຜູ້ໃຫ້ຄໍາປຶກສາ ແລະເປັນນັກປັດຊະຍາທີີ່ດີເດັ່ນ ທີ່ຊ່ອຍນັກຮຽນ ນັກສຶກສາ ໂດຍບໍ່ມີອະຄະຕິ,ປູກຝັງຄວາມໝັ້ນໃຈ ແລະຄວາມກ້າຫານ ໃຫ້ແກ່ພວກເຂົາເຈົ້າ, ຊ່ອຍພວກເຂົາເຈົ້າ ໃຫ້ມີຄວາມສາມາດ ໃນການຮັບມືກັບ ສະຖານະການ ທັງຂາຂຶ້ນ ແລະຂາລົງຂອງຊີວິດ. ສະ​ບາຍ​ດີ