ແມ່ຍິງ-ເດັກນ້ອຍ 01/20/19
2019.01.22
ທາງການລາວ ເລັ່ງປາບປາມ ຮ້ານຄ້າປະເວນີ ຫລືຮ້ານຂາຍ ບໍຣິການທາງເພດ ໃນແຂວງຕ່າງໆ ຫລາຍເພີ່ມຂຶ້ນ ຫລັງຈາກ ທີ່ໄດ້ເປີດເຜີຍ ຈຸດເປົ້າໝາຍຄັ້ງໃຫຍ່ ເມື່ອປະມານ 2 ເດືອນກ່ອນ ຢູ່ ນະຄອນຫລວງ ວຽງຈັນ ແລະເມື່ອໄວໆມານີ້ ທາງຜແນກຕໍາຣວດ ສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຂວງໄຊຍະບູຣີ ກໍໄດ້ນໍາສົ່ງຍິງສາວລາວ ທີ່ຕົກເປັນຜູ້ເຄາະຮ້າຍ ຈາກການຄ້າມະນຸດ ຈໍານວນ 4 ຄົນ ຄືນສູ່ຄອບຄົວ ຂອງພວກນາງ ຢູ່ແຂວງ ໄຊຍະບູຣີ ພາຍຫລັງທີ່ ເຈົ້າໜ້າທີ່ຕໍາຣວດ ສະກັດກັ້ນ ແລະຕ້ານການຄ້າມະນຸດ ແຂວງບໍ່ແກ້ວ ໄດ້ປະສານງານ ກັບພາກສ່ວນ ທີ່ກ່ຽວຂ້ອງ ລົງກວດກາເຮືອນພັກແຫ່ງນຶ່ງ ຢູ່ເມືອງຕົ້ນເຜິ້ງ ຕາມທີ່ໄດ້ຮັບຣາຍງານ ແລະໄດ້ພົບພວກນາງ ທີ່ຖືກບັງຄັບໃຫ້ ຂາຍບໍຣິການທາງເພດ ຢູ່ທີ່ນັ້ນ ແລະເຈົ້າຂອງເຮືອນພັກ ກໍຮັບວ່າ ໄດ້ເປີດ ບໍຣິການທາງເພດແທ້. ຫລັງຈາກຊ່ອຍ ແມ່ຍິງຜູ້ເຄາະຮ້າຍ ມາໄດ້ແລ້ວ ເຈົ້າໜ້າທີ່ຜແນກ ຕໍາຣວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ແຂວງ ໄຊຍະບູຣີ ກໍໄປຮັບເອົາຍິງສາວ ທັງ 4 ຄົນນັ້ນ ກັບຄືນບ້ານ. ສ່ວນເຈົ້າຂອງ ເຮືອນພັກ ທີ່ບັງຄັບໃຫ້ຂາຍບໍຣິການ ທາງເພດນັ້ນ ກໍຖືກເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ດໍາເນີນຄະດີ ໄປຕາມຂັ້ນຕອນ ຂອງຣະບຽບກົດໝາຍ.
ຕາມຄໍາໃຫ້ການ ຂອງຍິງສາວລາວ ຜູ້ເຄາະຮ້າຍທັງ 4 ຄົນ ຕໍ່ເຈົ້າໜ້າທີ່, ໃນມື້ວັນທີ 30 ຕຸລາ 2018 ມີຄົນລາວ ແລະຄົນຈີນມາຊັກຊວນ ພວກຕົນ ໄປເຮັດວຽກເສີບອາຫານ ຢູ່ເຮືອນພັກແຫ່ງນຶ່ງ ທີ່ເມືອງ ຕົ້ນເຜິ້ງ, ຈະໄດ້ເງິນເດືອນ ເດືອນລະ 6 ລ້ານກີບ. ພໍເດີນທາງໄປຮອດ ບ່ອນເຮັດວຽກ ຜູ້ເປັນນາຍຈ້າງ ກໍຂົ່ມຂູ່ ບັງຄັບໃຫ້ຂາຍ ບໍຣິການທາງເພດ. ຕໍ່ມາຍິງສາວທັງ 4 ຄົນ ກໍໄດ້ທວງເອົາເງິນເດືອນ ຕາມທີ່ ນາຍຈ້າງວ່າຈະໃຫ້. ແຕ່ນາຍຈ້າງປະຕິເສດ ແລະບັງຄັບໃຫ້ຂາຍບໍຣິການທາງເພດ ຫລາຍຂຶ້ນ ເພື່ອເອົາເງິນໃຊ້ໜີ້ໃຫ້ໝົດ ຈຶ່ງຈະໄດ້ ເງິນເດືອນ ຜູ້ລະ 1 ລ້ານກີບ ຊຶ່ງໜີ້ທີ່ນາຍຈ້າງວ່ານັ້ນ ພວກນາງບໍ່ຮູ້ວ່າ ແມ່ນໜີ້ຄ່າຫຍັງກັນແທ້.
ກໍຣະນີຄະດີ ຄ້າມະນຸດ-ຄ້າຍິງສາວລາວ ດ້ວຍຄໍາສັນຍາ ທີ່ໃຫ້ຄວາມຫວັງ ເພື່ອຕົວະຍົວະພວກນາງ ໃຫ້ຫລົງເຊື່ອ ແລະເດີນທາງໄປນໍາ ທີ່ຂ່າວໂທຣະໂຄ່ງ ໄດ້ນໍາອອກເຜີຍແຜ່ ໃຫ້ສາທາຣະຊົນຮູ້ ໂດຍອີງໃສ່ ຄໍາເວົ້າຂອງເຈົ້າໜ້າທີ່ ຕໍາຣວດຕ້ານການຄ້າມະນຸດ ແຂວງ ໄຊຍະບູຣີ ແລະກໍເປັນກໍຣະນີ ທີ່ບໍ່ຄ່ອຍຖືກເປີດເຜີຍ ແລະມີການເຜີຍແຜ່ ຢ່າງເປີດແປນແບບນີ້ມາກ່ອນ. ແລະ ຢູ່ນະຄອນຫລວງວຽງຈັນ ຕາມຄໍາເວົ້າຂອງເຈົ້າໜ້າທີ່ ຕ້ານການຄ້າມະນຸດ ນະຄອນຫລວງ ທີ່ບໍ່ປະສົງອອກຊື່ ແລ້ວແມ່ນວ່າ ທາງກອງເລຂາ ຕ້ານການຄ້າມະນຸດ ແຫ່ງຊາດ ແລະສະຫະພັນ ແມ່ຍິງລາວ ເລັ່ງປາບປາມ ຮ້ານຄ້າປະເວນີ ແລະຮ້ານກິນດື່ມຍາມກາງຄືນ ທີ່ມີການແອບແຝງ ຄ້າສາວບໍຣິການ ທາງເພດ ໃຫ້ນັກທ່ອງທ່ຽວ ຢູ່ເຂດນະຄອນຫລວງ ພາຍຫລັງທີ່ ສປປລາວ ຖືກກະຊວງການຕ່າງປະເທດ ສະຫະຣັຖອາເມຣິກາ ຈັດໃຫ້ຢູ່ໃນ ເທັຽ 3 ຫລືຂັ້ນ 3 ໃນຣາຍງານ ປະຈໍາປີ ວ່າດ້ວຍ ການຄ້າມະນຸດ ໃນໂລກ. ເທັຽ 3 ຖືເປັນຂັ້ນທີ່ຂີ້ຮ້າຍທີ່ສຸດ ໃນການຕ້ານການຄ້າມະນຸດ ຄືຂີ້ຮ້າຍຂຶ້ນຕື່ມ ພາຍຫລັງທີ່ໄດ້ຢູ່ເທັຽ 2 ເຄິ່ງມາດົນເຖິງ 4 ປີ. ແຕ່ເຖິງຢ່າງໃດກໍຕາມ ທ່ານກໍກ່າວວ່າ ສປປລາວ ພະຍາຍາມ ປາບປາມ ບັນຫານີ້ຢູ່:
"ຈະພະຍາຍາມປາບປາມ ບໍ່ໃຫ້ມີບັນຫາຕົວນີ້ຫລາຍ ໃນລາວແລ້ວລາວ ທາງສະຫະຣັຖເພິ່ນກໍຕ້ອງການ ໃຫ້ຣັຖພະຍາຍາມ ປາບປາມ ຕົວນີ້."
ທ່ານກ່າວຕື່ມອີກວ່າ ໃນຂນະນີ້ ກໍມີການລົງກວດກາ ຮ້ານກິນດື່ມ ໃນເຂດນັກທ່ອງທ່ຽວ ແລະກັມກອນຫລາຍ ທັງ 9 ຕົວເມືອງ ໃນນະຄອນ ຫລວງວຽງຈັນ, ພະຍາຍາມ ສືບຫາຂໍ້ມູນນໍາພົລເມືອງດີ ອີກດ້ວຍ. ຫາກພົບວ່າ ບ່ອນໃດເປັນແຫລ່ງມົ້ວສຸມ ມີການຄ້າປະເວນີ ຫລືມີການ ຕັ້ງເປັນຮ້ານກິນດື່ມ ແອບແຝງຄ້າປະເວນີ ກໍຈະຖືກສັ່ງໃຫ້ປິດ ແລະດໍາເນີນຄະດີຕາມຣະບຽບ ກົດໝາຍ ຕ້ານການຄ້າມະນຸດ ມາຕຣາ 134 ຢ່າງຈິງຈັງ - ທ່ານກ່າວ. ແລະວ່າ ຣັຖບານລາວ ຢາກຫລຸດພົ້ນອອກຈາກເທັຽ 3 ຫຼືຂັ້ນ 3 ດັ່ງທີ່ໄດ້ບົ່ງໄວ້ຢູ່ໃນຣາຍງານ ກ່ຽວກັບການ ຄ້າມະນຸດ ປະຈໍາປີຂອງກະຊວງການຕ່າງປະເທດ ສະຫະຣັຖ ອາເມຣິກາ ຢ່າງຊ້າສຸດ ບໍ່ໃຫ້ເກີນປີ 2021 ເພື່ອເຮັດໃຫ້ພາບພົດຂອງລາວ ດີຂຶ້ນ ໃນຄວາມພະຍາຍາມ ຕ້ານການຄ້າມະນຸດ. ພ້ອມດຽວກັນນັ້ນ ຣັຖບານລາວ ກໍຢາກໃຫ້ເດັກນ້ອຍ ຍິງສາວລາວ ມີວຽກແນວອື່ນເຮັດ. ສໍາລັບຮ້ານທີ່ເປັນເປົ້າໝາຍຂອງການເຂົ້າກວດຄົ້ນ ທ່ານບອກວ່າ ມີທັງໂຮງແຮມ ສະຖານບັນເທີງກາງຄືນ ຮ້ານອາຫານ ຮ້ານນວດ ຊຶ່ງເຈົ້າໜ້າທີ່ກຳລັງດຳເນີນການຢູ່:
"ຕໍາຣວດຕ້ານການຄ້າມະນຸດ ຕອນນີ້ ຂະເຈົ້າກໍເລີຍລົງ ເກັບຂໍ້ມູລໝົດແລ້ວ ພາຍໃນນະຄອນຫລວງ ລົງກວດແຕ່ລະຮ້ານໝົດເລີຍ ຖ້າມີເດັກນ້ອຍອີ່ຫຍັງຫັ້ນນະ ລົງໝົດເລີຍທັງໂຮງແຮມ ຮ້ານອາຫານທີ່ມີຂາຍບໍຣິການ."
ທ່ານກ່າວວ່າ ມີຮ້ານລັກຄ້າປະເວນີຈໍານວນນຶ່ງ ໃນເຂດເທສບານ ຖືກສັ່ງໃຫ້ປິດແລ້ວ ແລະໄດ້ສຶກສາອົບຮົມແມ່ຍິງ ທີ່ຄ້າປະເວນີຫຼາຍສິບຄົນ ແລະເຈົ້າຂອງຮ້ານ ອີກ 6-7 ຄົນ. ຫາກພວກເຂົາເຈົ້າ ຍັງເຮັດຢູ່ຕໍ່ໄປ ກໍຈະຖືກຈັບແລະດຳເນີນຄະດີ ຕາມຣະບຽບກົດໝາຍ. ມາຕຣາ 132 ຂອງກົດໝາຍອາຍາ ຣະບຸວ່າ ບຸກຄົນໃດ ຫາກຫາຣາຍໄດ້ ດ້ວຍການຄ້າໂສເພນີ ຈະໃນຮູບການໃດກໍຕາມ ຈະຖືກລົງໂທດ ຕັດອິສຣະພາບ ແຕ່ 6 ເດືອນຫາ 3 ປີ ແລະຈະຖືກປັບໃໝ ແຕ່ 5 ລ້ານກີບຫາ 10 ລ້ານກີບ. ໃນກໍຣະນີ ທີ່ຜູ້ກະທໍາຜິດ ຫາກໄດ້ຖືເອົາການຄ້າໂສເພນີ ເປັນອາຊີບ ຫລືເອົາຜູ້ຍິງທີ່ຍັງບໍ່ທັນເຖິງກະສຽນອາຍຸ ເປັນໂສເພນີຫລືບັງຄັບຜູ້ຍິງ ທີ່ຢູ່ໃນຄວາມດູແລຂອງຕົນ ໃຫ້ເປັນໂສເພນີ ຈະຖືກ ລົງໂທດ ຕັດອິສຣະພາບ ແຕ່ 3 ປີຫາ 5 ປີ ແລະຈະຖືກປັບໃໝແຕ່ 10 ລ້ານກີບຫາ 50 ລ້ານກີບ.
ແລະມາດຕຣາ 133 ກຳນົດເອົາໄວ້ວ່າ ບຸກຄົນໃດຫາກບັງຄັບຜູ້ອື່ນ ໃຫ້ເປັນໂສເພນີ ຈະຖືກລົງໂທດຕັດອິສຣະພາບ ແຕ່ 5 ປີຫາ 10 ປີ ແລະຈະຖືກປັບໃໝແຕ່ 10 ລ້ານກີບ ຫາ 20 ລ້ານກີບ. ບຸກຄົນໃດ ຫາກໄດ້ບັງຄັບເດັກທີ່ມີອາຍຸຕ່ຳກວ່າສິບແປດປີ ໃຫ້ເປັນໂສເພນີ ຈະຖືກ ລົງໂທດຕັດອິສຣະພາບແຕ່ 10 ປີ ຫາ 20 ປີ ແລະຈະຖືກປັບໃໝ ແຕ່ 20 ລ້ານກີບຫາ 50 ລ້ານກີບ.
ເວົ້າເຣື່ອງການຄ້າປະເວນີ ຢູ່ນະຄອນຫລວງວຽງຈັນ ຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຢູ່ນະຄອນຫລວງ ອີກທ່ານນຶ່ງ ເມື່ອໄວໆມານີ້ ແລ້ວແມ່ນວ່າ ເປັນບັນຫາທີ່ກໍາລັງຂຍາຍຫລາຍ ຊຶ່ງທາງການ ກໍພະຍາຍາມປາບປາມ. ສາວບໍຣິການ ສ່ວນຫລາຍເປັນກຸ່ມ, ເປັນຂະບວນ ຮ່ວມກັນເປັນເຄືອຂ່າຍ ໂດຍມີຜູ້ຕິດ ຕໍ່ລູກຄ້າໃຫ້ ຫລືຕິດຕໍ່ໂດຍກົງ ແລະຕິດຕໍ່ ຜ່ານສື່ສັງຄົມອອນລາຍ ເປັນຕົ້ນຫວັດແອັບ ເຮັດໃຫ້ບັນຫາ ເປັນບັນຫາຫລາຍເພີ່ມຂຶ້ນ ຢ່າງໄວວາ ແລະກວດກາໄດ້ຍາກ ໃນແຂວງຕ່າງໆຂອງລາວ. ບັນຫານີ້ເກີດຂຶ້ນ ສ່ວນນຶ່ງກໍຍ້ອນຄວາມ ທຸກຍາກ ຂອງປະຊາຊົນ, ຍິງສາວລາວຈຳນວນບໍ່ໜ້ອຍ ຈໍາເປັນຕ້ອງໄດ້ຈາກຄອບຄົວໄປຫາເຮັດວຽກ ພໍໄດ້ເງິນມາຈັບຈ່າຍ ຊຶ່ງຈຳນວນນຶ່ງກໍຕົກເປັນ ເຫຍື່ອຂອງການຄ້າມະນຸດ ແລະຄ້າປະເວນີ. ແຕ່ເຖິງແນວໃດກໍຕາມ ທ່ານກໍເວົ້າວ່າ ທາງການ ກໍໃຫ້ຄວາມສໍາຄັນ ເພື່ອເຮັດໃຫ້ບັນຫານີ້ ຜ່ອນຄາຍ ຫລືວ່າສງົບລົງ.
ແລະຫາກເວົ້າເຖິງແຂວງ ບໍລິຄໍາໄຊ ໂດຍສະເພາະເມືອງປາກຊັນ ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງນີ້ ເວົ້າວ່າ ທາງການ ກໍຮັບຮູ້ບັນຫາ ທີ່ວ່ານັ້ນ ແລະໄດ້ລົງກວດ-ປາບປາມ ຕາມຄໍາສັ່ງ ຂອງທາງສູນກາງ ພາຍຫລັງ ທີ່ມີຄໍາຮຽກຮ້ອງ ຈາກທາງສະຫະຣັຖອາເມຣິກາ ດັ່ງທີ່ ທ່ານກ່າວຕອນນຶ່ງວ່າ:
"ຊຸມພວກຄ້າບໍຣິການ ລະເພິ່ນປິດຮ້ານ ຄືບໍລິຄຳໄຊ ຕອນທີ່ເພິ່ນເຂົ້າໄປພົບ ເພິ່ນກະຈັດສຶກສາອົບຮົມໃຫ້ປ່ຽນອາຊີບ ລະໃຫ້ກັບບ້ານ ເດັກນ້ອຍເພິ່ນກໍສົ່ງເຂົ້າສູນ ໃຫ້ຮັບການປົກປ້ອງຄຸ້ມຄອງ."
ແລະໃນຣະຫວ່າງ ກາງເດືອນ ຕຸລາ ປີ 2018 ທີ່ຜ່ານມານີ້ ໜັງສືພິມ ຄວາມສງົບ ຂອງກະຊວງປ້ອງກັນຄວາມສງົບ ໄດ້ເຜີຍແຜ່ ໂດຍອີງໃສ່ ຄໍາເວົ້າຂອງ ພັນໂທ ຈັນສະໝອນ ແກ້ວສຸລະໄຊ ຫົວໜ້າ ສໍານັກງານ ຕໍາຣວດ ຜແນກປ້ອງກັນຄວາມສງົບ ນະຄອນຫຼວງ ວຽງຈັນ ວ່າ ຕໍາຣວດນະຄອນຫລວງ ເລັ່ງປາບປາມ ການຄ້າປະເວນີ ແລະຈັບຍິງສາວ ບໍຣິການທາງເພດ ຫລັງຈາກປະຊາ ຊົນ ຮ້ອງຮຽນ ໃຫ້ທາງການເລັ່ງແກ້ໄຂ. ຜ່ານການກວດກາ ໄດ້ພົບແຫລ່ງບໍຣິການທາງເພດແລ້ວ 883 ບ່ອນ ຊຶ່ງມີຮວມທັງໂຮງແຮມ ເຮືອນພັກ ຮ້ານນວດ ຮ້ານຄາຣາໂອເກ໊ ຮ້ານເສີມສວຍ ຕລອດເຖິງ ຮ້ານກິນດື່ມ ຊຶ່ງມີທັງ ຂອງຊາວຕ່າງປະເທດ ຮວມຢູ່ດ້ວຍ.
ໃນນັ້ນ ໄດ້ລົງແກ້ໄຂແລ້ວ ຈໍານວນນຶ່ງ ແລະໄດ້ກັກຕົວຍິງສາວ ບໍຣິການທາງເພດຈຳນວນ 128 ຄົນ ຮວມທັງຍິງສາວຕ່າງປະເທດ 35 ຄົນ - ຕາມການເປີດເຜີຍ ຣາຍລະອຽດ ເປັນຄັ້ງທໍາອິດ ທີ່ເຮັດໃຫ້ສັງຄົມລາວ ຮູ້ເຫດການນີ້ຫລາຍຂຶ້ນຕື່ມອີກ.