ລາວ ຮັບຮອງເອົາ ສົນທິສັນຍາ ວ່າດ້ວຍ ສິດທິເດັກນ້ອຍ

ສຸພັດຕາ
2023.11.20
ລາວ ຮັບຮອງເອົາ ສົນທິສັນຍາ ວ່າດ້ວຍ ສິດທິເດັກນ້ອຍ ເມື່ອຫຼາຍປີກ່ອນ ມີເດັກນ້ອຍນັກຮຽນຈຳນວນຫຼາຍສິບຄົນ ຈາກຄອບຄົວທີ່ທຸກຍາກ ຢູ່ເມືອງປາກຊ່ອງ ກຳລັງບຽນກັນຂຶ້ນຣົຖ ເພື່ອອອກໄປຮັບຈ້າງເກັບກາເຟ ເພື່ອຫາລາຍໄດ້ ຊ່ອຍຄອບຄົວ ຫລັງຈາກເລີກຮຽນ.
RFA

ທຸກໆປີ ໃນວັນທີ 20 ພຶສຈິກາ ແມ່ນວັນເດັກນ້ອຍ (ສາກົລ) ໂລກ ຫຼື World Children’s Day ເຊິ່ງວັນດັ່ງກ່າວນີ້ ມີການສເລີມສລອງການຮັບຮອງ ເອົາສົນທິສັນຍາ ວ່າດ້ວຍສິດທິເດັກ ຫຼື Convention on the Rights of the Child ແລະສ້າງຄວາມຮູ້ ຄວາມເຂົ້າໃຈ ດ້ານສິດທິ ແລະສວັດດີການຂອງເດັກນ້ອຍ.

ເນື່ອງໃນໂອກາດນີ້ ອົງການ UNICEF ປະຈໍາ ສປປລາວ ໄດ້ຈັດກອງປະຊຸມ ໂຕແທນເດັກນ້ອຍ ໂດຍມີຊາວໜຸ່ມລາວ ຈາກ 18 ແຂວງ ໄດ້ມາຮວມໂຕກັນ ເພື່ອປຶກສາຫາລື ແລະສເນີວິທີຮັບມື ກັບສິ່ງທ້າທາຍຕ່າງໆ ເປັນຕົ້ນ ການແຕ່ງງານກ່ອນວັຍ, ຄວາມປອດໄພທາງອິນເຕີເນັດ ແລະ ການປ່ຽນແປງຂອງດິນຟ້າອາກາດ ເປັນເວລາ 3 ມື້ ຕັ້ງແຕ່ວັນທີ 18 ຫາ ວັນທີ 20 ພຶສຈິກາ 2023.

ສະເພາະຢູ່ໃນປະເທດລາວ ນຶ່ງໃນປັນຫາທີ່ໜ້າເປັນຫ່ວງ ໃນກຸ່ມເດັກນ້ອຍລາວ ແມ່ນເຣື່ອງການສຶກສາ ປັດຈຸບັນ ຍັງມີເດັກນ້ອຍຫຼາຍຄົນ ທີ່ຍັງບໍ່ເຂົ້າເຖິງການສຶກສາ ແລະເດັກນ້ອຍທີ່ເຂົ້າເຖິງການສຶກສາ ບາງສ່ວນກໍບໍ່ສາມາດເຂົ້າເຖິງການສຶກສາ ທີ່ມີຄຸນນະພາບໄດ້.

ດັ່ງເຈົ້າໜ້າທີ່ພາກປະຊາສັງຄົມ ດ້ານການສຶກສາ ນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 20 ພຶສຈິກາ 2023 ນີ້ວ່າ:

“ສິ່ງທີ່ທ້າທາຍ ກໍຄື ການມາຮຽນຂອງເດັກນ້ອຍນີ້ແຫຼະ ມັນບໍ່ທັນເຕັມເມັດເຕັມໜ່ວຍ ຍ້ອນວ່າ ສະພາບເສຖກິຈແດ່ ສໍາຄັນກໍເຣື່ອງວຽກງານການສຶກສາແຫຼະ ຢາກໃຫ້ເຂົາເຈົ້າໄດ້ມີການເຂົ້າເຖິງ ການຮຽນການສອນ ທີ່ເທົ່າທຽມກັນຫັ້ນນ່າ ຫຼາຍຄົນກໍຍັງເຂົ້າບໍ່ເຖິງ ກະອີງໃສ່ເງື່ອນໄຂເສຖກິຈຄອບຄົວນັ້ນແຫຼະ.”

ຂະນະທີ່ ເຈົ້າໜ້າທີ່ພາກປະຊາສັງຄົມ ອີກທ່ານນຶ່ງ ກ່າວຄືກັນວ່າ ເດັກນ້ອຍລາວ ຍັງພົບຄວາມຫຍຸ້ງຍາກຫຼາຍປັດຈັຍ ໂດຍສະເພາະ ເດັກນ້ອຍທີ່ມາຈາກຄອບຄົວທຸກຍາກ ຍິ່ງໃນປັດຈຸບັນ ທີ່ເສຖກິຈຝືດເຄືອງ, ເງິນກີບອ່ອນຄ່າ ກໍຍິ່ງສົ່ງຜົລກະທົບຕໍ່ເດັກນ້ອຍຫຼາຍຂຶ້ນ ຍ້ອນພໍ່ແມ່ບໍ່ມີວຽກເຮັດ ເຮັດໃຫ້ບໍ່ສາມາດເຂົ້າເຖິງການສຶກສາ ແລະບໍຣິການພື້ນຖານອື່ນໆໄດ້ຄືເກົ່າ.

ດັ່ງທ່ານກ່າວໃນມື້ດຽວກັນນີ້ວ່າ:

“ເວົ້າລວມເຖິງເດັກນ້ອຍທົ່ວໄປ ບ້ານເຮົາກໍຍັງພົບຄວາມຫຍຸ້ງຍາກຫຼາຍປັດຈັຍເຈົ້າ ເວົ້າເຣື່ອງການສຶກສານີ້ແຫຼະເຈົ້າ ເວົ້າເຣື່ອງສຸຂອະນາມັຍເນາະ ເດັກນ້ອຍທີ່ພົບຄວາມຫຍຸ້ງຍາກ ຢູ່ບ້ານເຮົານີ້ ກໍແມ່ນ ເດັກນ້ອຍຄອບຄົວທຸກຍາກ ບໍ່ໄດ້ຮໍ່າຮຽນນີ້ນີ່ນ່າ ກະປະປ່ອຍລະເລີຍສາ ກະເຮັດໃຫ້ເດັກນ້ອຍຫັ້ນ ໄປເສເພເນາະ ຕິດຢາ ຂີ້ລັກງັດແງະ ອັນນີ້ແມ່ນປະກົດການຫຍໍ້ທໍ້ຫຼາຍ ເກີດຂຶ້ນຢູ່ບ້ານເຮົາຫັ້ນນ່າ ກໍຢາກຮຸນແຮງຂຶ້ນ ອັນນີ້ ເພາະວ່າ ຄົນບໍ່ມີວຽກເຮັດງານທໍາແດ່ ເສຖກິຈຝືດເຄືອງເນາະ ເງິນເຟີ້.”

ທ່ານກ່າວຕື່ມວ່າ ການແກ້ໄຂບັນຫາ ດ້ານເສຖກິຈຂອງແຕ່ລະຄອບຄົວນັ້ນ ຕ້ອງມີ ໂຄງການຊ່ອຍເຫຼືອປະຊາຊົນ ໃນການສ້າງຣາຍຮັບໃຫ້ຫຼາຍຂຶ້ນ ເພື່ອຊ່ອຍເຫຼືອຄອບຄົວຂອງເດັກນ້ອຍນັກຮຽນ.

ດ້ານຄຣູອາສາ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ກ່າວວ່າ ການລະເມີດສິດທິຂອງເດັກນ້ອຍ ຍັງມີຢູ່ຫຼາຍ ໂດຍສະເພາະເດັກນ້ອຍທີ່ຢູ່ໃນເຂດຫ່າງໄກ ໄປຊ່ອຍພໍ່ແມ່ເຮັດໄຮ່ ເຮັດສວນ ເຮັດໃຫ້ເດັກນ້ອຍ ບໍ່ສາມາດເຂົ້າເຖິງການຮຽນໄດ້ຕາມປົກກະຕິ.

ດັ່ງຍານາງ ກ່າວວ່າ:

“ສ່ວນຫຼາຍຢູ່ເຂດຫ່າງໄກສອກຫຼີກນີ້ ຂະເຈົ້າຈະ ເອົາລູກໄປເຮັດວຽກເນາະ ເພາະວ່າ ບໍ່ມີໃຜເຮັດວຽກຊ່ວຍຫັ້ນນ່າ ຂະເຈົ້າອາສັຍແຕ່ເຮັດໄຮ່ ຈຶ່ງໄດ້ເຂົ້າຫັ້ນນ່າ ຂະເຈົ້າເຮັດໄຮ່ກ້ວາງເນາະ ມັນບໍ່ຄົນຊ່ວຍ ແລ້ວດບາດນີ້ ພໍ່ແມ່ຢາກເອົາລູກໄປເຮັດໄຮ່ນໍາ ໄປເອົາເຂົ້າເອົານໍ້າວ່າຊັ້ນສ່າ ມາຂໍນໍາເຮົາເນາະ ມາຄອບຢູ່ໂຮງຮຽນ ຢາກເອົາລູກໄປເອົາເຂົ້ານໍາແນວນີ້ຫັ້ນນ່າເນາະ ລະກໍຈໍາເປັນເນາະ ຄັນວ່າມາຂໍແນວນັ້ນຫັ້ນນ່າ.”

ຢູ່ເມືອງຕຸ້ມລານ ແຂວງສາລະວັນ ມີີຈໍານວນນັກຮຽນປະຖົມຫຼຸດລົງທຸກປີ ຍ້ອນສະພາບເສຖກິິຈຄອບຄົວ ຂອງນັກຮຽນແຕ່ລະຄົນ ແລະຕອນນີ້ ເຖິງຣະດູເກັບກ່ຽວແລ້ວ ພໍ່ແມ່ນັກຮຽນ ທີ່ຕ້ອງໄປເຮັດວຽກຢູ່ສວນກ້ວຍ, ສວນກາເຟ ກໍຈະພາເດັກນ້ອຍໄປນໍາ ເຖິງແມ້ຄຣູ ແລະຫ້ອງການ ຈະໄດ້ໄປປຸກຣະດົມແລ້ວ ແຕ່ຍັງບໍ່ສາມາດແກ້ບັນຫານີ້ໄດ້.

ນອກຈາກນີ້ ສະພາບໂຄງຮ່າງພື້ນຖານການສຶກສາ ເປັນຕົ້ນ ຫ້ອງຮຽນ ກໍບໍ່ພຽງພໍຕໍ່ຊັ້ນຮຽນ ນັກຮຽນຕ່າງລະດັບຊັ້ນຕ້ອງຮຽນນໍາກັນ ສ່ວນອຸປະກອນໃນການຮຽນອື່ນໆ ເປັນຕົ້ນ ອຸປະກອນວິທະຍາສາດ, ອຸປະກອນກິລາ ແລະອຸປະກອນສິລປະ ກໍບໍ່ມີ.

ດັ່ງຄຣູປະຖົມ ຢູ່ເມືອງຕຸ້ມລານ ແຂວງສາລະວັນ ທ່ານນຶ່ງ ກ່າວວ່າ:

“ໂຕນັ້ນບໍ່ມີເລີຍ ຄັນວ່າ ໂຮງຮຽນສິໄລ່ເຂົ້າມາ ໂຮງຮຽນຫຼັງເຮົາ ບໍ່ມີຫຍັງເລີຍ ເພາະວ່າ ມັນມີຫ້ອງວ່າງເລີຍຫັ້ນນ່າ ບໍ່ມີຫ້ອງວ່າເລີຍ ເພາະວ່າເຕັມສາມຫ້ອງກໍແມ່ນຮຽນເບິດ ແຕ່ວ່າ ຄຣູອາຈານເຮົາ ກໍຍັງບໍ່ມີຫ້ອງການ ທີ່ວ່າອາສັຍວ່າ ປະຈໍາຢູ່ຫ້ອງໃຜຫ້ອງມັນ.”

ໃນປີນີ້ ຖືວ່າ ຄົບຮອບ 50 ປີ ທີ່ຣັຖບານລາວ ແລະ ອົງການ UNICEF ຮ່ວມມືກັນ ເຮັດວຽກ ປົກປ້ອງສິດທິເດັກນ້ອຍ ໃນປະເທດລາວ ທ່ານ ສາສດາຈານ ດຣ. ກິແກ້ວ ໄຂຄຳພິທູນ, ຮອງນາຍົກຣັຖມົນຕຣີ ໃນຖານະຕຳແໜ່ງປະທານ ຄະນະກັມມະການ ເພື່ອຄວາມກ້າວໜ້າ ຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ກ່າວກັບສື່ມວນຊົນ ເຖິງຂໍ້ທ້າທາຍ ໃນວຽກງານດັ່ງກ່າວ ວ່າ ໃນການປົກປ້ອງ ແລະຊ່ອຍເຫຼືອເດັກນ້ອຍ ໃນລະດັບສູນກາງ  ແລະທ້ອງຖິ່ນ ຍັງມີຂໍ້ທ້າທາຍຫຼາຍດ້ານ ໃນການເຮັດວຽກ ການຕິດຕາມ ແລະການສລຸບຜົນ ນອກຈາກນີ້ ຍັງຂາດເຂີນພະນັກງານ ແລະງົປມານໃນການເຮັດວຽກນໍາ.

ຢ່າງໃດກໍຕາມ ເພື່ອປະຕິບັດຕາມສົນທິສັນຍາ ວ່າດ້ວຍ ສິດທິເດັກ ຣັຖບານ ກໍໄດ້ປັບປຸງກົດໝາຍ ແລະ ນິຕິກຳຕ່າງໆ ເພື່ອປົກປ້ອງສິດ ແລະຜົນປໂຍດຂອງເດັກນ້ອຍ ໂດຍໄດ້ກະກຽມນະໂຍບາຍ ເພື່ອແກ້ໄຂບັນຫາການຄ້າມະນຸສ ໃນເດັກນ້ອຍ, ການຄ້າປະເວນີເດັກ ແລະຮູບພາບລາມົກອານາຈານ ຂອງເດັກນ້ອຍ.

ນອກຈາກນີ້ ດຣ. ກິແກ້ວ ຍັງເນັ້ນຢໍ້າເຖິງຄວາມພຍາຍາມ ໃນການປະເມີນສະພາບການເປັນຢູ່ຂອງເດັກນ້ອຍ ແລະການປັບປຸງຖານຂໍ້ມູນລະດັບຊາຕ ທີ່ກ່ຽວຂ້ອງກັບເດັກນ້ອຍນໍາ ໂຄງການນີ້ ຈະປະກອບດ້ວຍ ການສໍາຣວດປະຊາກອນ ແລະການສໍາຣວດ ການໃຊ້ແຮງງານເດັກນ້ອຍ ຮວມເຖິງການສ້າງແຜນລະດັບຊາຕ ເພື່ອປ້ອງກັນ ແລະລົບລ້າງແຮງງານເດັກນ້ອຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.