ການສັກວັກຊິນປ້ອງກັນ ພະຍາດໝາກແດງ ຍັງບໍ່ໄດ້ຕາມເປົ້າໝາຍ
2024.07.01
ຢູ່ຫຼາຍແຂວງຂອງລາວ ການສັກວັກຊິນ ກັນພະຍາດໝາກແດງ ທັງໝາກແດງໃຫຍ່ (Measles) ແລະໝາກແດງນ້ອຍ (Rubella) ໃຫ້ເດັກນ້ອຍ ອາຍຸແຕ່ 9 ເດືອນ ຫາ 59 ເດືອນ ໄດ້ບໍ່ເຖິງ 95% ຄືໄດ້ຕໍ່າກວ່າຄາດໝາຍ ທີ່ອົງການອະນາໄມໂລກແນະນໍາ ໃນການປ້ອງກັນການລະບາດຂອງພະຍາດນີ້.
ສະເພາະ ແຂວງອັດຕະປື ປີ 2023 ສັກວັກຊິນ ກັນພະຍາດໝາກແດງ ໄດ້ພຽງ 89% ແລະໃນໄລຍະໂຄວິດ-19 ລະບາດ ເດັກນ້ອຍກຸ່ມເປົ້າໝາຍ ໄດ້ຮັບການສັກວັກຊິນນີ້ພຽງ 70%, ໂຕເລກມັນຕໍ່າ, ອີງຕາມຄໍາເວົ້າຂອງ ເຈົ້າໜ້າທີ່ພະແນກສາທາລະນະສຸກ ແຂວງອັດຕະປື ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ມິຖຸນາ ທີ່ຜ່ານມາ.
“ໂຕເລກເຮົາມັນມາຕໍ່າລົງ ຊ້ວງມັນມີການລະບາດຂອງພະຍາດໂຄວິດຫັ້ນເນາະ ເຮັດໃຫ້ພວກເຮົາຕໍ່າມາເລີຍ ຊ້ວງຫັ້ນ ເຮົາກະສຸມໃສ່ຫລາຍວັກຊິນແດ່ ຫລາຍພະຍາດແດ່ກໍເລີຍ ເຮັດໃຫ້ຕົວເລກພວກເຮົາຫັ້ນຫລົດ ສໍາລັບໝາກແດງຫັ້ນນ່າ ຢູ່ແຂວງອ້າຍນີ້ ຄັນວ່າຕໍ່າ ແທ້ ກໍພັດບໍ່ແມ່ນຕໍ່າຈົນເຖິງຂັ້ນວ່າ ວິກິດວ່າຊັ້ນໄປ ມັນກໍບໍ່ສາມາດບັນລຸໄດ້ຮອດ 95 ວ່າງ່າຍໆ ໝາກແດງປີ 2022 ນີ້ອ້າຍໄດ້ 79 ປີ 2023 ນີ້ອ້າຍໄດ້ 89 ປີ 2019 2021 ນີ້ ມັນຢາກຕໍ່າ ຫັ້ນບໍ່ມັນມີແຕ່ 79% ມາໃສ່ 2023 ນີ້ ເອີ ຍັງຄຸມໂຄວິດໄດ້ຢູ່ ຊ້ວງຕົ້ນປີເນາະ.”
ທ່ານກ່າວຕື່ມວ່າ ພະແນກສາທາລະນະສຸກ ແຂວງອັດຕະປື ຂາດເຂີນງົບປະ ມານ ໃນການໄປສັກວັກຊິນ ແລະພໍ່ແມ່ ຜູ້ປົກຄອງເດັກນ້ອຍກຸ່ມເປົ້າໝາຍ ກໍບໍ່ຢູ່ເຮືອນ, ພາກັນອອກໄປເຮັດວຽກ ຫາກິນຢູ່ໄກ, ດັ່ງນັ້ນຈຶ່ງເຮັດໃຫ້ອັດຕາການສັກວັກຊິນກັນພະຍາດໝາກແດງ ບໍ່ໄດ້ເຖິງ 95% ຕາມເປົ້າໝາຍ, ຊຸດກ່ອນກໍ ໄດ້ເຮັດ ຕັ້ງແຕ່ປີ 2017.
“ເຮົາເຮົດຊຸດກ່ອນພຸ້ນ ເຮົາເຮັດຂຸດກ່ອນພຸ້ນ ກໍຕັ້ງແຕ່ປີ 2017 ພຸ້ນແຫລະ ເຮັດ ວສຊ ນີ້ນ່າທຸກໆ 3 ປີ 5 ປີ ມັນກໍຕ້ອງໄດ້ເຮັດ ວສຊ ຫັ້ນລະຄັນສິເວົ້ານະ ງົບປະມານກໍເປັນປັດໃຈໜຶ່ງ ກໍພວກອ້າຍ ເງິນພັກລັດຖະການມັນກໍໜ້ອຍຫັ້ນແຫລະ ຄັນສິເວົ້າປະຊາຊົນເຮົານີ້ກໍ ອັດຕະປືນີ້ປະຊາຊົນ ກໍຂ້ອນຂ້າງທີ່ວ່າຢູ່ກະແຈກກະຈາຍຫັ້ນແຫລະ. ຫາກິນເຮັດຮົ້ວເຮັດສວນ ເຮັດສວນມັນຕົ້ນ ສວນກ້ວຍສວນອ້ອຍຈັ່ງຊັ້ນແຫລະເນາະ. ຕາມຍຸດທະສາດກະຊວງເຮົາ ລະແມ່ວ່າກຸ່ມເປົ້າໝາຍ ຕ້ອງມາຮັບການບໍລິການຢູ່ນໍາແພດ ນໍາໝໍເນາະ. ຢູ່ໃນໜ່ວຍຄົງທີ່ຫລືວ່າໜ່ວຍເຄື່ອນທີ່ ເປັນຈຸດຫັ້ນນ່າ, ແຕ່ວ່າພະນັກງານເຮົາກໍເລາະສັກ ຄືເກົ່າຫັ້ນແຫລະ ອັນນີ້ບັນຫາຕາມໂຕຈິງ.”
ຢູ່ເມືອງບາຈຽງຈະລີນສຸກ ແຂວງຈໍາປາສັກ ກ່ອນປີ 2023 ການສັກວັກຊິນນີ້ ບໍ່ໄດ້ເຖິງ 95% ຕາມເປົ້າໝາຍ ຍ້ອນບໍ່ມີງົບປະມານ ຈົນວ່າອົງການຈັດຕັ້ງສາກົນ ໃຫ້ການຊ່ອຍເຫຼືອ ຈຶ່ງສາມາດບັນລຸໄດ້ຕາມເປົ້າໝາຍນັ້ນ ໃນປີ 2023.
ໃນປີ 2024 ນີ້ ກະຊວງສາທາລະນະສຸກ ເປີດຂະບວນການສັກວັກຊິນ ກັນພະຍາດໝາກແດງ ທັງໝາກແດງໃຫຍ່ ແລະໝາກແດງນ້ອຍ ທົ່ວປະເທດ ໃຫ້ກຸ່ມເປົ້າໝາຍ ຄືເດັກນ້ອຍ ອາຍຸແຕ່ 9 ເດືອນຫາ 59 ເດືອນ ຕາມແຜນວັນສັກຢາກັນພະຍາດແຫ່ງຊາດ ຫລື ວສຊ ຊຶ່ງຢູ່ເມືອງບາຈຽງຈະລີນສຸກ ໄດ້ເປີດສັກແຕ່ວັນທີ 20 ຫາວັນທີ 31 ພຶດສະພາທີ່ຜ່ານມານັ້ນ ເຈົ້າໜ້າທີ່ ພະແນກສາທາລະນະສຸກ ແຂວງຈໍາປາສັກ ເວົ້າວ່າ ໃນປີນີ້ ມີ 5 ເມືອງເປົ້າໝາຍ ທີ່ວ່າ ການສັກວັກຊິນກັນພະຍາດໝາກແດງ ຈະບໍ່ໄດ້ເປົ້າໝາຍ ຮວມທັງເມືອງບາຈຽງຈະເລີນສຸກ ທີ່ມີກຸ່ມເປົ້າໝາຍ 4,200 ປາຍຄົນນັ້ນ ໃຫ້ໄດ້ຮັບການສັກວັກຊິນເຖິງ 95% ດັ່ງທີ່ທ່ານກ່າວວ່າ.
“ມັນມີ 5 ເມືອງທີ່ວ່າເປົ້າໝາຍການສັກຢາ ໝາກແດງມັນສິບໍ່ບັນລຸຫັ້ນນ່າ ເພິ່ນຈັ່ງວ່າລົງມາຊ່ວຍ ຢູ່ໃນລັອກຂອງປີ 2023 ເພິ່ນກໍມີງົບປະມານສະເພາະໃຫ້ ໃນ 5 ເມືອງນີ້ເນາະ ມີເມືອງບາຈຽງ ເມືອງຊະນະສົມບູນ ແຕ່ວ່າຕະລຸມບອນຢູ່ 2023 ຫັ້ນ ເຮົາກໍໄດ້ເງິນພິເສດຂອງໂຕນີ້ ມາເຮັດໝາກແດງຫັ້ນຈັ່ງວ່າ ໂຕເລກຂອງປີ 2023 ເຮົາບັນລຸປີຜ່ານມາ ເຮົາບໍ່ບັນລຸ ເຮົາຈະສູ້ອີກ ຮອດວັນທີ 30 ພຶດສະພາ 2024 ຖືວ່າເປົ້າໝາຍ 95 ບັນລຸແນ່ນອນ ຄືເພິ່ນສະເໜີນີ້ແຫລະ ມັນບໍ່ມີແຕ່ປະເທດເຮົາ ມີ 3 ປະເທດທີ່ເຮັດພ້ອມກັນ ໃນໝວດນີ້ ມີມາເລເຊັຽ ຂະເມນ ແລະກໍລາວ ອັນທີໜຶ່ງ ກໍແມ່ນບໍ່ໃຫ້ມັນລະບາດ ອັນທີ 2. ກໍລົບລ້າງໝາກແດງນີ້ແຫລະ.”
ຢູ່ບາງເມືອງ ຂອງແຂວງຫົວພັນ ອັດຕາການສັກວັກຊິນທີ່ວ່ານີ້ ກໍບໍ່ເຖິງ 95% ເຊັ່ນເມືອງຊໍາໃຕ້ ແລະເມືອງກວັນ ຊຶ່ງຂະບວນການວັນສັກຢາກັນພະຍາດແຫ່ງຊາດນີ້ ຈະໄດ້ຮັບການຈັດຕັ້ງປະຕິບັດທຸກໆ 4-5 ປີ ຂື້ນຢູ່ກັບຄໍາແນະນໍາ ຂອງກະຊວງສາທາລະນະສຸກ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ພະແນກສາທາລະນະສຸກ ແຂວງຫົວພັນ ໃນມື້ວັນທີ 24 ມິຖຸນາທີ່ຜ່ານມາ.
“ກໍຕໍ່າເດ້ກໍຮູ້ສຶກວ່າ ຕໍ່າເນາະ ມັນຈະບາງເມືອງ ກໍໄດ້ບາງເມືອງກໍບໍ່ໄດ້ເນາະ ມັນກໍສິ 70 80 90 ເນາະ. ບາງເມືອງກໍຈົນ 100 ຫັ້ນແຫລະເນາະ ຫັ້ນນ່າ. ແລ້ວແຂວງຫົວພັນມັນກໍຢູ່ໃນປີ 2019 ມັນຈະລະບາດຢູ່ໃນເມືອງຊໍາໃຕ້ດ ເມືອງກ້ວນຫັ້ນນ່າ ຫລັກໆ. ກໍດີແທ້ ກໍໃຫ້ມັນໄດ້ 95% ຂຶ້ນເມືອຫັ້ນແຫລະ ມັນຍັງບໍ່ທັນໄດ້ດີຫັ້ນແຫລະເນາະ. ສໍາລັບການສັກໝາກແດງ ຢູ່ໃນທົ່ວປະເທດລາວ ຍັງຂ້ອນຂ້າງຕໍ່າຫັ້ນນ່າ 4-5 ປີເດ້ ເຂົາເຈົ້າຈະເຮັດເທື່ອໜຶ່ງເນາະ. ສໍາລັບຂະບວນການໂຕນີ້.”
ຢູ່ເມືອງກວັນ ປະຊາຊົນເວົ້າວ່າ ມີເດັກນ້ອຍ ເປັນພະຍາດໝາກແດງ ແຕ່ບໍ່ເຖິງຂັ້ນຮ້າຍແຮງ ບໍ່ເສຍຊີວິດ ແລະບໍ່ໄດ້ແພ່ລະບາດ, ເປັນບ້ານລະຄົນສອງຄົນ.
“ຄືວ່າມັນກໍມີຢູ່ ເດັກນ້ອຍປະມານປີໜຶ່ງ 2 ປີເປັນໃຂ້ອອກໝາກແດງນ້ອຍໆ ມີຢູ່ແຕ່ວ່າໃຫ້ເປັບແບບແຜ່ລະບາດຫັ້ນ ບໍ່ມີ ສົມມຸດບາງບ້ານຫັ້ນ ມີຜູ້ໜຶ່ງ 2 ຄົນທີ່ເປັນຫັ້ນນ່າ ສໍ່ານັ້ນດອກ ກໍບໍ່ໄດ້ວ່າເປັນອັນໃຫຍ່ໆ ບໍ່ຄ່ອຍມີດອກ ເປັນກ່ອນໜ້ານີ້ ປີນີ້ື ບໍ່ທັນມີ ຊົນເຜົ່າມົ້ງນ່າ. ມັນເວົ້າເລື້ອງການດູແລຮັກສາ ຂອງເຂົາ. ມັນຍັງບໍ່ທັເຮັດໄດ້ດີພໍເທົ່າທີ່ຄວນຫັ້ນນ່າ. ສໍາຄັນແມ່ນເຂົາ ເວົ້າເລື້ອງການສັກຢານີ້ແຫລະ. ບາງຄັ້ງໄດ້ສັກ ບາງຄັ້ງກໍບໍ່ໄດ້ສັກຫັ້ນນ່າ ເພາະວ່າເດັກນ້ອຍມັນໃຫຍ່ມັນໄປນໍາພໍ່ນໍາແມ່. ໄປອັນນັ້ນຫັ້ນນ່າເນາະ ມັບໍ່ໄດ້ຢູ່ເຮືອນ ບາງຄັ້ງມັນກໍບໍ່ໄດ້ສັກ.”
ໃນປີ 2024 ນີ້, ແຂວງອັດຕະປື ທີ່ມີເດັກນ້ອຍກຸ່ມເປົ້າໝາຍ ສັກວັກຊິນກັນພະຍາດໝາກແດງ ຈໍານວນ 17,000 ປາຍຄົນນັ້ນ ໄດ້ສັກວັກຊິນແລ້ວ 47%, ຢູ່ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ທີ່ມີເດັກນ້ອຍກຸ່ມເປົ້າໝາຍ 4,200 ປາຍຄົນ ໄດ້ສັກວັກຊິນແລ້ວ 52%, ສ່ວນເລື່ອງເດັກນ້ອຍ ເປັນພະຍາດໝາກແດງນັ້ນ ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ ທີ່ວິທຍຸເຊັຽເສຣີ ໄດ້ສໍາພາດ ແມ່ນຍັງບໍ່ມີລາຍງານເທື່ອ.