ຄວາມບໍ່ໝັ້ນຄົງ ດ້ານສະບຽງອາຫານ ໃນລາວ ຍັງໜ້າຫ່ວງ

ພູວົງສ໌
2022.02.01
ຄວາມບໍ່ໝັ້ນຄົງ ດ້ານສະບຽງອາຫານ ໃນລາວ ຍັງໜ້າຫ່ວງ ນັກຮຽນ ໃນໂຮງຮຽນແຫ່ງນຶ່ງ ເຂດຫ່າງໄກ ຂອງແຂວງອຸດົມໄຊ, ເດືອນຕຸລາ 2021
ນັກຂ່າວ ພົລເມືອງ

ຣັຖບານລາວ ແລະ ອົງການອາຫານໂລກ ໄດ້ຣາຍງານ ໃນກອງປະຊຸມ ທົບທວນການຈັດຕັ້ງປະຕິບັດ ແຜນງານໃນປີຜ່ານມາ ແລະ ແຜນຍຸທສາດ ຮ່ວມມືໄລຍະໃໝ່ (2022-2026) ວ່າ ເຖິງວ່າປະເທດລາວ ຈະມີຄວາມຄືບໜ້າ ໃນການພັທນາ ເສຖກິຈ-ສັງຄົມ ຢ່າງຈະແຈ້ງ, ແຕ່ກໍຍັງຢູ່ໃນອັນດັບທີ 78 ຂອງໂລກ ຈາກ 116 ປະເທດ ໃນດັດຊະນີ ຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ. ດັດຊະນີນີ້, ຍັງຊີ້ໃຫ້ເຫັນວ່າ ເດັກນ້ອຍ 1 ໃນ 3 ແລະ 20% ຂອງຈຳນວນປະຊາກອນ ຕ້ອງປະເຊີນກັບ ຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ໃນບາງໄລຍະ ຂອງແຕ່ລະປີ.

ເປັນຕົ້ນ ຢູ່ແຂວງຫົວພັນ ໃນປີ 2021, ມີເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ອຶດຫິວ ຈົນເຮັດໃຫ້ຂາດສານອາຫານ ແລ້ວເກີດພາວະຈ່ອຍ ນ້ຳໜັກບໍ່ໄດ້ມາຕຖານ 13.48% ຫຼື 1,816 ຈາກເດັກນ້ອຍທີ່ມາກວດສຸຂພາບ ທັງໝົດ 13,807 ຄົນ ແລະ ມີເດັກນ້ອຍຂາດສານອາຫານ ຈົນກາຍເປັນຄົນຕ່ຳເຕັ້ຽ ລວງສູງບໍ່ໄດ້ມາຕຖານ 20.02% ຫຼື 4,079 ຄົນ ຈາກເດັກນ້ອຍທີ່ມາກວດສຸຂພາບ ທັງໝົດ 20,376 ຄົນ. ສາເຫດທີ່ເຮັດໃຫ້ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ປະສົບບັນຫາອຶດຫິວ ຍ້ອນຄອບຄົວ ມີຖານະທຸກຍາກ ຈຶ່ງບໍ່ມີອາຫານຄົບໝວດໝູ່ ໄວ້ກິນພາຍໃນຄົວເຮືອນ. ອີກທັງໂຄງການສາກົລ ເພື່ອສົ່ງເສີມສະບຽງອາຫານ ໃຫ້ປະຊາກອນພາຍໃນແຂວງ ບໍ່ທົ່ວເຖິງ ເປັນຕົ້ນ ໂຄງການຕົ້ມເຂົ້າປຽກ, ໂຄງການປູກຝັງ-ລ້ຽງສັດ ແລະ ໂຄງການອາຫານເສີມ ໃຫ້ເດັກນ້ອຍ ຈະເຂົ້າເຖິງຢູ່ແຕ່ 2 ເມືອງເທົ່ານັ້ນ ຄື ເມືອງວຽງໄຊ ແລະ ເມືອງຊຽງຄໍ້, ຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ຜແນກສາທາຣະນະສຸຂ ແຂວງຫົວພັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 1 ກຸມພາ ນີ້ວ່າ:

“ສ່ວນຫຼາຍເຂົາເຈົ້າ ກໍຊິກິນຜັກ ກິນຫຍ້າໄປຊັ້ນແຫຼະ ເຣື່ອງວ່າ ຊີ້ນປາອາຫານນີ້ ຄົບໝູ່ນີ້ ກໍຍາກຊິໄດ້ກິນຫັ້ນແຫຼະເນາະ. ເຣື່ອງໂຄງການ ກໍສົ່ງເສີມຢູ່ເນາະ ເຂົາກໍບໍ່ໄດ້ເຂົ້າໄປໝົດທຸກເມືອງ ມີແຕ່ເຂົ້າຢູ່ໃນເມືອງວຽງໄຊ ກັບເມືອງຊຽງຄໍ້ ເທົ່ານັ້ນ.”

ສ່ວນເມືອງກະລຶມ ແຂວງເຊກອງ ທີ່ຖືກຈັດ ເປັນເມືອງທີ່ມີຄວາມທຸກຍາກ ອັນດັບທີ 2 ຂອງລາວ ກໍມີປະຊາຊົນ ຈຳນວນຫຼາຍຄອບຄົວ ທີ່ປະສົບບັນຫາອຶດຫິວ ເນື່ອງຈາກບໍ່ໄດ້ຮັບການຊ່ອຍເຫຼືອ ດ້ານເຂົ້າສານ ເພື່ອໄວ້ກິນຢ່າງຕໍ່ເນື່ອງ ຍ້ອນວ່າ ມີການປິດຊາຍແດນ ລາວ-ວຽດນາມ ເປັນໄລຍະຕລອດປີ 2020-2021. ອີກທັງເຂົ້າສານ ທີ່ວຽດນາມໃຫ້ການຊ່ອຍເຫຼືອ ກໍບໍ່ທົ່ວເຖິງ ປະຊາກອນລາວ ທີ່ອາສັຍຢູ່ໃນເຂດຊາຍແດນ ເນື່ອງຈາກເສັ້ນທາງ ເພື່ອຂົນສົ່ງເຂົ້າສານ ຫຼືເຄື່ອງຂອງ ອາຫານແຫ້ງ ທີ່ໄດ້ຮັບການຊ່ອຍເຫຼືອ ຈາກວຽດນາມ ບໍ່ເອື້ອອຳນວຍ ຈຶ່ງເປັນຜົລໃຫ້ ປະຊາກອນພາຍໃນເມືອງ ລວມເຖິງເດັກນ້ອຍພາຍໃນເມືອງ ອຶດຫິວ ເພາະຂາດສະບຽງອາຫານ. ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງກະລຶມ ກ່າວໃນມື້ດຽວກັນນີ້ວ່າ:

“ກະຂາດເຂີນອີ່ຫຼີແຫຼະ ໄລຍະເຂົາເຄື່ອນໄຫວ ບໍ່ໄດ້ເດ້. ຊິມາທາງວຽດ ກະມາບໍ່ໄດ້ ມີແຕ່ອາສັຍຕາມປ່າ ຕາມດົງແຫຼະ ຫາກິນຫາຢາກ. ນາຊິເຮັດນາ ພັດບໍ່ມີ ມັນເປັນດິນ ເປັນດິນຫິນ ເປັນຫຍັງ, ຫັ້ນແຫຼະ ເຮັດຕາມຍອດຫ້ວຍ ຍອດຫຍັງຫັ້ນແຫຼະ ຈ໊ອກໆ-ແຈ໊ກໆ ມັນກໍບໍ່ກຸ້ມ. ເພາະວ່າຫ່າງໄກສອກຫຼີກ ກໍຍາກເດ້ ຊິກິນອາຫານຄົບ 5 ໝູ່. ໄດ້ແຕ່ອາສັຍແຕ່ກິນ ແຕ່ຜັກຫຍ້ານັ້ນແຫຼະ, ຜັກປູກເອງແຫຼະ ຍອດໝາກແຕງ ຍອດອີ່ຫຍັງ ຫັ້ນແຫຼະ. ຕົ້ນຜັກກາດຫັ້ນແຫຼະ ອັນອື່ນມັນຊິບໍ່ມີຫັ້ນແຫຼະ.”

ສຳລັບຢູ່ເມືອງຊຽງຮ່ອນ ແຂວງໄຊຍະບູຣີ ກໍຍັງມີເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຂາດສານອາຫານສູງ 20 ປາຍ%, ໂດຍສະເພາະພາວະຈ່ອຍ ເນື່ອງຈາກປະຊາຊົນ ເຂດຫ່າງໄກສອກຫຼີກ ມີຖານະທຸກຍາກ ຈຶ່ງບໍ່ມີອາຫານການກິນ ຄົບຖ້ວນ ອີກທັງໂຄງການອາຫານເສີມ ໃຫ້ເດັກນ້ອຍ ກໍໄດ້ຖືກໂຈະໄປແລ້ວ 4 ປີ ລວມເຖິງວິຖີຊີວິດ ຂອງຜູ້ປົກຄອງ ຕ້ອງໄດ້ອອກໄປເຮັດໄຮ່ ຈຶ່ງປະເດັກນ້ອຍ ໃຫ້ຢູ່ນຳຜູ້ເຖົ້າ ແບບປະຖົມປະຖານ. ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸຂ ເມືອງຊຽງຮ່ອນ ກ່າວໃນມື້ດຽວກັນນີ້ວ່າ:

“ເພາະວ່າ ມັນຢູ່ເຂດນອກ ມັນບໍ່ມີອາຫານເນາະ, ບໍ່ມີອາຫານການກິນເນາະ ລ້ຽງລູກຕາມທັມມະຊາດເນາະ ກໍຫຍຸ້ງຍາກຢູ່ ກໍພົບເຫັນຫຼາຍບ້ານຢູ່. ໄລຍະຜ່ານມານີ້ 3-4 ປີ ມີໂຄງການຊ່ອຍເຫຼືອ ກ່ຽວກັບອາຫານເສີມໃຫ້ເດັກ ໂຈະໄປແລ້ວ ອາຫານເສີມໂຕນັ້ນ ໂຈະໄປແລ້ວ.”

ທ່ານກ່າວຕື່ມວ່າ ຫາກບໍ່ແມ່ນເທສການ ຫຼືພິທີການ ທີ່ສຳຄັນ ເປັນຕົ້ນ ງານຂຶ້ນເຮືອນໃໝ່ ແລະ ງານແຕ່ງດອງ ປະຊາຊົນເຂດນອກ ກໍຈະບໍ່ໄດ້ກິນອາຫານ ປະເພດຊີ້ນສັດ ເນື່ອງຈາກການລ້ຽງສັດ ຂອງພວກເຂົາເຈົ້າ ເປັນໄປແບບປະຖົມປະຖານ ບໍ່ໄດ້ລ້ຽງຈຳນວນຫຼາຍ ເພື່ອສ້າງເປັນອາຊີບ ແລະ ລາຍໄດ້ ຈຶ່ງບໍ່ສາມາດ ຫຼຸດພົ້ນຈາກຄວາມອຶດຫິວໄດ້.

ນອກຈາກນີ້, ປະຊາຊົນຢູ່ເມືອງໂຂງ ແຂວງຈຳປາສັກ ກໍຍັງມີຄວາມທຸກຍາກ ຂາດເຂີນດ້ານສະບຽງອາຫານ ເປັນຕົ້ນ ປະຊາຊົນໃນເຂດບ້ານ ທີ່ຖືກຈັດສັນເນື້ອທີ່ດິນທຳກິນ ແລະ ທີ່ຢູ່ອາສັຍໃໝ່ ຈຳນວນທັງໝົດ 261 ເຮັກຕ້າຣ ຈາກໂຄງການກໍ່ສ້າງ ເຂື່ອນເຊປຽນ-ເຊນ້ຳນ້ອຍ ແລະ ດິນຈັດສັນ ເພື່ອເຮັດການກະເສດນັ້ນ ເປັນດິນແຮ່ ປູກຜັກ, ປູກກາເຟ, ເຮັດນາປີ ບໍ່ໄດ້ ຫຼືໂຄງການສົ່ງເສີມການລ້ຽງສັດ ກໍບໍ່ມີ ຈຶ່ງເຮັດໃຫ້ເຂົາເຈົ້າ ເຮັດໄດ້ພຽງແຕ່ປູກເຂົ້າໄຮ່ ແລະ ຫາກິນແບບປະຖົມປະຖານ ບໍ່ສາມາດມີອາຊີບ ປູກກາເຟ ສ້າງລາຍໄດ້ ຄືກຸ່ມບ້ານ 1 ຫາກຸ່ມບ້ານ 7 ທີ່ບໍ່ອຶດຫິວ ກຸ້ມຢູ່ກຸ້ມກິນ. ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງໂຂງ ກ່າວໃນມື້ດຽວກັນນີ້ວ່າ:

“ກະບໍ່ປູກຝັງ ລ້ຽງສັດອື່ນໆນຳເນາະ ມັນກໍບໍ່ໄດ້, ຫັ້ນນ່າ ຄັນຊັ້ນກິນແບບ ກິນແບບທັມມະຊາດນີ້ແຫຼະ ເຂົ້າປ່າເຂົ້າດົງ. ການຕອບສນອງ ເຣື່ອງທາງດ້ານສະບຽງອາຫານ ກໍບໍ່ພຽງພໍຫັ້ນແຫຼະ ວ່າຊັ້ນສາ. ຫາຢູ່ຫາກິນ ແບບຕາມທັມມະຊາດ, ຫັ້ນແຫຼະ ໄດ້ກໍກິນ ບໍ່ໄດ້ກໍກິນຈຸກິນແຈ່ວໄປ.”

ຂະນະທີ່ຢູ່ເມືອງຊົນນະບູຣີ ແຂວງສວັນນະເຂດ ກໍມີປະຊາຊົນ ຈຳນວນນຶ່ງ ບໍ່ມີເງິນທຶນຊື້ປຸ໋ຍ, ນ້ຳມັນ, ແນວພັນເຂົ້າ ແລະ ບໍ່ມີແຮງງານ ເພື່ອເຮັດນາປີ ຈຶ່ງເຮັດໃຫ້ປະຊາຊົນກຸ່ມນີ້ ອຶດຫິວ ບໍ່ມີເຂົ້າກຸ້ມກິນໝົດປີ. ສ່ວນດ້ານອື່ນ ບໍ່ວ່າຈະເປັນຊີ້ນ, ໝາກໄມ້ ຍິ່ງອຶດຫິວ ແຮງກວ່າແນວອື່ນ. ອີກທັງປະຊາຊົນ ອີກຈຳນວນນຶ່ງ ແມ່ນເຮັດນາປີແລ້ວ ພັດຖືກນ້ຳຖ້ວມ ເສັຽຫາຍ 266 ເຮັກຕ້າຣ ຈຶ່ງເຮັດໃຫ້ປະຊາຊົນ ຈຳນວນນີ້ ທີ່ມີຖານະທຸກຍາກຢູ່ແລ້ວ ອຶດເຂົ້າໄປຕື່ມນຳດ້ວຍ. ດັ່ງເຈົ້າໜ້າທີ່ ຫ້ອງການກະສິກັມ ແລະ ປ່າໄມ້ ເມືອງຊົນນະບູຣີ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:

“ປະຊາຊົນອຶດຫິວນີ້ ແນວນີ້ ນຶ່ງແຫຼະແມ່ນນ້ຳຖ້ວມ ພື້ນທີ່ສ່ຽງ ມັນຕ່ຳ, ຫັ້ນນ່າ ຄອບຄົວເຂົາເຈົ້າ ຂາດແຮງງານ, ຫັ້ນນ່າ. ນຶ່ງແຮງງານ, ສອງ ເຣື່ອງທຶນ ວ່າຊັ້ນສາ. ຂາດແຮງງານ ສົມມຸດວ່າ ບໍ່ມີແຮງງານຜລິຕ ແຮງງານດຳນາ, ຫັ້ນນ່າ ມັນກໍມີສ່ວນໃຫ້ອຶດ, ເວົ້າແນວນັ້ນສາ.”

ຢູ່ໃນກອງປະຊຸມ ທົບທວນການຈັດຕັ້ງປະຕິບັດ ແຜນງານໃນປີຜ່ານມາ ແລະ ແຜນຍຸທສາດ ຮ່ວມມືໄລຍະໃໝ່ (2022-2026) ຍັງໄດ້ກ່າວເຖິງ ດັດຊະນີ ຄວາມບໍ່ໝັ້ນຄົງ ທາງດ້ານສະບຽງອາຫານ ຂອງລາວ ຍັງສົ່ງຜົລໃຫ້ໂຕເລຂ ຂອງພາວະຈ່ອຍຜອມ ແມ່ນໄດ້ເພີ່ມຂຶ້ນ ໃນລະຫວ່າງປີ 2011-2017 ນຳດ້ວຍ.

ນອກຈາກນີ້, ປະເທດລາວ ມີຄວາມສ່ຽງ ຕໍ່ກັບຜົລກະທົບ ຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດ ພ້ອມດ້ວຍພັຍພິບັດ ທາງທັມມະຊາດ ທີ່ມີຄວາມຖີ່ ແລະ ຄວາມຮຸນແຮງເພີ່ມຂຶ້ນ ແລະ ວິກິດ ຈາກການແຜ່ຣະບາດ ຂອງໂຄວິດ-19 ຍິ່ງເຮັດໃຫ້ຄວາມສາມາດ ໃນການຮັບມື ແລະ ຟື້ນຟູໂຕເອງ ອ່ອນແອລົງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.