ຜົລຈາກພິດເສຖກິຈ ເຮັດໃຫ້ນັກຮຽນ ປະລະການຮຽນ ຫຼາຍຂຶ້ນ
2023.05.10
ພໍ່ແມ່ຜູ້ປົກຄອງ ຂອງນັກຮຽນ ຊັ້ນມັທຍົມຕົ້ນຫຼາຍຄົນ ໃນເຂດຊົນບົດ ມັກໃຫ້ລູກຫຼານຂອງຕົນ ໃນໄວຮຽນ ອາຍຸປະມານ 13-14 ປີ ອອກໂຮງຮຽນກາງປີ ເພື່ອໄປເຮັດວຽກຫາເງິນ ຍ້ອນຄອບຄົວທຸກຍາກ. ການອອກໂຮງຮຽນກາງປີ ຂອງເດັກນ້ອຍນັກຮຽນ ໃນໄວດັ່ງກ່າວ ແມ່ນມີຫຼາຍສາເຫດ ຊຶ່ງສາເຫດຫຼັກແມ່ນຖານະຄອບຄົວທຸກຍາກ, ບໍ່ມີເງິນທີ່ຈະສົ່ງລູກຮຽນຕໍ່ ແລະຖ້າຫາກລູກຮຽນຈົບ ມ.3 ຢາກຮຽນຕໍ່ສາຍວິຊາຊີບ ຫຼື ມັທຍົມປາຍ ກໍມີບັນຫາເຣື່ອງການເດີນທາງໄກ ທີ່ຕ້ອງມີຄ່າໃຊ້ຈ່າຍຕື່ມໄປອີກ. ດັ່ງນັ້ນ ຈຶ່ງຈໍາເປັນ ຕ້ອງໃຫ້ລູກອອກໂຮງຮຽນ.
ອີກສາເຫດນຶ່ງ ຖ້າຮຽນໄປກໍເສັຍເວລາ. ຢູ່ປະເທດລາວ ເມື່ອຮຽນຈົບ ບໍ່ວ່າ ມ. 3 ຫລື ມ.6 ຫລື ວິຊາຊີບ ກໍບໍ່ມີວຽກທີ່ຈະໃຫ້ເຮັດ, ຫຼາຍຄົນກໍຢູ່ບ້ານລ້າໆ. ດັ່ງນັ້ນ ພໍ່ແມ່ຜູ້ປົກຄອງຫຼາຍຄົນ ຈຶ່ງໃຫ້ອອກໂຮງຮຽນກາງປີ ໄປຫາວຽກງານເຮັດ ຊຶ່ງສ່ວນຫຼາຍກໍຈະໄປປະເທດໄທຍ ເພື່ອຫາເງິນມາຊ່ອຍລ້ຽງຄອບຄົວ ແລະ ເອົາໄວ້ໃຊ້ຈ່າຍເອງ ໃນຂະນະທີ່ເຫັນຍາດພີ່ນ້ອງ ໝູ່ຄູ່ ຜູ້ທີ່ໄປເຮັດວຽກຢູ່ໄທຍ ໄດ້ເງິນຫຼາຍ ກໍເຮັດໃຫ້ພວກເຂົາເຈົ້າ ຕັດສິນໃຈອອກໂຮງຮຽນ ກາງປີ ໄດ້ງ່າຍ.
ດັ່ງປະຊາຊົນ ຢູ່ແຂວງສວັນນະເຂດ ຜູ້ນຶ່ງເວົ້າຕໍ່ວິທຍຸ ເອເຊັຽເສຣີ ໃນມື້ວັນທີ 9 ພຶສພານີ້ວ່າ:
“ເດັກນ້ອຍ ທີ່ວ່າຮຽນໄປແລ້ວບໍ່ຈົບ ອອກໂຮງຮຽນກາງປີ ແລ້ວໄປຫາເຮັດວຽກຢູ່ເມືອງໄທຍ ສ່ວນນຶ່ງກໍຍ້ອນສະພາບແວດລ້ອມ ມີຍາດຕິພີ່ນ້ອງ ໄປຫາເງິນທາງເມືອງໄທຍ ນີ້ແຫຼະເນາະ ສ່ວນນຶ່ງຈົບສາຍສາມັນແລ້ວ ຢາກໄປຕໍ່ວິຊາຊີບ ຕ້ອງໃຊ້ຈ່າຍ ບາດນີ້ບາງຄົນຮຽນຈົບມາແລ້ວ ສຸດທ້າຍບໍ່ມີວຽກເຮັດງານທໍາ ທຶນຮອນທີ່ພໍ່ແມ່ເຮັດໃຫ້ ກໍບໍ່ໄດ້ນໍາໃຊ້ຫັ້ນນ່າ.”
ແລະພໍ່ແມ່ຜູ້ປົກຄອງ ນັກຮຽນຢູ່ແຂວງອັດຕະປື ຜູ້ນຶ່ງ ກໍເວົ້າເຖິງເດັກນ້ອຍມັກອອກໂຮງຮຽນ ກາງປີ ຄືກັນນັ້ນວ່າ ສ່ວນໃຫຍ່ຈະເປັນເດັກນ້ອຍ ນັກຮຽນ ມ.1, ມ.2 ຍ້ອນບໍ່ມີເງິນ ທີ່ຈະສົ່ງລູກຮຽນຕໍ່ ແລະຊາວບ້ານທົ່ວໄປ ກໍຍັງມີແນວຄິດວ່າ ຖ້າຮຽນຈົບມາແລ້ວ ກໍບໍ່ມີວຽກເຮັດງານທໍາ ເພາະປັດຈຸບັນນີ້ ຢູ່ໃນສັງຄົມລາວ ກໍມີຕົວຢ່າງ ໃຫ້ເຫັນ ຄືຄົນຫວ່າງງານກໍມີຫຼາຍ, ສູ້ອອກມາຫາວຽກງານເຮັດ ຊ່ອຍພໍ່ແມ່ ຈະດີກວ່າ.
ດັ່ງທີ່ທ່ານກ່າວວ່າ:
“ສ່ວນຫຼາຍກໍຮອດຕັ້ງແຕ່ ມ.1, ມ.2 ກໍຢາກອອກໂລດຫັ້ນນ່າ ໂອ໋ຍ ສາເຫດກໍຍ້ອນຄອບຄົວ ທຸກຍາກ ບາງຄັ້ງຮຽນໄປ ໄດ້ກໍບໍ່ໄດ້ເປັນເຈົ້າເປັນນາຍດອກ ສໄມດຽວນີ້ຫັ້ນນ່າ ອອກມາເຮັດວຽກ ຊ່ວຍພໍ່ຊ່ວຍແມ່ ເຮົາບໍ່ມີເງິນຕໍ່ ບໍ່ມີທຶນຫຍັງຫັ້ນນ່າ.”
ຢູ່ແຂວງສາຣະວັນ ຊາວບ້ານຜູ້ນຶ່ງ ເວົ້າເຖິງພໍ່ແມ່ຜູ້ປົກຄອງ ບາງຄົນວ່າ ຍ້ອນຄວາມທຸກຍາກ ບໍ່ມີເງິນທີ່ຈະສົ່ງລູກຮຽນ, ຈໍາເປັນໃຫ້ລູກອອກໂຮງຮຽນກາງປີ ແລະພໍ່ແມ່ຜູ້ປົກຄອງ ບາງຄົນຄິດວ່າ ຮຽນຈົບອອກມາແລ້ວ ບໍ່ມີວຽກເຮັດ ແລະຊອກວຽກເຮັດຍາກຄືເກົ່າ, ໃນສັງຄົມລາວມີຕົວຢ່າງ ໃຫ້ເຫັນ ຄືຄົນທີ່ຮຽນຈົບ ມ.7 ຫລື ຮຽນຈົບສາຍວິຊາຊີບ ຕ່າງໆ ຈໍານວນຫຼວງຫຼາຍ ຢູ່ລາວ ຍັງບໍ່ມີວຽກເຮັດ, ຕ້ອງໄດ້ດີ້ນຮົນຫາເງິນເຮັດໜັງສື ເດີນທາງຂ້າມໄປຊອກຫາວຽກເຮັດ ຢູ່ຝັ່ງໄທຍ ທີ່ໄດ້ເງິນຫຼາຍກວ່າຢູ່ລາວ.
“ບາງຄົນເຂົາທຸກຍາກ ບໍ່ມີເງິນຮຽນ ມ4, ມ3 ໄປຈັ່ງຊີ້ ຊິຕໍ່ພັດບໍ່ມີເງິນ ກໍອອກກໍມີ ບາງຄັ້ງຮຽນຈົບ ມ7 ບໍ່ມີວຽກເຮັດ ເຂົາກໍໄປຄືກັນ ຊອກວຽກບໍ່ໄດ້ ເຂົາກໍເຮັດໜັງສືໄປໄທຍ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ສຶກສາທິການ ແລະກິລາ ຢູ່ແຂວງສວັນນະເຂດ ຜູ້ຂໍສງວນຊື່ ແລະຕໍາແໜ່ງທ່ານນຶ່ງ ກ່າວເຖິງເຣື່ອງການສຶກສາ ຂອງນັກຮຽນຢູ່ລາວ ຕໍ່ວິທຍຸເອ ເຊັຽ ເສຣີ ໃນມື້ວັນທີ 9 ພຶສພານີ້ວ່າ ຍັງບໍ່ທັນໄດ້ມີການເກັບກໍາ ສະຖິຕິ ເດັກນ້ອຍນັກຮຽນ ທີ່ອອກໂຮງຮຽນກາງປີ ຢູ່ໃນແຕ່ລະແຂວງ ແຕ່ລະເມືອງເທື່ອ ວ່າມີຈໍານວນເທົ່າໃດ ກັນແທ້, ແຕ່ກໍໄດ້ຮູ້ວ່າ ເປັນບັນຫາພໍສົມຄວນ. ສໍາລັບເດັກນ້ອຍໄວດັ່ງກ່າວ ສ່ວນໃຫຍ່ ທີ່ອາສັຍຢູ່ໃນຕົວເມືອງ ພໍ່ແມ່ຈະບໍ່ໃຫ້ລູກອອກໂຮງຮຽນກາງປີ ເພາະມີເງິນສົ່ງລູກຮຽນ. ສ່ວນຢູ່ເຂດຊົນບົດ ລາຍໄດ້ຂອງພໍ່ແມ່ ຈໍານວນນຶ່ງກໍໜ້ອຍ, ທຸກຍາກ, ຊີວິດການເປັນຢູ່ລໍາບາກ ຈຶ່ງຈໍາເປັນໃຫ້ລູກອອກໂຮງຮຽນ ເພື່ອໄປຫາເງິນຊ່ອຍຄອບຄົວ. ພ້ອມດຽວກັນນັ້ນ ທ່ານກໍກ່າວເຖິງແນວທາງແກ້ໄຂ ບັນຫາດັ່ງກ່າວວ່າ ທາງກະຊວງສຶກສາທິການ ແລະກິລາ ກໍພະຍາຍາມລະດົມ ໃຫ້ພໍ່ແມ່ຜູ້ປົກຄອງ ນັກຮຽນທຸກຄົນ ເຫັນຄວາມສໍາຄັນ ແລະຜົລປໂຍດຂອງການສຶກສາ ຕໍ່ເດັກນ້ອຍນັກຮຽນນັ້ນ. ຖ້າຮຽນບໍ່ຈົບ ອອກໄປເຮັດວຽກ ອາຈຖືກບັງຄັບ, ຖືກເອົາລັດເອົາປຽບ ໃນເວລາເຮັດວຽກ ໄດ້ງ່າຍ ແລະວ່າ ດຽວນີ້ ຍັງມີການປຶກສາຫາລືກັນຢູ່ ກ່ຽວກັບເຣື່ອງການສົ່ງເສີມ ໃຫ້ເດັກນ້ອຍໄດ້ຮຽນຕໍ່ ແຕ່ກໍເປັນເຣື່ອງຍາກ ທີ່ຈະແກ້ໄຂໄດ້ ເນື່ອງຈາກງົບປະມານ ຕອບສນອງມີບໍ່ພຽງພໍ ທີ່ຈະສົ່ງເສີມເຣື່ອງວິຊາຊີບໃຫ້ພວກເຂົາເຈົ້າ.
“ຍັງບໍ່ໄດ້ຂໍ້ມູນວ່າ ຕົວເລກໜ້ອຍຫຼາຍ ຣັຖບານເພິ່ນກໍຫາວິທີແກ້ໄຂ ເຣື່ອງການໂຄສະນາ ລະດົມພໍ່ແມ່ ເມື່ອເວລາເຂົ້າຮຽນແລ້ວ ຈົບມໍຕົ້ນ ໄປຮຽນວິຊາຊີບ ແລ້ວຈຶ່ງໄປທໍາງານ ບໍ່ຖືກບີບບັງຄັບ ເຣື່ອງແຮງງານເນາະ. ຫາວິທີຢູ່ວ່າຈະເຮັດຈັ່ງໃດດີ ຈະເອົາເຣື່ອງອາຊີບ ເຂົ້າການຮຽນການສອນບໍ່ ຫລືວ່າເຮົາຈະອົບຮົມແນະນໍາ ໄລຍະສັ້ນ ແຕ່ວ່າງົບປະມານ ຕອບສນອງ ມັນໜ້ອຍເນາະ.”
ເຈົ້າໜ້າທີ່ດ້ານການສຶກສາ ຢູ່ແຂວງອັດຕະປືທ່ານນຶ່ງ ເວົ້າເຖິງເຣື່ອງດັ່ງ ກ່າວວ່າ ຍັງບໍ່ມີການເກັບກໍາສະຖິຕິເທື່ອ ແຕ່ຮູ້ຫາງສຽງ ເຣື່ອງເດັກນ້ອຍນັກຮຽນ ມັກອອກໂຮງຮຽນ ກາງປີນັ້ນແລ້ວ ຊຶ່ງສ່ວນໃຫຍ່ ພໍ່ແມ່ຜູ້ປົກຄອງ ມັກຄິດວ່າ ເມື່ອຮຽນຈົບອອກມາ ລູກກໍຈະບໍ່ມີວຽກງານເຮັດ, ເສັຍເງິນເສັຍຄໍາໄປລ້າໆ ແລະຖ້າໃຫ້ລູກຮຽນຕໍ່ ມັທຍົມປາຍ ຫລື ຮຽນຕໍ່ວິຊາຊີບ ຄ່າໃຊ້ຈ່າຍກໍຍິ່ງຈະເພີ່ມຂຶ້ນ, ເປັນເຣື່ອງຍາກ ທີ່ຈະແກ້ໄຂ ແນວຄວາມຄິດຂອງພວກເຂົາເຈົ້າ.
“ໂອ້ ສ່ວນໃຫຍ່ມັນກໍຕິດກັບຄວາມບໍ່ເຂົ້າໃຈ ຂອງເຂົາເຈົ້າເອງຫັ້ນແຫຼະ ແບບວ່າເຂົາຮຽນແລ້ວ ແບບວ່າບໍ່ມີວຽກເຮັດວຽກຫຍັງຫັ້ນນ່າ ກໍໄດ້ຈູດທຶນຈູດຮອນຫຼາຍແລ້ວ ກະປະການຮຽນ ບໍ່ຈົບ ສ່ວນນຶ່ງເຂດຫ່າງໄ ກໍບໍ່ສາມາດຂຶ້ນມໍປາຍແດ່ ກໍເພີ່ມຄ່າໃຊ້ຈ່າຍຈາກຄອບຄົວໄປອີກ.”
ແຕ່ເຖິງຢ່າງໃດກໍຕາມ ກໍພໍສລຸບໄດ້ວ່າ ເຈົ້າໜ້າທີ່ດ້ານການສຶກສາໃນລາວ ກໍຮັບຮູ້ມາຕລອດ ເຖິງບັນຫາການອອກໂຮງຮຽນກາງປີ ຂອງເດັກນ້ອຍນັກຮຽນ ເພື່ອໄປຫາເຮັດວຽກ ມີລາຍໄດ້ຊ່ອຍຄອບຄົວ, ແຕ່ທາງການ ຍັງບໍ່ມີແນວທາງແກ້ໄຂ ຫລືຊ່ອຍເຫລືອນັກຮຽນ ໃນໄວຮຽນດັ່ງກ່າວ ຢ່າງຈິງຈັງ ຍ້ອນບໍ່ມີງົບປະມານພຽງພໍ. ດັ່ງນັ້ນຈຶ່ງເຮັດໃຫ້ພໍ່ແມ່ຜູ້ປົກຄອງ ເດັກນ້ອຍນັກຮຽນ ທີ່ທຸກຍາກ ບໍ່ສົນໃຈໃນເຣື່ອງການສົ່ງເສີມ ການສຶກສາຂອງພວກລູກໆ ເທົ່າທີ່ຄວນ, ຫາກສົນໃຈເຣື່ອງການຫາເງິນ ມາໃຊ້ຈ່າຍໃນຄອບຄົວຫຼາຍກວ່າ ໃນຂະນະທີ່ຄ່າຄອງຊີບ ຢູ່ປະເທດລາວ ຖີບໂຕສູງຂຶ້ນ ຢ່າງຕໍ່ເນື່ອງຢູ່ນີ້.