ແມ່ຍິງ-ເດັກນ້ອຍ 04-28-2015
2015.04.28
ທ່ານ ທີ່ ເຄົາຣົບ ລອງ ວາດພາບ ເບິ່ງວ່າ ຍາດ ພີ່ນ້ອງ ຮ່ວມທັງ ຜູ້ເປັນ ພໍ່ແມ່ ຈະມີ ຄວາມສຸກໃຈ ຫລາຍ ປານໃດ ເມື່ອ ຮູ້ຂ່າວ ວ່າ ລູກຊາຍ ກົກ ຜູ້ ທີ່ ຄິດວ່າ ໄດ້ຈາກ ໂລກນີ້ ໄປແລ້ວ ໃນ ຣະຫວ່າງ ທີ່ ເຮັດວຽກ ຢູ່ ໄທ ຊຶ່ງ ນາງ ຫາກໍ່ ທໍາໃຈ ໄດ້ ແລະ ຈະຫ້າງ ເຮັດບຸນ ຫາ ແຕ່ ຢູ່ໆ ກໍໄດ້ ຮັບຂ່າວ ວ່າ ລູກ ຍັງ ບໍ່ຕາຍ ຍັງ ມີຊີວິດ ຢູ່ໃນ ເກາະ ນ້ອຍ ຫ່າງໄກ ຂອງ ອິນໂດເນເຊັຽ ທີ່ ຂນະນີ້ ກໍລໍຖ້າ ການ ຊ່ວຍເຫລືອ ເພື່ອ ໃຫ້ໄດ້ ກັບ ບ້ານເກີດ ມາຫາ ພໍ່ແມ່.
ຄວາມ ຮູ້ສຶກ ດີໃຈ ແບບນີ້ ເກີດຂຶ້ນ ກັບ ແມ່ ທ້າວຫລັ່ງ ທີ່ ບ້ານ ສະກອງ ເມືອງ ໄຊບູລີ ແຂວງ ສວັນນະເຂດ ເມື່ອ ໄວໆ ມານີ້ ຫລັງຈາກ ທີ່ ລູກຊາຍ ໄດ້ ລົງເຮືອ ຫາປາ ໄປ ເມື່ອ 10 ປີ ກ່ອນ. ຕາມ ຄຳເວົ້າ ຂອງນາງ ຫາວ ຜູ້ເປັນ ນ້ອງ ສາວ ແລະ ທ້າວ ສະຫລຽວ ຜູ້ ເປັນນ້ອງ ເຂີຍ ໃນ ວັນທີ 27 ເມສາ 2015 ນີ້. ນາງ ຫາວ ແລະ ທ້າວ ສະຫລຽວ ເວົ້າຕໍ່ ເອເຊັຽ ເສຣີ ຜ່ານ ທາງ ໂທຣະສັບ ຈາກ ເມືອງ ສະອຳ ປະເທດ ໄທ ຕອນໜຶ່ງ ວ່າ:
"ແມ່ ເພິ່ນ ກະມີ ຄວາມຫວັງ ຫລາຍ ແລ້ວ ມູນນິທິ ເພິ່ນ ເວົ້າວ່າ ໄດ້ ກັບຄືນມາ ແນ່ນອນ … ຜູ້ເປັນແມ່ ກະດີ ໃຈ ວ່າ ຍັງມີ ຄວາມຫວັງ ວ່າ ລູກ ຊິໄດ້ກັບ ເຫັນ ຂ່າວ ຄົນໄທ ກັບມາ ລະກະມີ ຄວາມ ຫວັງວ່າ ລູກ ມີ ຊີວິດ ຢູ່".
ມາຮອດ ມື້ນີ້ ກໍຍັງ ບໍ່ເປັນທີ່ ຮູ້ກັນ ຢ່າງ ຄັກແນ່ ເທື່ອວ່າ ທ້າວ ຫລັ່ງ ແລະ ໝູ່ ຄົນລາວ ດ້ວຍກັນ ອີກ 3 ຄົນ ພາກັນ ຕັດສິນໃຈ ໄປ ເຮັດວຽກ ໃນເຮືອ ຫາປາ ຂອງໄທ ນັ້ນ ແນວໃດ ຖືກ ຕົວະຍົວະ ຫລອກລວງ ຖືກ ບັງຄັບ ຂູ່ເຂັນ ຫລືວ່າ ໄປດ້ວຍ ຄວາມ ສມັກໃຈ. ແຕ່ນັ້ນ ເປັນເຣື່ອງ ທີ່ ຈະເອົາ ໄວ້ເວົ້າກັນ ຕາມ ພາຍຫລັງ ຕອນນີ້ ເຈົ້າໜ້າທີ່ ທຸກ ພວກສ່ວນ ທັງ ສະຖານທູດ ລາວ ທີ່ ບາງກອກ ແລະ ເຈົ້າໜ້າທີ່ ມູນນິທິ ສົ່ງເສີມ ສຸຂພາບ ແຮງງານ ຂອງໄທ ແອວພີແອັນ (LPN) ຕ່າງກໍ່ ເອົາໃຈໃສ່ ໃຫ້ ຄວາມ ຊ່ວຍເຫລືອ ເພື່ອ ເຮັດໃຫ້ ຄົນງານ ລາວ ທີ່ ເຄາະຮ້າຍ ທັງ 4 ຄົນ ນັ້ນ ໄດ້ກັບ ຄືນ ປະເທດ ຂອງ ພວກ ເຂົາເຈົ້າ ດ້ວຍ ຄວາມ ປອດພັຍ. ການທີ່ ເຈົ້າໜ້າທີ່ ມູນນິທິ ແອວພີແອັນ ໄດ້ພາ ແມ່ ແລະ ນ້ອງສາວ ຂອງ ຜູ້ ເຄາະຮ້າຍ 2 ຄົນ ໄປ ຂໍຄວາມ ຊ່ວຍເຫລືອ ຈາກ ສະຖານທູດ ລາວ ໃນ ບາງກອກ ເມື່ອ ວັນພຸດ ຜ່ານມາ ນັ້ນ ກໍຍິ່ງ ເຮັດໃຫ້ ທາງ ຄອບຄົວ ຂອງ ຜູ້ ເຄາະຮ້າຍ ມີ ຄວາມຫວັງ ຫລາຍຂຶ້ນ ຕື່ມອີກ ທີ່ ຈະໄດ້ ພວກກ່ຽວ ກັບຄືນ ບ້ານ ຂນະທີ່ ທາງ ສະຖານທູດ ລາວ ໄດ້ໃຫ້ ຄໍາໝັ້ນ ວ່າ ຈະ ປະສານງານ ໄປຍັງ ສະຖານທູດ ລາວ ທີ່ ກຸງ ຈາກາຕາ ປະເທດ ອິນໂດເນເຊັຽ ເພື່ອ ຂໍໃຫ້ ຊ່ວຍ ໃນການ ພິສູດ ສັນຊາດ ຂອງ ພວກ ເຂົາເຈົ້າ ເພາະ ບໍ່ມີໃຜ ມີ ເອກສານ ຢັ້ງຢືນ ແນວໃດ ເລີຍ ແລະ ຂໍໃຫ້ ຊ່ວຍ ສົ່ງ ພວກ ເຂົາເຈົ້າ ກັບຄືນ ລາວ.
ຫລັງຈາກ ໄປ ສະຖານທູດ ລາວ ແລ້ວ ແມ່ ຂອງ ທ້າວ ຫລັ່ງ ກໍໄດ້ກັບ ຄືນ ລາວ ເພື່ອ ຄອຍຖ້າ ຮັບລູກ ພ້ອມກັບ ສາມີ ທີ່ ເດີນທາງ ມາ ໄທ ບໍ່ສະດວກ ຍ້ອນ ເຈັບປ່ວຍ ແລະ ໄດ້ ຜ່າຕັດ. ສະຫລຽວ ຜູ້ເປັນ ນ້ອງເຂີຍ ກ່າວວ່າ:
ມີທັງ ພໍ່ແລະແມ່ ມາໄທ ມີແມ່ ຜູ້ດຽວ ເພາະວ່າ ພໍ່ ບໍ່ ສະດວກ ບໍ່ ສະບາຍ ແຕ່ ກໍຄິດ ນຳລູກ ສຸດຍອດ ພໍ່ ຢູ່ບ້ານ ກໍຮູ້ຂ່າວ ກັບ ແມ່ ຕລອດ ຕອນນີ້ ແມ່ ກໍກັບ ບ້ານ ປະເທດລາວ ເຖິງບ້ານ ແລ້ວ ແມ່ ໄປລໍ ຢູ່ບ້ານ ກັບ ພໍ່ ທາງ ມູນນິທິ ເພິ່ນ ຊິ ຊ່ວຍເຫລືອ".
ຄອບຄົວ ຂອງ ທ້າວ ຫລັ່ງ ມີ ຊີວິດ ການເປັນຢູ່ ແບບ ທັມມະດາ ຄືກັນກັບ ຄອບຄົວ ຄົນລາວ ສ່ວນໃຫຍ່ ທົ່ວໄປ ເຮັດນາ ຫາລ້ຽງ ຊີບ. ລູກຊາຍ ຫລ້າ ປັຈຈຸບັນ ເປັນ ຄົນງານ ໄປ ຮັບຈ້າງ ຫາບ-ແບກ ເຄື່ອງ ຂອງ ໃນຕລາດ ນັດ ຊາຍແດນ ລາວ-ໄທ ທີ່ ນະຄອນ ພະນົມ ປະເທດ ໄທ ອາທິດ ນຶ່ງ 2 ມື້, ຂີ່ ຣົດໄປ ເຮັດວຽກ ຍາມເຊົ້າ ແລ້ວ ກັບບ້ານ ຕອນແລງ ໄດ້ ມື້ລະ 5໐໐ ບາດ, ນາງ ຫາວ ຜູ້ເປັນ ນ້ອງສາວ ກ່າວ:
"ແມ່ ນ້ອງ ກໍຫາເມື່ອ ມື້ວານ ພໍ່ ເປັນ ມະເລັງ ລໍາໃສ້ ຜ່າຕັດ ນ້ອງຊາຍ ຫລ້າ ເບິ່ງເພິ່ນ ເຮັດວຽກ ອາຍຸ ໓໐ ປີ ແລ້ວ ບໍ່ມີ ຄອບຄົວ".
ເມື່ອ ຖາມ ຄືນຫລັງ ວ່າ ໄດ້ ຮັບຂ່າວ ຄາວ ຂອງອ້າຍ ເຂີຍ ຫລັງຈາກ ທີ່ເພີ່ນ ໄດ້ ຈາກໄປ ດົນປານໃດ ນັ້ນ, ສະຫລຽວ ຕອບວ່າ ໜ້າຊິໄດ້ ເປັນ 10 ປີ ແລ້ວ, ຫາກໍສິໄດ້ ຮັບຂ່າວ ເພີ່ນ ເມື່ອກ່ອນ ປີໃໝ່ ລາວ ປີນີ້ ຊຶ່ງ ມູນນິທິ ແອວພີແອັນ ເພີ່ນ ສົ່ງຂ່າວ ໃຫ້ຮູ້ ຫລັງຈາກ ໂທຣະທັດ ໄທ ອອກຂ່າວ ກ່ຽວກັບ ການ ສົ່ງ ຄົນງານ ໄທ ທີ່ ເຄາະຮ້າຍ ຄ້າງ ຢູ່ ເກາະ ອໍາບົນ ກັບຄືນ ປະເທດ:
"ຮູ້ຈັກ ຈາກ ໜ່ວຍງານ ແອວພີແອັນ ເປັນ ມູນນິທິ". ອອກຈາກ ບ້ານ ໄປດົນ ປານໃດ? ໜ້າ ຊິເປັນ 10 ປີ ແລ້ວ". ລົງເຮືອ ໄປ ອິນໂດເນເຊັຽ ເລີຍບໍ໊ ຫລື ເຮັດວຽກ ຢູ່ໄທ ກ່ອນ? ຮູ້ແຕ່ວ່າ ອອກ ອິນໂດ ປະມານ ໕ ປີ ໄປຄ້າງຢູ່ ໃສ ກະບໍ່ຮູ້ ກ່ອນໜ້າ ນັ້ນ ກໍຢູ່ ເມືອງໄທ ນີ້ລະ ແຕ່ວ່າ ກໍບໍ່ໄດ້ ຮັບການ ຕິດຕໍ່". ຕາມ ທ່ານຮູ້ ເຮັດແນວໃດ ຈຶ່ງ ຄ່ອຍໄດ້ ໄປ ເຮັດວຽກ ຢູ່ ເຮືອ ຫາປາ ໃນ ທະເລ ອິນໂດເນເຊັຽ? "ໂອ໋ ທີແລກ ເຂົາມີຄົນ ມາ ຕິດຕໍ່ ວ່າ ເຮືອໄທ ອອກ ຢູ່ ລະນອງ ເພິ່ນ ກະພາກັນ ໄປ ກະ ປະມານ ຫລາຍປີ ກວ່າ ຊິຮູ້ຈັກ ແລະ ຕິດຕໍ່ໄດ້ ວ່າ ຕອນນີ້ ບໍ່ໄດ້ ຢູ່ເຮືອ ລຳເກົ່າ ແລ້ວ ໄປຢູ່ ອິນໂດ ຈັ່ງໃດ ກໍບໍ່ຈັກ ຄືກັນ". ຕອນ ເຮັດວຽກ ຢູ່ໄທ ຢູ່ ອິນໂດ ກໍໄດ້ ຝາກເງິນ ໃຫ້ ກິນບໍ່? ຕລອດ 10 ປີ ນີ້ ບໍ່ໄດ້ຮັບ ການ ຕິດຕໍ່ ເຣື່ອງ ເງິນ ບໍ່ຕ້ອງ ເວົ້າເຖິງ ເພາະ ບໍ່ມີ ຢູ່ແລ້ວ".
ທ້າວ ຫລັ່ງ ຜູ້ ມີ ອາຍຸ 40 ປີ ກໍຄືກັບ ຄົນງານ ລາວ ຜູ້ອື່ນໆ ສ່ວນໃຫຍ່ ໄດ້ ຮຽນ ໜັງສື ໜ້ອຍ ຮຽນຮອດ ແຕ່ ຫ້ອງປໍ 2 ຂນະທີ່ ນ້ອງສາວ ຫລ້າ ບໍ່ໄດ້ ເຂົ້າ ໂຮງຮຽນ ເລີຍ ເພາະ ຕ້ອງໄດ້ ຊ່ວຍ ພໍ່ແມ່ ຫາຢູ່ ຫາກິນ ລ້ຽງ ຄອບຄົວ. ຄວາມຈິງ ແລ້ວ ຫລັ່ງ ບໍ່ເປັນ ອ້າຍກົກ, ເຂົາ ມີອ້າຍ ຄົນໜຶ່ງ ແຕ່ໄດ້ ເສັຽ ຊີວິດ ໄປ ຕັ້ງແຕ່ ນ້ອຍ ເຮັດໃຫ້ ຫລັ່ງ ກາຍເປັນ ລູກຊາຍ ກົກ ແລະ ກໍຍັງ ເປັນ ໂສດ.
ເມື່ອ ຖາມ ເຖິງ ວັນເວລາ ທີ່ຈະໄດ້ ພົບໜ້າ ພໍ້ຕາ ຫລັ່ງ ໄວ ຫລື ຊ້າ ປານໃດ ນັ້ນ ສະຫລຽວ ບອກວ່າ ໃນ ຕົ້ນເດືອນ ພຶສພາ ເຈົ້າໜ້າທີ່ ມູນນິທິ ແອວພີແອັນ ກໍຈະໄປ ອິນໂດເນເຊັຽ ໄປຫາ ສະຖານທູດ ລາວ ຢູ່ ທີ່ນັ້ນ ເພື່ອ ໄປເກາະ ອໍາບົນ ພ້ອມກັນ ເພື່ອ ຊ່ວຍໃຫ້ ຄົນງານ ລາວ ທັງ 4 ຄົນ ນັ້ນ ໄດ້ກັບມາ ແຕ່ຈະໄດ້ ກັບ ມື້ໃດ ແທ້ ນັ້ນ ແມ່ນ ບໍ່ຮູ້ ຮູ້ແຕ່ວ່າ ຣະຫວ່າງ ທາງ ກັບລາວ ພວກ ເຂົາເຈົ້າ ຈະ ໄດ້ ແວ່ລົງ ບາງກອກ ເພື່ອ ປ່ຽນຍົນ ເທົ່ານັ້ນ:
"ແມ່ນ ທາງ ສະຖານທູດ ບອກວ່າ ມາປ່ຽນ ເຄື່ອງ ຢູ່ ປະເທດ ໄທ ແຕ່ ບໍ່ໃຫ້ລົງ ປ່ຽນ ເຄື່ອງ ຢ່າງດຽວ ລະກະໄປ ວຽງຈັນ ລົງ ເຄື່ອງ ລະກະ ຂຶ້ນເຄື່ອງ ບິນ ຕໍ່ໄປເລີຍ ທ່ານ ທູດ ເພິ່ນ ວ່າຈັ່ງຊັ້ນ ທາງ ແອວພີແອັນ ກໍບອກ ບໍ່ໄດ້ ຄືກັນ ແຕ່ ທາງ ມູນນິທິ ຢືນຢັນ ເຈົ້າໜ້າທີ່ ທຸກຄົນ ກະ ຢືນຢັນ ວ່າ ເລວໆ ນີ້. ທາງທູດ ເພິ່ນ ບອກວ່າ ກໍເຄີຍ ມີປວັດ ສົ່ງກັບ ແລ້ວ 1 ຄົນ ນີ້ ເປັນຊຸດ 4 ຄົນ ໄດ້ ສົ່ງ 1 ຄົນ ແຕ່ ບໍ່ຊາບ ວັນ ເວລາ ປີ ໃດ".
ເວົ້າເຖິງ ການ ພົບ ຄົນງານ ລາວ ໄປ ເຮັດວຽກ ຢູ່ເຮືອ ຫາປາ ຂອງໄທ ໃນ ທະເລ ອິນໂດເນເຊັຽ ເຈົ້າໜ້າທີ່ ອົງການ ຈັດຕັ້ງ ສາກົລ ທ່ານໜຶ່ງ ໃນ ນະຄອນ ຫລວງ ວຽງຈັນ ບອກວ່າ ມີຢູ່ ຄືດັ່ງ ປີກ່ອນ ນັ້ນ ກໍໄດ້ ສົ່ງ ກັບຄືນ ປະເທດ 2 ຄົນ ເປັນ ຜູ້ຊາຍ ພາຍຫລັງ ທີ່ ພໍ່ແມ່ ທາງບ້ານ ບໍ່ໄດ້ ຮັບ ຂ່າວຄາວ ເປັນ ເວລາ 10 ກວ່າປີ ຈົນ ຄິດວ່າ ພວກເຂົາ ໄດ້ ເສັຽຊີວິດ ໄປແລ້ວ ແລະ ຈະເຮັດ ບຸນກິນທານ ຫາ:
"ຜູ້ຊາຍ ແມ່ນ ປະມົງ ຫັ້ນລະ ຜູ້ ເມື່ອກີ້ ກັບມາ ຖືກ ປະມົງ ຖືກ ຕົວະ ລໍ້ລວງ ຖືກຄ້າໄປ ຂູດຮີດ ແຮງງານ ໄປ ຢູ່ ໃນເຮືອ ປະມົງ ໄປເລີຍ ພໍ່ແມ່ ຈົນວ່າ ລູກ ຕາຍ ແລ້ວ ຄົນ ສວັນນະເຂດ".
ແລະ ເຖິງ ຈະບໍ່ຮູ້ ຄັກແນ່ ເທື່ອ ກ່ຽວກັບ ຄວາມ ໂຫດຮ້າຍ ແບບ ຜິດ ມະນຸດ ມະນາ ໃນການ ເຮັດວຽກ ໃນ ເຮືອ ຫາປາ ຂອງ ຄົນລາວ ທັງ 4 ນັ້ນ ແຕ່ກໍມີ ກໍຣະນີ ແບບນີ້ ເກີດຂຶ້ນ ກ່ອນແລ້ວ. ຢູ່ ໃນປຶ້ມ ທີ່ ໃຫ້ ຊື່ວ່າ ຝັນສລາຍ ທີ່ ບັນທຶກ ເຣຶ່ອງ ການຄ້າ ເດັກນ້ອຍ ໃນ ສປປ ລາວ ຊຶ່ງ ກະຊວງ ແຮງງານ ລາວ ແລະ ອົງການ ຢູນີແຊັຟ ຮ່ວມກັນ ສໍາຣວດ ໃນ ທົ່ວ ປະເທດ ແລະ ຈັດທໍາ ປຶ້ມ ນັ້ນ ຂຶ້ນ ເມື່ອ ຫລາຍໆ ປີ ຜ່ານມາ. ກໍຣະນີ ຜູ້ ທີ່ ເຄີຍໄດ້ ໄປ ເຮັດວຽກ ຢູ່ ໃນເຮືອ ຫາປາ ໃນ ທະເລ ເວົ້າວ່າ ພວກເຂົາ ຕ້ອງໄດ້ ຢູ່ ໃນເຮືອ ປະມົງ ຕລອດ ໃນ ສະພາບ ລໍາບາກ, ມີ ໂອກາດ ໜ້ອຍ ທີ່ສຸດ ທີ່ ຈະ ຫລົບໜີ ໃຫ້ ພົ້ນໄດ້. ມີການ ສັນນິຖານ ວ່າ ຄົນງານ ໃນ ເຮືອ ຫາປາ ທີ່ ຖືກ ຫາຍສາບສູນ ໄປ ສ່ວນໃຫຍ່ ແມ່ນ ຄົນງານ ທີ່ ເຮັດວຽກ ໃນ ຂແນງ ປະມົງ ນີ້ລະ. ທ້າວ ແກ້ວມະນີ ມີ ໝູ່ ຄົນລາວ ດ້ວຍກັນ ຊັກຊວນ ໃຫ້ ເຂົາ ແລະ ໝູ່ອີກ 2 ຄົນ ຊື່ ປິກ ແລະ ແທ່ນ ໄປ ເຮັດວຽກ ຢູ່ໄທ ແລ້ວ ພວກເຂົາ ຖືກນໍາໄປ ພົບກັບ ເຈົ້າຂອງ ເຮືອ ຫາປາ ທີ່ ຈະອອກ ທະເລ ໃນອີກ 3-4 ມື້ ຊຶ່ງ ຄວາມຈິງ ແລ້ວ ແມ່ນ ພວກເຂົາ ຖືກ ຫລອກ ໄປ ໂດຍ ບໍ່ຮູ້ສຶກ ຕົວ. ແກ້ວມານີ ເມົາ ທະເລ ໃນ ຊ່ວງ 2-3 ມື້ ທຳອິດ ແຕ່ເມື່ອ ລຸກ ຂຶ້ນໄດ້ ກໍເຫັນ ຊາຍ ຄົນລາວ ອື່ນໆ ອີກ ເຮັດວຽກ ໃນ ເຮືອນັ້ນ.
ພວກ ເຂົາເຈົ້າ ບອກວ່າ ຖືກ ຂາຍໃຫ້ ເຈົ້າຂອງ ເຮືອ ລໍານີ້ ແລະ ຕ້ອງໄດ້ ເຮັດວຽກ ໃຊ້ ໜີ້ ພວກ ນາຍໜ້າ. ພວກເຂົາ ເຮັດວຽກ ໜັກ ແຕ່ບໍ່ໄດ້ ເງິນ ຄ່າຈ້າງ. ໃນ ທີ່ສຸດ ແກ້ວມານີ ແລະ ໝູ່ ຂອງເຂົາ ກໍຮູ້ວ່າ ພວກຕົນ ຖືກ ຂາຍ ຄືກັນ. ເຮືອ ອອກໄປ ຫາປາ ໃນ ທະເລ 6 ຄັ້ງ ຕໍ່ ເດືອນ, ອອກໄປ ບາງຄັ້ງ ກໍ 5-6 ມື້. ພວກເຂົາ ຕ້ອງໄດ້ ເຮັດວຽກ ທັງເວັນ ທັງຄືນ ເພາະ ຕ້ອງໄດ້ ເຮັດທັງ ຫາປາ ທັງມ້ຽນ ປາ ທຳຄວາມ ສະອາດ ເຮືອ ແລະ ຄົວກິນ ສໍາລັບ ລູກເຮືອ. ເຮັດວຽກ ທຸກ ຣະດູການ ທັງ ເວລາ ມີ ລົມ ພາຍຸ ແລະ ໄດ້ເງິນ ພຽງ ປະມານ 200 ບາດ ຕໍ່ຄັ້ງ, 100 ບາດ ຕໍ່ເດືອນ. ຄົນງານ ລາວ ພາກັນ ທົນ ເຮັດວຽກ ໃນ ສະພາບ ແບບນີ້ ເກືອບ 7 ເດືອນ ຈຶ່ງ ລັກໜີ ອອກໄປ ໄດ້ ສໍາເຣັດ ໃນ ຄວາມ ພຍາຍາມ ເທື່ອ ທີ 2 ຄົນງານ ລາວ ຢູ່ເຮືອ ຫາປາ ລໍາ ອື່ນໆ ເຕືອນວ່າ ຈະ ຖືກ ທຸບຕີ ຫາກ ພຍາຍາມ ລັກໜີ ຫລື ອາຈຖືກ ຂ້າ ຫາກເຂົາ ຈັບ ໄດ້.
ຄົນງານ ລາວ ທັງ 4 ຄົນ ຢູ່ ອິນໂດເນເຊັຽ ຊຶ່ງ ຕາມຂ່າວ ທາງການ ລາວ ແລະ ຕາມ ຄໍາເວົ້າ ຂອງ ເຈົ້າໜ້າທີ່ ແອວພີແອັນ ວ່າມີ 6 ຄົນ ນັ້ນ ເປັນ ສ່ວນໜຶ່ງ ຂອງ ຄົນງານ ລາວ ໃນ ເຮືອ ປະມົງ ຂອງໄທ ໃນເຂດ ທະເລ ອິນໂດເນເຊັຽ ທີ່ມີ ຄົນງານ ພະມ້າ 455 ຄົນ ແລະ 94 ຄົນ ຈາກ ກັມພູຊາ ຊຶ່ງ ຖືກ ຊ່ວຍ ອອກມາ ຈາກ ການ ກັກຂັງ ຢູ່ໃນ ເກາະ ອໍາບົນ ເມື່ອ ປະມານ 3 ອາທິດ ກ່ອນ.
ຄົນງານ ລາວ 2 ຄົນ ທີ່ ມີແມ່ ແລະ ນ້ອງສາວ ໄປ ສະຖານທູດ ລາວ ທີ່ ບາງກອກ ນັ້ນ ຜູ້ໜຶ່ງ ເປັນ ຄົນ ແຂວງ ສວັນນະເຂດ ແລະ ອີກ ຜູ້ໜຶ່ງ ເປັນຄົນ ເມືອງ ປາກກະດິງ ແຂວງ ບໍຣິຄໍາໄຊ ທີ ໄດ້ເວົ້າ ຕໍ່ RFA ວ່າ ອ້າຍ ຂອງນາງ ບໍ່ໄດ້ ຕິດຕໍ່ ກັບ ທາງບ້ານ ມາ ແຕ່ ປີ 2009. ນາງຮູ້ ຂ່າວວ່າ ອ້າຍ ເປັນໜຶ່ງ ໃນ ຈຳນວນ ຜູ້ ເຄາະຮ້າຍ ທີ່ ຖືກຊ່ວຍ ຢູ່ ອິນໂດເນເຊັຽ ເມື່ອ ຕົ້ນເດືອນ ນີ້. ນາງວ່າ ຕອນ ຢູ່ບ້ານ ອ້າຍ ປູກຢາ. ເພື່ອນບ້ານ ໃກ້ຄຽງ ທີ່ ແຕ່ງດອງ ກັບ ຄົນໄທ ຊັກ ຊວນ ໃຫ້ອ້າຍ ໄປ ເຮັດວຽກ ໃນ ເຮືອ ຫາປາ. ນາງ ຢາກໄດ້ ອ້າຍ ກັບຄືນ ບ້ານ ເພາະ ພໍ່ແມ່ ເປັນຫ່ວງ ນໍາ ຫລາຍ.
ເຣື່ອງ ຄວາມ ໂຫດຮ້າຍ ໃນ ເຮືອ ຫາປາ ຂອງໄທ ໃນ ທະເລ ອິນໂດເນເຊັຽ ນັ້ນ ເປັນທີ່ ຮູ້ຈັກ ກັນດີ ສໍາລັບ ຄົນງານ ລາວ ຈໍານວນ ໜຶ່ງ ເຮັດໃຫ້ ພວກ ເຂົາເຈົ້າ ຈຳຕ້ອງ ເດີນທາງ ກັບຄືນ ລາວ ແລະ ບໍ່ຢາກ ເຮັດວຽກ ຢູ່ໄທ ຕໍ່ໄປ ອີກ ເພາະ ຢູ່ໄທ ໂດຍສະເພາະ ໃນ ເຮືອ ປະມົງ ຄົນງານ ທັງ ຖືກຕີ ຖືກຂ້າ ຮວມທັງ ເອົາຕີນ ຖີບ ລົງນໍ້າ ຫາກ ຖາມເອົາ ເງິນ ຕອນ ຈະເຂົ້າ ຝັ່ງ ແລະ ຫາກ ພຍາຍາມ ຫລົບໜີ. ຕາມ ຄໍາເວົ້າ ຂອງ ຄົນງານ ລາວ ຜູ້ນຶ່ງ ທີ່ ຫາກໍ່ ກັບມາ ເຮັດວຽກ ຢູ່ ລາວ ຊຶ່ງ ຂ້າພະເຈົ້າ ໄດ້ ໂອ້ລົມ ນໍາ ເມື່ອ ໜຶ່ງ ເດືອນ ກ່ອນ ໂດຍ ບັງເອີນ.