ສວັນນະເຂດ ມີນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນກວ່າ ທີ່ຜ່ານມາ

ຈຳປາທອງ
2023.03.23
ສວັນນະເຂດ ມີນັກຮຽນ ປະລະການຮຽນ ເພີ່ມຫຼາຍຂຶ້ນກວ່າ ທີ່ຜ່ານມາ ຊົ່ວໂມງເຂົ້າໂຮງຮຽນ ຂອງນັກຮຽນ ທີ່ໂຮງຮຽນແຫ່ງນຶ່ງ ໃນສປປ ລາວ, ເດືອນມີນາ ປີ 2023.
ນັກຂ່າວ ພົລເມືອງ

ອັດຕຣາການປະລະ ການຮຽນຢູ່ເມືອງໄຊພູທອງ ແຂວງສວັນນະເຂດ ໃນສົກຮຽນ 2023-2024 ນີ້ ຖືເປັນສະຖິຕິ ສູງທີ່ສຸດແບບບໍ່ເຄີຍມີມາກ່ອນ. ມາຮອດເດືອນກຸມພາ 2023 ນີ້ ມີນັກຮຽນປະລະການຮຽນແລ້ວຫຼາຍກວ່າ 90 ຄົນ ຊຶ່ງໃນນັ້ນມີນັກຮຽນປະຖົມ 44 ຄົນ ແລະນັກຮຽນມັທຍົມ 50 ປາຍຄົນ ຖືວ່າປະລະການຮຽນຫລາຍ ແບບບໍ່ເຄີຍມີມາ ຍ້ອນວ່າ ໃນສົກຮຽນ 2022-2023 ທີ່ຜ່ານມາ ມີນັກຮຽນປະ ຖົມປະລະການຮຽນພຽງ 10 ປາຍຄົນ ແລະນັກຮຽນມັທຍົມພຽງ 20 ປາຍຄົນເທົ່ານັ້ນ. ສາເຫຕທີ່ເຮັດໃຫ້ນັກຮຽນປະລະການຮຽນຫລາຍ ຕົ້ນຕໍກໍແມ່ນຍ້ອນຄອບຄົວທຸກຍາກ. ເວົ້າສະເພາະນັກຮຽນຊັ້ນມັທຍົມ ສ່ວນໜຶ່ງອອກໄປຊອກຫາເຮັດວຽກເພື່ອຫາຣາຍໄດ້ຊ່ອຍຄອບຄົວ, ອີງຕາມຄໍາເວົ້າຂອງ ທ່ານ ພົມມາ ສົງວິໄລ ຮອງເຈົ້າເມືອງເມືອງໄຊພູທອງ ຕໍ່ວິທຍຸກະຈາຍສຽງແຫ່ງຊາຕລາວ ໃນມຶ້ວັນທີ 15 ມີນານີ້.  

ທ່ານ ພົມມາ ກ່າວຕື່ມວ່າ ເພື່ອແກ້ໄຂບັນຫາດັ່ງກ່າວນັ້ນ ທາງເມືອງໄດ້ໃຊ້ວິທີສຶກສາອົບຮົມ ຜູ້ປົກຄອງ ໃຫ້ຮັບຮູ້ ແລະເຂົ້າໃຈຄວາມສຳຄັນ ຂອງການສຶກສາ ເພື່ອໃຫ້ພວກເຂົາເຈົ້າເອົາລູກຫຼານ ຕົນກັບມາເຂົ້າໂຮງຮຽນອີກ.

ຕໍ່ກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ຖາມໄປຍັງຄຣູມັທຍົມທ່ານນຶ່ງ ຢູ່ເມືອງໄຊພູທອງ ຜູ້ບໍ່ປະສົງອອກຊື່ໃນມື້ວັນທີ່ 23 ມີນານີ້, ໄດ້ຮັບຄໍາຕອບວ່າ.

“ຕັ້ງແຕ່ສົກທໍາອິດ ຕັ້ງແຕ່ເຂົ້າມາທໍາອິດ ແລ້ວແມ່ນເດືອນ 9 2022 ຫາເດືອນນີ້ 2023 ຫັ້ນນະ ກໍເຂົາອອກປະມານ 10 ປາຍຄົນ 13-14 ຄົນລວມໆຫັ້ນນະ ສ່ວນຫລາຍເປັນ ມ. ປາຍຫັ້ນນະ ປະມານ ມ.6 ມ.7 ຜູ້ປົກຄອງເຂົາເຈົ້າບໍ່ມີເງິນສົ່ງ ບາງທີພໍ່ແມ່ເຂົາປະຮ້າງກັນກໍມີຫັ້ນນະ.

ທ່ານກ່າວວ່າ ຖ້າທຽບກັບໂຮງຮຽນມັທຍົມອື່ນໆໃນເມືອງນີ້ ກໍຖືວ່າ ນັກຮຽນ ທັງຍິງ ແລະຊາຍທີ່ມີຈໍານວນເທົ່າໆກັນນັ້ນ ປະລະການຮຽນບໍ່ຫລາຍປານໃດ. ສ່ວນຫລາຍເປັນນັກຮຽນລາວລຸ່ມປະລະການຮຽນ, ຄຣູກໍໄດ້ສຶກສາອົບຮົມ ແລະເຊີນພໍ່ແມ່ຜູ້ປົກຄອງ ນັກຮຽນມາມາໂອ້ລົມ ແລະກໍມີນັກຮຽນຈໍານວນນຶ່ງກັບຄືນມາຮຽນຕໍ່.

ທ່ານກ່າວຕື່ມວ່າ ສາເຫດທີ່ເຮັດໃຫ້ນັກຮຽນປະລະການຮຽນນັ້ນ ນອກຈາກມີຄວາມຫຍຸ້ງຍາກທາງດ້ານເສຖກິດຄອບຄົວແລ້ວ ກໍຍັງຂາດແຮງຈູງໃຈໃຫ້ຮຽນຕໍ່ ຍ້ອນເມື່ອຮຽນຈົບແລ້ວ ກໍບໍ່ມີວຽກງານເຮັດ, ຮຽນຈົບຮອດມະຫາວິທຍາລັຍ ຫລືໂຮງຮຽນອາຊີບມາ ກໍບໍ່ສາມາດຫາວຽກເຮັດໄດ້.

ຖ້າສົມມຸດວ່າ ຈົບ ມ.7 ໄປນີ້ນະ ນັກຮຽນຄິດວ່າໄປຮຽນຕໍ່ວິຊາຊີບ ມັນບໍ່ມີບ່ອນຮອງຮັບ ຄວາມຄິດຂອງນັຮຽນ ຮຽນໄປແລ້ວກໍ ບໍ່ໄດ້ວ່າເປັນເຈົ້າເປັນນາຍ ຮຽນຈົບໄປແລ້ວກໍ ບໍ່ໄດ້ຫຍັງ ໄດ້ແຕ່ໃບປະກາດຊື່ໆ ສົມມຸດວ່າເຮົາອອກຈາກໂຮງຮຽນໄປເຮັດວຽກ ເຮົາກໍສິໄດ້ເງິນຫລາຍ ສ່ວນຫລາຍກໍໄປເຮັດວຽກູ່ໄທຍຫັ້ນແຫລະ ທັງຮຽນຈົບ ແລະຮຽນບໍ່ຈົບ.

ເຣື່ອງການປະລະການຮຽນນີ້ ຊາວບ້ານຢູ່ເມືອງໄຊພູທອງຜູ້ນຶ່ງເວົ້າວ່າ ໃນເຂດບ້ານຂອງນາງ ສ່ວນຫລາຍແມ່ນນັກຮຽນທີ່ຮຽນຈົບຊັ້ນມັທຍົມ 4 ປະລະການຮຽນ ຍ້ອນຄອບຄົວທຸກຍາກ, ບາງຄົນກໍໄປຊອກຫາວຽກເຮັດຢູ່ຕ່າງແຂວງ, ສ່ວນວ່ານັກຮຽນປະຖົມບໍ່ຄ່ອຍປະການຮຽນປານໃດ.

ອອກໂຮງຮຽນຫລາຍຢູ່ ກໍປານກາງ ຫລາຍກໍຫລາຍ ມັນກໍບໍ່ຫລາຍອີ່ຫລີດອກ ມີແຕ່ພວກຈົບຊັ້ນ ມ.4 ອີ່ຫຍັງນີ້ຫັ້ນນະ ເຂົາເຈົ້າບໍ່ໄປຕໍ່ ເຂົາເຈົ້າກໍອອກຊີ້ຫັ້ນນະ ບາງຄົນກໍໄປເຮັດວຽກ ບາງຄົນກໍູ່ນໍາບ້ານນີ້ແຫລະ ບໍ່ມີເງິນສົ່ງແຫລະ ເຂົາເຈົ້າຈຶ່ງອອກ ແບບວ່ານໍ້າມັນແພງຈັ່ງຊີ້ນະ ເສຖກິດກໍບໍ່ຄ່ອຍດີ ປະຖົມສິບໍ່ອອກຫລາຍ ປະຖົມຍັງຮຽນຢູ່.

ເຈົ້າໜ້າທີ່ອົງການພາກປະຊາສັງຄົມ ທີ່ກ່ຽວຂ້ອງດ້ານການສຶກສາ ທ່ານນຶ່ງຜູ້ຂໍສງວນຊື່ ແລະອົງການເວົ້າວ່າ ໄລຍະໂຄວິດ-19 ຣະບາດ, ໂຮງຮຽນປິດ, ນັກຮຽນອອກໂຮງຮຽນຫລາຍ. ໃນນັ້ນ ສ່ວນນຶ່ງແມ່ນອອກໄປເຮັດວຽກຊ່ອຍພໍ່ແມ່. ເມື່ອເວລາໂຮງຮຽນເປີດຄືນ ພວກເຂົາເຈົ້າກໍບໍ່ໄດ້ກັບມາຮຽນຕໍ່.

“ຢູ່ຂົງເຂດຂ້ອຍເຮັດໂຄງການ ຂອງຂ້ອຍກໍ່ມີຫັ້ນນໍ ຄົນປະລະການຮຽນ ເດັກນ້ອຍປະລະການຮຽນ ໂດຍສະເພາະຊ່ວງໂຄວິດນີ້. ສ່ວນນຶ່ງກະຊ່ອຍວຽກພໍ່ແມ່ ແລະກະສ່ວນນຶ່ງກະຢູ່ບ້ານຫັ້ນນໍ ເພາະສ່ວນຫຼາຍມັນເປັນນັກຮຽນມໍຕົ້ນ, ມໍປາຍ ແລະກະປະຖົມກໍ່ມີນໍ.

ກ່ຽວກັບເຣື່ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງເຈົ້າໜ້າທີ່ສຶກສາທິການ ແລະກິລາ ຢູ່ແຂວງສວັນນະເຂດ, ແຕ່ທ່ານບໍ່ສະດວກທີ່ຈະໃຫ້ຄວາມເຫັນ ແຕ່ເຖິງຢ່າງໃດກໍ່ຕາມ, ອະດີດເຈົ້າໜ້າທີ່ລາວທ່ານນຶ່ງ ຜູ້ບໍ່ປະສົງອອກຊື່ ແລະສຽງ ກໍເວົ້າວ່າ:

ບັນຫາການປະລະການຮຽນ ຍັງເກີດຂຶ້ນໃນທົ່ວປະເທດ, ຕາມທີ່ຮູ້ ບໍ່ແມ່ນແຕ່ຢູ່ເມືອງໄຊພູທອງ ຢູ່ຫຼາຍເມືອງໃນທົ່ວປະເທດກໍປະລະການຮຽນ. ບັນຫາບໍ່ແມ່ນມາຈາກເດັກນ້ອຍ ແຕ່ກົກຂອງບັນຫາແມ່ນຄອບຄົວບໍ່ສາມາດສົ່ງລູກຮຽນໄດ້ ຍ້ອນສະພາບເສຖກິຈ ທຸກຍາກ.”

ບັນຫາ ການປະລະການຮຽນ ຢູ່ ສປປລາວ ຍັງເປັນບັນຫາຊຳເຮື້ອ ແລະມີທ່າອຽງທີ່ຈະຮຸນແຮງຫຼາຍຂື້ນ ຍ້ອນຫລາຍປັດໃຈ ທີ່ສົ່ງຜົລກະທົບຫຼາຍຢ່າງຕໍ່ຂແນງການສຶກສາ ເປັນຕົ້ນຍ້ອນຄວາມຫຍຸ້ງຍາກ ທາງດ້ານເສຖກິຈ, ພໍ່ແມ່ຜູ້ປົກຄອງນັກຮຽນທຸກຍາກ, ຣັຖບານບໍ່ມີງົບປະມານພຽງພໍສໍາລັບພັທນາຂແນງການສຶກສາ, ຕ້ອງໄດ້ປິດໂຮງ ຮຽນນ້ອຍໄປໂຮມກັບໂຮງຮຽນໃຫຍ່, ຣັຖບານບໍ່ສາມາດຮັບເອົາຄຣູອາສາ ສມັກເຂົ້າເປັນຣັຖກອນ ທີ່ມີຈໍານວນຫລວງຫລາຍນັ້ນໄດ້ ແລະບໍ່ໃຫ້ເງິນເດືອນພວກເຂົາເຈົ້າ, ຄຣູອາສາ ສມັກລາອອກຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.