ເຈົ້າຂ້ອງຮ້ານກິນດື່ມ ໃຫ້ບໍຣິການທາງເພດ ເມືອງປາກຊັນ ຖືກສຶກສາອົບຮົມ

ຈຳປາທອງ
2023.12.01
ເຈົ້າຂ້ອງຮ້ານກິນດື່ມ ໃຫ້ບໍຣິການທາງເພດ ເມືອງປາກຊັນ ຖືກສຶກສາອົບຮົມ ຮູບໂຕຢ່າງປະກອບ: ຮ້ານບັນເທີງ/ຮ້ານກິນດື່ມແຫ່ງນຶ່ງ ໃນລາວ.
RFA

ກອງບັນຊາການ ປກສ ເມືອງປາກຊັນ ແຂວງບໍຣິຄໍາໄຊ ກວດກາຮ້ານກິນດື່ມ ທີ່ມີການຄ້າປະເວນີແອບແຝງ ຢູ່ເທສບານເມືອງປາກຊັນ; ໄດ້ພົບເຫັນ 15 ຮ້ານ ທີ່ມີສາວບໍຣິການທາງເພດ 32 ຄົນ. ເຈົ້າໜ້າທີ່ຕໍາຣວດ ໄດ້ນໍາໂຕເຈົ້າຂອງຮ້ານ ແລະສາວບໍຣິການ ມາສຶກສາອົບຮົມ ແລະເຮັດບົດບັນທຶກ ໃຫ້ເຈົ້າຂອງຮ້ານ ຢຸດເຊົາການເຄື່ອນໄຫວ ໃນການຄ້າປະເວນີ ຢູ່ໃນຮ້ານຂອງຕົນນັ້ນ ແລະໃຫ້ນໍາສົ່ງສາວບໍຣິການທັງໝົດ ກັບຄືນສູ່ຄອບຄົວ ທີ່ບ້ານເກີດຂອງພວກເຂົາເຈົ້າ.

ການກວດກາຮ້ານກິນດື່ມທີ່ວ່ານັ້ນ ແມ່ນປະຕິບັດຕາມແຜນການເລີກຮື້ປາກົດ ການຫຍໍ້ທໍ້ ທີ່ພົ້ນເດັ່ນໃນເມືອງປາກຊັນ ສະບັບລົງວັນທີ 20 ພຶສຈິກາ 2023 ແລະຕາມຂໍ້ຕົກລົງ ຂອງກອງບັນຊາການ ປກສ ເມືອງປາກຊັນ ສະບັບລົງວັນທີ 20 ພຶສຈິກາ 2023 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ແກ້ໄຂປາ ກົດການຫຍໍ້ທໍ້ ໃນເມືອງປາກຊັນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງແຂວງບໍຣິຄໍາໄຊ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ທັນວານີ້.

ຖືວ່າຈຸເຮົາ ກໍໄດ້ແກ້ໄຂໄປຕາມແຜນເລີກຮື້ ຈຸເຮົາຫັ້ນ ຜ່ານທາງເມືອງຜ່ານທາງແຂວງ ບໍ່ໄດ້ມີການປັບໄໝ ມີແຕ່ວ່າເຮັດບົດບັນທຶກກັບເຈົ້າຂອງຮ້ານ ໃຫ້ຍຸຕິກ່ຽວກັບພຶຕິກັມ ໃນການສໍ່ແວວ ດ້ານການຄ້າປະເວນີ ຢູ່ຮ້ານຫັ້ນນ່າ. ສະຖານທີ່ ບໍ່ໃຫ້ມີຢູ່ຫັ້ນເດັດຂາດ ຄັນວ່າຮ້ານໃດຝ່າຝືນ ໃນຕໍ່ໜ້າຈຸເຮົາລົງກວດກາຫັ້ນນ່າ ຫາກວ່າຍັງມີຫລືວ່າຍັງເຫັນ ກ່ຽວກັບປາກົດການດັ່ງກ່າວ ອັນນີ້ຊິໄດ້ປະຕິບັດຕາມກົດໝາຍ ຢ່າງເຂັ້ມງວດເລີຍຫັ້ນນ່າ. ສ່ວນສາວບໍຣິການ ຈຸເຮົາເຮັດບົດບັນທຶກ ແລ້ວໃຫ້ກັບຄືນໝົດ ກັບຄືນພູມລໍາເນົາໝົດຫັ້ນເລີຍ ຖືວ່າໂຕນີ້ ບໍ່ໄດ້ມີການປັບໃໝ ມີແຕ່ສຶກສາອົບຮົມ.

ທ່ານກ່າວຕໍ່ໄປວ່າ ຈາກການສືບສວນ-ສອບສວນ ສາວບໍຣິການທາງເພດ ທັງໝົດ 32 ຄົນນັ້ນ ຮູ້ວ່າ ພວກນາງ ເຕັມໃຈມາຂາຍບໍຣິການທາງເພດ ຍ້ອນເຫັນວ່າ ໝູ່ທີ່ມາເຮັດກ່ອນແລ້ວ ມີການດໍາຣົງຊີວິດດີຂຶ້ນ ດັ່ງນັ້ນ ຈຶ່ງພາກັນຕັດສິນໃຈ ເຂົ້າສູ່ວົງການຂາຍບໍຣິການທາງເພດ ເພື່ອຢາກມີຊີວິດການເປັນຢູ່ດີຂຶ້ນ ເຖິງຈະຮູ້ ແລະເຂົ້າໃຈດີວ່າ ອາຊີບນີ້ ເປັນອາຊີບ ທີ່ຜິດຕໍ່ຮີດຄອງປະເພນີອັນດີງາມ ຂອງລາວ ແຕ່ກໍຊັກຊວນກັນມາ.

ເພາະວ່າສ່ວນຫລາຍເຂົາກໍຊັກຊວນກັນມາ ຜ່ານມາມີຜູ້ນຶ່ງເນາະ ສົມມຸດນ່າມາຢູ່ປາກຊັນແລ້ວ ແລ້ວເມືອບ້ານ ເຮັດແລ້ວໄດ້ເຄື່ອງໄດ້ຂອງ ໄດ້ເງິນໄດ້ຄໍາຫັ້ນນ່າ ແລ້ວຊວນກັນມາ ບໍ່ແມ່ນຮູບການຕົວະຍົວະ ຫລອກລວງເດ້ ເຮົາກໍສອບຖາມລະອຽດຫັ້ນແຫລະ ອັນນີ້ນ່າມັນເປັນຮ້ານ ສ່ວນຫລາຍກໍມີແຕ່ຮ້ານກິນດື່ມ ຮ້ານອັນນີ້ເຮົານີ້ນ່າ ຢູ່ນໍາບ້ານເຮົານີ້ ທົ່ວໄປ ບໍ່ແມ່ນຄົນຕ່າງປະເທດເດ້ ມີແຕ່ຄົນລາວເຮົາໝົດ.

ປະຊາຊົນ ຈາກເມືອງປາກຊັນ ນາງນຶ່ງ ເວົ້າເຖິງຮ້ານກິນດື່ມທີ່ ມີການຄ້າປະເວນີແອບແຝງ ວ່າ ສ່ວນໃຫຍ່ ຈະເປັນຮ້ານກິນດື່ມຂອງຄົນລາວ ທີ່ຕັ້ງຢູ່ໃນເຂດນອກເທສບານເມືອງ ເຂດຫລັກ 5 ແລະເຂດຫລັກ 6 ແລະວ່າ ຍິນດີນໍາພາກສ່ວນທີ່ກ່ຽວຂ້ອງ ທີ່ລົງກວດກາຮ້ານກິນດື່ມ ທີ່ມີການລັກຄ້າປະເວນີນັ້ນ.

ໂອ້! ຄັນວ່າມັນມີແບບຊີ້ແທ້ ກໍຢາກໃຫ້ຂັ້ນເທິງເພິ່ນລົງກວດກາຫັ້ນແຫລະເນາະ ກວດກາລົງຕິດຕາມອິຫຍັງ ເບິ່ງແຫລະ ບໍ່ຢາກໃຫ້ມີແຫລະ ຄັນວ່າສາວບໍຣິການແບບນັ້ນຫັ້ນນ່າ. ໃນເຂດປາກຊັນເຮົານີ້ ມັນກໍບໍ່ຄ່ອຍມີດອກ ມີແຕ່ເຂດນອກ ອອກໄປຂ້າງນອກແຕ່ວ່າເຣື່ອງລັກເຮັດ ເຂົາກໍສິລັກເຮັດຢູ່ແຫລະ ເພາະວ່າມັນໄກຫູໄກຕາ ທາງໃນເມືອງເດ່ເນາະ ແຕ່ວ່າຄັນເຮົາລົງໄປຊໍ່າໃດກໍເປັນຜົລດີ ຜົລກະທົບການທ່ອງທ່ຽວອີ່ຫຍັງ ບໍ່ມີຜົລດອກ ເຣື່ອງການລັກເຮັດ ເຂົາກໍສິລັກເຮັດຢູ່ດອກ.

ພ້ອມດຽວກັນນັ້ນ ຜູ້ປົກຄອງນັກຮຽນ ຈາກເມືອງປາກຊັນ ທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີວ່າ ຍິນດີນໍາເຈົ້າໜ້າທີ່ທີ່ກ່ຽວຂ້ອງ ທີ່ໄດ້ລົງໄປກວດກາຮ້ານກິນດື່ມ ທີ່ມີການລັກເປີດຄ້າປະເວນີ ເພື່ອປົກປ້ອງ ບໍ່ໃຫ້ລູກຫລານເສື່ອມເສັຍຊື່ສຽງ ແລະຢາກໃຫ້ມີມາຕການຄວບຄຸມຄົນເຂົ້າ-ອອກເມືອງ ເນື່ອງຈາກເຫັນວ່າສາວບໍຣິການທາງເພດຢູ່ໃນເມືອງ ສ່ວນໃຫຍ່ ເປັນສາວທີ່ມາຈາກແຂວງອື່ນ.

ຊົມເຊີຍນໍາແຫລະເນາະ ຄັນວ່າເຮັດໄດ້ຫັ້ນ ເປັນອັນດີແຫລະ ຄັນວ່າສຶກສາອົບຮົມໄດ້ແມ່ນວ່າເຕັມໃຈຫັ້ນແຫລະນ່າ ແຕ່ວ່າຄັນພໍ່ແມ່ບໍ່ ຫລືວ່າຮູ້ແລ້ວຫັ້ນ ລູກຫລານຂອງໄທເຮົາຫັ້ນ ມີການເຊື່ອມເສັຽ ອັນນີ້ກໍເວົ້າພື້ນ ອັນນີ້ກໍຢາກໃຫ້ໃຊ້ມາຕການຄວບຄຸມຫັ້ນແຫລະ ກ່ຽວກັບອັນນ່າ... ຄົນມາຫັ້ນ ຄົນໄປຄົນມາຫັ້ນແຫລະເນາະ ໃຫ້ລົງໄປເກັບກໍາຂໍ້ມູນໃຫ້ວ່າ. ເອີ ຄົນນີ້ມາຈາກໃສ ຢູ່ໃສບ້ານໃດ ເຈົ້າມານີ້ ມາແບບໃດ ແບບມາຂາຍໂຕອີ່ຫຍັງນີ້ ມັນກໍສິບໍ່ງາມຫັ້ນແຫລະເນາະ.

ຮ້ານກິນດື່ມ ທີ່ມີການຄ້າປະເວນີແອບແຝງ ແມ່ນຜິດຕໍ່ລະບຽບກົດໝາຍບ້ານເມືອງ. ຜິດຕໍ່ປະມວນກົດໝາຍອາຍາ ມາດຕຣາ 215 ວ່າດ້ວຍການຄ້າມະນຸສ, ມາດຕຣາ 253 ວ່າດ້ວຍການບັງຄັບໃຫ້ເປັນໂສເພນີ ແລະມາດຕຣາ 254 ວ່າດ້ວຍການຄ້າປະເວນີ ຂອງບຸກຄົນອື່ນ.

ເພື່ອແກ້ໄຂບັນຫາດັ່ງກ່າວ ກອງບັນຊາການ ປກສ ເມືອງປາກຊັນ ຮຽກຮ້ອງໃຫ້ສາວບໍຣິການທາງເພດ ປ່ຽນແປງແນວຄິດ ແລະການກະທໍາໃຫ້ດີ, ເອົາໃຈ ໃສ່ປະກອບອາຊີບ ທໍາມາຫາກິນໃຫ້ຖືກຕ້ອງຕາມລະບຽບກົດໝາຍ ແລະຮີດຄອງປະເພນີອັນດີງາມ ຂອງແມ່ຍິງລາວ. ພ້ອມກັນນັ້ນ ກໍໃຫ້ຜູ້ປະກອບການຮ້ານກິນດື່ມ ປະຕິບັດໃຫ້ຖືກຕ້ອງ ຕາມລະບຽບກົດໝາຍນໍາດ້ວຍ, ອີງຕາມຂໍ້ມູນ ຈາກຫ້ອງການ ປກສ ເມືອງປາກຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.