ແມ່ມານ-ລູກໃນທ້ອງ ເສັຍຊີວິດ ຕອນທີ່ໄປເກີດລູກ ຢູ່ໂຮງໝໍ ແຂວງໄຊຍະບູຣີ

0:00 / 0:00

ໃນວັນທີ 31 ທັນວາ 2023 ທີ່ຜ່ານມາ ເກີດເຫດການ ແມ່ມານເຈັບທ້ອງໄປເກີດລູກ ຢູ່ໂຮງໝໍແຂວງໄຊຍະບູຣີ ແຕ່ເສັຍຊີວິດທັງແມ່ ແລະລູກ ເຮັດໃຫ້ຍາດພີ່ນ້ອງບໍ່ພໍໃຈ ຕໍ່ເຫດການດັ່ງກ່າວ ຈຶ່ງໄດ້ໂພສຕ໌ລົງທາງສື່ສັງຄົມອ໋ອນລາຍນ໌ ເຖິງບັນຫາ ການລະເລີຍໜ້າທີ່ ຂອງແພດ ແລະໝໍ ຕໍ່ໄປຊາຊົນ, ບໍ່ສົນໃຈຄໍາຮ້ອງຂໍ ຂອງປະຊາຊົນ.

ຕໍ່ກັບເຣື່ອງນີ້ ຊາວບ້ານ ທີ່ຮູ້ເຫດການດັ່ງກ່າວ ກ່າວວ່າ ແມ່ມານທີ່ເສັຍຊີວິດນັ້ນ ມີອາຍຸ 33 ປີ ເປັນຄົນບ້ານຫວັງສອຍ ເມືອງໄຊຍະບູຣີ ແຂວງໄຊຍະບູຣີ ເຈັບທ້ອງຈະເກີດລູກຄົນທີ 3 ເມື່ອແມ່ມານດັ່ງກ່າວ ເສັຍໄປຊີວິດ ໄປພ້ອມກັບລູກໃນທ້ອງ ກໍເຮັດໃຫ້ລູກ 2 ຄົນ ທີ່ຍັງນ້ອຍຢູ່ ກາຍເປັນກໍ່າພ້າ ເຊິ່ງຍາດພີ່ນ້ອງ ຍັງທໍາໃຈບໍ່ໄດ້.

ດັ່ງຊາວບ້ານ ບ້ານຫວັງສອຍ ເມືອງໄຊຍະບູຣີ ເຊິ່ງເປັນຄົນບ້ານດຽວກັບ ແມ່ມານຄົນທີ່ເສັຍຊີວິດນັ້ນ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 8 ມົກກະຣາ ນີ້ວ່າ:

“ແມ່ມານຫັ້ນ ລູກນີ້ ມີ 2 ເບາະ ຄົນໃນທ້ອງ ທີ່ 3 ຜູ້ກ່ຽວໄປກວດ ຫາກບໍ່ມີພຍາດແຊກຊ້ອນແມ່ນຫຍັງນ່າ. ພະຍາດອັນນັ້ນ ມັນເກີດກະທັນຫັນ. ເພິ່ນຊ່ວຍບໍ່ທັນ ເພິ່ນວ່າ ກໍຊິບໍ່ພໍໃຈປານໃດຫັ້ນແຫຼະ . ເຣື່ອງການທໍາໃຈແມ່ນຫຍັງກໍ ດົນພຸ້ນແຫຼະ ມັນຈັ່ງຄ່ອຍລືມໄດ້ຫັ້ນນ່າ ກໍວ່າຕຣຽມອອກມາຖແລງການຢູ່ລາວວ່າ.”

ທ່ານກ່າວຕື່ມວ່າ ເຂດບ້ານຫວັງສອຍນີ້ ກໍບໍ່ໄດ້ໄກຈາກໂຮງໝໍແຂວງປານໃດ ໃຊ້ເວລາເດີນທາງ ປະມານ 20 ນາທີ ແລະເຫດການດັ່ງກ່າວນີ້ ເກີດຂຶ້ນຕັ້ງແຕ່ວັນທີ 31 ທັນວາ 2023 ຜ່ານມາຫຼາຍມື້ແລ້ວ ທາງຄອບຄົວ ກໍມີການເຜົາສົບ ເຮັດພິທີຕາມສາສນາຮຽບຮ້ອຍແລ້ວ ຍາດພີ່ນ້ອງກໍຍັງພຍາຍາມທໍາໃຈກັນຢູ່.

ເຫດການດັ່ງກ່າວນີ້ ເກີດຢູ່ທີ່ໂຮງໝໍແຂວງໄຊຍະບູຣີ ໄດ້ຖືກຄົນວິພາກວິຈານ ໄປໃນທາງທີ່ບໍ່ດີຈໍານວນຫຼາຍ ໂດຍສະເພາະ ຄົນເວົ້າເຖິງໝໍ ບໍ່ມີຄວາມເອົາໃຈໃສ່ຕໍ່ຄົນເຈັບປ່ວຍ, ລະເລີຍຕໍ່ໜ້າທີ່, ເວົ້າຈາບໍ່ມ່ວນ, ດັ່ງຊາວບ້ານ ໃນເມືອງໄຊຍະບູຣີ ທ່ານນຶ່ງ ກ່າວວ່າ ກໍແມ່ນຄວາມຈິງ ຕາມເຂົາເວົ້າກັນ ທີ່ແພດແລະໝໍ ບໍ່ເອົາໃຈໃສ່ຄົນເຈັບປ່ວຍ ທີ່ຜ່ານມາ ກໍມີເຫດການລັກສະນະນີ້ ເກີດຂຶ້ນກັບຄົນແຖວບ້ານໂຕເອງນີ້ ເປັນແມ່ມານ ເຈັບທ້ອງໄປເກີດລູກຢູ່ໂຮງໝໍແຂວງເຊັ່ນກັນ ເຊິ່ງນໍ້າຄາວປາກໍໄຫຼອອກເລື້ອຍໆ ໝໍກໍບອກໃຫ້ລໍຖ້າກ່ອນ ຈົນສຸດທ້າຍ ລູກເພິ່ນເສັຍຊີວິດ ສ່ວນແມ່ ນັ້ນລອດ:

“ກະຄືວ່າຫັ້ນແຫຼະ ເຂົາເວົ້າກະຖືກຄວາມເຂົາຫັ້ນແຫຼະ ແບບແພດບໍ່ເອົາໃຈໃສ່ປານໃດ ວ່າແຕ່ວ່າ ເກີດທັມມະຊາຕ ເກີດໄດ້ລະດີ ມັນບໍ່ແມ່ນເດ້ ບາງຄົນນໍ້າຄາວປາແຕກ ເພິ່ນກໍບໍ່ໄດ້ ເພິ່ນຂໍຜ່າ ກໍຕ້ອງໄດ້ຜ່າ ຜູ້ລຸ່ມເຮືອນນີ້ກໍເປັນເດ້ ແບບວ່າ ນໍ້າຄາວປາແຕກ ກະວ່າຖ້າບຶດນຶ່ງກ່ອນ ບາດນີ້ມັນກໍເນາະແຕກຫຼາຍ ມັນກໍໝົດ ລູກນີ້ກະຕາຍນ່າ.”

ເຫດການທີ່ເກີດຂຶ້ນ ໃນວັນ 31 ທັນວາ 2023 ທີ່ຜ່ານມາ ທີ່ມີແມ່ມານຄົນນຶ່ງ ເຈັບທ້ອງເກີດລູກ ແລ້ວໄປເກີດຢູ່ໂຮງໝໍ ແຂວງໄຊຍະບູຣີ ແຕ່ພັດເສັຍຊີວິດ ພ້ອມລູກໃນທ້ອງນັ້ນ ເຮັດໃຫ້ຍາດພີ່ນ້ອງບໍ່ພໍໃຈ ຕໍ່ເຫດການດັ່ງກ່າວ ຈຶ່ງໄດ້ໂພສລົງສື່ສັງຄົມອ໋ອນລາຍນ໌ ເຖິງບັນຫາ ການລະເລີຍໜ້າທີ່ ຂອງແພດແລະໝໍ ຕໍ່ໄປຊາຊົນ ບໍ່ສົນໃຈຄໍາຮ້ອງຂໍ ຂອງປະຊາຊົນ.

ເຊິ່ງໃນໂພສດັ່ງກ່າວ ທີ່ທາງຄອບຄົວໄດ້ໂພສນັ້ນ ມີໃຈຄວາມວ່າ ຄົນເຈັບ ໄປຮອດໂຮງໝໍ ປະມານ 9:45 ຕອນເຊົ້າ ໄດ້ເຈັບທ້ອງຈະເກີດລູກ ແຕ່ໄດ້ຮ້ອງຂໍໃຫ້ໝໍຜ່າຕັດ ແຕ່ໝໍ ບໍ່ຍອມຜ່າຕັດ ໝໍບອກແຕ່ວ່າ ບໍ່ເປັນຫຍັງ ຈົນຮອດເວລາ 5:00 ໂມງແລງ ແມ່ມານ ທົນຄວາມເຈັບບໍ່ໄຫວ ຊ໊ອກເສັຍຊີວິດ ແລະກໍບໍ່ມີຄວາມຮັບຜິດຊອບຫຍັງ ເອົາແຕ່ເວົ້າຈາບໍ່ສຸພາບ ແລ້ວອ້າງວ່າ ທີ່ແມ່ມານດັ່ງກ່າວ ເສັຍຊີວິດພ້ອມລູກໃນທ້ອງນັ້ນ ເປັນເພາະພຍາດຂອງແມ່ມານເອງ ເຊິ່ງເປັນພຍາດບ້າໝູ ຍາດພີ່ນ້ອງກໍບໍ່ເຂົ້າໃຈ ເພາະແມ່ມານດັ່ງກ່າວ ບໍ່ມີພຍາດແຊກຊ້ອນ ຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ອອກມາອະທິບາຍ.

ຂະນະດຽວກັນ ທາງໂຮງໝໍແຂວງໄຊຍະບູຣີ ກໍອອກມາຊີ້ແຈງວ່າ ກໍຣະນີດັ່ງກ່າວນີ້ ເປັນຍ້ອນແມ່ມານດັ່ງກ່າວ ມີນໍ້າຄາວບປາ ອຸດຕັນຢູ່ໃນປອດ ເຊິ່ງຢູ່ໃນສະພາວະເສັ້ນເລືອດອຸດຕັນໃນປອດ, ຄວາມດັນຕົກ ເປັນສະພາວະທີ່ເກີດຂຶ້ນແລ້ວຈະອັນຕລາຍທັນທີ ທັງແມ່ແລະລູກໃນທ້ອງ ສ່ຽງເສັຍຊີວິດ ເຊິ່ງສະພາວະນໍ້າຄາວປາ ອຸດຕັນໃນປອດນີ້ ເກີດຂຶ້ນໄດ້ທົ່ວໂລກ 1 ຕໍ່ແສນຄົນ ຢູ່ໄທຍ ກໍເປັນເຊັ່ນກັນ ແມ່ນ 42 ຕໍ່ແສນຄົນ.

ເຊິ່ງກໍຣະນີນີ້ ທາງໂຮງໝໍແຂວງໄຊຍະບູຣີ ຖືວ່າ ເປັນກໍຣະນີທໍາອິດ ແຕ່ໃນລາວ ກໍພົບວ່າ ມີເກີດຂຶ້ນຢູ່ແຂວງຄໍາມ່ວນ 2 ກໍຣະນີ ໝໍ ບໍ່ສາມາດຊ່ອຍໄດ້ເຊັ່ນກັນ ແລະຍັງມີຢູ່ສູນກາງອີກຈໍານວນນຶ່ງ.

ແລະສໍາລັບກໍຣະນີ ທີ່ເກີດຂຶ້ນໃນໂຮງໝໍແຂວງໄຊຍະບູຣີນີ້ ກ່ອນທີ່ແມ່ມານດັ່ງກ່າວ ຈະເສັຍຊີວິດ ແພດແລະໝໍ ກໍນໍາໄປຫ້ອງຜ່າຕັດແລ້ວ ເພື່ອຈະຊ່ອຍຊີວິດແມ່ແລະລູກໃນທ້ອງເຕັມທີ່ ແຕ່ບໍ່ສາມາດຊ່ອຍຊີວິດໄດ້ທັນ, ດັ່ງທ່ານໝໍ ສຸລະວັນ ອິນທະວົງ ຫົວໜ້າໜ່ວຍງານອອກລູກ ຊ່ຽວຊານປະສູດພຍາດຍິງ ຖແລງຂ່່່າວໃນບໍ່ດົນນີ້ວ່າ:

“ກໍຣະນີທີ່ເສັຍຊີວິດ ຢູ່ໂຮງໝໍເຮົານີ້ ພາວະທີ່ວ່າ ນໍ້າຄາວປາອຸດຕັນຢູ່ໃນປອດ ຫຼັງຈາກທີ່ວ່ານໍ້າຄາວປາແຕກ 1 ຊົ່ວໂມງເນາະ ຄົນເຈັບມີອາການຢຸດຫາຍໃຈ ກະທັນຫັນ ຕົນໂຕກໍ່າແຫຼ້ ຫາຍໃຈຝືດ ຄວາມດັນຕົກ ທາງທີມງານແພດໝໍຂອງເຮົາ ກະໄດ້ຊ່ວຍລາວສຸດຂີດ ແຕ່ວ່າ ກໍຊ່ວຍກອບກູ້ຊີວິດ ຂອງແມ່ ຂອງລູກບໍ່ໄດ້.”

ຂະນະທີ່ ດຣ ຄູນສວັດ ເສນາພັນ ຜູ້ອໍານວຍການໂຮງໝໍແຂວໄຊຍະບູຣີ ກໍກ່າວໃນທີ່ຖແລງຂ່າວເຊັ່ນກັນວ່າ ຂໍສະແດງຄວາມເສັຍໃຈ ຕໍ່ເຫດການດັ່ງກ່າວ ຕໍ່ຄອບຄົວຜູ້ເສັຍຊີວິດ ເຊິ່ງທາງແພດແລະໝໍ ກໍພຍາຍາມຊ່ອຍເຕັມທີ່ແລ້ວ ແລະມື້ນັ້ນ ກໍມີແມ່ມານ ມາເກີດລູກຢູ່ໂຮງໝໍ ອີກ 7 ຄົນ ເຊິ່ງກໍເບິ່ງແຍງຢ່າງທົ່ວເຖິງທຸກຄົນ ບໍ່ໄດ້ລະເລີຍຕໍ່ການປະຕິບັດໜ້າທີ່.

ພ້ອມດຽວກັນນີ້ ເຈົ້າໜ້າທີ່ສາທາຣະນະສຸຂ ແຂວງໄຊຍະບູຣີ ທ່ານນຶ່ງ ກໍກ່າວວ່າ ກໍເປັນໄປຕາມທີ່ ທາງໂຮງໝໍແຂວງໄຊຍະບູຣີ ຖແລງຂ່າວເບື້ອງຕົ້ນແລ້ວ ກໍຈະບໍ່ມີການຊົດເຊີຍ ເພາະເປັນກໍຣະນີ ທີີ່ແພດແລະໝໍ ຊ່ອຍເຫຼືອສຸດຄວາມສາມາດແລ້ວ:

“ໂຕນັ້ນ ເປັນການບໍ່ພໍໃຈ ຂອງຍາດຕິພີ່ນ້ອງເພິ່ນ ທາງໂຮງໝໍເຂົາເຈົ້າໄດ້ຖແລງແລ້ວ ແຕ່ວ່າ ເລື່ອງນິສັຍຂອງແພດໝໍ ຢູ່ໂຮງໝໍ ກໍບໍ່ຄ່ອຍມີການຊົດເຊີຍດອກ ເວັ້ນແຕ່ກໍຣະນີ ທີ່ເຮົາປ່ອຍປະລະເລີຍ ເຮົາບໍ່ໄດ້ເອົາໃຈໃສ່ຫັ້ນເຂົາເຈົ້າຕ້ອງໄດ້ຊົດເຊີຍ ແຕ່ວ່າ ໂຕນີ້ ເຂົາກໍເອົາໃຈໃສ່ສຸດຄວາມສາມາດແລ້ວ.”

ນັກວິຊາການ ດ້ານແມ່ແລະເດັກໃນລາວ ທ່ານນຶ່ງ ກໍກ່າວເຖິງກໍຣະນີດັ່ງກ່າວ ນີ້ວ່າ ໃນປະເທດລາວນີ້ ຕ້ອງຍອມຮັບວ່າ ແພດ ແລະໝໍ ຜູ້ຊ່ຽວຊານສະເພາະທາງໃດນຶ່ງ ມີໜ້ອຍ ເຊັ່ນ ໝໍຜ່າຄອດ ກໍມີໜ້ອຍ ກວ່າຈະຂຶ້ນແຜນຜ່າຕັດ ກໍຕ້ອງໃຊ້ເວລາ ຄົນເຈັບທົນບໍ່ໄຫວກໍເສັຍຊີວິດ ຢ່າງກໍຣະນີນີ້ເຊັ່ນກັນ ກໍຖືວ່າແມ່ມານເຂົາເຈົ້າ ທົນເຈັບທ້ອງບໍ່ໄຫວ ເພາະກວ່າຈະຊ່ອຍ ກໍບໍ່ທັນການແລ້ວ ກໍເລີຍເຮັດໃຫ້ແມ່ມານດັ່ງກ່າວນັ້ນ ເສັຍຊີວິດ:

“ໝໍຢູ່ລາວມັນມີໜ້ອຍ ແລ້ວບາດນນີ້ ຄວາມຮູ້ສູງນີ້ ມັນກໍມີໜ້ອຍ ຊ່ຽວຊານມັນມີໜ້ອຍເນາະ ກໍຣະນີເພິ່ນຄາວຽກ ຫຼືບໍ່ຢູ່ນັ້ນ ກໍອາຈໄດ້ເສັຍເວລາດົນໜ້ອຍນຶ່ງ ທີ່ວ່າ ຂຶ້ນແຜນປາດ ແລ້ວເອີີ້ນມາເຕົ້າໂຮມ ມັນອາຈຊ້າໜ້ອຍນຶ່ງ ການເຈັບປວດຫັ້ນ ມັນທົນບໍ່ໄດ້ເນາະ ໝໍ ຈັ່ງຄ່ອຍມາຊ່ອຍຫັ້ນນ່າ ມັນກໍເອົາບໍ່ທັນແຫຼະ ວິນາທີສຸດທ້າຍເນາະ.”

ທ່ານກ່າວຕື່ມວ່າ ກໍຖືວ່າເປັນບົດຮຽນ ທີ່ຈະຕ້ອງຫາວິທີແກ້ໄຂ ສໍາລັບຜ່າຄອດ ແລະເຈົ້າໜ້າທີ່ແພດ ແລະໝໍ ທີ່ເຮັດວຽກສະເພາະດ້ານດັ່ງກ່າວ ເຊິ່ງເບື້ອງຕົ້ນ ການທີ່ແມ່ມານເຈັບທ້ອງມາອອກລູກ ຄວນຕິດຕາມອາການທຸກຊົ່ວໂມງ ເບິ່ງປາກມົດລູກເປີດເພີ່ມຂຶ້ນຫຼືບໍ່ ຖ້າປາກມົດລູກບໍ່ເປີດ ແຕ່ນໍ້າຄາວປາໄຫຼຕໍ່ເນື່ອງ ໝໍ ກໍຕ້ອງຕັດສິນໃຈ ໃຫ້ຜ່າຄອດທັນທີ ເພື່ອຈະບໍ່ເປັນອັນຕລາຍຕໍ່ແມ່ ແລະເດັກ ບໍ່ຄວນລໍຖ້າ ຈົນນາທີສົນທ້າຍ ບໍ່ເຊັ່ນນັ້ນຈະບໍ່ສາມາດຊ່ອຍຊີວິດໄດ້ທັນ.

ຢ່າງໃດກໍຕາມ ທາງໂຮງໝໍແຂວງໄຊຍະບູຣີ ກໍຈະມີການທົບທວນ ຄົ້ນຄວ້າສຶກສາຂໍ້ມນ ກ່ຽວກັບການເກີດສະພາວະ ນໍ້າຄາວປາອຸດຕັນໃນປອດ ກັບທາງສູນກາງຕື່ມ ແລະເພື່ອຫາວິທີການ ຊ່ອຍເຫຼືອແມ່ມານທີ່ເຈັບທ້ອງມາເກີດລູກ ໃນຕໍ່ໄປພາຍພາກໜ້າ.

ອີງຕາມການປະເມີນ ຂອງຫ້ອງການແມ່ແລະເດັກ ກະຊວງສາທາຣະນະສຸຂ ສປປລາວ ກ່ຽວກັບການເສັຍຊີວິດ ຂອງເດັກນ້ອຍເກີດໃໝ່ ຢູ່ໃນປະເທດລາວ ພົບວ່າ ລະຫວ່າງ ປີ 1978 ແລະ 1987 ໃນຈໍານວນເດັກນ້ອຍເກີດໃໝ່ ແຕ່ລະ 1,000 ຄົນ ເສັຍຊີວິດຫຼຸດລົງ ຈາກ 191 ຄົນ ມາເປັນ 39 ຄົນ.

ສ່ວນໃນປີ 2017 ອົງການສະຫະປະຊາຊາຕ ແລະກະຊວງສາທາຣະນະສຸຂ ຂອງລາວ ປະເມີນກ່ຽວກັບແມ່ຍິງລາວ ເສັຍຊີວິດໃນຍາມເກີດລູກ ພົບວ່າ 2 ປີຜ່ານມາ ໃນຈໍານວນແມ່ຍິງເກີດລູກ ແຕ່ລະ 100,000 ຄົນ ຈະເສັຍຊີວິດ ລະຫວ່າງ 220-370 ຄົນ ຖືວ່າ ສູງກວ່າຫຼາຍປະເທດໃນອາຊ້ຽນ ເປັນຕົ້ນ ວຽດນາມ.