ໂຮງຮຽນປະຖົມດອນຄຳ ແຂວງຊຽງຂວາງ ຊຸດໂຊມຫຼາຍ
2024.03.05
ຫ້ອງຮຽນຊັ້ນປະຖົມ ປ.1 ປະຖົມດອນຄໍາ ເມືອງຄໍາ ແຂວງຊຽງຂວາງ ຊຸດໂຊມຫຼາຍ. ຄູທີ່ສອນໂຮງຮຽນ ໃນເມືອງຄຳ ເຫັນສະພາບດັ່ງກ່າວ ຢ້ານເກີດການຫັກທັບ ເຮັດໃຫ້ເກີດອັນຕະລາຍ ຕໍ່ນັກຮຽນຍ້ອນຫ້ອງຮຽນບໍ່ໄດ້ມາດຕະຖານ ເປັນຕົ້ນຝາແອ້ມດ້ວຍຝາໄມ້ ທ້ອງຖິ່ນ, ຖືກປວກກິນ. ເວລາມີຟ້າລົມຕົກເຮັດໃຫ້ເປື້ອນເປິ, ສັງກະສີ ມີຮອຍຮົ່ວ ແລະໂຕະຕັ່ງ ມີສະພາບບໍ່ເໝາະສົມ ກັບເດັກນ້ອຍໄວຮຽນ ຄືໂຕະສູງ ຕັ່ງຕໍ່າ ຫຼື ທັງໂຕະ ແລະຕັ່ງແມ່ນຕໍ່າ.
ດັ່ງນາຍຄູ ໃນເຂດບ້ານດອນຄຳ ຍານາງໄດ້ກ່າວຕໍ່ວິທະຍຸເອເຊັຍເສຣີ ໃນວັນທີ 05 ມີນານີ້ວ່າ:
“ຄືສະພາບໂຮງຮຽນເປັນແນວນັ້ນເນາະ. ເວລາຝົນຕົກຟ້າລົມມັນ ກໍຢ້ານມັນຫັກທັບຫັ້ນນ່າ. ພຽງພໍຕາມສະພາບຕາມມີຕາມເກີດ. ໂຕະຕັ່ງມັນກໍບໍ່ເໝາະສົມກັບເດັກນ້ອຍຫັ້ນເດ້. ແບບວ່າເປັນຫ້ອງທີ່ປະຊາຊົນພາກັນສ້າງຊ່ອຍກັນສື່ໆຫັ້ນນ່າ. ແລ້ວກໍ່ສ້າງກັນຫຼາຍປີ ແລ້ວປະຊາຊົນກໍບໍ່ຄ່ອຍມີລາຍຮັບຫຼາຍປານໃດເນາະ. ແລ້ວມັນກໍສູງເດ້ມັນກໍມີຜົນກະທົບຕໍ່ ພັດທະນາການຮ່າງກາຍຂອງເດັກນ້ອຍເນາະ ອັນຕັ່ງຕໍ່າ ໂຕະສູງ ຫຼືວ່າຕັ່ງໂຕະຕໍ່າແບບນີ້ມັນບໍ່ເໝາະສົມ ມັນບໍ່ໄດ້ມາດຕະຖານຫັ້ນແຫຼະ ຜ່ານມາຍັງບໍ່ເຄີຍມີເກີດອຸປັດຕິເຫດ ກ່ຽວກັບໂຮງຮຽນເປ່ເພ ຖ້າບໍ່ສ້ອມແປງ ມັນຫັ້ນ ກໍມີຄວາມເປັນໄປໄດ້ (ເກີດອຸປັດຕິເຫດ).”
ດ້ານຜູ້ປົກຄອງ ນັກຮຽນກ່າວວ່າເມື່ອເຫັນສະພາບຫ້ອງຮຽນດັ່ງກ່າວ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍຊື້ວັດສະດຸ-ອຸປະກອນ ເປັນຕົ້ນສັງກະສີ ເພື່ອເຮັດໃຫ້ຫ້ອງຮຽນຂອງນັກຮຽນ ມີຄວາມແໜ້ນໜາກ່ວາເກົ່າ ສ່ວນປະຊາຊົນພາຍໃນບ້ານ ຈະເປັນຜູ້ອອກແຮງງານ ແລະຫາໄມ້ ມາສ້ອມແປງ ຫ້ອງຮຽນທີ່ຊຸດໂຊມຫຼັງນີ້.
ດັ່ງຜູ້ປົກຄອງຍານາງໄດ້ກ່າວ ໃນມື້ດຽວກັນວ່າ:
“ກໍຢາກໃຫ້ຊ່ອຍປະເພດ ແບບສັງກະສອກກະສີ ແບບນີ້ຫັ້ນແຫຼະ ອອກເງິນຊ່ອຍກັນຫັ້ນນ່າ. ແບບວ່າຊ່ອຍຊື້ປະເພດວ່າກະເບື້ອງ, ປະເພດແບບໄມ້ກໍເຮັດເອງປະຊາຊົນ ລະແມ່ນຜູ້ອອກແຮງ, ໃຫ້ເຂົາຫັ້ນນ່າຊ່ອຍແບບວ່າຊຸກຍູ້ລູກ-ຫຼານ ໄປຮຽນປົກກະຕິແບບວ່າ ຢູ່ເຂດນອກກໍຢາກໃຫ້ມີມາດຕະຖານ ເພາະຢາກໃຫ້ແຕ່ລະບ້ານ ມັນຕ້ອງມີໂຮງຮຽນ ໃຫ້ຮຽນຫັ້ນນ່າ.”
ກົມສາມັນສຶກສາ ມີພາລະບົດບາດເບິ່ງແຍງ ການສຶກສາຊັ້ນປະຖົມ ໂດຍກົມ ບໍ່ມີງົບປະມານ ເພື່ອເປັນຄ່າໃຊ້ຈ່າຍ ໃນການສ້ອມແປງຫ້ອງຮຽນທີ່ຊຸດໂຊມ, ແຕ່ລະປີທີ່ຈະມີການໄຂສົກຮຽນ ຂຶ້ນທາງກະຊວງໄດ້ມອບໝາຍ ໃຫ້ໂຮງຮຽນ ແລະຊຸມຊົນ ມີສ່ວນຮ່ວມໃນການລະດົມທຶນ ຈາກຜູ້ມີນໍ້າໃຈ ແລະອອກແຮງງານເພື່ອຕ້ອນຮັບ ວັນເປີດຮຽນດ້ວຍຕົນເອງ.
ດັ່ງເຈົ້າໜ້າທີ່ ກະຊວງສຶກສາທິການ ແລະກິລາ ຍານາງໄດ້ກ່າວໃນມື້ດຽວກັນວ່າ:
“ເຮົາມອບຄວາມຮັບຜິດຊອບ ໃຫ້ແຂວງໃຫ້ເມືອງຄຸ້ມຄອງເນາະ ເລື່ອງການເປ່ເພນີ້ເຂົາເຈົ້າ ກໍອາດຈະມີແຜນໃນການເບິ່ງເລື່ອງງົບປະມານ ສ້ອມແປງເປ່ເພນີ້ ໝູ່ເຮົາມັນກໍບໍ່ມີເນາະ ມີແຕ່ທຸກປີນີ້ ເຮົາມອບໃຫ້ຊຸມຊົນ ກັບໂຮງຮຽນຫັ້ນ. ເປັນການສ້ອມແປງ ເປັນຜູ້ລະດົມທຶນ ໃນການສ້ອມແປງເນາະ ແຕ່ລະປີນີ້ການຊິເປີດໂຮງຮຽນ ໄດ້ການຊິໄຂສົກຮຽນໄດ້ ແມ່ນມອບໃຫ້ແຂວງ ໃຫ້ເມືອງແຈ້ງ ໃຫ້ໂຮງຮຽນ ກັບຊຸມຊົນມີສ່ວນຮ່ວມເນາະ.”
ຜະແນກສຶກສາທິການ ແລະກິລາ ເມືອງຄໍາ ກໍຢັ້ງຢືນວ່າສູນກາງ ຢາກໃຫ້ເມືອງເປັນຜູ້ຫາທຶນ ເພື່ອພັດທະນາ ວຽກງານການສຶກສາແທ້ ແຕ່ສະພາບໂຕຈິງ ເມືອງບໍ່ມີທຶນເພື່ອສ້ອມແປງ ໂຮງຮຽນ. ທີ່ຜ່ານມາຖ້າມີການສ້ອມແປງໂຮງຮຽນ ບໍ່ວ່າຈະເປັນອາຄານຮຽນ, ຫ້ອງຮຽນແລະຫໍພັກ, ເມືອງຈະຊ່ອຍໃຫ້ທຶນສະໜັບສະໜູນ ດ້ານວັດສະດຸ, ອຸປະກອນການກໍ່ສ້າງ ທີ່ຊຸມຊົນບໍ່ສາມາດຫາເອງໄດ້.
ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຊຽງຂວາງ ທ່ານກ່າວວ່າ:
“ແຕ່ລະປີກໍສ່ວນຫຼາຍເປັນທຶນ ຂອງລັດນ່າອອກມານ່າ ແຕ່ທຶນຊ່ອຍເຫຼືອລ້ານີ້ ກໍຍັງບໍ່ທັນໄດ້ຮັບເນາະ ສ່ວນຫຼາຍກໍເປັນທຶນ ຂອງລັດທີ່ວ່າເປັນບ້ວງນໍ້າເທີນ 2 ຫັ້ນນ່າ. ເພິ່ນຊ່ອຍນ່າ ເພິ່ນກໍຢາກໃຫ້ເມືອງ ເປັນຜູ້ມີທຶນ ຂອງເມືອງບໍ່ທີ່ຈະໄປພັດທະນາ ເມືອງກໍບໍ່ມີເດ້ເນາະ.”
ເຖິງວ່າ ຫ້ອງການຜະແນກສຶກສາທິການ ແລະກິລາ ເມືອງຄຳ ມີແຜນສ້ອມແປງ ຫ້ອງຮຽນ, ອາຄານຮຽນແລະຫໍພັກ ຂອງໂຮງຮຽນຊັ້ນປະຖົມ ແລະ ມັດທະຍົມ, ແຕ່ທາງຜະແນກ ສຶກສາເມືອງຄໍາ ກໍຢັ້ງຢືນວ່າຍັງຂາດງົບປະມານ ຍ້ອນບໍ່ມີໂຄງການຈາກອົງກອນສາກົນ ຫຼື ທາງການລາວ ເຂົ້າມາຊ່ອຍເຫຼືອ. ປັດຈຸບັນຈຶ່ງຍັງພົບເຫັນໂຮງຮຽນ ໃນເຂດຫ່າງໄກສອກຫຼີກ ເປ່ເພໜັກ.
ດັ່ງທ່ານໄດ້ກ່າວວ່າ:
“ສ່ວນຫຼາຍຊຸມຊົນ ມັນກໍກໍ່ຝາ ແລ້ວກໍບໍ່ມີທຶນໂບກ ບໍ່ທາສີທາຫຍັງ ມີແຕ່ຊຸມຊົນສ້າງຂຶ້ນ ເປັນອາຄານໄມ້ຫັ້ນນ່າ ກໍບໍ່ໄດ້ຄືມາດຕະຖານ ຕາມແບບ ເຮັດແບບຊໍາຊາ ຫັ້ນນ່າ. ແບບວ່າມັນມີຄວາມສ່ຽງຢູ່ນ່າ ເປັນໄມ້ ບໍ່ປວກຂຶ້ນກິນບໍ່ເນາະ. ສ່ວນຫຼາຍເຮົາຂໍທຶນສ້າງໃໝ່ເລີຍ ຫັ້ນນ່າ. ທຶນສ້ອມແປງນີ້ ເຮົາກໍມີແຜນຢູ່ ແຕ່ວ່າ ບໍ່ມີໂຄງການໃດ ເຂົ້າຊ່ອຍນ່າ.”
ທີ່ຜ່ານມາປະຊາຊົນລາວ ທົ່ວໄປ ແລະ Influencer ລາວ ຈຳນວນໜຶ່ງ ກໍໄດ້ສົມທົບທຶນສ້ອມແປງໂຮງຮຽນ ສ້າງໂຮງຮຽນ ແລະ ບໍລິຈາກເຄື່ອງນຸ່ງຮົ່ມ, ອຸປະກອນການສຶກສາ ໃຫ້ເດັກນ້ອຍນັກຮຽນລາວ.