ບໍລິສັດຊີໂນ-ອາກຣີ ໂປຕາສ ຂອງຈີນ ເປີດອົບຮົມພາສາ ໃຫ້ນັກຮຽນ-ຊາວໜຸ່ມລາວ

ຈຳປາທອງ
2024.06.27
ບໍລິສັດຊີໂນ-ອາກຣີ ໂປຕາສ ຂອງຈີນ ເປີດອົບຮົມພາສາ ໃຫ້ນັກຮຽນ-ຊາວໜຸ່ມລາວ ຮູບປະກອບເຊິ່ງແມ່ນນັກຮຽນທີ່ໂຮງຮຽນແຫ່ງໜຶ່ງ ເຂດເມືອງທ່າແຂກ ແຂວງຄຳມ່ວນ. ເດືອນກຸມພາ 2024.
RFA

ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຂອງຈີນ ທີ່ຂຸດຄົ້ນບໍ່ເກືອກາລີ ຢູ່ເມືອງທ່າແຂກ ແລະເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຈັດພິທີ ເປີດການຝຶກອົບຮົມພາສາຈີນ ໃຫ້ເດັກນ້ອຍນັກຮຽນ ແລະຊາວໜຸ່ມ ຢູ່ໂຮງຮຽນມັດທະຍົມສົມບູນ ບ້ານດົງໃຕ້ ເມືອງທ່າແຂກ ໃນມື້ວັນທີ 24 ມິຖຸນານີ້ ໂດຍມີເປົ້າໝາຍ ຢູ່ 3 ບ້ານ ເພື່ອໃຫ້ພວກເຂົາເຈົ້າຮູ້ພາສາຈີນ, ເຮັດວຽກນໍາບໍລິສັດຈີນ ໃນອະນາຄົດ ແລະໄດ້ປິດຮັບສະມັກ ຜູ້ທີ່ຈະຮຽນພາສາຈີນແລ້ວ, ອີງຕາມຄໍາເວົ້າຂອງພະນັກງານ ບໍລິສັດດັ່ງກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 27 ມິຖຸນານີ້.

ຕອນນີ້ໄທເຮົາຫັ້ນປິດຮັບແລ້ວ ເອົາຕັ້ງແຕ່ເຂດດົງໃຕ້ 3 ບ້ານທີ່ໃກ້ກັບໂຮງງານເຮົາ ຕ້ອງໄດ້ພາສາຈີນເທົ່ານັ້ນ ເອົາພາສາຈີນໄດ້ແຮງດີ ເຈົ້າ.

ໂຄງການຂອງບໍລິສັດຈີນ ທີ່ວ່ານີ້ ຈະມີການສອນພາສາຈີນ ໃຫ້ກຸ່ມເປົ້າໝາຍ ຢູ່ບ້ານດົງໃຕ້, ບ້ານນາດິນຈີ່ ແລະບ້ານໂພທ່າ ເປັນເວລາ 8 ອາທິດ ແລະຮຽນ 3 ມື້ຕໍ່ອາທິດ ຄືວັນຈັນ, ວັນພຸດ ແລະວັນສຸກ ແຕ່ເວລາ 16.00 ໂມງ ຫາ 17.30 ໂມງ, ອີງຕາມລາຍງານຂ່າວ ຂອງສໍານັກຂ່າວ ມີເດຽລາວ.

ກ່ຽວກັບການຝຶກອົບຮົມພາສາຈີນ ທີ່ວ່ານີ້ ປະຊາຊົນຢູ່ເມືອງທ່າແຂກ ນາງໜຶ່ງ ເວົ້າວ່າ ໃນເບື້ອງຕົ້ນ ແມ່ນຮັບສະມັກນັກຮຽນ ທີ່ມີລະດັບການສຶກສາສູງກວ່າຊັ້ນ ມ.1 ຂຶ້ນໄປ ແລະຊາວໜຸ່ມອີກຈໍານວນໜຶ່ງ ທີ່ສົນໃຈຮຽນພາສາຈີນ ຊຶ່ງນາງເອງ ກໍເຫັນວ່າເປັນເລື່ອງດີ ເພາະຈະເຮັດໃຫ້ຜູ້ເຂົ້າຮຽນ ໄດ້ພາສາຈີນ ຊຶ່ງມີຄວາມສໍາຄັນ ໃນການທີ່ຈະເຮັດວຽກກັບບໍລິສັດຈີນ ໃນຕໍາແໜ່ງງານ ທີ່ໄດ້ເງິນເດືອນສູງ.

2 ເດືອນ ຈັນ ພຸດ ສຸກ ຈົບມ.1 ຂຶ້ນໄປ ຖືວ່າເປັນເລື້ອງທີ່ດີ ມັນເຮັດໃຫ້ເຮົາແບບມີໂອກາດຫລາຍຂຶ້ນຫັ້ນນ່າ ຖ້າພາສາລາວກະໄດ້ຢູ່ ແຕ່ວ່າເງິນເດືອນມັນກະຊິໜ້ອຍລົງຫັ້ນນ່າ ເຈົ້າໄດ້ພາສາຈີນ ມັນກະສິໄດ້ອັປເງິນເດືອນເຈົ້າຂຶ້ນຫລາຍກວ່ານ່າ.

ເສັ້ນທາງຫຼັກ ເຂົ້າເຂດໂຮງງານເກືອກາລີ ບ້ານດົງໃຕ້.jpg
ຮ້ານຄ້າ ແລະ ຮ້ານອາຫານ ເພື່ອບໍລິການ ໃກ້ເຂດໂຮງງານ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ ໂປຕາສ ຕັ້ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ (TS). Photo RFA

ແລະຊາວບ້ານຢູ່ເມືອງທ່າແຂກ ອີກນາງໜຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຖ້າການຝຶກອົບຮົມທີ່ວ່ານັ້ນ ມີການສອນພາສາຈີນໃຫ້ ແບບບໍ່ໄດ້ເສຽຄ່າ ຫລືເກັບຄ່າພຽງເລັກໜ້ອຍ ກໍເຊື່ອວ່າ ຈະມີຜູ້ສົນໃຈຮຽນຫລາຍ ຍ້ອນເດັກ ນ້ອຍນັກຮຽນ ຮວມໄປເຖິງຊາວໜຸ່ມ ຢູ່ເມືອງທ່າແຂກ ໃນປັດຈຸບັນນີ້ ກໍຂ້ອນຂ້າງຢາກຮຽນພາສາຈີນ ຫລາຍຂຶ້ນ.

ຢູ່ທ່າແຂກ ໜ້າຈະມີຢູ່ຖ້າເຂົາສອນບໍ່ແພງ ເດັກນ້ອຍດຽວນີ້ເຂົາກະສົນໃຈ ເພາະວ່າຈີນມາຢູ່ຫລາຍ ກະຫລາຍຢູ່ດຽວນີ້ ບໍ່ຄືແຕ່ກີ້.

ເພື່ອຂໍຮູ້ຂໍ້ມູນ ກ່ຽວກັບເລື້ອງນີ້ເພີ້ມຕື່ມ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງ ການສຶກສາທິການ ແລະກິລາ ທີ່ກ່ຽວຂ້ອງ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ຍັງບໍ່ສະດວກທີ່ໃຫ້ຄໍາເຫັນ. ແຕ່ເຖິງຢ່າງໃດກໍຕາມ ເຈົ້າໜ້າທີ່ ປະຈໍາໂຮງຮຽນສອນພາສາຈີນ ແຫ່ງໜຶ່ງ ຢູ່ແຂວງຄໍາມ່ວນ ກໍເວົ້າເຖິງເລື້ອງບໍລິສັດຈີນ ເປີດສອນພາສາຈີນໃຫ້ເດັກນ້ອຍນັກຮຽນ ແລະຊາວໜຸ່ມ ທີ່ຢູ່ໃກ້ເຂດບໍລິສັດນັ້ນວ່າ ບໍ່ແມ່ນເລື້ອງແປກໃໝ່ ຊຶ່ງສາເຫດ ກໍແມ່ນເປັນຍ້ອນປັດຈຸບັນ ມີນັກຮຽນ ແລະຊາວໜຸ່ມຫຼວງຫຼາຍ ຢູ່ເມືອງທ່າແຂກ ເລີ້ມໃຫ້ຄວາມສົນໃຈຮຽນພາສາຈີນ ຍ້ອນມີບໍລິສັດຈີນ ເຂົ້າມາລົງທຶນຢູ່ແຂວງນີ້.

ແມ່ນເຂົາເຈົ້າຕ້ອງການຮຽນຫລາຍ ດຽວນີ້ ຈາກພາສາອັງກິດແລ້ວກະພາສາຈີນເນາະ ເຂົາເຈົ້າກະຊິຮຽນຫລາຍ ຄືຢູ່ໃນໄວເດັກທີ່ກໍາລັງຮຽນຢູ່ໃນມັດທະຍົມນີ້ ເຂົາເຈົ້າສົນໃຈຮຽນໂຕນີ້ຫລາຍ ສົນໃຈຮຽນພາສາຈີນລະດັບ 1 ເພີ້ມຂຶ້ນ.

ຮ້ານຄາຣາໂອເກະ ບໍຣິການ ຄົນງານຈີນ.jpg
ຮ້ານຄ້າ ແລະ ຮ້ານອາຫານ ເພື່ອບໍລິການ ໃກ້ເຂດໂຮງງານ ບໍ່ເກືອກາລີ ຂອງບໍລິສັດ ຊິໂນ ອາກຣີ ໂປຕາສ ຕັ້ງຢູ່ບ້ານດົງໃຕ້ ເມືອງທ່າແຂກ ແຂວງຄຳມ່ວນ (TS). Photo RFA

ເຖິງແມ່ນ ການສອນພາສາຈີນ ໃຫ້ແກ່ນັກຮຽນ ແລະຊາວໜຸ່ມລາວ ຈະເປັນເລື້ອງດີ ຕໍ່ການຫາວຽກງານເຮັດງານທໍາ ໃນອະນາຄົດ, ແຕ່ກໍມີຊາວລາວຈໍານວນໜຶ່ງ ເປັນຫ່ວງນໍາວ່າ ຍິ່ງນັກຮຽນ ຫລືຊາວໜຸ່ມລາວ ຮູ້ພາສາຈີນຫລາຍຂຶ້ນເທົ່າໃດ ກໍຍິ່ງອາດຈະສົ່ງຜົນກະທົບ ໄປໃນທາງທີ່ບໍ່ດີ ຕໍ່ພວກເຂົາເຈົ້ານໍາດ້ວຍ. ຍົກໂຕຢ່າງ ຊາວໜຸ່ມແມ່ຍິງລາວ ອາດຈະນໍາຄວາມຮູ້ ດ້ານພາ ຈີນ ໄປໃຊ້ໃນການຊອກຫາຜົວຈີນ ເພື່ອຢາກຮັ່ງຢາກມີ ຊຶ່ງອາດຈະເປັນອັນຕະລາຍ ຖ້າໄປພົບພໍ້ກັບຄົນຈີນຜູ້ບໍ່ດີ ດັ່ງຊາວລາວຜູ້ໜຶ່ງ ເວົ້າໃນມື້ດຽວກັນນີ້.

ເປັນຫ່ວງທາງດ້ານ ຂະຫຍາຍວັດທະນະທໍາ ຂອງເຂົານີ້ ກໍມີສ່ວນ ເຂົາມາຊອກເອົາເມຍລາວນີ້ ແລ້ວເອົາໄປແລ້ວ ບາງເທື່ອບາງຄົນກໍບໍ່ດີ ໄປໜ້ອຍໜຶ່ງ ເບື່ອກໍຕົບກໍຕີເຂົາ ເປັນຫ່ວງແຕ່ໂຕນີ້ ຍ້ອນເຈົ້າຫລີ້ນດ້ວຍເງິນເນາະ ຄືວ່າແຫລະ ຢາກໄດ້ຜົວຢາກໄດ້ເມຍ ຢາກໄດ້ ລົມກັນລະບາງເທື່ອກະໄປ.

ການຝຶກອົບຮົມທີ່ວ່ານັ້ນ ເປັນວຽກໜຶ່ງ ທີ່ຢູ່ໃນເປົ້າໝາຍ ຂອງບໍລິສັດຈີນ ເພື່ອໃຫ້ລູກຫຼານຊາວບ້ານ ທີ່ຢູ່ໄກ້ຄຽງ ຮູ້ພາສາຈີນ ແລະຊອກຫາວຽກເຮັດງານທໍາໄດ້ງ່າຍຂຶ້ນ. ຖ້າໂຄງການທີ່ວ່ານີ້ ປະສົບຜົນສໍາເລັດ ກໍອາດຈະມີການຂະຫຍາຍການສອນພາສາຈີນ ໄປເຂດບ້ານອື່ນໆ ໃນເມືອງທ່າແຂກ ໃນອະນາຄົດ, ອີງຕາມຄໍາເວົ້າ ຂອງພະນັກງານບໍລິສັດດັ່ງກ່າວ.

ແຕ່ເຖິງຢ່າງໃດກໍຕາມ ຄົນງານລາວຈໍານວນໜຶ່ງ ທີ່ເຮັດວຽກ ໃນໂຄງການຂຸດຄົ້ນ ບໍ່ເກືອກາລີ ຂອງບໍລິສັດ ຊີໂນ ອາກຣີ-ໂປຕາສຈໍາກັດ ຂອງຈີນ ກໍເຄີຍຈົ່ມວ່າ ພວກເຂົາເຈົ້າ ມັກໄດ້ຮັບການປະຕິບັດຕໍ່ ແຕກຕ່າງກັບຄົນງານ ຫລືວິຊາການທີ່ເປັນຄົນຈີນ, ເປັນຕົ້ນຄົນງານລາວ ທີ່ບໍ່ຮູ້ພາສາຈີນ ມັກໄດ້ເງິນ ເດືອນ ໜ້ອຍກວ່າຄົນຈີນ ຫລືຄົນງານລາວ ທີ່ຮູ້ພາສາຈີນ ແລະຄົນງານລາວ ກໍໄດ້ຮັບເງິນເດືອນ ຊ້າກວ່າພວກຄົນຈີນ.

ເລື່ອງທີ່ອ່ານຫຼາຍ
ແມ່ຍິງ-ເດັກນ້ອຍ
ຄົນຂັບລົດ ຂອງແອັບ InDrive ລວນລາມຜູ້ໂດຍສານ
ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.