ຄຣູອາສາ ຢູ່ເຊກອງ ຈໍານວນນຶ່ງ ອອກໄປຫາເຮັດອາຊີບອື່ນ ແທນ
2024.01.08
ຄຣູອາສາສມັກ ຈໍານວນນຶ່ງ ໃນຫລາຍເມືອງ ຂອງແຂວງເຊກອງ ໂດຍສະເພາະ ໃນເຂດຫ່າງໄກ ບໍ່ກັບໄປສອນໜັງສື ໃນໂຮງຮຽນຕໍ່, ແຕ່ອອກໄປເຮັດວຽກນອກ, ເຮັດວຽກແນວອື່ນ ຍ້ອນບໍ່ໄດ້ເງິນເດືອນ, ບໍ່ໄດ້ເງິນອຸດໜູນ, ບໍ່ມີຢູ່-ບໍ່ມີກິນ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສຶກສາ ທີ່ຮູ້ເຣື່ອງນີ້ໂດຍກົງ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມົກກະຣານີ້.
“ສ່ວນໃຫຍ່ ກໍສ່ວນຫລາຍ ເຮົາຍັງມີຄຣູອາສາຢູ່ເດ້. ຄຣູອາສາ ເພາະວ່າຍັງບໍ່ໄດ້ຮັບໂຄຕ້າຣັຖກອນຫັ້ນແຫລະ. ເອີ, ກໍເປັນປັດໄຈນຶ່ງ. ສ່ວນໃຫຍ່ກໍໄດ້ເຮັດໜ້າທີ່ຫັ້ນແຫລະ, ແຕ່ມັນກໍໄດ້ ຊອກເວລາ. ອີກຈໍານວນນຶ່ງ ໄປເຮັດວຽກແນວອື່ນ ແຕ່ກໍໄດ້ຍິນຂ່າວວ່າ ຣັຖບານກໍຈະຊ່ວຍ ເຫັນແຈ້ງການຂອງນາຍົກ. ເພິ່ນຊີ້ນໍາວ່າ ໃຫ້ກະກຽມຄິດໄລ່ ເງິນຊ່ວຍອຸດໜູນ ໃຫ້ຄຣູອາສາ.”
ທີ່ຜ່ານມາ ທາງການ ມີແຜນທີ່ຈະມອບເງິນອຸດໜູນ (ບໍ່ແມ່ນເງິນເດືອນ) ໃຫ້ຄຣູອາສາສມັກ ເດືອນລະ 1.2 ຫາ 1.5 ລ້ານກີບ ຕາມວຸດທິການສຶກສາ ແລະປະສົບການການເຮັດວຽກ ພາຍໃນເດືອນກັນຍາ ຫາເດືອນຕຸລາ 2023 ເພື່ອຫລຸດຜ່ອນບັນຫາການຂາດເຂີນຄຣູ ພາຍຫລັງມີຄຣູອາສາສມັກ ຄ່ອຍລາອອກ ໄປເຮັດວຽກອື່ນ ຢ່າງຕໍ່ເນື່ອງ ແຕ່ແຜນທີ່ວ່ານັ້ນ ຍັງບໍ່ທັນຈັດຕັ້ງປະຕິບັດ ຢ່າງຈິງຈັງເທື່ອ.
ທ່ານກ່າວຕໍ່ໄປວ່າ ປັດຈຸບັນທົ່ວແຂວງເຊກອງ ມີຄຣູອາສາສມັກປະມານ 100 ຄົນ ບໍ່ທັນກັບເຂົ້າມາສອນ ໃນຂະນະທີ່ທາງແຂວງ ມີຄຣູສອນໜ້ອຍ, ບໍ່ພຽງພໍ ແລະຄຣູອາສາສມັກ ເຫຼົ່ານັ້ນ ໄດ້ໄປເຮັດວຽກຫາເງິນ ພໍມີລາຍໄດ້ລ້ຽງຊີບ. ດ້ວຍເຫດນັ້ນ ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ຈຶ່ງພະຍາຍາມແກ້ໄຂບັນຫາດັ່ງກ່າວ ດ້ວຍການຈັດຕັ້ງກຸ່ມໂຮງຮຽນ ເພື່ອໃຫ້ຄຣູ ແລະຄຣູອາສາສມັກ ແຕ່ລະໂຮງຮຽນ ປະຕິບັດໜ້າທີ່ທົດແທນກັນ ຖ້າຫາກຄຣູໂຮງຮຽນໃດບໍ່ພຽງພໍ.
ຄຣູອາສາສມັກ ຢູ່ເມືອງລະມາມ ນາງນຶ່ງເວົ້າໃນມື້ດຽວກັນນີ້ ເຖິງຄຣູອາສາສມັກວ່າ ສ່ວນນຶ່ງ ທີ່ບໍ່ທັນໄດ້ເຂົ້າສອນໜັງສືນັ້ນ ເນື່ອງຈາກມີບັນຫາເຣື່ອງສຸຂພາບ ເຮັດໃຫ້ເດັກນ້ອຍນັກຮຽນ ໂດຍສະເພາະຢູ່ເຂດນອກ ບໍ່ໄດ້ເຂົ້າຮຽນ ຍ້ອນບໍ່ມີຄຣູຄົນອື່ນມາສອນແທນ.
“ມັນກໍມີມີບາງຄັ້ງຄາວ ທີ່ວ່າຄຣູບໍ່ໄດ້ສິດສອນ ມັນກໍຕິດພັນກັບເຣື່ອງສຸຂພາບເນາະ. ເປັນບັນຫາຢູ່ໂຮງຮຽນ ຂອງພວກເຮົານີ້. ບັນຫາສຸຂພາບເຈັບ ເປັນອີ່ຫຍັງຕ່າງໆ ຄືເດັກນ້ອຍນີ້ແຫລະ ກໍບໍ່ໝາຍຄວາມວ່າເປັນປະຈໍາດອກ.”
ເມື່ອວັນທີ 4 ມົກກະຣານີ້ ທ່ານ ຄໍາໄພ ສິມມາວັດ ຫົວໜ້າຜແນກສຶກສາທິການ ແລະກິລາແຂວງເຊກອງ ໄດ້ກ່າວຕໍ່ກອງປະຊຸມ ສະພາປະຊາຊົນແຂວງເຊກອງ ເຖິງເຣື່ອງການແກ້ໄຂບັນຫາ ຄຣູປະລະໜ້າທີ່ໂດຍສະເພາະໃນເຂດຫ່າງໄກ ວ່າ ພາກສ່ວນທີ່ກ່ຽວຂ້ອງ ໄດ້ພະຍາຍາມໂຄສະນາ ປະຊາສັມພັນ ເພຶ່ອໃຫ້ຄຣູມີຄວາມຮັບຜິດຊອບ ຕໍ່ໜ້າທີ່ວຽກງານ ພ້ອມທັງສນັບສນູນ ກຸ່ມໂຮງຮຽນໃຫ້ມີການຊ່ວຍເຫລືອກັນ ທາງດ້ານວິຊາການໃຫ້ດີກວ່າເກົ່າ.
ກ່ຽວກັບເຣື່ອງນີ້ ທາງການ ແລະພາກສ່ວນທີ່ກ່ຽວຂ້ອງ ຢູ່ລະຫວ່າງການພັທນາ ລະບົບຕິດຕາມ ການເຮັດວຽກຂອງພະນັກງານ-ຣັຖກອນຄຣູ ແລະຄຣູອາສາ ສມັກ ແລະມການເຂົ້າຮຽນ ຂອງນັກຮຽນ ເພື່ອແກ້ໄຂບັນຫາຄຣູບໍ່ເຂົ້າສອນ ແລະນັກຮຽນປະລະການຮຽນ ໂດຍທີ່ຈະເຮັດຢູ່ໂຮງຮຽນໃນເຂດໂຕເມືອງກ່ອນ ທີ່ຈະຂຍາຍໄປເຮັດຢູ່ເຂດນອກ ແຕ່ຢູ່ແຂວງເຊກອງ ຍັງບໍ່ທັນໄດ້ນໍາໃຊ້ລະບົບນີ້ ພໍເທົ່າໃດ ອີງຕາມຄໍາເວົ້າຂອລຜູ້ທີ່ຮູ້ກ່ຽວກັບເຣື່ອງນີ້.
“ມັນເກີດຈາກບັນຫາຫລາຍຢ່າງເນາະ ເກີດມາຈາກບັນຫານຶ່ງ ຄຣູເຫລືອບໍ່ພໍ ບໍ່ພໍ ເຫລືອແບບໃດ ເຫລືອກໍເນື່ອງຈາກວ່າຄຣູບາງໂຮງຮຽນ ທີ່ຢູ່ໃກ້ໂຕເມືອງເນາະ ໄຜກໍຢາກສອນຢູ່ຫັ້ນ ມັນກໍເລີຍວ່າຫລາຍ ມັນກໍເລີຍເຫລືອ ຄຣູບໍ່ພໍ ກໍແມ່ນຄຣູຢູ່ຫ່າງໄກສອກຫລີກ ມັນບໍ່ມີຜູ້ໃດຢາກໄປ ມັນກໍເລີຍວ່າບໍ່ພໍ ເນາະ ສໍາລັບປະຖົມຈະເປັນແບບ ຫັ້ນ.”
ພ້ອມດຽວກັນນັ້ນ ຜູ້ປົກຄອງນັກຮຽນຊັ້ນປະຖົມ ຢູ່ເມືອງກະລຶມ ແຂວງເຊກອງທ່ານນຶ່ງ ກໍເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 8 ມົກກະຣານີ້ເຖິງຄອບຄົວທຸກຍາກຈໍານວນນຶ່ງວ່າ ພວກເຂົາເຈົ້າຈໍາເປັນຕ້ອງແບ່ງເວລາຮຽນສ່ວນນຶ່ງ ເປັນ 2 ມື້ຕໍ່ອາທິດ ມາຊ່ວຍຄອບຄົວເຮັດວຽກ ດັ່ງນັ້ນ ຈຶ່ງບໍ່ໄດ້ໄປຮຽນໜັງສື ແລະມີນັກຮຽນ ໃນຄອບຄົວທຸກຍາກອີກຈໍານວນນຶ່ງ ຈໍາເປັນຕ້ອງໄດ້ປະລະການຮຽນ ເພາະຕ້ອງໄປເຮັດວຽກ ຫາລາຍໄດ້ ເພື່ອຊ່ອຍຄອບຄົວ.
“ບາງພາກສ່ວນກໍໄດ້ຊ່ວຍຄອບຄົວ ຢ່າງໄລຍະນີ້ກໍເປັນຊ່ວງທີ່ວ່າ ເກັບຜົລປູກອິຫຍັງຕ່າງໆ ເປັຕົ້ນວ່າ ເປັນມັນເປັນອິຫຍັງຕ່າງໆ ກໍໄດ້ຊ່ວຍວຽກຄອບຄົວ ກໍບໍ່ແມ່ນປະລະເລີຍ ໝາຍຄວາມວ່າ ໃນທິດນຶ່ງ ອາດພັກ 2 ມື້ເນາະ ຫລື ມື້ນຶ່ງຈັ່ງຊີ້ນ່າ ກໍບໍ່ແມ່ນໄດ້ພັກປະຈໍາດອກ.”
ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຜູ້ບໍ່ປະສົງອອກຊື່ ແລະຕໍາແໜ່ງ ນາງນຶ່ງກໍເວົ້າເຖິງການປະລະການຮຽນ ຂອງນັກຮຽນວ່າ ມັນກໍບໍ່ສເມີໄປວ່າ ນັກຮຽນນັ້ນຈະຢູ່ຊັ້ນໄດ ມັນຂຶ້ນຢູ່ນໍາເງື່ອນໄຂ ຂອງແຕ່ລະຄົນ ແຕ່ລະທ້ອງຖິ່ນ.
“ມັນ ມັນກໍບໍ່ໄດ້ສເມີໄປເດ້ວ່າ ຕ້ອງປະລະປ. 5 ຫລືວ່າ ມ.1 ມັນກໍຂຶ້ນກັບເງື່ອນໄຂ ຂອງແຕ່ລະທ້ອງຖິ່ນ.”
ອີງຕາມມະຕິຕົກລົງ ຂອງທາງການລາວ ກ່ຽວກັບນະໂຍບາຍ ແລະມາຕການໃນການແກ້ໄຂບັນຫາ ການຂາດເຂີນຄຣູສອນ, ການປະລະການຮຽນ ແລະການສົ່ງເສີມການເຂົ້າຮຽນ ສບັບລົງວັນທີ 17 ກໍຣະກະດາ 2023, ເຫັນດີໃຫ້ຕໍ່ອາຍຸ ຂອງຄຣູທີ່ຄົບກໍານົດອອກພັກຜ່ອນ ບໍານານ ໂດຍໃຫ້ເງິນເດືອນ ແລະເງິນອຸດໜູນຄືເກົ່າ, ຄຣູທີ່ພັກບໍານານແລ້ວ ສາມາດຂໍສືບຕໍ່ເປັນຄຣູສອນໄດ້, ປະຕິບັດເງິນເດືອນ ໃຫ້ຄຣູອາສາສມັກ ຕາມຂັ້ນຊັ້ນເງິນເດືອນ ແລະລະດັບການສຶກສາ, ໃຫ້ທະຫານຊາຍແດນຊ່ວຍສອນໜັງສື ຢູ່ເຂດຫ່າງໄກ ໂດຍມີຄ່າຕອບແທນໃຫ້. ສໍາລັບຄຣູອາສາສມັກ ທີ່ມີອາຍຸການຫລາຍ ຈະໄດ້ຮັບການສັບຊ້ອນເປັນຣັຖກອນຄຣູກ່ອນ ແຕ່ຣັຖກອນຄຣູໃໝ່ ແມ່ນຈະຕ້ອງໄປສອນໜັງສື ຢູ່ໂຮງຮຽນໃນພື້ນທີ່ ຫ່າງໄກສອກຫລີກ ແລະເຂດຊາຍແດນກ່ອນ.