ຫ້ອງການກະຊວງສຶກສາທິການ ແລະ ກິລາຂອງລາວໄດ້ອອກແຈ້ງການເຣື່ອງການໂຄສະນາ ທຶນການສຶກສາຂອງບັນດາບໍຣິສັດ, ບຸກຄົນ ແລະ ນິຕິບຸກຄົນທີ່ບໍ່ເປັນທາງການ ສະບັບເລຂທີ 4027/ຫກ, ລົງວັນທີ 28 ສິງຫາ 2023 ໂດຍມີເນື້ອໃນລະບຸວ່າ ປັດຈຸບັນ, ມີບັນດາຜູ້ບໍ່ຫວັງດີໂຄສະນາຊວນເຊື່ອ ຜ່ານທາງເຟສບຸກຄ໌ ໃນການລະດົມເອົານັກສຶກສາ ໄປຮຽນຕໍ່ຢູ່ປະເທດຈີນ ໂດຍແອບອ້າງວ່າ ເປັນທຶນຂອງຣັຖບານຈີນ ຫຼື ທຶນ CSC ແລະ ມີການຮັບແລ່ນເຮັດເອກະສານໃບທຽບລະດັບພາສາຈີນ HSK ຢ່າງບໍ່ຖືກຕ້ອງ. ດັ່ງນັ້ນ, ກະຊວງສຶກສາທິການ ແລະ ກິລາ ຈຶ່ງແຈ້ງມາຍັງນັກຮຽນ, ນັກສຶກສາ ແລະ ພໍ່ແມ່ປະຊາຊົນ ໃຫ້ມີສະຕິລະວັງໂຕ ຍ້ອນວ່າກຸ່ມບໍຣິສັດດັ່ງກ່າວ ບໍ່ໄດ້ຮັບອະນຸຍາດໃຫ້ດຳເນີນທຸຣະກິຈ ດ້ານການສຶກສາຕ່າງປະເທດ ຈາກພາກສ່ວນກ່ຽວຂ້ອງ ແຕ່ຢ່າງໃດ.
ກ່ຽວກັບເຣື່ອງນີ້, ວິທຍຸເອເຊັຽເສຣີ ໄດ້ສອບຖາມເຈົ້າໜ້າທີ່ກ່ຽວຂ້ອງ ຜູ້ນຶ່ງຢູ່ແຂວງຫຼວງພຣະບາງ ເຊິ່ງບໍ່ປະສົງອອກຊື່, ຕຳແໜ່ງ ແລະສຽງ ວ່າການຂໍທຶນຣັຖບານຈີນ ຄວນຈະຕ້ອງດຳເນີນການ ຜ່ານພາກສ່ວນສຶກສາທິການ ແລະ ກິລາ ເທົ່ານັ້ນ ແລະໃນປີນີ້ ແມ່ນໄດ້ມີການປະກາດຜົລ ການສອບເສັງ ແລະສົ່ງນັກຮຽນໄປສຶກສາ ຕໍ່ຮຽບຮ້ອຍແລ້ວ ໂດຍໃນຂະນະນີ້ຍັງມີທຶນສຶກສາ ຕໍ່ດ້ານອາຊີວະສຶກສາ ຢູ່ປະເທດຈີນ, ແຕ່ໃກ້ຈະປິດຮັບສມັກແລ້ວ.
ດັ່ງທີ່ຍານາງ ກ່າວຕໍ່ວິທຍຸເອເຊັຽ ເສຣີ ໃນວັນທີ 7 ກັນຍາ 2023 ນີ້ວ່າ:
“ຕອນນີ້ທຶນຣັຖບານຈີນເສັງໝົດແລ້ວເດີ້ ຕ້ອງໄດ້ລໍຖ້າປີໜ້າ. ແມ່ນ, ຕ້ອງໄດ້ພົວພັນ ກັບຫ້ອງການສຶກສາໂດຍກົງເລີຍ. ຕອນນີ້ມີແຕ່ທຶນອາຊີວະສຶກສາ ສາມາດຕິດຕໍ່ອາຈານເພິ່ນໂດຍກົງເລີຍ.”
ຈາກການສຳຣວດ ໃນສັງຄົມອ໋ອນລາຍນ໌ ໂດຍສະເພາະເຟສບຸກຄ໌ນັ້ນ. ວິທຍຸເອເຊັຽເສຣີ ພົບວ່າມີບຸກຄົນ ແລະ ບໍຣິສັດ ດ້ານການສຶກສາຈຳນວນນຶ່ງ ອອກໂຄສະນາທຶນການສຶກສາ ຢູ່ປະເທດຈີນ ເຊິ່ງໄດ້ລະບຸຄ່າແລ່ນເອກະສານເພື່ອຂໍທຶນ ການສຶກສາ ແລະ ໃບທຽບລະດັບພາສາຈີນ ຕັ້ງແຕ່ 999 ຈົນເຖິງ 2,500 ໂດລ້າຣ໌ສະຫະຣັຖ. ເຈົ້າໜ້າທີ່ ຂອງບໍຣິສັດ ດ້ານການສຶກສາຜູ້ນຶ່ງກ່າວວ່າ ບໍຣິສັດ ຮັບແລ່ນເອກະສານເພື່ອຂໍທຶນ ການສຶກສາ ຢູ່ປະເທດຈີນ ຢ່າງຄົບວົງຈອນ.
“ມີແຕ່ການທ່ອງທ່ຽວ ມັນເປັນທຶນ CSC ຣັຖບານຈີນເນາະລະດັບ TOELFs – IELTS 5.0 ເດີ້. ຄວາມຈິງ ທຶນຣັຖບານຈີນ ມັນໄດ້ງ່າຍ ລະເດືອນ 10 ທຶນມາ ຫຼັງຈາກເດືອນ 11 ທຶນມາ ພວກເຮົາຈິຍື່ນທຶນເລີຍ. ໃຫ້ປະກອບເອກະສານຄົບຊຸດນຶ່ງຄືໃບ TOELF – IELTS ນີ້, ໃບປະກາດ ໃບຄະແນນ ເປັນພາສາອັງກິດ ແລະກະໃບແຈ້ງໂທດ.”
ທ່ານກ່າວຕື່ມວ່າ ບໍຣິສັດຂອງທ່ານກຳລັງພົວພັນ ຮ່ວມມືນຳສະຖາບັນການສຶກສາ ຂັ້ນສູງແຫ່ງນຶ່ງ ຢູ່ປະເທດໄທຍ ເພື່ອຂົນຂວາຍເອົານັກຮຽນລາວ ໄປຮຽນລະດັບປະຣິນຍາຕຣີ. ທັງນີ້ເຈົ້າໜ້າທີ່ທ່ານນີ້ ບໍ່ຍອມເປີດເຜີຍ ຄ່າແລ່ນເອກະສານໃຫ້ຊາບແຕ່ຢ່າງໃດ.
ຂະນະທີ່ ອະດີດນັກສຶກສາ ຢູ່ປະເທດຈີນ ນາງນຶ່ງຢູ່ແຂວງບໍ່ແກ້ວ ກ່າວວ່ານາງໄດ້ທຶນໄປຮຽນດ້ານອັກສອນສາດ-ພາສາຈີນ ຢູ່ປະເທດຈີນ ເຮັດໃຫ້ນາງໄດ້ຮັບໂອກາດຫຼາຍຂຶ້ນ ໂດຍສະເພາະດ້ານວຽກເຮັດງານທຳ ເຊິ່ງເປັນເຫດຜົລສຳຄັນ ທີ່ເຮັດໃຫ້ນັກຮຽນລາວ ຈຳນວນຫຼາຍຢາກເສັງໄປຮຽນຢູ່ຈີນ.
“ຂ້ອຍໄປຮຽນສາຍອັກສອນສາດ ມາເນາະ ໄປຮຽນຢູ່ຈີນມາເຈົ້າ. ເຮົາຈະມີໂອກາດຫຼາຍ ໃນການຊອກເຮັດວຽກ ອາດຈະໄດ້ປຽບກວ່າ.”
ທາງດ້ານອະດີດນັກສຶກສາ ທີ່ສຶກສາຢູ່ຈີນ ອີກນາງນຶ່ງ ທີ່ນະຄອນຫຼວງວຽງຈັນ ກ່າວວ່າ ຄວາມນິຍົມໄປຮຽນຢູ່ປະເທດຈີນ ມີຫຼາຍຂຶ້ນໂດຍສະເພາະ ໄລຍະຫຼັງໂຄວິດ ຍ້ອນນັກຮຽນຊອກຫາຂໍ້ມູນ ກ່ຽວກັບທຶນໄດ້ງ່າຍຂຶ້ນ ເຮັດໃຫ້ນັກຮຽນ ຈຳນວນຫຼາຍພະຍາຍາມ ສະມັກທຶນໄປຮຽນຢູ່ຈີນ ຫຼາຍຂຶ້ນ.
“ຫຼັງໂຄວິດຫຼາຍກວ່າ ເພາະວ່າທຶນຈີນມັນຈະເປີດກວ້າງຫຼາຍຂຶ້ນ ມີຄົນຮູ້ໜັກຂຶ້ນຈະເຮັດໃຫ້ເຂົາເຈົ້າ ມີໂອກາດຫຼາຍຂຶ້ນ ຊິວ່າຈະໄດ້ເຂົ້າໄປ.”
ທັງນີ້, ກໍມີອະດີດນັກສຶກສາລາວ ຈຳນວນນຶ່ງໄດ້ສ້າງຕັ້ງກຸ່ມ ຂໍ້ມູນກ່ຽວກັບທຶນຣັຖບານຈີນ ໂດຍມີຈຸດປະສົງ ໃຫ້ນັກຮຽນ ພະຍາຍາມແລ່ນເອກະສານທຶນດ້ວຍໂຕເອງ ເພື່ອທີ່ຈະບໍ່ຕ້ອງໄດ້ເສັຽເງິນຄ່າແລ່ນເອກະສານ ຫຼາຍພັນໂດລ້າຣ໌. ໂດຍອະດີດນັກສຶກສາ ທີ່ຮຽນຢູ່ປະເທດຈີນ ຜູ້ນຶ່ງ ບໍ່ປະສົງອອກສຽງກ່າວວ່າ ການຍື່ນເອກະສານຜ່ານນາຍໜ້າ ບໍ່ໄດ້ຢັ້ງຢືນວ່າ ຈະໄດ້ທຶນການສຶກສາ ດັ່ງກ່າວແທ້ ແລະການຍື່ນເອກະສານ ດ້ວຍໂຕເອງ ຖືເປັນການສ້າງປະສົບການ ລວມທັງໄດ້ທ້ອນເງິນ ໄວ້ໃຊ້ໃນຍາມຈຳເປັນ ອີກດ້ວຍ.
(ບົດອ່ານ 2) “ຍຶ່ນເອງຈົນຕິດຄືກັນ ຕ້ອງຂອບໃຈພວກອ້າຍເອື້ອຍນ້ອງ ລາວເຮົາ. ບາງສ່ວນທີ່ໃຫ້ຄໍາປຶກສາ ຖາມຕອບດີຫຼາຍ ແລະກຳລັງໃຈໂຕເອງ ແຕ່ມີເອເຈນຊີ ກະສະບາຍຂຶ້ນ ຍື່ນເອງກະເກັບປະສົບການ ແລະເງິນ.”
ຕໍ່ກັບເຣື່ອງນິີ້, ວິທຍຸເອເຊັຽເສຣີ ພະຍາຍາມຕິດຕໍ່ ເຈົ້າໜ້າທີ່ກົມກິຈການນັກສຶກສາ ກະຊວງສຶກສາທິການ ແລະກິລາ ເຊິ່ງເປັນຜູ້ຮັບຜິດຊອບໂດຍກົງ ຕາມແຈ້ງການດັ່ງກ່າວ ແຕ່ບໍ່ມີເຈົ້າໜ້າທີ່ຮັບສາຍ.
ປັດຈຸບັນ ນັກຮຽນລາວຈຳນວນຫຼາຍ ໄດ້ສອບເສັງທຶນການສຶກສາ ໄປຮຽນຢູ່ຕ່າງປະເທດ ໂດຍສະເພາະປະເທດຈີນ ແລະ ວຽດນາມ. ຫຼ້າສຸດ, ໃນກາງເດືອນສິງຫາ 2023 ທີ່ຜ່ານມາຜແນກສຶກສາທິການ ແລະກິລາ ແຂວງຫຼວງພຣະບາງ ໄດ້ປະກາດຜົລສອບເສັງ ທຶນການສຶກສາໄປຮຽນຢູ່ຈີນ ໂດຍມີນັກຮຽນຂອງແຂວງຫຼວງພຣະບາງ ເສັງຜ່ານເພື່ອໄປຮຽນຕໍ່ຢູ່ຈີນ ທັງໝົດ 113 ຄົນ ແລະ ວຽດນາມ 31 ຄົນ ໃນຫຼາກຫຼາຍສາຂາວິຊາ.