ຄູອາສາ ຈຳນວນຫຼາຍ ຜິດຫວັງກັບການລໍຄອຍ ເຂົ້າເປັນລັດຖະກອນ
2024.06.13
ເຟຊບຸກ ເພຈ ບ່າວພູ channel ລະບຸຂໍ້ຄວາມເປັນສາທາລະນະວ່າ ຄູອາສາສະມັກ ສອນມາ 10 ປີ ບໍ່ໄດ້ໂກຕ້າ ບັນຈຸລັດຖະກອນ ຈຶ່ງຕັດສິນໃຈລາອອກ ເກັບເຄື່ອງເດີນທາງ ເຂົ້າສູ່ປະເທດໄທ ເຮັດວຽກເປັນແມ່ບ້ານ ໂດຍມີຄວາມຫວັງເກັບເງິນ 2 ປີ ເພື່ອຕັ້ງໂຕເລີ້ມຕົ້ນໃໝ່.
ຄູອາສາສະມັກ ຜູ້ນີ້ຊື່ວ່າ ຄູລັດສະໝີ ເປັນຄູອາສາສະມັກ ສອນວິຊາສິລະປະດົນຕຣີ ຢູ່ໂຮງຮຽນ ມສ ຕານມີໄຊ ເມືອງໄຊທານີ ນະຄອນຫລວງວຽງຈັນ ມາໄດ້ 10 ປີແລ້ວ ແລ້ວຕັດສິນໃຈ ຍື່ນໃບລາອອກ ເພື່ອໄປສ້າງ ເສດຖະກິດຄອບຄົວ.
ດັ່ງ ນາງກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 13 ມີຖຸນາ 2024 ນີ້ວ່າ:
“ອັນມີຄູພາສາລາວ ແຕ່ວ່າ ເພິ່ນໄດ້ລາອອກແລ້ວ ເພິ່ນໄປສ້າງ ເສດຖະກິດຄອບຄົວ ແຕ່ພາກຮຽນທີ່ 2 ພຸ້ນເດ້ ເພິ່ນຢູ່ນໍາພວກເຮົາ 11 ປີເດ້ ແລ້ວເພິ່ນບໍ່ໄດ້ບັນຈຸ ແລ້ວເພິ່ນກະເລີຍວ່າ ຂໍໄປສ້າງ ເສດຖະກິດຄອບຄົວ, (ໂຮງຮຽນ ມສ ຕານມີໄຊ) ກໍບໍ່ໄດ້ຊົນນະບົດແຫລະ ຢູ່ແຖວຕານມີໄຊ ກໍເປັນທາງຜ່ານ ຫ້ວຍຫົງ ມານີ້ເດ້ ແຖວວິທະຍາໄລນີ້ນ່າ ແຖວມະຫາວິທະຍາໄລ ດົງໂດກນີ້ນ່າ.”
ນອກຈາກນີ້ ກໍຍັງມີ ຄູ ອາສາສະມັກ ສອນຊັ້ນມັດທະຍົມສຶກສາ ຈາກ ແຂວງຫລວງພຣະບາງ ນາງນຶ່ງ ຍັງຄົງລໍຖ້າໂກຕ້າ ລັດຖະກອນຄູຢູ່ ແຂວງຫລວງພຣະບາງກ່ອນ ຍ້ອນຕົວເອງຍັງບໍ່ສາມາດ ປະລູກໄປເຮັດວຽກບ່ອນອື່ນໄດ້ ແລະ ຍັງບໍ່ສາມາດກັບໄປເມືອງຊໍາເໜືອ ແຂວງຫົວພັນ ເຊິ່ງເປັນບ້ານເກີດຕົວເອງໄດ້ ຍ້ອນ ເມືອງຊໍາເໜືອ ບໍ່ເປີດຮັບສະມັກ ເອົາຄູອາສາໄປເຮັດວຽກ ຫລາຍປີແລ້ວ.
ດັ່ງ ຍານາງ ກ່າວ ໃນມື້ດຽວກັນນີ້ວ່າ:
“ມັນກໍຂຶ້ນກັບເງື່ອນໄຂເນາະ ບາງຄົນ ເຂົາເຂົ້າມີເງື່ອນໄຂໄປຫັ້ນນ່າ ແລ້ວເຂົາກໍໄປ ຮູ້ສຶກກໍເສັຍໃຈ ນໍາເຂົາ ມີຄົນເຂົາໄປ ເຂົາກໍໄດ້ລະຫ້ວາ ແຕ່ວ່າ ເຮົາຍາກ ເຮົາມີຄອບມີຄົວແລ້ວເດ້ ຄັນເຮົາໄປ ເຮົາປະລູກ ປະຫຍັງຈັ່ງຊີ້ນ່າ ຜົວບອກ ໃຫ້ອົດຢູ່ກ່ອນ ຈໍາປີນີ້ ປີໜ້າ ປີໜ້າຈໍາຕອນນີ້ ເພາະວ່າ ຂ້ອຍມາສອນ 2015 ນີ້ ອີກຢ່າງເຮົາໄປຄົນຕ່າງແຂວງແດ່ ຄັນເຮົາອອກໄປ ແລ້ວເຮົາ ກັບໄປບ້ານເຮົາຫັ້ນນ່າ ເພາະວ່າ ຢູ່ແຂວງຂ້ອຍນັ້ນ ມັນບໍ່ມີອາສາສະມັກ ຢູ່ຫົວພັນ ຊໍາເໜືອ ເຂົາເຈົ້າບໍ່ຮັບ ຫລາຍປີແລ້ວເດ້ ເຮົາກໍເລີຍວ່າ ມາຢູ່ເມືອງຫລວງພີ້ ເອອ ເຮົາໄດ້ມີບ່ອນຢູ່ ແລ້ວເຮົາກໍເລີຍບໍ່ຢາກຖອນໄປ ຈັ່ງຊີ້ນ່າ.”
ນາງວ່າ ສະຖານະການ ຄູອາສາສະມັກ ຢູ່ເມືອງປາກແຊງ ແຂວງຫລວງພຣະບາງ ຈະທະຍອຍພາກັນລາອອກເລື້ອຍໆ ພາຍຫລັງບໍ່ມີລາຍຊື່ເປັນ ລັດຖະກອນຄູມາຫລາຍປີ ຈາກທົ່ວເມືອງເຄີຍມີ ຄູອາສາສມັກ ທັງໝົດ 200 ຄົນ ມາປັດຈຸບັນ ເຫລືອຄູອາສາສະມັກ ປະມານ 30 ຄົນ, ສ່ວນຕົວເອງ ກໍເຄີຍມີໂອກາດ ເສັງຕິດ ລັດຖະກອນຄູ ແຕ່ທົ່ວເມືອງ ຍັງຂາດຄູອະນຸບານ ແລະ ຄູປະຖົມ ຕົວເອງຈຶ່ງບໍ່ມີໂອກາດ ໄດ້ເປັນລັດຖະກອນຄູ ແລະ ຍັງຄົງລໍຄອຍໂກຕ້າຄູ ຢ່າງມີຫວັງ.
ດັ່ງ ຄູອາສາສະມັກ ຈາກແຂວງຫລວງພຣະບາງ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ຕັ້ງແຕ່ມາສອນ ກໍໄດ້ເສັງເຂົ້າ ລັດຖະກອນນໍາເຂົາ ໄດ້ 2 ເທື່ອ ແຕ່ເຮົາກໍຕິດເດ້ ເຂົາເຈົ້າວ່າ ແມ່ນສາຍເຮົາບໍ່ໄດ້ ຈັ່ງຊີ້ນ່າ ເຂົາເຈົ້າເລັ່ງໃສ່ແຕ່ ອະນຸບານປະຖົມ ເພາະວ່າ ເຂົາເຈົ້າອອກຫລາຍ ນາຍຄູອາສາ ອອກຫລາຍ ບາງບ້ານຫັ້ນ ມັນບໍ່ມີຄູສອນຊ້ໍາ ເຮົາຢູ່ມັດທະຍົມ ແລ້ວເຮົາກໍຢູ່ມໍ່ແດ່ ເຮົາກໍເລີຍວ່າ ອົດຢູ່ກ່ອນ ຈັ່ງຊີ້ນ່າ ຫາກຊິເວົ້າແນວນຶ່ງ ມັດທະຍົມ ມັນກໍສະບາຍກວ່າປະຖົມໜ້ອຍໜຶ່ງເນາະ ເຂົາເຈົ້າຂຶ້ນສອນເປັນຊົ່ວໂມງເດ້ ບໍ່ຄືປະຖົມເນາະ ໝົດມື້ຫັ້ນນ່າ ແລ້ວໂຮງຮຽນເຂົາເຈົ້າ ກໍມີນະໂຍບາຍແດ່ ເຊັ່ນວ່າ ບາງເທື່ອນີ້ ເຮົາບໍ່ມີຊົ່ວໂມງແລ້ວ ເຮົາກໍມາສອນໜ້ອຍໜຶ່ງກໍໄດ້ ເຮົາເຮັດວຽກຢູ່ເຮືອນ ອາຊີບຂ້ອຍກໍມີແຕ່ຕໍາຫູກເດ້.”
ເຖິງຢ່າງໃດກໍຕາມ ວັນທີ 17 ກໍລະກົດ 2023 ທີ່ຜ່ານມາ ລັດຖະບານ ໄດ້ອອກມະຕິຕົກລົງ ນະໂຍບາຍ ແລະ ມາດຕະການແກ້ໄຂ ບັນຫາການຂາດແຄນ ຄູສອນ ການປະລະການຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ເລກທີ 09/ລບ ວ່າ ເຫັນດີໃຫ້ປະຕິບັດເງິນເດືອນ ໃຫ້ແກ່ຄູອາສາສະມັກ ຕາມຊັ້ນຂັ້ນເງິນເດືອນ ກັບການສຶກສາຜູ້ກ່ຽວໄດ້ມາຮຽນນັ້ນ, ຂະນະທີ່ ສະພາບໂຕຈິງ ຕໍ່ມະຕິຕົກລົງ ດັ່ງກ່າວ ຄູອາສາ ຈາກແຂວງຫລວງພຣະບາງ ນາງນີ້ກ່າວວ່າ ລັດຖະບານ ກໍໄດ້ໄລ່ຕາມຊັ້ນແທ້ ຄັນວ່າ ຊັ້ນສູງ ກໍໄດ້ເງິນເດືອນ 1 ລ້ານ 6 ແສນກີບ, ຊັ້ນກາງ ໄດ້ເງິນເດືອນ 1 ລ້ານ 3 ແສນກີບ ແລະ ຊັ້ນ ປະຣິນຍາຕີ ໄດ້ເງິນເດືອນ 1 ລ້ານ 7 ແສນກີບ ສ່ວນການຈັດຕັ້ງປະຕິບັດ ເງິນເດືອນຂອງຄູອາສາສະມັກ ເປັນຕົ້ນ ຕົວເອງ ຫາກໍໄດ້ເດືອນເມສາ ປີນີ້ ແຕ່ວ່າ ເດືອນມີຖຸນາ ຫລື ເດືອນໃດ ທີ່ມີການເສັງ ພັກໂຮງຮຽນ ຫລື ໂຮງຮຽນປິດພາກຮຽນ ຄູອາສາສະມັກ ຈະບໍ່ໄດ້ເງິນເດືອນ ຄື ຄູລັດຖະກອນ.
ກ່ຽວກັບເລື້ອງນີ້ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ນະຄອນຫລວງວຽງຈັນ ຜູ້ຂໍສງວນຊື່ ແລະ ຕຳແນ່ງ ກ່າວວ່າ ການໃຫ້ເງິນເດືອນ ຄູອາສາສະມັກ ຈະບໍ່ມີຄວາມໝາຍແລ້ວ ຍ້ອນ ສິ່ງທີ່ຄູອາສາສະມັກ ຕ້ອງການ ຄື ການເປັນລັດຖະກອນ ພ້ອມໄດ້ເງິນເດືອນ ຍ້ອນ ການເປັນລັດຖະກອນ ຈະເຮັດໃຫ້ພວກເຂົາເຈົ້າ ມີຄວາມໝັ້ນຄົງໃນຊີວິດ ມີສະຫວັດດີການ ແລະ ມີໂອກາດ ໃນການກ້າວໜ້າ ທາງດ້ານການງານ ດີກວ່າ ການເປັນຄູ ອາສາສະມັກ ທີ່ມີແຕ່ເງິນເດືອນ.
ດັ່ງ ທ່ານກ່າວໃນມື້ດຽວກັນນີ້ວ່າ:
“ມັນຈະບໍ່ມີຄວາມໝາຍແລ້ວ ສໍາລັບເງິນເດືອນ ເພາະວ່າ ສິ່ງທີ່ເຂົາຕ້ອງການຫັ້ນ ແມ່ນ ລັດຖະກອນ ພ້ອມໄດ້ເງິນເດືອນ ຄັນເວົ້າກໍ ຄົນລາວ ຕາຍຍ້ອນກຽດ ຫັ້ນແຫລະ ໄປ ໃຫ້ເງິນແບບນີ້ ເປັນລັກສະນະ ລູກຈ້າງເອກກະຊົນ ເຮົາຕີຄວາມໝາຍ ຄູລັດຖະກອນ ມັນຈະມີ ເລື່ອນຊັ້ນ ມີຕໍາແໜ່ງ ມີການປະເມີນເນາະ ຊັ້ນ ຂັ້ນທຸກປີເດ້ ມັນລື່ນຫລາຍອັນເດ້ ແລ້ວກໍມີສິດໄປຮຽນຕໍ່ ຖ້າວ່າ ເຮົາເຂົ້າບໍານານ ມັນກໍຈະໄດ້ ເປັນເງິນເດືອນບໍານານ ແລ້ວກໍຈະມີເງິນຊຸກຍູ້ຈໍານວນໜຶ່ງ ກ່ອນຊິໄດ້ບໍານານ.”
ແນວໃດກໍຕາມ ເພື່ອແກ້ໄຂບັນຫາການຂາດແຄນ ຄູສອນ ແລະ ຄູອາສາສະມັກ ລາອອກ ຈໍານວນຫລາຍນັ້ນ ລັດຖະບານ ຈະຕ້ອງໄດ້ເພີ່ມເງິນເດືອນຄູ ໃຫ້ເຖິງ 9,600 ບາທ ຫລື ປະມານ 5 ລ້ານ 6 ແສນກີບ ເພື່ອໃຫ້ ຄູ ອາສາສະມັກ ແລະ ລັດຖະກອນທຸກຄົນ ຫລຸດພົ້ນຈາກການທຸກຍາກ ແລະ ຄູ ອາສາ ບໍ່ພາກັນລາອອກໄປເຮັດແນວອື່ນ.
ດັ່ງ ເຈົ້າໜ້າທີ່ ຜະແນກ ສຶກສາທິການ ແລະ ກິລາ ຜູ້ດຽວກັບຂ້າງເທິງ ກ່າວວ່າ:
“ເພີ່ມດັດຊະນີເງິນເດືອນ ເພາະວ່າ ເຮົາຄິດຢູ່ 4,800 (ບາທ) ຕໍ່ດັດຊະນີ ເຮົາມີຄວາມຄາດໝາຍ ຕະກີ້ຫັ້ນ ສະໄໝ ທ່ານ ທອງສິງ ເປັນນາຍົກ ລັດຖະມົນຕີ ເພິ່ນກຽມຊິໃຫ້ 7,200 (ບາທ)ເນາະ ແລ້ວກໍໄປ 9,600 (ບາທ) ຮອດ 9,600 (ບາທ) ແລ້ວ ພວກເຮົາຈະພະນັກງານທັງໝົດ ຈະຫລຸດພົ້ນຈາກຄວາມທຸກຍາກ ຫັ້ນເດ້ເນາະ.”
ນອກຈາກນີ້ ໃນຮອບ 7 ປີຜ່ານມາ ລະຫວ່າງປີ 2017-2023 ກົມຈັດຕັ້ງ ພະນັກງານ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບ ແລະ ບັນຈຸລັດຖະກອນ ຄູ 6,410 ຄົນ ໃນນັ້ນເປັນການຮັບ ແລະບັນຈຸໃນປີ 2017 ຈຳນວນ 1,816 ຄົນ, ປິ 2018 ຈຳນວນ 1,463 ຄົນ, ປີ 2019 ຈໍານວນ 936 ຄົນ, ປີ 2020 ຈໍານວນ 1,040 ຄົນ, ປີ 2021 ຈໍານວນ 340 ຄົນ ແລະ ໃນປີ 2023 ມີການຮັບ ແລະ ບັນຈຸພຽງ 285 ຄົນເທົ່ານັ້ນ, ເຊິ່ງເຫັນໄດ້ຢ່າງຊັດເຈນວ່າ ມີຈຳນວນໂຄຕ້າຊັບຊ້ອນ ຄູອາສາສະມັກ ມາເປັນ ຄູລັດຖະກອນ ຫຼຸດລົງເລື້ອຍໆ.