ເພາະຄວາມຈົນ ຈຶ່ງຕ້ອງທົນ ແຕ່ງດອງ ແຕ່ນ້ອຍ
2021.11.26
ອົງການ Save The Children ຣະບຸວ່າ ກຸ່ມເຍົາວະຊົນລາວ ອາຍຸຕ່ຳກວ່າ 20 ປີ ຍັງແຕ່ງດອງ ແຕ່ອາຍຸຍັງນ້ອຍ ຈຳນວນຫຼາຍ ແລະສູງທີ່ສຸດໃນເອເຊັຽ ຕາເວັນອອກສຽງໃຕ້ຄິດເປັນ 20% ໂດຍປະມານໃນທົ່ວປະເທດລາວ ຊຶ່ງປະກົດການ ດັ່ງກ່າວຖືວາເປັນ ວັງວົນຂອງບັນຫາສັງຄົມ ທັງໃນປັຈຈຸບັນ ແລະອານາຄົດ.
ຢູ່ແຂວງຫຼວງພຣະບາງ ຍັງປະກົດມີເຍົາວະຊົນ ອາຍຸ 11-13 ປີ ພາກັນແຕ່ງດອງ ແຕ່ຍັງນ້ອຍ ໂດຍສະເພາະ ກຸ່ມຊົນເຜົ່າມົ້ງ ແລະຂະມຸ ຈຶ່ງເຮັດໃຫ້ເດັກແມ່ຍິງ ແລະເດັກຜູ້ຊາຍຊັ້ນ ມ.1-ມ.3 ມີອັດຕຣາການອອກໂຮງຮຽນສູງອີກ ທັງເດັກຍິງທີ່ອອກມາສ້າງຄອບຄົວ ນັ້ນກໍຈະປະເຊີນກັບການ ຖືພາແຕ່ຍັງນ້ອຍເຮັດໃຫ້ມີຄວາມສ່ຽງ ເປັນແມ່ສ່ຽງພັຍ ເນື່ອງຈາກຮ່າງກາຍ ໃນໄລຍະອາຍຸດັ່ງກ່າວ ຍັງບໍ່ເໝາະສົມກັບການຖືພາ ຊຶ່ງສາເຫດທີ່ເຮັດໃຫ້ເດັກແມ່ຍິງແຕ່ງດອງ ແຕ່ຍັງນ້ອຍກໍຍ້ອນຄວາມທຸກຍາກ ເປັນສາເຫດຕົ້ນຕໍ. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 26 ພຶສຈິການີ້ວ່າ:
“ອານາຄົດ ບາງເທື່ອຮຽນກໍບໍ່ໄດ້ ມີວິຊາອາຊີບ ບໍ່ໄດ້ຊອກວິຊາອາຊີບ ເກີດເປັນແນວນັ້ນ ກໍປະລະໂຮງຮຽນນັ້ນ ເອົາຜົວ ເອົາເມັຍນ່າ ແນ່ນອນມັນ 11-12 ປີກໍແມ່ນແມ່ສ່ຽງພັຍເນາະ ສ່ວນຫຼາຍອັນທີນຶ່ງມັນເກີດກ່ອນ ກຳນົດສ່ວນຫຼາຍມັນລຸ ບາງເທື່ອເວລາພາກ ສ່ວນທີ່ວ່າມັນຄົບກຳນົດເວລາ ເກີດມັນກໍເກີດຍາກສ່ວນຫຼາຍກໍແມ່ນ ອາການເລືອດໄຫຼຫຼາຍ ສອງມາພໍ່ແມ່ກໍຫຍຸ້ງຍາກ ການສົ່ງເສີມເຣື່ອງ ທືນການສຶກສາ.”
ຍານາງໄດ້ກ່າວຕື່ມວ່າ ແມ່ຍິງລາວແຕ່ດອງ ແຕ່ຍັງນ້ອຍຍັງນຳພາ ໄປເຖິງຜົລກະທົບຂອງການ ໃຊ້ຄວາມຮຸນແຮງ ທາງດ້ານຮ່າງກາຍ ຕໍ່ເດັກນ້ອຍນຳອີກ ເປັນຕົ້ນລະຫວ່າງທີ່ເດັກແມ່ຍິງຖືພາ ມີຄວາມຈຳເປັນຕ້ອງໄປອອກແຮງງານ ເຮັດໄຮ່ ເຮັດນາ ຕາກແດດ ຕາກລົມ ຕາກຝົນ ຕາມຄຳສັ່ງຂອງຜົວ ຊຶ່ງຄວາມຮຸນແຮງດັ່ງກ່າວ ເດັກແມ່ຍິງຈະຖືວ່າ ບໍ່ແມ່ນຄວາມຮຸນແຮງ ຍ້ອນເດັກແມ່ຍິງ ເຮັດດ້ວຍຄວາມສະມັກໃຈ ບໍ່ແມ່ນຖືກບັງຄັບ ເພື່ອໃຫ້ຄອບຄົວໄດ້ມີຢູ່ມີກິນ.
ພ້ອມດຽວກັນນີ້ເດັກແມ່ຍິງ ທີ່ອາຍຸຍັງນ້ອຍ ແລ້ວແຕ່ງດອງນັ້ນຍັງ ປະເຊີນກັບການຖືພາຕິດຕໍ່ກັນ ປີຕໍ່ປີບໍ່ໄດ້ເວັ້ນ ໄລຍະເວລາການ ມີລູກຫ່າງ ບໍ່ມີການຄຸມກຳເນີດ ຕາມທີ່ເຈົ້າໜ້າທີ່ແນະນຳໄປ ຍ້ອນເດັກແມ່ຍິງຈະເຊື່ອຄຳເວົ້າ ຂອງຜົວຢ່າງດຽວ. ຂະນະທີ່ຜົວ ກໍຖືເບົາເຣື່ອງສຸຂພາບ ຂອງເມັຍຈຶ່ງເຮັດໃຫ້ ສຸຂພາບຂອງເດັກແມ່ຍິງຈຳນວນນັ້ນ ຕົກຢູ່ໃນຄວາມສ່ຽງ ທີ່ຈະເສັຽຊີວິດ ທັງແມ່ແລະລູກ, ດັ່ງຍານາງໄດ້ກ່າວຕື່ມວ່າ:
“ຊົນເຜົ່າ ຜູ້ຊາຍ ຍົກໂຕຢ່າງເນາະ ຖືພາ 6 ເດືອນ, 7 ເດືອນ, 8 ເດືອນ ກໍຍັງໃຫ້ໄປຫັ້ນນ່າ ໄປໄຮ່ ໄປສວນ ຖືໄປເອົາຟືນເສັຽຊີວິດຍ້ອນເອົາຟືນເນາະ ແມ່ນລົ້ມທັ່ງແລ້ວບາດນີ້ ລູກຫັ້ນລຸເລືອດໄຫຼແລ້ວ ເອົາບໍ່ທັນໄປໄຮ່ ໄປສວນຍ່າງເປັນ 2-3 ຊົ່ວໂມງ ຈັ່ງຮອດບ້ານ ຈາກບ້ານມາຮອດໂຮງໝໍ ເປັນຊົ່ວໂມງສອງຊົ່ວໂມງ ຂີ່ຣົດທາງດິນແດງມາບໍ່ທັນຕາຍ.”
ປັຈຈຸບັນ ແຂວງຫົວພັນ ມີເດັກແມ່ຍິງ ອາຍຸຕ່ຳກວ່າ 15 ປີ ແຕ່ງດອງແຕ່ຍັງນ້ອຍ ຢ່າງກວ້າງຂວາງໃນກຸ່ມຊົນເຜົ່າມົ້ງ ທີ່ຄອບຄົວມີຖານະທຸກຍາກ ຊຶ່ງການແຕ່ດອງແຕ່ຍັງນ້ອຍ ຂອງເດັກແມ່ຍິງ ຊົນເຜົ່ານັ້ນເຮັດໃຫ້ ທັງໂຕເດັກຍິງ ແລະລູກຈຳນວນນຶ່ງ ມີພາວະຂາດສານອາຫານ ທັງຂະນະຖືພາ ແລະຫຼັງເກີດລູກ. ເນື່ອງຈາກ ເຂົາເຈົ້າເປັນຄອບຄົວທຸກຍາກ, ການກິນກໍຈະບໍ່ຄົບໝວດໝູ່ປານໃດ, ຫາກພາກສ່ວນທີ່ກ່ຽວຂ້ອງ ຍັງບໍ່ແກ້ໄຂບັນຫາ ຄວາມທຸກຍາກໃນເຂດຫ່າງໄກ ຢ່າງຈິງຈັງ ກໍຈະເຮັດໃຫ້ເຍົາວະຊົນ ລາວກຸ່ມນີ້ ປະເຊີນກັບຜົລກະທົບ ຫຼາຍກວ່າໝູ່ ທັງໃນຖານະຄວາມເປັນແມ່ ທີ່ສ່ຽງພັຍ, ຖານະເມັຍທີ່ຕ້ອງເຮັດຕາມໃຈຜົວ ແລະຖານະລູກທີ່ຕ້ອງແຕ່ງດອງແຕ່ຍັງນ້ອຍ ຕາມຮີດຄອງປະເພນີ ທີ່ພໍ່-ແມ່ ໄດ້ມີມາຕັ້ງແຕ່ເດີມ. ດັ່ງເຈົ້າໜ້າທີ່ ຜແນກ ສາທາຣະນະສຸກ ແຂວງຫົວພັນກ່າວວ່າ:
“ກໍຊິແມ່ນອາຫານຫຼັກໆ ເລີຍເນາະເພາະວ່າ ຢູ່ເບື້ອງຂັ້ນພື້ນຖານ ເຂົາເຈົ້າແນ່ເຂົາຫາກີນ ໄດ້ສ່ຳໃດເຂົາກໍກີນສ່ຳນັ້ນ ມີສ່ຳໃດເຂົາກໍກີນສ່ຳນັ້ນ ເຮັດໃຫ້ຂາດເລືອດໂຕຊີດ ຊ່ວງຖືພາຫັ້ນນ່າມີຄວາມຊີດເຫຼືອງ ເຂົາມາຝາກທ້ອງເນາະ ແລະກໍການເຕີບໃຫຍ່ ຂອງລູກເຂົາທາງ ເຂົາພ້ອມຫັ້ນນ່າ.”
ນອກເໜືອຈາກ ຜົລກະທົບດັ່ງກ່າວ ທີ່ເດັກແມ່ຍິງແຕ່ງດອງແຕ່ຍັງນ້ອຍ ປະເຊີນຂ້າງຕົ້ນນັ້ນ, ເດັກແມ່ຍິງແລະເດັກຜູ້ຊາຍຊົນເຜົ່າມົ້ງ ແລະຊົນເຜົ່າຂະມຸ ຢູ່ເມືອງນາໝໍ້ ແຂວງອຸດົມໄຊ ທີ່ຕັດສິນໃຈ ສ້າງຄອບຄົວນຳກັນແຕ່ຍັງນ້ອຍ ຍັງເຮັດໃຫ້ມີການຜິດຖຽງກັນຫຼາຍ ແຕ່ຍັງບໍ່ເຖິງຂັ້ນປະກັນ ຊຶ່ງສາເຫດທີ່ເຮັດໃຫ້ເຂົາເຈົ້າປະຮ້າງ ກັນກໍຍ້ອນວ່າເສຖກິຈ ຄອບຄົວບໍ່ສາມາດ ກຸ້ມຢູ່ກຸ້ມກິນໄດ້ ຫຼືບາງຄູ່ຜົວ-ເມັຍ ແມ່ນຝ່າຍໃດຝ່າຍນຶ່ງຫັ້ນ ສູ່ການເສບຢາເສບຕິດ ກໍເຮັດໃຫ້ຕ້ອງປະຮ້າງກັນ ໃນທີ່ສຸດ. ດັ່ງເຈົ້າໜ້າທີ່ ຫ້ອງການສາທາຣະນະສຸກ ເມືອງນາໝໍ້ກ່າວວ່າ:
“ສ່ວນຫຼາຍກໍແມ່ນຜິດຖຽງກັນ ຜິດຖຽງກໍບໍ່ເຖີງຂັ້ນປະຂັ້ນຮ້າງ ເດັກນ້ອຍ ກໍຍັງບໍ່ຮູ້ຫຍັງເທື່ອເນາະ ບາງເທື່ອກໍຫາຊອກເງິນ ອີ່ຫຍັງຈັ່ງຊິ ມັນກໍເຂົາວັຍກຳລັງຫຼີ້ນ ກຳລັງກີນ ສະນັ້ນກໍຫາກມີສ່ວນນ້ອຍ.”
ຢ່າງໃດກໍຕາມ ພາກຣັຖຄວນມີແຜນການ ແກ້ໄຂບັນຫາການແຕ່ງດອງແຕ່ຍັງນ້ອຍ ດ້ວຍການສ້າງຫຼັກສູດການຮຽນ-ການສອນ ກ່ຽວກັບຜົລກະທົບ ຂອງການແຕ່ງດອງແຕ່ຍັງນ້ອຍ ເຂົ້າໄປສິດສອນເຍົາວະຊົນລາວ ຕັ້ງແຕ່ຣະດັບຊັ້ນປະຖົມສຶກສາ ເຖິງຣະດັບມັທຍົມສຶກສາອີກ ທັງຫຼັກສູດດັ່ງກ່າວຈະຕ້ອງເປັນ ຫຼັກສູດທີ່ສາມາດສືບຕໍ່ການຮຽນ-ການສອນໄດ້ ເປັນເວລາດົນ ບໍ່ແມ່ນ 1-2 ປີ ເພື່ອໃຫ້ນັກຮຽນ ໃນແຕ່ລະລຸ້ນທີ່ເຂົ້າມາຮຽນ ໃນແຕ່ລະສົກຮຽນ ໄດ້ຮັບຄວາມຮູ້ເປັນຈຳນວນເພີ່ມຂື້ນ ທຸກປີບໍ່ແມ່ນແຕ່ປີສອງປີ ເທົ່ານັ້ນ. ດັ່ງເຈົ້າໜ້າທີ່ ພາກປະຊາສັງຄົມ ທີ່ເຮັດວຽກສົ່ງເສີມສຸຂພາບ ແມ່ຍິງແລະເດັກກ່າວວ່າ:
“ໃຫ້ມີການສຶກສາ ເພີ່ມຂື້ນນີ້ແຫຼະກ່ຽວກັບວຽກງານ ສົ່ງເສີມແມ່ຍິງ ແລະເດັກນ້ອຍ ໂດຍສະເພາະໃຫ້ມີຫຼັກສູດການສຶກສາເນາະ ສຳລັບທາງພາກຣັຖບໍ່ທີ່ຊຸກຍູ່້ ໂດຍສະເພາະ ຫຼືວ່າເປັນກົດໝາຽ ຫຼືວ່າເປັນໂຄງການທີ່ໄປຊຸກຍູ້ ຊຸມຊົນສອກຫຼີກຫັ້ນເນາະ.”
ນອກຈາກນີ້ ຫາກມີໂຄງການຊ່ອຍເຫຼືອຄຣູ ທ້ອງຖີ່ນ ຫຼືຄຣູອາສາມີເງິນເດືອນ ໄວ້ຊື້ຢູ່ຊື້ກີນ ກໍຈະແຮງດີຫຼາຍ ເນື່ອງຈາກເບິ່ງຕາມສະພາບໂຕຈິງແລ້ວ ຢູ່ໂຮງຮຽນໃນເຂດຫ່າງໄກ ສອກຫຼີກຈະມີຄຣູອາສາ ສອນໜັງສືນັກຮຽນ ແຕ່ການສອນຂອງຄຣູອາສາ ກໍບໍ່ໄດ້ເຕັມເມັດເຕັມໜ່ວຍ ເນື່ອງຈາກບໍ່ມີເງິນເດືອນ ຕ້ອງໄດ້ເອົາເວລາພັກ ຫຼືເວລາສອນໄປເຮັດວຽກ ເສີມກໍເຮັດໃຫ້ນັກຮຽນຊັ້ນປະຖົມ ແລະມັທຍົມໃນເຂດຫ່າງໄກ ບໍ່ໄດ້ເຂົ້າເຖິງຄວາມຮູ້ ດ້ານສຸຂສຶກສາ ບໍ່ວ່າຈະເປັນການຄຸມກຳເນີດ ຫຼືການຖືພາແຕ່ຍັງນ້ອຍ ທີ່ເປັນຄວາມຮູ້ສຳຄັນ ທີ່ຈະເຮັດໃຫ້ເດັກຍິງ ແລະເດັກຊາຍ ປະກອບການຕັດສິນ ໃນການອອກຮຽນ ແລະແຕ່ງດອງແຕ່ຍັງນ້ອຍ. ອີງຕາມຄວາມເວົ້າຂອງເຈົ້າໜ້າທີ່ພາກປະຊາສັງຄົມ.