ເນື່ອງໃນວັນສິດທິມະນຸສສາກົລ ວັນທີ 10 ທັນວາ 2022 ປີນີ້, ກອງທຶນປະຊາກອນແຫ່ງສະຫະປະຊາຊາຕ (United Nations Population Fund ຫຼື UNFPA) ປະຈໍາປະເທດລາວ ຈັດພິທີຣະນຶກ 16 ມື້ ຮ່ວມກັນເຄື່ອນໄຫວ ເພື່ອຢຸດການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ແຕ່ວັນທີ 25 ພຶສຈິກາ ຫາ 10 ທັນວາ 2022 ແລະເພື່ອຮ່ວມກັນ ສເລີມສລອງຄົບຮອບ 75 ປິ ຂອງຖແລງການສາກົລ ກ່ຽວກັບສິດທິມະນຸສສາກົລ “ກຽດສັກສີ, ເສຣີພາບ ແລະຄວາມຍຸຕິທັມ ສໍາລັບທຸກຄົນ” ຂະນະທີ່ ຄວາມຮຸນແຮງຕໍ່ແມ່ຍິງແລະເດັກນ້ອຍ ໃນປະເທດລາວ ຍັງໜ້າເປັນຫ່ວງຢູ່ ຍ້ອນຫຼາຍສາເຫດ.
ສະເພາະຢູ່ແຂວງຈໍາປາສັກ ຍັງມີແມ່ຍິງ ອາຍຸ 18 ປີຂຶ້ນໄປ ໄດ້ຮັບຄວາມຮຸນແຮງ ທາງດ້ານຮ່າງກາຍ, ຈິດໃຈ ແລະທາງເພດ ຄື: ຖືກຜູ້ຊາຍປະມານ 5 ຄົນ ຂົ່ມຂືນ ເວລາທີ່ເຂົາເຈົ້າຍ່າງກັບເຮືອນ ແຕ່ຍັງໂຊກດີ ທີ່ເຂົາເຈົ້າບໍ່ຖືພາ ແລະບໍ່ຕິດພຍາດຕິດຕໍ່ ທາງເພດສັມພັນ ເຊິ່ງກໍຣະນີນີ້ ກໍບໍ່ສາມາດຊ່ອຍແມ່ຍິງ ໃຫ້ໄດ້ຮັບຄວາມຍຸຕິທັມ ຮຽກຮ້ອງຄ່າເສັຍຫາຍໃນຄະດີແພ່ງ ຈາກເຫດການດັ່ງກ່າວໃນຂັ້ນສານໄດ້ ເນື່ອງຈາກຂາດງົປມານໃນການປະສານງານ ແລ່ນເອກກະສານໄປຍັງແຕ່ລະພາກສ່ວນ, ອີງຕາມຄວາມເວົ້າ ຂອງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ແຂວງຈໍາສັກ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 15 ທັນວາ ນີ້ວ່າ:
"ລາວ 18 (ປີ) ນີ້ແຫຼະ ລາວ 18 ຄົນບ້ານໃກ້ກັນ (ຂົ່ມຂື່ນ) ງານບຸນ ລາວຍ່າງເມືອເຮືອນ ລາວນີ້ນ່າ ພໍດີເພິ່ນອັນນັ້ນຜູ້ຊາຍເປັນກຸ່ມຫຼາຍຄົນ ມາອັນນັ້ນ ຂົ່ມຂືນ ລາວ ແລ້ວກໍຍັງຂາດເຣື່ອງທຶນຮອນ ທີ່ຈະສົ່ງເສີມເພິ່ນ ທຶນຮອນເຣື່ອງ ແລ່ນວຽກ ແລ່ນງານປະສານງານ ແຕ່ລະພາກສ່ວນ ກໍຍັງຫຍຸ້ງຍາກ."
ປີ 2022 ນີ້ ຢູ່ເມືອງເຊໂປນ ແຂວງສວັນນະເຂດ ໂດຍສະເພາະ ເຂດທີ່ມີຊົນເຜົ່າອາສັຍຢູ່ ຈະຍັງພົບພໍ້ບັນຫາຄວາມຮຸນແຮງ ທີ່ເຫັນໄດ້ຢ່າງຈະແຈ້ງ ຄື: ຄວາມຮຸນແຮງທາງດ້ານຮ່າງກາຍ ທີ່ແມ່ຍິງຊົນເຜົ່າດັ່ງກ່າວ ຍັງເຮັດວຽກໜັກຕາມຮີດຄອງປະເພນີ ທີ່ໄດ້ປະຕິບັດຕາມກັນມາ ເຊິ່ງເປັນຄວາມຮຸນແຮງຕໍ່ແມ່ຍິງຊົນເຜົ່າ ທີ່ໜ້າເປັນຫ່ວງ ເນື່ອງຈາກວຽກງານ ໂຄສະນາກ່ຽວກັບ ຄວາມສເມີພາບຂອງຍິງ-ຊາຍ, ສິດທິເດັກ ແລະກົດໝາຍ ທີ່ກ່ຽວຂ້ອງກັບການໃຊ້ຄວາມຮຸນແຮງຍັງບໍ່ທົ່ວເຖິງ ຍ້ອນງົປມານບໍ່ພຽງພໍ ເຮັດໃຫ້ຜູ້ຊາຍຊົນເຜົ່າ ແລະຜູ້ເຖົ້າຜູ້ແກ່ຊົນເຜົ່າຈໍານວນນຶ່ງ ຍັງຄົງມີຄວາມຄຶດແບບເກົ່າ ທີ່ໃຫ້ແມ່ຍິງ ຫຼືເພດຍິງເຮັດວຽກໜັກ ຕາມຮີດຄອງປະເພນີ, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເມືອງເຊໂປນ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
"ກະໜ້າເປັນຫ່ວງເດ້ ເພາະວ່າເຮົາລົງໄປບາງເຂດ ກໍບໍ່ທົ່ວເຖິງເນາະ ເຮົາລົງໄປໂຄສະນາເຜີຍແຜ່ນ່າ ມີທັງຕະລື ມີທັງມັງກອງ ເຮັດຈົນເກີດລູກພຸ້ນແຫຼະ ໄປໄຮ່ໄປສວນ ເກີດລູກນີ້ ຄັນຮອດເດືອນສູງສຸດນີ້ ແມ່ຍິງເຂົາເຈົ້າໄປເຮັດວຽກ ແລ້ວເດ້ ຍາມຖາງໄຮ່ ເຂົາເຈົ້າກໍໄປຖາງໄຮ່ ຍາມຮວດ (ຮວດໝາຍເຖິງກ່ຽວເຂົ້າ) ເຂົາເຈົ້າກໍໄດ້ໄປຮວດ (ກ່ຽວເຂົ້າ) ເຂົ້າ."
ແຂວງສວັນນະເຂດ ຍັງມີຄວາມໜ້າເປັນຫ່ວງ ຕໍ່ຄວາມຮຸນແຮງທີ່ເກີດຂຶ້ນ ຕໍ່ແມ່ຍິງ ແລະເດັກນ້ອຍຕື່ມ ເນື່ອງຈາກ ແມ່ຍິງແລະເດັກນ້ອຍພາຍໃນແຂວງ ທີ່ຕົກເປັນຜູ້ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ທາງດ້ານຮ່າງກາຍ, ຈິດໃຈ, ທາງເພດ ແລະຊັບສິນ ບໍ່ມັກມາຣາຍງານຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເນື່ອງຈາກບໍ່ເຄີຍເຮັດ ຈຶ່ງບໍ່ລື້ງ ແລະບໍ່ຮູ້ຈະເຮັດແນວໃດ ຍ້ອນການໂຄສະນາເຄື່ອນທີ່ ເພື່ອໃຫ້ຜູ້ຖືກເຄາະຮ້າຍ ເຂົ້າເຖິງບ່ອນຊ່ອຍເຫຼືອຂອງທາງການນັ້ນ ບໍ່ທົ່ວເຖິງໃນເຂດທີ່ເກີດເຫດ.
ເຊິ່ງກໍຣະນີ ທີ່ເດັກນ້ອຍຍິງສາວ ບໍ່ຣາຍງານຄວາມຮຸນແຮງຕໍ່ເຈົ້າໜ້າທີ່ ມີກົດໃຫ້ເຫັນໃນແຂວງສວັນນະເຂດ ເປັນກໍຣະນີ ທີ່ເດັກນ້ອຍຍິງສາວ ອາຍຸ 12 ປີ ຕົກເປັນຜູ້ຖືກເຄາະຮ້າຍ ຈາກການໃຊ້ຄວາມຮຸນແຮງທາງດ້ານຮ່າງກາຍ, ຈິດໃຈ ແລະທາງເພດ ຄື ຜູ້ຊາຍຂົ່ມຂືນ ແລະທໍາຮ້າຍຮ່າງກາຍເຂົາເຈົ້າ ຍ້ອນເຂົາເຈົ້າບໍ່ຍິນຍອມໃຫ້ມີເພດສັມພັນນໍາ ແຕ່ເດັກນ້ອຍຍິງສາວ ບໍ່ຮູ້ວ່າຈະຣາຍງານ ຫຼືຮ້ອງຟ້ອງຕໍ່ຜູ້ໃດ ຈົນຕົນໂຕເຂົາເຈົ້າເປັນຮ້ອຍຊໍ້າ ທາງຜູ້ເປັນແມ່ເຫັນຜິດສັງເກດ ຈຶ່ງພາໄປຫາທ່ານໝໍ ຈຶ່ງໄດ້ຮູ້ວ່າ ເດັກນ້ອຍຍັງສາວຜູ້ນີ້ ຖືກຂົ່ມຂືນ ແລະຖືກທໍາຮ້າຍຮ່າງກາຍ ແລ້ວທາງສະຫະພັນແມ່ຍິງ ແຂວງສວັນນະເຂດ ຈຶ່ງເຂົ້າມາຊ່ອຍເຫຼືອເບື້ອງຕົ້ນ, ດັ່ງເຈົ້າໜ້າທີ່ທີ່ກ່ຽວຂ້ອງ ແຂວງສວັນນະເຂດ ກ່າວໃນມື້ດຽວກັນນີ້ວ່າ:
“ຂົ່ມຂືນ ມັນແຮ່ງທັງຂົ່ມຂືນ ທັງຕີພ້ອມ ທໍາຮ້າຍຮ່າງກາຍຫັ້ນແຫຼະ ຈົນວ່າຕາຍຄືນແຫຼ້ວ ວ່າຊັ້ນໄປ ແຕ່ວ່າສ່ວນຫຼາຍຫັ້ນ ເຂົາເຈົ້າເກີດເຫດ ເຂົາເຈົ້າບໍ່ໄດ້ມາແຈ້ງ ທາງປກສບໍ ທາງຫຍັງ ແມ່ນ ແພດ ເພິ່ນຮູ້ກ່ອນເນາະ ໄດ້ຊ່ວຍເຫຼືອເບື້ອງຕົ້ນຫັ້ນ ໃນຈໍານວນ ຜູ້ຖືກເຄາະຮ້າຍ ຜູ້ນຶ່ງ 500,000 ກີບຫັ້ນນ່າ ພວກເອື້ອຍແບ່ງເອົາເງິນຫ້ອງການ ໄປຊ່ວຍເຫຼືອເຂົາເຈົ້າ ແລ້ວມີ ເປັນຊື້ ເອົາເຄື່ອງນຸ່ງຂອງຖື ເຄື່ອງຫົ່ມ ເຄື່ອງກິນ ເຄື່ອງຢາກຫັ້ນແຫຼະເນາະ ໄປແບ່ງເບົາຊ່ວຍເຫຼືອຄວາມທຸກໂສກ ຂອງເຂົາເຈົ້າຫັ້ນ.”
ນອກຈາກນີ້ ທີ່ຜ່ານມາ ຢູ່ແຂວງສວັນນະເຂດ ມີແມ່ຍິງອາຍຸກາຍ 18 ປີ ຍັງໄດ້ຮັບຄວາມຮຸນແຮງ ທາງດ້ານຮ່າງກາຍ, ຈິດໃຈ ແລະທາງເພດ ຍ້ອນຄວາມບໍ່ເຂັ້ມງວດໃນວຽກງານປ້ອງກັນຂອງເຈົ້າໜ້າທີ່ຕໍາຣວດ ທີ່ປ້ອງກັນນັກໂທດ ບໍ່ໃຫ້ໂຕນໜີຄຸກບໍ່ໄດ້ ເຮັດໃຫ້ມີນັກໂທດ ທີ່ເຄີຍມີຄະດີຂົ່ມຂືນແມ່ຍິງ 2 ຄະດີ ໂຕນໜີອອກມາກໍ່ເຫດຊໍ້າ ເຮັດໃຫ້ແມ່ຍິງພາຍໃນແຂວງ ຕົກເປັນຜູ້ເຄາະຮ້າຍ ຈາກຄວາມຮຸນແຕງເພີ່ມອີກ 1 ຄົນ ໃນປີ 2022.
ດ້ານຊາວບ້ານ ໄດ້ເລົ່າເຖິງສະພາບໂຕຈິງ ໃນເຂດບ້ານໂຕເອງວ່າ ສ່ວນໃຫຍ່ ຈະພົບແຕ່ຄວາມຮຸນແຮງຕໍ່ແມ່ຍິງ ທີ່ຜິດຖຽງກັນກັບຜົວ ຍ້ອນຜົວ ບໍ່ເອົາເງິນໄວ້ໃຫ້ໃຊ້ຈ່າຍພາຍໃນເຮືອນ ແຕ່ເອົາໄປທ່ຽວຫຼີ້ນນອກບ້ານ ເຮັດໃຫ້ຄອບຄົວຂາດເຂີນດ້ານເສຖກິຈ ຈຶ່ງຢ່າຮ້າງກັນ ໃນບາງຄູ່ ແຕ່ບາງຄູ່ ກໍເກັບເຣື່ອງຄວາມຮຸນແຮງພາຍໃນຄອບຄົວນີ້ ໄວ້ເປັນຄວາມລັບ ເພື່ອລໍຖ້າໃຫ້ສະຖານະການພາຍໃນເຮືອນດີຂຶ້ນ, ດັ່ງຊາວບ້ານ ຢູ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນນີ້ວ່າ:
“ຜິດຖຽງກັນ ບໍ່ເຂົ້າໃຈກັນ ຢູ່ນໍາກັນບໍ່ໄດ້ ກໍຂໍຢ່າຮ້າງດ້ວຍຄວາມສມັກໃຈ ກໍເຣື່ອງເງິນ ເຣື່ອງກິນນໍາກັນຊື່ໆແຫຼະ ເງິນດໍ້າຄໍາເດືອນບໍ່ຮອດບໍ່ເຖິງກັນ ບາງຄົນ ກໍໄປຫລີ້ນໄປທ່ຽວ ປະລະໃຫ້ຄອບຄົວຂາດເຂີນກໍມີ ບາງຄອບຄົວ ກໍເກັບເປັນຄວາມລັບ ຈົນວ່າອົດບໍ່ໄດ້ ເຂົາກໍມາສເນີຫາບ້ານ ກໍຊະລໍ ຄັນບໍ່ມີອັນປ່ຽນແປງ ບໍ່ມີອັນດີຂຶ້ນ ເຂົາກໍສເນີຫາບ້ານ ຈັ່ງຊີ້ນ່າ.”
ການສະກັດກັ້ນ ການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດ/ຄວາມຮຸນແຮງຕໍ່ຍິງ ເປັນຄວາມໝາຍໝັ້ນ ຂອງປະເທດລາວ ຕໍ່ກອງປະຊຸມສາກົລ ກ່ຽວກັບປະຊາກອນ ແລະການພັທນາ ICPD25 ທີ່ນະຄອນຫຼວງໃນໂຣບີ ປະເທດເຄນຢ່າ.
ສ່ວນການສເລີມສລອງ ແລະຣະນຶກ ເຖິງວັນສິດທິມະນຸສສາກົລ ໃນປະເທດລາວປີນີ້ ນອກຈາກຈະມີກິຈກັມ ຈັດພິທີຣະນຶກ 16 ມື້ ຮ່ວມກັນເຄື່ອນໄຫວ ເພື່ອຢຸດການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ນີ້ແລ້ວ ຕາງໜ້າສູນກາງສະຫະພັນແມ່ຍິງລາວ ຍານາງ ອິນລາວັນ ແກ້ວບຸນພັນ ປະທານສະຫະພັນແມ່ຍິງລາວ ກໍໄດ້ກ່າວ ໃນວັນພິທີສເລີມສລອງ ໃນວາຣະພິທີ ສເລີມສລອງ ແລະຣະນຶກ ເຖິງວັນສິດທິມະນຸສສາກົລ ວ່າ ຍານາງ ຮຽກຮ້ອງໃຫ້ມີການປ້ອງກັນ ແລະກໍາຈັດຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ພາຍໃຕ້ຄໍາຂວັນ “ຮ່ວມກັນເຄື່ອນໄຫວ ເພື່ອຢຸດການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ” ພ້ອມທັງ ຮຽກຮ້ອງໃຫ້ທຸກພາກສ່ວນຂອງສັງຄົມ ຊ່ອຍກັນເຮັດວຽກໃນການປ້ອງກັນ ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍທຸກຮູບແບບ.