ອົບຮົມໃຫ້ຄວາມຮູ້ ເຍົາວະຊົນ ເພື່ອປ້ອງກັນ ການຄ້າມະນຸສ

ໄຊຍາ
2022.08.12
ອົບຮົມໃຫ້ຄວາມຮູ້ ເຍົາວະຊົນ ເພື່ອປ້ອງກັນ ການຄ້າມະນຸສ ອາສາສມັກ ຊາວໜຸ່ມ-ເຍົາວະຊົນ ກຳລັງຝຶຖອົບຮົມ ສ້າງຂີດຄວາມສາມາດ ໃນການປ້ອງກັນ ພະຍາດເອດສ໌ ແລະ ສ້າງຄວາມເຂັມແຂງ ໃຫ້ແມ່ຍິງ ແລະເດັກຍິງ ຕາມທາງຣົຖໄຟລາວ-ຈີນ, ວັນທີ 3-5 ສິງຫາ 2022.
UNFPA

ສູນກາງ ຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ອົງການ UNFPA ຈັດຝຶກອົບຮົມ ສ້າງຂີດຄວາມສາມາດ ໃຫ້ອາສາສມັກຊາວໜຸ່ມ-ເຍົາວະຊົນຈຳນວນ 95 ຄົນຈາກເມືອງໄຊເສດຖາ ເມືອງສີສັດຕະນາກ ແລະ ສູນການສຶກສາ ແລະວັທນາທັມເດັກ ໃນການປ້ອງກັນ ແລະສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງ ແລະເດັກຍິງ ຕາມແລວທາງຣົຖໄຟ ລາວ-ຈີນ ໃນວັນທີ 3- ສິງຫາ ຜ່ານມາ.

ສະເພາະຄວາມຮູ້ ກ່ຽວກັບການຄ້າມະນຸສ ທີ່ຣົຖໄຟລາວ-ຈີນ ເປັນລະບົບຂົນສົ່ງ ຈະຂົນຄົນທັງພາຍໃນແລະຕ່າງປະເທດ ເຂົ້າ-ອອກ ໄດ້ງ່າຍໂດຍເຂດຊຸມຊົນ ທີ່ທຸກຍາກຕາມທາງຣົຖໄຟ ຈະເປັນເຂດສ່ຽງທີ່ສຸດ ທີ່ແມ່ຍິງ ແລະເດັກນ້ອຍຈະຖືກຕົວະ ໄປເຮັດວຽກ ແລ້ວຖືກຄ້າມະນຸສ ຢູ່ຄາສິໂນ ຄິງສ໌ໂຣມັນສ໌. ຜູ້ເຂົ້າຮ່ວມອາຍຸ 19 ປີ ຈາກເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ສິງຫາ ນີ້ວ່າ:

ຄືວຽກຕອບແຊັດນີ້ນ່າ ບາງທີເຂົາອາຈຕົວະເຮົາ. ເຂົາອາຈເອົາເຮົາໄປຄ້າບໍຣິການ ຫຼືວ່າໃຊ້ວຽກ. ຄັນເຮົາເຮັດວຽກ, ວຽກຂອງເຂົາບໍ່ໄດ້ ຕາມທີ່ເຂົາກຳນົດ ກໍອາຈທຸບຕີ ບໍ່ໄດ້ເງິນກໍຄືຕາມເສັ້ນທາງ ຣົຖໄຟລາວ-ຈີນນີ້ ກໍຄືມັນເປັນທາງ ເຂົ້າ-ອອກ ງ່າຍແລ້ວອາຈເປັນແບບ ຊ່ອງທາງທີ່ວ່າ ຈະເອົາເຮົາໄປຄ້າມະນຸສ ກໍມີເປັນຄົນທີ່ຢູ່ຊົນນະບົດ ຄອບຄົວທຸກຍາກ ລະຢູ່ດີຈະມີຜູ້ຊາຍ ຂີ່ຟໍຈູນເນີຣ໌ ເຂົ້າຈີບເບາະ ເຂົາອາຈຈະແບບຕົກໃຈ ລະຖືວ່າເປັນແຜນຂອງເຂົາ.

ນາງກ່າວຕື່ມວ່າ ໃນຄວາມຄິດຂອງໂຕເອງ ແມ່ນພາຍຫຼັງຝຶກອົບຮົມນີ້ ນ້ອງສາມາດສົ່ງຕໍ່ ຄວາມຮູ້ໃຫ້ແກ່ຜູ້ອື່ນໄດ້ ບໍ່ຫຼາຍກໍໜ້ອຍ ຍ້ອນໂຕເອງເປັນໄວໜຸ່ມ ຍຸກໃໝ່ມີຄວາມຮູ້ ແລະ ທັກສະການ ໃຊ້ເທັກໂນໂລຢີເປັນຕົ້ນ ສາມາດສ້າງເພຈເຟສບຸກຄ໌ ໃຫ້ຄວາມຮູ້ຈາກການຝຶກອົບຮົມ ຜ່ານການຂຽນຫົວຂໍ້ ການຄ້າມະນຸສຫຼືເປັນອາສາສມັກ ຕາມໂຄງການຕ່າງໆ ເພື່ອຊ່ອຍລົງໂຄສະນາ ເຜີຍແຜ່ຄວາມຮູ້ ໃນການສະກັດກັ້ນ ແລະຕ້ານຄ້າມະນຸສ ໃນເຂດຊຸມຊົນ ທີ່ຢູ່ຫ່າງໄກ, ສອກຫຼີກ ຍ້ອນທາງຄຣູໄດ້ຝຶກອົບຮົມ ການເປັນພີທີກອນນຳດ້ວຍ.

ວັນສຸດທ້າຍ ຂອງການຝຶກອົບຮົມ ແມ່ນໃນຈຳນວນຝຶກອົບຮົມ 95 ຄົນ ກໍໄດ້ມີ 1 ໃນ 5 ກຸ່ມໄດ້ສະແດງລະຄອນສັ້ນ ເຣື່ອງການຕໍ່ຕ້ານ ການຄ້າມະນຸສນໍາດ້ວຍ ໂດຍໃນກຸ່ມຕົກລົງກັນວ່າ ຈະມີບົດລະຄອນປະມານວ່າ ຊວນກັນໄປເຮັດວຽກ ແບບຂາຍຝັນ ແຕ່ສຸດທ້າຍ ຖືກຄ້າມະນຸສ ໂດຍເຂດສ່ຽງທີ່ແມ່ຍິງ ແລະເດັກນ້ອຍ ຈະຖືກຄ້າມະນຸສ ຄືເຂດທີ່ມີຊາຍແດນຕິດຈອດ ແລະເຂດທີ່ມີທາງຣົຖໄຟ ເປັນພາຫະນະຂົນສົ່ງ ແມ່ຍິງແລະເດັກ ໄປຂາຍຕ່າງປະເທດ.

ດັ່ງຜູ້ເຂົ້າຝຶກອົບ ກ່າວໃນມື້ດຽວກັນວ່າ:

ມ່ວນແຫຼະ ມີໝູ່ຫຼາຍຄົນໄດ້ແລກປ່ຽນ ຄວາມຄິດຫຼາຍແນວ ທີ່ເຮົາບໍ່ເຄີຍຮູ້ຫັ້ນນ່າ. ຕໍ່ຕ້ານການຄ້າມະນຸສ ຄືຄົນທີ່ເຂົ້າມາ ສ່ວນຫຼາຍການຄ້າມະນຸສ ແບບນີ້ເຂົາເຈົ້າ ຈະມາໃນຮູບແບບ ຂອງການຂາຍຝັນ. ຢາກມີບ້ານບໍ່, ຢາກມີເຮືອນໃຫ້ພໍ່ແມ່ ແລ້ວເພິ່ນກໍຈະມາໃນຮູບແບບ ຂອງການຊັກຊວນກັນ ໄປເຮັດວຽກ ແຕ່ສຸດທ້າຍ ກໍເອົາໄປຄ້າປະເວນີ, ທາງຣົຖໄຟ ໝາຍຄວາມວ່າ ມັນໜ້າຈະເປັນພາຫະນະ ຂົນສົ່ງຄົນອອກນອກປະເທດ ໄປຕາມແຂວງ. ຕາມແຂວງ ແລະສຸດທ້າຍໄປຮອດຊາຍແດນ ແລ້ວຂ້າມຟາກ ມັນຈະງ່າຍກ່ວາ.

ເຈົ້າໜ້າທີ່ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ຢືນຢັນວ່າ ຢູ່ເຂດເມືອງໄຊເສດຖາ ຍັງມີແມ່ຍິງ, ເດັກຍິງ ທີ່ມີຄວາມສ່ຽງ ຈະຕົກເປັນເຫຍື່ອ ຂອງການຄ້າມະນຸສແທ້ ແຕ່ບໍ່ມີຣາຍງານຊັດເຈັນ ເນື່ອງຈາກເມືອງໄຊເສດຖາ ເປັນເມືອງທີ່ສະຖານີຣົຖໄຟ ລາວ-ຈີນຕັດຜ່ານ. ອີກທັງໃນໄລຍະປີ 2019-2021 ມີແມ່ຍິງ 2 ຄົນ ຢູ່ພາຍໃນເມືອງຖືກຜູ້ຊາຍຈີນ ຕົວະແຕ່ງດອງ ໄປເປັນເມັຽ ແຕ່ພໍໄປຮອດຈີນ ພັດໃຫ້ເປັນຄົນຮັບໃຊ້ ຫຼືຖືກທຳຮ້າຍຮ່າງກາຍ ແລະດີທີ່ເຈົ້າໜ້າທີ່ ຊ່ອຍພວກນາງອອກມາໄດ້.

ເຈົ້າໜ້າທີ່ ສະຫະພັນແມ່ຍິງ ນະຄອນຫຼວງວຽງຈັນ ກ່າວໃນມື້ດຽວກັນວ່າ:

ຄິດວ່າຍັງມີແຕ່ວ່າ ນອນຢູ່ໃນຫັ້ນ ມັນຫາບໍ່ມີການຣາຍງານ ຖ້າລົງໂຕຈີງຈະເຈີເນາະ ແມ່ນມີຄວາມສ່ຽງ ເພາະຢູ່ຫັ້ນມັນກໍມີພວກ ອັນສະຖານີຣົຖໄຟເນາະ ໄຊເສດຖານີ້ ຢາກວ່າຄົນຈີນຢາກວ່າຫຼາຍເດ້ ຍ້ອນມັນເປັນສູນການຄ້າ ໂຕຢ່າງຄືໄອຕອກ ໄອເຕັກ. ເຮົາເປີດມາເບິ່ງ ໄປເບິ່ງ ມາຮ້ານຄົນຈີນລະຍັງ ບັດຮ້ານຄົນລາວລະຍຸບ. ຊ່ວງນຶ່ງກໍມີຢູ່ບ້ານຊຽງດາ ຢູ່ບ້ານຄຳສະຫວາດ ທີ່ວ່າທາງສູນກາງ ສະຫະພັນແມ່ຍິງລາວເຂົາພົວພັນ ກັນມາແລ້ວ ພ້ອມກັນແກ້ໄຂໄປແລ້ວເນາະ ອັນທີ່ວ່າໄປແຕ່ງດອງ ກັບພວກຄົນຈີນຫັ້ນນ່າ ແລ້ວເຂົາຕີຫຍັງ. ໄປຊ່ອຍເຫຼືອ ເອົາຄືນມານ່າ.

ຍານາງກ່າວຕື່ມວ່າ ແມ່ຍິງແລະເດັກຍິງ ພາຍໃນເມືອງໄຊເສດຖາ ຈະບໍ່ຖືກຕົວະ ແຕ່ງດອງແລ້ວຖືກທຳຮ້າຍ ຮ່າງກາຍ ຍ້ອນພວກເຂົາເຈົ້າ ຄຸ້ນເຄີຍກັບ ການໄປເຮັດວຽກ ຢູ່ໄທຍ ແລ້ວໄດ້ຜົວໄທຍ ໂດຍສະເພາະ ເຂດບ້ານຫົວຂົວ ແລະ ເຂດບ້ານຊຽງດາ ແຕ່ພວກເຂົາເຈົ້າ ຈະຖືກຄົນຈີນຕົວະ ໄປແຕ່ງດອງ ແລ້ວເອົາໄປເປັນຄົນຮັບໃຊ້ ຫຼືຖືກທຳຮ້າຍຮ່າງກາຍ ຫຼາຍກ່ວາ ແລະ ການຝຶກອົບຮົມ ໃຫ້ຊາວໜຸ່ມ-ເຍົາວະຊົນ ພາຍໃນເມືອງ ຕາມເສັ້ນທາງຣົຖໄຟ ຈະຊ່ອຍສະກັດກັ້ນ ແລະຕ້ານການຄ້າມະນຸສ.

ໃນການຝຶກອົບຮົມເທື່ອນີ້ ບໍ່ແມ່ນແຕ່ປ້ອງກັນ ແລະສ້າງຄວາມເຂັ້ມແຂງ ໃຫ້ແມ່ຍິງແລະເດັກຍິງ ຕາມທາງຣົຖໄຟ ລາວ-ຈີນເທົ່ານັ້ນ ແຕ່ຍັງເພື່ອປ້ອງ ກັນພະຍາດເອດສ໌ ແລະພະຍາດຕິດຕໍ່ ທາງເພດສັມພັນນຳດ້ວຍ. ຊຶ່ງວິທຍາກອນ ຍັງປ້ອນຄວາມຮູ້ ກ່ຽວກັບພຶດຕິກັມ ສ່ຽງທີ່ຕິດພະຍາດເອດສ໌ ແລະ ເພດສັມພັນ, ວິທີວາງແຜນຄອບຄົວ ແລະ ສະຖານບໍຣິການ ທີ່ຈະກວດເລືອດ ແລະຮັບຢາຕ້ານໄວຣັສ PrEP ຄືຢາຕ້ານ ກ່ອນມີພຶດຕິກັມສ່ຽງ ແລະ ຢາຕ້ານໄວຣັສ PEP ຄືຢາຕ້ານສຸຸກເສີນ ຫຼັງໄດ້ຮັບຄວາມສ່ຽງ. ເຈົ້າໜ້າທີ່ ສູນຕ້ານເອດສ໌ ແລະ ເພດສັມພັນ ກະຊວງສາທາຣະນະສຸຂ ກ່າວໃນມື້ດຽວກັນນີ້ວ່າ:

ເຮົາກາບໍ່ໄດ້ລົງເລິກເນາະ ເຮົາກໍໃຫ້ເຣື່ອງຄວາມຮູ້ ການປ້ອງກັນເປັນເອດສ໌ ຫຼື ພຕພ ເນາະ. ແລ້ວກໍເວົ້າເຣື່ອງ ສະຖານທີ່ບໍຣິການ ໂຄງການຂອງຊາວໜຸ່ມ ເຂົາໄດ້ຮັບງົບປະມານ ດ້ານນີ້ ແລ້ວເຂົາອາຈແບບວ່າ ໃຫ້ຄົນນ່າ ມີຄວາມຕະໜັກປ້ອງກັນເອດສ໌ ກັບ ພຕພ ກ່ອນເຫດການຈະເກີດຂຶ້ນນ່າ ເຂົ້າໃຈບໍ່ຄືກັບປະກັນສຸຂພາບ ຫັ້ນນ່າ.

ການຝຶກອົບຮົມ ໃຫ້ອາສາສມັກຊາວໜຸ່ມ-ເຍົາວະຊົນ ໃນເທື່ອນີ້ ເພື່ອເຂົາເຈົ້າ ກ້າສະແດງອອກ ແລະແລກປ່ຽນຊຶ່ງກັນ ແລະກັນ ໂດຍສະເພາະວັນສຸດທ້າຍ ມີກິຈກັມ ຝຶກໃຫ້ຊາວໜຸ່ມ-ເຍົາວະຊົນ ເປັນພິທີກອນ ກໍໄດ້ໃຫ້ສະແດງ ລະຄອນສັ້ນ ຫຼືຣາຍງານຂ່າວສັ້ນ ກ່ຽວກັບການຕໍ່ຕ້ານ ການມະນຸສ ແລະເອດສ໌ ພະຍາດຕິດ ຕໍ່ທາງເພດສັມພັນ ເພື່ອເປັນໂຕຊີ້ວັດວ່າ ຊາວໜຸ່ມເຍົາວະຊົນເຂົ້າໃຈ ຄວາມຮູ້ຈາກວິທຍາກອນຄັກແນ່.

ດັ່ງເຈົ້າໜ້າທີ່ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ກ່າວໃນມື້ດຽວກັນນີ້ວ່າ:

ເຂົາເຈົ້າກໍໍໃຫ້ການຕອບຮັບດີເດ ເດັກນ້ອຍກໍກ້າສະແດງອອກ ຖາມມາກໍລຸກຂຶ້ນຕອບປັບໆ ໂດຍທີ່ບໍ່ອາຍບໍ່ຢ້ານ. ແລ້ວກໍມັນມີລະຄອນ ເຂົາເຈົ້າໃຫ້ແບ່ງກຸ່ມ ເປັນ 5 ກຸ່ມ ຄ້າຍໆ ແບບວ່າ ຊວນກັນໄປເຮັດວຽກມີນາຍໜ້າ ມາຫາເອົາໄປເຮັດວຽກນໍາ. ຂ້ອຍບໍ່ໄດ້ເງິນດີແນວນັ້ນ. ແລ້ວເຂົາຈະສ້າງລະຄອນວ່າ ບໍ່ແລ້ວໝູ່ຜູ້ນຶ່ງເປັນຜູ້ຫ້າມ ຈັ່ງຊິນ່າ ແລ້ວເຮັດເປັນຈັບກຸ່ມກັນ ຈັບໄດ້ແລ້ວອຸ້ມກັນ ລໍ້ຂື້ນຣົຖ ຊົກທ້ອງນ້ອຍ ອີ່ຫຍັງຫັ້ນນ່າ ຮ້ອງໃຫ້ມາຊ່ອຍ ເຂົາເຈົ້າກໍໄປແຈ້ງ ປກສ ບ້ານມີຫຍັງຫັ້ນ ຢູ່ບ່ອນຫັ້ນ ບ່ອນນີ້ ເຂົາກໍແລ້ວອີ່ຫຍັງມາຈັບຫັ້ນ.

ການຝຶກອົບຮົມ ສ້າງຂີດຄວາມສາມາດ ໃຫ້ອາສາສມັກຊາວໜຸ່ມ-ເຍົາວະຊົນ ໃນເທື່ອນີ້ ແມ່ນໄດ້ຮັບການສນັບສນູນ ດ້ານການເງິນຈາກ ອົງການ UNAIDS.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.