ລົມພະຍຸໃຕ້ຝຸ່ນ ເກສນາ ອ່ອນກຳລັງລົງແດ່ ຂະນະທີ່ເຄື່ອນຈາກ ປະເທດວຽດນາມ ເຂົ້າລາວ ຊຶ່ງສຳນັກງານ ອຸຕຸນິຍົມວິທຍາ ແຂວງສາຣະວັນ ເວົ້າວ່າພະຍຸເກສນາ ຍັງເຄື່ອນຕົວຢູ່ ໃນວຽດນາມ ດ້ວຍຄວາມໄວກວ່າ 150 ກິໂລແມັດ ຕໍ່ຊົ່ວໂມງ ອັນເຮັດໃຫ້ ນ້ຳໃນລຳເຊໂດນ ສູງຂື້ນ1.30 ແມັດໃນວັນດຽວ ແລະ ອິງຕາມຂໍ້ມູນ ສະຫະປະຊາຊາດ -
ຣະດັບນ້ຳເຊກອງ ປັດຈຸບັນນີ້ ແມ່ນຢູ່ໃນຣະຫວ່າງ 13ຫາ15ແມັດ ສູງກວ່າຣະດັບ ທັມມະດາ. ກະແສນ້ຳພັດຜ່ານ ເຂົ້າ4 ແຂວງພາກໃຕ້ ຂອງປະເທດລາວ ຄື: ແຂວງເຊກອງ, ແຂວງສາຣະວັນ, ແຂວງອັຕປື ແລະ ແຂວງຈຳປາສັກ, ແຕ່ພັດຢ່າງຮຸນແຮງ ເຂົ້າແຂວງເຊກອງ, ສາຣະວັນ ແລະອັຕປື, ໄດ້ເຮັດໃຫ້ນ້ຳຖ້ວມ ຂື້ນໃວແບບ ກະທັນຫັນ ແລະໄດ້ສ້າງຄວາມ ເສັຍຫາຍ ຢ່າງຫລວງຫລາຍ ຢູ່ແຂວງເຊກອງ ແລະ ແຂວງອັຕປື ທັງບ້ານເຮືອນ ເຄື່ອງປູກຂອງຝັງ ຖນົນຫົນທາງ ແລະສິ່ງກໍ່ສ້າງອື່ນໆ ຊຶ່ງມາຮອດ ປັດຈຸບັນນີ້ ກໍຍັງບໍ່ທັນ ສາມາດສລຸບຜົນເສັຍ ທີ່ແນ່ນອນໄດ້. ຕາມການເປີດເຜີຍ ຂອງອົງການ ກາຊາດລາວ ໃນວັນທີ3ຕຸລາ 2009, ມີຜູ້ເສັຍຊີວິດ ແລ້ວ24ຄົນແລະ ຂ່າວວຽງຈັນທາມ ວ່າມີຜູ້ໄດ້ຮັບ ຄວາມເສັຍຫາຍຈາກ ໄພພິບັດຄັ້ງນີ້ 1,670ຄອບຄົວ ປະມານ8,600ຄົນ.
ອົງການກາຊາດ ຂອງລາວເວົ້າໃນ ວັນສຸກຜ່ານມາວ່າ ມີປະຊາຊົນ 37ພັນ500ຄົນ ຕ້ອງໄດ້ອອກໜີ ຈາກບ້ານເຮືອນຂອງ ພວກຕົນ, ໃນນັ້ນ ຈຳນວນບໍ່ໜ້ອຍ ໄປອາໄສຢູ່ຕາມ ໂຮງຮຽນຢູ່ຕາມວັດ. ຫາຍສາບສູນໄປ 135ຄົນແລະ ບາດເຈັບ105ຄົນ.
ຢູ່ແຂວງເຊກອງ ຝົນຕົກໜັກ, ທ່ານ ລ້ຽງ ຄຳພູນ ຮອງເຈົ້າແຂວງເຊກອງ ກ່າວໃນວັນພຸດ ຕອນເຊົ້າວ່າທີ່ ຜ່ານມາ ນ້ຳໃນລຳເຊກອງ ໄດ້ສູງຂື້ນເກີນ ຣະດັບ ອັນຕະລາຍ ຣະຫວ່າງ3ຫາ4ແມັດ ຍ້ອນຝົນຕົກໜັກ 3ວັນຕິດຕໍ່ກັນ. ນ້ຳໄຫຼຊຸເຮືອນ ຊານບ້ານຊ່ອງ ແລະສັດລ້ຽງ ຂອງປະຊາຊົນ ທີ່ຢູ່ແຄມເຊ ເສັຍຫາຍໜັກ. ບ່ອນທີ່ຖ້ວມຫລາຍ ກວ່າໝູ່ແມ່ນຢູ່ ເຂດເມືອງລະມາມ ແລະເມືອງກະລຶມ. ຢູ່ເມືອງລະມາມ ມີ11ບ້ານຖືກນ້ຳຖ້ວມ.
ເສັ້ນທາງໃຫຍ່ຈາກ ແຂວງເຊກອງໄປ ອັຕປື ຖືກຕັດຂາດ. ຢູ່ເມືອງກະລຶມ ມີຫລາຍບ້ານ ຖືກນ້ຳຖ້ວມແບບ ບໍ່ເຄີຍມີມາກ່ອນ. ທ້າວ ພູເຂັງ ແກ້ວຈັນງາມ ປະຊາຊົນ
ເມືອງລະມາມ ເວົ້າວ່າ ມັນຢູ່ປະມານ 2ເມືອງ ເມືອງລະມາມ ແລະເມືອງກະລຶມ ມັນຖ້ວມແຕ່ພວກ ບ້ານແຖວແຄມ ສາຍເຊກອງ 10ກວ່າໝູ່ບ້ານ ມັນຕ່ຳມັນກໍຖ້ວມ ຫຼັງຄາເຮືອນ.
ໃນວັນທີ30ກັນຍາ ທ່ານ ພອນເພັດ ຄິວລະວົງ ຫົວໜ້າຄະນະ ສະມາຊິກ ສະພາແຫ່ງຊາດ ເຂດເລືອກຕັ້ງທີ 16ແຂວງເຊກອງ ໄດ້ລົງກວດຄວາມ ເສັຍຫາຍຈາກ ໄພນ້ຳຖ້ວມ ຢູ່ບ້ານປາກໂທນ, ນາວາ, ແກ້ງຫລວງ ແລະບາງບ້ານເຂດ ເມືອງລະມາມ. ນາຍບ້ານ ບ້ານປາກໂທມ ແລະຜູ້ປະສົບ ເຄາະຮ້າຍເວົ້າວ່າ ຫລາຍຄອບຄົວ ຂາດທີ່ຢູ່ອາໄສ, ເຮືອນຫລາຍຫລັງຖືກ ນ້ຳພັດຊຸໄປ. ເຮືອນປະຊາຊົນ ທີ່ຢູ່ລຽບແຄມ ນ້ຳເຊກອງ ຖືກນ້ຳພັດຊຸ ໄປໝົດ.
ຢູ່ບ້ານນາວາ, ແກ້ງຫຼວງ ເຮືອນປະຊາຊົນ 27ຫຼັງຖືກນ້ຳ ພັດໄປ. ຢູ່ແຂວງອັຕປື ມີນ້ຳຖ້ວມຢ່າງ ຮ້າຍແຮງ. ຣະດັບ ນ້ຳໃນເຊກອງ ແລະເຊກະໝານ ຍື່ງຂື້ນສູງກວ່າ 1ແມັດ. ເຈົ້າໜ້າທີ່ຜແນກ ສາທາຣະນະສຸຂ ແຂວງອັຕປື ເວົ້າໃນວັນທີ 2ຕຸລາ ວ່າມີ3ເມືອງ ໄດ້ຮັບຜົນກະທົບ ຄື: ເມືອງສາມັກຄີໄຊ, ໄຊເສຖາ ແລະເມືອງສນາມໄຊ ມີຜູ້ເສັຍຊີວິດ ແລ້ວ14ຄົນ ໃນນັ້ນ ຄົນວຽດນາມ 13ຄົນ ແລະຄົນລາວ1ຄົນ. ມີຄົນຫາຍສາບສູນ ອີກຫລາຍສິບຄົນ ຊຶ່ງທັງໝົດເປັນ ຄົນງານກໍ່ສ້າງ ເຂື່ອນໄຟຟ້າ
ເຊກະໝານ1.
ຢູ່ແຂວງສາຣະວັນ ເມືອງສາຣະວັນ ເມືອງຄົງເຊໂດນ ແລະສ່ວນນຶ່ງຂອງ ເມືອງວາປີ ກໍຖືກນ້ຳຖ້ວມ ໜັກກວ່າທຸກປີ. ໄຮ່ນາແລະສັດລ້ຽງ ຂອງປະຊາຊົນ ຖືກນ້ຳໄຫຼຊຸ
ເສັ້ນທາງຫຼາຍສາຍ ຖືກຕັດຂາດ, ໃນນັ້ນເສັ້ນທາງ ຈາກສາຣະວັນ ອອກໄປ ນາປົງ ຂົວໜອງຂັນ ຂົວສະພາດ ແລະ ທາງໄປເມືອງວາປີ ຂົວບຶງຂາມ ກໍຖືກນ້ຳຖ້ວມ ສັນຈອນ ໄປມາບໍ່ໄດ້. ສ່ວນວ່າທາງ ຣະຫວ່າງ ກະເຕົາ ຫາ ຕຸ້ມລານ ທາງເປ່ເພ ແລະ ຂົວຫັກ2ຍ່ານ.
ສ່ວນວ່າແຂວງ ຈຳປາສັກ ແຂວງສວັນນະເຂດ ແລະ ແຂວງຄຳມ່ວນ ບໍ່ໄດ້ຮັບຜົນ ກະທົບພໍເທົ່າໃດ ບໍ່ມີນ້ຳຖ້ວມຫລາຍ ຊຶ່ງກໍອາດແມ່ນ ຖືກພຽງປາຍໆ ຂອງພະຍຸ ເທົ່ານັ້ນ.
ແຕ່ເຖິງຢ່າງໃດກໍດີ ຖນົນເລກ16 ຊ່ວງປາກຊ່ອງ ປາກເຊ ທີ່ວ່າການແຂວງ ຈຳປາສັກ ແລະ ເສົາໄຟຟ້າແຮງສູງ ຈາກເຂື່ອນໄຟຟ້າ ຫ້ວຽເຫາະ ຂ້າມແມ່ນ້ຳຂອງໄປ
ໂຮງງານໄຟຟ້າ ເຂື່ອນສິຣິນທອນ ຂອງໄທ ແລະສາຍສົ່ງ ຣະຫວ່າງແຂວງ ຖືກຕັດຂາດ.
ໃນຂະນະນີ້ ທາງການລາວກຳລັງ ເລັ່ງສຳຣວດກ່ຽວກັບ ຜົນເສັຍຫາຍ ທີ່ເກີດຈາກ ໄພພິບັດ ທັມມະຊາດ ທີ່ວ່ານີ້ ແລະຄາດວ່າຈະ ໄດ້ຜົນສລຸບ ພາຍໃນອາທິດນີ້. ກ່ຽວກັບ ສະພາບນ້ຳຖ້ວມ ແລະຜົນກະທົບ ທີ່ວ່ານັ້ນ ເຈົ້າໜ້າທີ່ຫ້ອງການ ຄຸ້ມຄອງ ຊັບສົມບັດ ແຫ່ງຊາດ ກະຊວງສວັດດີການ ສັງຄົມຂອງລາວ ເວົ້າວ່າ ສ່ວນຫຼາຍມັນຈະ ເປັນນ້ຳຈາກນ້ຳປ່າ ແລ້ວກໍແມ່ນນ້ຳ ທີ່ມັນຂື້ນໄວ ແລະກໍໄຫຼແຮງ. ສ່ວນຫຼາຍຈະເປັນ ໃນລັກສນະນັ້ນ. ເພາະສະນັ້ນ ຄວາມເສັຍຫາຍມັນ ຈຶ່ງເປັນຄວາມເສັຍ ຫາຍຫລາຍຕໍ່ໂຄງລ່າງ ພື້ນຖານ ແລະເຮືອນຊານຂອງ ປະຊາຊົນ ແລ້ວກໍພື້ນທີ່ຜລິດ ກໍຖືວ່າໜັກໜ່ວງ ຊຶ່ງໃນຂະນະນີ້ ປະຊາຊົນ ຜູ້ປະສົບໄພ ກໍໄດ້ຮັບການ ຊ່ວຍເຫລືອຈຳນວນ ນຶ່ງແລ້ວ ທັງດ້ານທີ່ຢູ່ ອາໄສຊົ່ວຄາວ ແລະ ອາຫານການກິນ.
ພາຍຫລັງໄດ້ຮັບ ການຊ່ວຍເຫລືອຈາກ ສຖານທູດສະຫະຣັດ ອະເມຣິກາ ປະຈຳລາວ ທາງການລາວ ກໍໄດ້ເປີດ ກອງປະຊຸມ ໃນວັນສຸກຜ່ານມາ ເພື່ອວາງແຜນຊ່ວຍ ບັນເທົາທຸກ ສຳລັບວັນຈັນນີ້.
ອົງການສາກົນ World Vision ວ່າເບື້ອງຕົ້ນ ໄດ້ເລີ່ມແຈກຢາຍ ນ້ຳອາຫານ ແລະແຜ່ນຢາງplastic ໃຫ້ປະຊາຊົນ ພໍໄດ້ຊົ້ນຢູ່ ຊົ່ວຄາວແລ້ວ ຢູ່ເມືອງນຶ່ງຂອງ ແຂວງສວັນນະເຂດ ສ່ວນເຂດອື່ນໆ ຍັງບໍ່ສາມາດ ເຂົ້າເຖິງໄດ້.
ມາເຖິງວັນທີ 4ຕຸລາ ອົງການຊ່ວຍເຫຼືອ ດ້ານສຸຂພາບແບບ ບໍ່ຈຳກັດຫລື Health Unlimited ທີ່ມີສຳນັກງານ ໃຫຍ່ຢູ່ປະເທດ ອັງກິດ ກໍໄດ້ໄປເຖິງ ເຂດນ້ຳຖ້ວມ ແລະໄດ້ເລີ່ມໃຫ້ ການຊ່ວຍເຫຼືອທາງ ດ້ານອາຫານແລະນ້ຳ ແກ່ປະຊາຊົນ ຜູ້ໄດ້ຮັບເຄາະຮ້າຍ ແລະ ກໍຄົງສາມາດ ຊ່ວຍເຫຼືອໄດ້ເຖິງ 1,000ຄອບຄົວ ຢູ່ແຂວງ ອັຕປື ຊື່ງເປັນແຂວງທີ່ ໄດ້ຮັບຜົນກະທົບ ຫລາຍກວ່າໝູ່.
ອົງການບັນເທົາທຸກ ສາກົນ Care International ກໍໄດ້ຊ່ວຍເຂົ້າສານ 11ຕັນ, ປາກະປ໊ອງ 3,200ກັບ, ຢາປົວພະຍາດ ແລະເຕົາຕົ້ມນ້ຳ ໄປຊ່ວຍເຫຼືອ ປະຊາຊົນ ໃນແຂວງເຊກອງ ເພື່ອຫຼີກລ້ຽງການ ຣະບາດຂອງເຊື້ອ ໂຣກອະຫິວາ.
ສ່ວນໂຄງການ ອາຫານໂລກ ໃນວັນອາທິດແລ້ວ ກໍໄດ້ຊ່ວຍເຂົ້າສານ ແກ່ປະຊາຊົນ 1ໝື່ນຄົນຢູ່ ແຂວງສະຣະວັນ.
ສຳລັບຣັຖບານລາວ ໃນເບື້ອງຕົ້ນກໍວ່າ ໄດ້ນຳເອົາເຄື່ອງ ຊ່ວຍເຫຼືອຈຳນວນ ນຶ່ງໃສ່ຍົນ2ລຳ ໄປບັນເທົາທຸກ ຜູ້ປະສົບໄພ ຢູ່2ແຂວງ ດັ່ງທ່ານ ເຈືອງ ສົມບູນຂັນ ຣັຖມົນຕຣີ ປະຈຳສຳນັກນາຍົກ ຣັຖມົນຕຣີ ໄດ້ກ່າວວ່າ ເຮືອບິນ2ລຳ ທີ່ພວກເຮົາຈະເອົາ ໄປຊ່ວຍນັ້ນໄປຮອດ ປາກເຊ ແລະມັນເຂົ້າໄປ ເຊກອງ ໄປອັຕປືບໍ່ໄດ້ ຢ່າງນັ້ນຈຶ່ງໄດ້ ກັບຄືນມາຕັ້ງ ຖານຢູ່ ສວັນນະເຂດ ເພາະວ່າຢູ່ປາກເຊ ອາກາດ ບໍ່ຄ່ອຍດີປານໃດ.
ເວົ້າເຖິງການແກ້ໄຂ ຜົນກະທົບ ຈາກໄພນ້ຳຖ້ວມ ປະຊາຊົນ ຊາວເຊກອງ ສ່ວນໃຫຍ່ເວົ້າວ່າ ທາງການລາວ ເຮັດວຽກຊ້າ ເພາະມີອຸປສັກ ຫລາຍຢ່າງແລະວ່າ ຕ້ອງເຊື່ອໝັ້ນໃນ ຕົວເອງ ຕ້ອງຊ່ວຍຕົນເອງ ກ່ອນທີ່ຈະລໍ ຫວັງເພິ່ງການຊ່ວຍ ເຫຼືອຂອງທາງການ.
ທ້າວ ຂອນ ວິໄລ ປະຊາຊົນ ແຂວງສາຣະວັນ ກໍເວົ້າວ່າ ຢູ່ໜີ້ ນີ້ແມ່ນກຸ້ມຕົນ ເອງແລະ ຕົວໃຜຕົວມັນ ເຮົາຕ້ອງເບີ່ງເຮົາ ເອງກ່ອນອື່ນ ລົມພະຍຸໃຕ້ຝຸ່ນ ເກສນາ ເຮັດໃຫ້ເກີດ ນ້ຳຖ້ວມຢ່າງຮ້າຍແຮງ ອັນໄດ້ສ້າງຄວາມ ຫາຍນະໃຫ້ແກ່ຜູ້ຄົນ ແລະຊັບສິນຢ່າງ ໃຫຍ່ຫລວງ ໃນຫລາຍປະເທດ ມີຜູ້ເສັຍຊີວິດ ຍ້ອນຢູ່ ຟີລິຟປິນ ຢ່າງໜ້ອຍ293ຄົນ, ຢູ່ວຽດນາມ 162ຄົນ ແລະຢູ່ ກຳພູຊາ 17ຄົນ.
