ບ້ານລາວໃນປະເທດໄທ (ຕອນ 33)

2007-11-20
ອີແມວລ໌
ຄໍາເຫັນ
Share
ພິມ

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະ ຮັກແພງ

ໃນ ສັປະດາ ຜ່ານມາ ເຮົາ ໄດ້ສເນີ ເລື້ອງ ຄົນລາວ ຢູ່ ບ້ານໄຜ່ໜອງ ແຂວງ ອະຢຸດທະຍາ ມາເຖິງ ເລື້ອງ ຂອງ ບຸນປະເພນີ ຂອງ ນາຍຊ່າງ ຕີມີດ ບ້ານ ໄຜ່ໜອງ ຊຶ່ງເປັນ ບຸນ ທີ່ສືບຕໍ່ ກັນມາ ເປັນຮ້ອຍໆ ປີ ຄື “ການໄຫ້ວຄູ” ຊຶ່ງ ແຕ່ປີ ຄ.ສ. 1993  ເປັນຕົ້ນມາ ໄດ້ມີ ການເສີມ ຂະຫຍາຍ ປະເພນີ ໄຫວ້ຄູ ໃຫ້ຄົນ ຈາກພາຍນອກ ໄດ້ເຂົ້າມາ ທ່ຽວຊົມ ແລະ ສຶກສາ ເລີຍ ໄດ້ປ່ຽນຊື່ ພິທີ ວ່າ “ພິທີໄຫວ້ຄູ-ບູຊາເຕົາ” ໂດຍ ຈັດໃຫ້ມີຂຶ້ນ ຫຼັງ ບຸນສັງຂານ ຂອງ ທຸກປີ, ໃນມື້ ວັນພະຫັດ ເດືອນ 6 ອອກໃໝ່.

ກ່ອນຈະເຖິງ ມື້ບຸນ ພວກ ນາຍຊ່າງ ຈະໄດ້ ຮິບໂຮມ ເອົາ ເຄື່ອງໄມ້ ເຄື່ອງມື ທີ່ໃຊ້ ໃນການ ຕີມີດ ຕີພ້າ ອອກມາ ລ້າງສວ່າຍ ເຊັດຖູ ແລະ ຊ່ອມແປງ ເຕົາຕີເຫຼັກ ໃຫ້ຢູ່ ໃນ ສະພາບດີ ເພື່ອເປັນ ການສແດງ ຄວາມເຄົາຣົບ ເພາະເຄື່ອງ ພວກນີ້ ຖືວ່າ ເປັນ ເຄື່ອງມື ທີ່ມີ ພຣະຄຸນ ຕໍ່ອາຊີບ ຂອງ ພວກເຂົາເຈົ້າ.

ສັປະດານີ້ ເຮົາ ຈະພາທ່ານ ໄປພົບກັບ ພີທີໄຫວ້ຄູ ບູຊາເຕົາ ສືບຕໍ່ ຈາກ ສັປະດາ ຜ່ານມາ.

(ສຽງແຄນ)

ຮູບແບບ ຂອງ ປະເພນີ ໄຫວ້ຄູ ບູຊາເຕົາ ຂອງຄົນ ເຊື້ອລາວ ບ້ານໄຜ່ໜອງ ນັ້ນ ສະທ້ອນ ໃຫ້ເຫັນວ່າ ຄວາມເຊື່ອ ຂອງ ພວກເຂົາເຈົ້າ ຍັງຕິດແຈບ ຢູ່ກັບ ຄວາມເຊື່ອ ທາງ ພຸທທະສາສນາ ຫຼາຍກວ່າ ຄວາມເຊື່ອ ແບບພຣາມ (Brahman) ຫຼື ແບບຮິນດູ (Hindu) ເຖິງແມ່ນວ່າ ພິທີ ໄຫວ້ຄູນີ້ ຈະແມ່ນ ພິທີ ຂອງພຣາມ ຄື “ທ້າວ ເພັຊສະຫຼູກັມ” ແມ່ນ ເທວະດາ ຝ່າຍພຣາມ ບໍ່ແມ່ນ ຂອງ ພຸທທະສາສນາ.  ພິທີ ໄຫວ້ຄູ ບູຊາເຕົາ ນີ້ ກ່ອນອື່ນໝົດ ແມ່ນ ພວກເຂົາເຈົ້າ ຕ້ອງໄດ້ໄຫວ້ ພຣະພຸທ, ພຣະທັມ ແລະ ພຣະສົງ ກ່ອນ, ຕໍ່ຈາກນັ້ນ ກໍຈຶ່ງ ໄດ້ບູຊາ ທ້າວ ເພັຊສະຫຼູກັມ ຊຶ່ງເປັນ ເທວະດາ ທີ່ຢູ່ ນອກສາສນາ.

(ສຽງແຄນ)

ເມື່ອຮອດ ມື້ ວັນພະຫັດ ເດືອນ 6 ອອກໃໝ່ ຫຼື ມື້ເດືອນຂຶ້ນ ຊຶ່ງ ຖືວ່າ ແມ່ນ ມື້ ສັນວັນດີ ຕາມທີ່ ໄດ້ຕົກລົງ ເລືອກມື້ ກັນ ແລ້ວນັ້ນ, ນາຍຊ່າງ ຕີມີດຕີພ້າ ຂອງ ບ້ານໄຜ່ໜອງ ແລະ ບ້ານຕົ້ນໂພ ທຸກຫຼັງຄາເຮືອນ ຈະພາກັນ ກະກຽມ ເຄື່ອງ ບູຊາ ຊຶ່ງເປັນໄປ ຕາມປະເພນີ ຂອງຄົນ ທີ່ນັບຖື ສາສນາພຸທ ຄື ຈະແຕ່ງ ເຄື່ອງ ບູຊາ ໄວ້ສຳລັບ ບູຊ າພຣະພຸທ ກ່ອນ ໂດຍ ແຕ່ງເປັນ ຂັນ 5 ຄື ມີ ເຂົ້າຕອກ, ດອກໄມ້, ທູບ ແລະ ທຽນ ໂດຍແຕ່ງ ຊວຍດອກໄມ້ ອີກ 5 ຊວຍ.

ຈາກນັ້ນ ກໍຈະແມ່ນ ເຄື່ອງບູຊາ ຕາມປະເພນີ ແບບພຣາມ ຫຼື ຮິນດູ ຄື ເຄື່ອງ ສຳລັບ ຈະລ້ຽງຜີ ແລະ ເທວະດາ ຫຼື ຮ້ອງວ່າ ເຄື່ອງສັງເວີຍ ໄດ້ແກ່ ໝູ,  ໄກ່ ແລະ ເຫຼົ້າ ຫຼື ຮ້ອງວ່າ ໝູ ເຫັດ ເປັດ ໄກ່ ແລະ ເຫຼົ້າໄຫ ໄກ່ຕົວ, ນັ້ນເອງ.

ແລະ ທີ່ພິເສດ ກວ່າພິທີ ອື່ນໆ ແມ່ນ ຢູ່ພາຂວັນ ທີ່ແຕ່ງ ກຽມໄວ້ ນັ້ນ ຕ້ອງ ໄດ້ມີ ແກ້ວແຫວນ ເງິນ ຄຳ ຫຼື ເຄື່ອງຂອງ ມີຄ່າ ຊຶ່ງຖືວ່າ ເປັນເຄື່ອງ ທີ່ ພິເສດ ທີ່ ຈະປາດສະຈາກ ບໍ່ໄດ້. ພໍ່ເຖົ້າ ບັນຢັດ ເວົ້າເຖິງເ ຄື່ອງບູຊາ ໃນພິທີ ຊຶ່ງ ແຕກຕ່າງໄປ ຈາກ ພິທີ ທົ່ວໄປ ດັ່ງນີ້:

(ສຽງພໍ່ເຖົ້າ ບັນຢັດ)

ພໍຮອດ ຍາມເຊົ້າ ຂອງມື້ ວັນພະຫັດ ພວກ ນາຍຊ່າງ ທຸກເຮືອນ ກໍຈະຈັດ ພາຂວັນ ຫຼື ຮ້ອງວ່າ “ໃບສີປາກຊາມ” ພວກເຂົາເຈົ້າ ຈະ ຍໍພາຂວັນ ຫຼື ໃບສີປາກຊາມ ຂຶ້ນບູຊາ ພຣະພຸທກ່ອນ ຊຶ່ງ ຊາວບ້ານໄຜ່ໜອງ, ຕົ້ນໂພຮ້ອງ ວ່າ “ຂຶ້ນຄຸນພຣະ”. ເນື່ອງຈາກວ່າ ພິທີໄຫວ້ຄູ ບູຊາເຕົາ ນີ້ ໄດ້ຈັດຂຶ້ນ ລຸນ ແລະ ມໍ່ກັບ ການສະຫຼອງ ບຸນປີໃໝ່ລາວ ຄື ວັນ ສັງຂານ. ດັ່ງນັນ, “ການຂຶ້ນຄຸນພຣະ” ຈຶ່ງບູຊາພຣະ ພ້ອມໄປ ກັບ ການຂໍພອນ ເນື່ອງໃນ ວັນ ຂຶ້ນປີໃໝ່ ເດືອນ ໃໝ່ໄປ ພ້ອມກັນ ເພື່ອຈະ ໄດ້ເປັນ ສິຣິມຸງຄຸນ ແດ່ຄອບຄົວ ແລະ ອາຊີບ ນາຍຊ່າງ ຕີມີດ ໃນຮອບ 1 ປີ ຂ້າງໜ້າ.

“ການ ຂຶ້ນຄຸນພຣະ” ດັ່ງກ່າວ ຖືໄດ້ວ່າ ເປັນ ສາຍໃຍ ເສັ້ນບາງໆ ນ້ອຍໆ ທີ່ເຮັດໃຫ້ ເຫັນ ຄວາມເປັນລາວ ໃນຕົວ ພວກເຂົາເຈົ້າ. ຊາວບ້ານ ໄຜ່ໜອງ ຕົ້ນໂພ ນັ້ນ, ເຖິງແມ່ນວ່າ ສະພາບການ ຈະປ່ຽນໄປ ແລະ ພາຍໃນ ພວກ ເຂົາເຈົ້າ ເອງ ກໍປ່ຽນແປງໄປ ຢ່າງຫຼວງຫຼາຍ ແລ້ວ, ເຖິງຂັ້ນ ທີ່ວ່າ ພວກລູກໆ ຫຼານໆ ຂອງພວກ ເຂົາເຈົ້າ ບໍ່ອາດ ສາມາດ ຈະປາກເວົ້າ ຄວາມລາວ ໄດ້ແລ້ວ ກໍຕາມ; ແຕ່ ການລະລຶກ ແລະ ຈັດພິທີ ເຖິງ ການສະຫຼອງ ບຸນປີໃໝ່ ທີ່ ໄດ້ຖືເອົາ ວ່າ ມື້ວັນສັງຂານ ເປັນມື້ ຂຶ້ນປີໃໝ່ ສຳລັບ ພວກເຂົາເຈົ້າ ກໍຖືໄດ້ວ່າ ພວກເຂົາເຈົ້າ ຍັງບໍ່ລືມ ສາຍໃຍ ຄວາມເປັນລາວ ເພາະວ່າ ມື້ວັນສັງຂານ ຫຼື ໃນພາສາໄທ ຮ້ອງວ່າ “ວັນສົງກຣານ” ທີ່ ຊາວໄທ ເຄີຍຖືວ່າ ເປັນ ວັນຂຶ້ນປີໃໝ່ ຄືກັນ ກັບຄົນລາວ ນັ້ນ ປະຈຸບັນນີ້ ຊາວໄທ ທັງປະເທດ ໄດ້ປ່ຽນແປງ ໄປຖື ຕາມສາກົນ ຄື ຖືເອົາ ວັນທີ 1 ມົກກະຣາ ເປັນ ວັນຂຶ້ນປີໃໝ່ ແລ້ວ.

ແຕ່ ຄົນເຊື້ອລາວ ທີ່ ຈາກບ້ານ ຈາກເມືອງ ເຖິງວ່າ ຄົນຮຸ່ນທຳອິດ ຫຼື ຄົນຮຸ່ນ ເກົ່າໆ ຈະໄດ້ ລົ້ມຫາຍ ຕາຍຈາກ ໄປຈົນໝົດ ຈົນສ້ຽງແລ້ວ ກໍຕາມ ເຂົາເຈົ້າ ກໍຍັງ ຮັກສາ ຮີດຄອງ ເອົາໄວ້ ໄດ້ຢູ່.  ສ່ວນ ຈະເປັນຍ້ອນ ສາຍເຫດຫຍັງ ທີ່ຍັງ ເຮັດໃຫ້ ພວກເຂົາເຈົ້ າຍັງຖື ທັມນຽມເກົ່າ ດັ່ງກ່າວ ນັ້ນ ກໍເປັນເລື້ອງ ທີ່ ຄົນຮຸ່ນເຮົາ ຈະຕ້ອງ ສືບຕໍ່ ຄົ້ນຄວ້າ ກັນຕໍ່ໄປ. ຕາແສງ ບັນຢັດ ເວົ້າເຖິງ ພິທີ ບູຊາ ພຣະພຸທ ຫຼື “ການ ຂຶ້ນຄຸນພຣະ” ຂອງ ຊ່າງຕີມີດ ບ້ານໄຜ່ໜອງ ໃຫ້ຟັງວ່າ:

(ສຽງພໍ່ເຖົ້າ ບັນຢັດ)

ອີກສິ່ງນຶ່ງ ທີ່ເຮັດໃຫ້ ເຫັນວ່າ ເຖິງ ສະພາບການ ພາກນອກ ຈະປ່ຽນແປງ ພວກເຂົາເຈົ້າ ໃຫ້ຫ່າງໜີ ຈາກ ວິຖີ ຊີວິດດັ່ງເດີມ ຫຼື ໃຫ້ ໄກຈາກ ຄວາມ ເປັນລາວ ໄປແລ້ວ ກໍຕາມ, ແຕ່ ຍັງມີ ອັນສະທ້ອນ ໃຫ້ເຫັນວ່າ ໃນ ສ່ວນເລິກ ແລ້ວ, ຄວາມເປັນລາວ ຍັງຄົງ ຝັງເລິກ ຢູ່ໃນຊີວິດ ຂອງ ນາຍຊ່າງ ບ້ານ ໄຜ່ໜອງ ຈົນຍາກ ທີ່ຈະລືມ ມັນໄດ້ ສິ່ງດີ ແລະ ຈົບງາມນີ້ ໄດ້ແຝງຢູ່ ໃນພິທີກັມ ຂອງ ພວກເຂົາເຈົ້າ ນັ້ນເອງ.

ຄວາມເປັນລາວ ສະທ້ອນອອກ ໃນການເລືອກ ຊະນິດ ຂອງດອກໄມ້ ສຳລັບ ນຳມາບູຊາ ໂດຍ ຖືເອົາ ຊື່ດອກໄມ້ ແລະ ໃບໄມ້ ທີ່ມີ ຄວາມໝາຍ ເປັນ ສິຣິມຸງຄຸນ ມາເປັນເກນ. ໃນການເລືອກ ຈະເຫັນ ໄດ້ວ່າ ພວກເຂົາເຈົ້າ ຈະເລືອກເອົາ ໃບຕອງ ມາເຮັດ ເປັນຊວຍ ຈຳນວນ ຫຼາຍອັນ.  ເຄື່ອງ ໃສ່ໃນ ຊວຍນັ້ນ ແມ່ນມີ ໃບຄູນ, ດອກຄູນ, ດອກດາວເຮືອງ, ດອກບານຊື່ນ, ດອກສາມປີ, ໃບທອງ, ໃບເງິນ, ໃບນາກ, ໃບຍໍນ້ອຍ ແລະ ໃບຍໍໃຫຍ່. ດອກໄມ້ ແລະ ໃບໄມ້ ມຸງຄຸນ ດັ່ງກ່າວ ນັບມື້ ນັບຂາດແຄນ ຍ້ອນວ່າ ຄົນໄທ ທົ່ວໄປ ບໍ່ໄດ້ ນຳໃຊ້ ດອກໄມ້ ແລະ ໃບໄມ້ ຄືກັນ ກັບຄົນລາວ. ເມື່ອບໍ່ໃຊ້ ກໍບໍ່ເຫັນ ຄຸນຄ່າ ຈຶ່ງທຳລາຍ ໃຫ້ດັບສູນໄປ ບໍ່ໜ້ອຍ.

ດ້ວຍເຫດນີ້ ພໍ່ເຖົ້າ ບັນຢັດ ຫຼື ຕາແສງ ບັນຢັດ ຊຶ່ງເປັນ ນາຍຊ່າງ ຕີມີດ ອີກຜູ້ນຶ່ງ ຈຶ່ງໄດ້ ປູກໄມ້ເ ຫົ່ານີ້ ຢູ່ເດີ່ນ ໜ້າເຮືອນ ຂອງຕົນ ເພື່ອ ຄວາມ ສະດວກຍາມ ຈະທຳ ພິທີ ໃຫ້ຖືກຕ້ອງ ຕາມປະເພນີ ອີກນຳ. ຕາແສງ ບັນຢັດ ເວົ້າເຖິງ ເລື້ອງດອກໄມ້ ແລະ ໃບໄມ້ ໃນພິທີ ວ່າ:

(ສຽງ ພໍ່ເຖົ້າ ບັນຍັດ)

ເມື່ອທຳພິທີ “ຂຶ້ນຄຸນພຣະ” ຫຼື ບູຊາພຣະພຸທ, ພຣະທັມ ແລະ ພຣະສົງ ຈົນ ຮຽບຮ້ອຍ ແລ້ວ, ພວກເຂົາເຈົ້າ ຈຶ່ງບູຊາ ນາງທໍຣະນີ, ພຣະພູມ ຫຼື ຜີເຈົ້າທີ່ ແລະ ເທວດາ ຄື ທ້າວ ເພັຊສະຫຼູກັມ ຫຼື ທ້າວ ວິດສະນຸກັມ.

ຈາກນັ້ນ ກໍລ້ຽງ ດ້ວຍເຄື່ອງ ສັງເວີ ຍຕ່າງໆ ທີ່ ໄດ້ກຽມ ໄວ້ແລ້ວ ໂດຍ ພວກ ເຂົາເຈົ້າ ຈະນຳເອົາ ເຄື່ອງສັງເວີຍ ຫຼື ເຄື່ອງກິນ ມາວາງໄວ້ ໃກ້ກັບ ເຄື່ອງມື ນາຍຊ່າງ ແລ້ວ ຄ່ອຍທຳພິທີ ສູດ.

ເຄື່ອງ ບູຊາພຣະພູມ ຫຼື ຜີເຈົ້າທີ່ ເຄື່ອງ ບູຊາ ນາງທໍຣະນີ ແລະ ເຄື່ອງບູຊາ ເທວດາ ຄື ທ້າວ ເພັຊສະຫຼູກັມ ມີດັ່ງນີ້: ດອກໄມ້, ທູບ, ທຽນ, ຝ້າຍມົງຄຸນ, ແຜ່ນຄຳ , ນ້ຳອົບ, ນ້ຳຫອມ, ແປ້ງຝຸ່ນ, ເສື້ອຜ້າ, ໜ້າແພ, ເຄື່ອງນຸ່ງ, ເຄື່ອງຖື, ແກ້ວ, ແຫວນ, ເງິນ, ຄຳ, ເຂົ້າຕົ້ມຂາວ ແລະ ເຂົ້າໜົມຕົ້ມແດງ ໃສ່ລົງ ໃນໂຕກ ຫຼື ຂັນໃບສີ ຫຼື ພາຂວັນ. ແລ້ວ ຜູ້ເຖົ້າ ຜູ້ແກ່ ຈະເອີ້ນ ລູກຫຼານ ມາບູຊາ ຂາບໄຫວ້ ເພື່ອຂໍພອນ ອັນສັກສິດ ແລະ ເປັນ ມຸງຄຸນ ແກ່ທຸກໆ ຄົນ. ພໍ່ເຖົ້າ ບັນຢັດ ເວົ້າເຖິງ ພິທີ ໄຫວ້ຄູ ຫຼື ໄຫວ້ ພຣະວິດສະນຸກັມ ຫຼື ພຣະເພັຊສະຫຼູກັມ ວ່າ:

(ສຽງ ພໍ່ເຖົ້າ ບັນຢັດ ແລະ ສຽງແຄນ)

ທ່ານ ຜູ້ຟັງ ທີ່ຮັກແພງ,  ເວລາ ສຳລັບ ລາຍການ ຂອງເຮົາ ໃນສັປະດານີ້ ໄດ້ສ້ຽງສຸດ ລົງແລ້ວ. ເຊີນ ທ່ານ ຮັບຟັງເລື້ອງ “ ບ້ານລາວໃນໄທ ແຕ່ອາດີດ ຫາປະຈຸບັນ” ໄດ້ໃໝ່ ໃນສັປະດາໜ້າ ຊຶ່ງຈະນຳພາ ທ່ານ ໄປພົບກັບ ການ ໄຫວ້ຄູ ບູຊາເຕົາ ຂອງຄົນ ເຊື້ອລາວ ບ້ານໄຜ່ໜອງ ຕໍ່ໄປອີກ ສັປະດານຶ່ງ.

ສຳລັບ ສັປະດານີ້, ຂໍໄດ້ຮັບ ຄວາມປຣາຖໜາ ດີ ຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

ເຕັມຫນ້າ