ປະທານາທິບໍດີ ອິນເດັຍ ຢ້ຽມຢາມລາວ

ໃນໂອກາດ ໄປຢ້ຽມຢາມ ສປປລາວ ເທື່ອນີ້ ປະທານາທິບໍດີ ອິນເດັຍ ຕົກລົງໃຫ້ ການຊ່ວຍເຫລືອ ລາວ ໃນຫລາຍດ້ານ ດັ່ງ ອາວະຣີ ມີຣາຍງານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ອະວາຣີ
2010.09.14

ປະທານາທິບໍດີ ປຣາຕິພາ ປາຕິ່ນ ຈາກອິນເດັຍ ໄປຢ້ຽມຢາມ ສປປລາວ ເປັນເວລາ ຫ້າມື້ ນັບແຕ່ກາງ ສັປດາ ທີ່ແລ້ວ ເປັນຕົ້ນມາ. ສປປລາວ ໄດ້ປໂຍດຫຍັງແດ່ ຈາກການໄປ ຢ້ຽມຢາມ ຂອງ ຜູ້ນຳອິນເດັຍ ດັ່ງກ່າວ?

ກ່ອນອື່ນໝົດ ສປປລາວ ມີຄວາມສຳພັນ ກັບອິນເດັຍ ດີຂື້ນ ຊຶ່ງເປັນ ປະເທດໃຫຍ່ ແລະ ເສຖກິດ ກຳລັງຂຍາຍ ຕົວຢ່າງວ່ອງໄວ. ໃນຣະຍະ ສອງປີທີ່ ຜ່ານມາ ຜູ້ນຳຂັ້ນ ສູງສຸດ ຂອງສອງປະເທດ ໄດ້ໄປມາ ຫາສູ່ກັນ ຄື ທ່ານ ຈູມມະລີ ໄຊຍະສອນ ປະທານ ປະເທດລາວ ໄດ້ໄປຢ້ຽມຢາມ ອິນເດັຍ ເມື່ອປີ 2008 ແລະເມື່ອ ສັປດາ ທີ່ຜ່ານມາ ປະທານາທິບໍດີ ອິນເດັຍ ກໍມາ ຢ້ຽມຢາມ ສປປລາວ ເຮັດໃຫ້ ຄວາມສຳພັນ ຣະຫວ່າງລາວ ແລະ ອິນເດັຍ ໃກ້ຊິດກັນຂື້ນ. ໃນເວລາ ພົບປະຫາລື ກັບຄນະ ຜູ້ນຳລາວ ປະທານາທິບໍດີ ອິນເດັຍ ປະກາດ ຢ່າງແຈ່ມແຈ້ງ ວ່າປັດຈຸບັນ ອິນເດັຽ ມີນະໂຍບາຍ ຢາກຂຍາຍ ຄວາມສຳພັນ ແລະ ການຮ່ວມມື ດ້ານເສຖກິດ ແລະ ການຄ້າ ກັບປະເທດ ໃນອາຊ່ຽນ ຫລາຍຂື້ນ ຊຶ່ງໃນນັ້ນ ລວມທັງ ສປປລາວ.

ໃນເວລາ ພົບປະກັນຢູ່ ນະຄອນຫລວງ ວຽງຈັນ ເທື່ອນີ້ ຜູ້ນຳລາວ ແລະ ອິນເດັຍ ຕົກລົງກັນວ່າ ຜູ້ນຳຂອງ ທັງສອງປະເທດ ຈະສືບຕໍ່ ໄປຢ້ຽມຢາມ ຊຶ່ງກັນແລະກັນ ເປັນເນື່ອງນິດ ໃນຂັ້ນຕໍ່ໄປ.

ໃນດ້ານເສຖກິດ ແລະ ການຄ້າ ສປປລາວ ຍິ່ງໄດ້ຮັບ ຜົນປໂຍດ ແລະ ການຊ່ວຍເຫລືອ ຈາກອິນເດັຍ ຫລາຍຈາກການ ມາຢ້ຽມຢາມ ຂອງ ປະທານາທິບໍດີ ອິນເດັຍ ເທື່ອນີ້. ການຊ່ວຍເຫລືອ ທີ່ສຳຄັນ ອິນເດັຍ ໄດ້ຕົກລົງ ໃຫ້ເງິນຊ່ວຍເຫລືອ ແກ່ ສປປລາວ 72.55 ລ້ານດອນລ່າ ສະຫະຣັຖ ເພື່ອສ້າງເຂື່ອນ ໄຟຟ້າ ສອງແຫ່ງ ແລະ ເພື່ອແລ່ນສາຍ ໄຟຟ້າ ແຮງສູງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.