ກອງປະຊຸມເພື່ອ Haiti ໃນເຫດການແຜ່ນດີນໄຫວ

ເມື່ອສອງສັປດາ ຜ່ານມາປະເທດ Haiti ປະສົບກັບເຫດການ ແຜ່ນດີນໄຫວຢ່າງຮ້າຍແຮງ ຕິດຕາມມາດ້ວຍການສັ່ນສະເທືອນ ຂອງແຜ່ນດີນ ອີກຫລາຍສິບເທື່ອ ເຮັດໃຫ້ປະເທດ ທີ່ທຸກຍາກທີ່ສຸດ ໃນຊີກເໜືອຂອງໂລກ ຍິ່ງທຸກຍາກລົງໄປອີກຕື່ມ ຈົນເຮັດໃຫ້ ປະຊາຄົມໂລກ ຕ້ອງຍື່ນມືເຂົ້າຊ່ວຍເຫລືອ ໂດຍໄດ້ປະຊຸມກັນ ຢູ່ທີ່ນະຄອນ Montreal ປະເທດ Canada ເພື່ອວາງແຜນປົວແປງ Haiti ໃຫ້ຄືນສະພາບເດີມ ຫຼືດີຂື້ນກວ່າເກົ່າ ວຽງໄຊ ມີຣາຍງານກ່ຽວກັບ ເຣື້ອງນີ້ມາສເນີທ່ານ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ວຽງໄຊ
2010.01.29

ເມື່ອປະເຊີນກັບການ ທ້າທາຍອັນໃຫຍ່ຫລວງ ທີ່ຕ້ອງກໍ່ສ້າງ Haiti ຊຶ່ງຖືກທຳລາຍ ດ້ວຍເຫດການແຜ່ນດິນໄຫວນັ້ນ ປະຊາຄົມສາກົນ ຈຶ່ງໄດ້ຮັບເອົາໂຄງການ ຟື້ນຟູປະເທດ Haiti ຄືນໃໝ່ເປັນຂັ້ນໆໄປ ໃນມື້ວັນຈັນ ຜ່ານມາ.

ເມື່ອກ່າວຮັບຕ້ອນທ່ານ Jean-Max Bellerive ນາຍົກຣັຖມົນຕຣີ Haiti ທີ່ໄປຢ້ຽມຄຳນັບທ່ານ ຢູ່ທີ່ທຳນຽບຣັຖບານ ໃນກຸງ Ottawa ກ່ອນຈະໄປເຂົ້າຮ່ວມ ກອງປະຊຸມທີ່ນະຄອນ Montreal ນັ້ນ ທ່ານ
Stephen Harper ນາຍົກຮັຖມົນຕຣີ Canada ກ່າວວ່າ:

‘ວຽກງານທີ່ລໍຖ້າທ່ານຢູ່ນັ້ນ ບໍ່ສາມາດພັລນານັບໄດ້ໝົດ ແຕ່ໃນນາມເພື່ອນ ນາຍົກຣັຖມົນຕຣີດ້ວຍກັນ ຂໍໃຫ້ທ່ານຮູ້ວ່າ ຣັຖບານຂອງຂ້າພະເຈົ້າ ຈະຢູ່ຄຽງຂ້າງທ່ານສເມີ.’

ສ່ວນນາຍົກຣັຖມົນຕຣີ Haiti ທ່ານ Bellerive ນັ້ນ ຂໍໃຫ້ການຊ່ວຍເຫລືອ ມີຕໍ່ໄປເລື້ອຍໆ ສໍາຫລັບຊາວ Haiti ຊຶ່ງໄດ້ຮັບເຄາະກັມ ຈາກເຫດການແຜ່ນດິນໄຫວ ແຮງເຖິງ 7.3 ຕາມມາຕຖານ Richter ເມື່ອວັນທີ່ 12 ມົກຣາຜ່ານມາ ທີ່ເຮັດໃຫ້ມີຜູ້ເສັຍຊີວິຕ ເຖິງ2ແສນຄົນແລ້ວ ໃນປັດຈຸບັນ ແລະອີກຫລາຍແສນຄົນ ໄດ້ຮັບບາດເຈັບແລະ ຂາດທີ່ພັກພາອາໃສ ແລະວ່າ Haiti ຕ້ອງການໆຊ່ວຍເຫລືອ ເປັນເວລາ5ຫາ10ປີ ເປັນຢ່າງໜ້ອຍ.

ປະເທດບໍຣິຈາກ ແລະອົງການຈັດຕັ້ງ ສາກົນໃຫຍ່ໆ ຕົກລົງກັນວ່າຈະຕ້ອງ ເຮັດໃຫ້ຣັຖບານ Haiti ສາມາດກັບໄປ ບໍຣິຫານປະເທດຄືນໃໝ່ໄດ້ ແລະຕ້ອງປະເມີນ ຄວາມຕ້ອງການຕ່າງໆ ເພື່ອຮັບມືກັບຄວາມເສັຍຫາຍ ຄັ້ງໃຫຍ່ ໂດຍເລັງໃສ່ການສ້າງສາ ປະເທດຂຶ້ນຄືນໃໝ່.

Madame Hillary Clinton ຣັຖມົນຕຣີການ ຕ່າງປະເທດຂອງ ສະຫະຣັຖອະເມຣິກາ ໃຫ້ເຫດຜົນຂອງການ ຕັດສີນໃຈຂອງກອງປະຊຸມວ່າ:

‘ເຈຕນາຂອງພວກເຮົາ ແມ່ນສນັບນູນຣັຖບານ (Haiti) ເພື່ອໃຫ້ຄວາມພຍາຍາມ ທຸກຢ່າງຢູ່ໄຕ້ການ ນຳພາຂອງ Haiti ຢ່າງແທ້ຈິງ ຄວາມພຍາຍາມ ຊຶ່ງຖືກຕ້ອງຕາມຄວາມຫວັງ ແລະຄວາມຕ້ອງການ ຂອງປະຊາຊົນຊາວ Haiti.’

ອີກປະການນຶ່ງ ກອງປະຊຸມ ຍັງໄດ້ຕົກລົງວ່າ ຈະຈັດກອງປະຊຸມ ວິຊາການຂຶ້ນ ໃນເດືອນມີນາ ທີ່ຈະມາເຖິງນີ້ ຢູ່ທີ່ສຳນັກງານ ອົງການສະຫະປະຊາຊາຕ ໃນນະຄອນ New York ເພື່ອວາງແຜນ ປະສານງານເຣື້ອງ ການຊ່ວຍເຫລືອບັນເທົາທຸກ.

ເຖິງວ່າທັງໂລກຈະສະແດງ ຄວາມກະຕືລືລົ້ນ ແລະນໍ້າໃຈກ້ວາງຂວາງ ຢາກຊ່ວຍ Haiti ໃຫ້ຫລຸດພົ້ນຈາກ ສະພາບອັນຮ້າຍກາດ ນີ້ກໍ່ຕາມ ແຕ່ເຈົ້າໜ້າທີ່ ສະຫະປະຊາຊາຕ ກໍເຕືອນໄວ້ກ່ອນ ວ່າການຊ່ວຍເຫລືອ ບັນເທົາທຸກ ຈະບໍ່ສະດວກປານໃດໃນ Haiti ແຕ່ຈະເປັນການ ປະຕິບັດການ ທີ່ຫຍຸ້ງຍາກສັບສົນທີ່ສຸດ ເນື່ອງຈາກວ່າ ໂຄງສ້າງພື້ນຖານທຸກຢ່າງ ໄດ້ຮັບການເສັຍຫາຍຫລາຍ.

ຜູ້ອໍາວຍການບໍຣິຫານ ຂອງໂຄງການອາຫານໂລກ (WFP) ຂອງອົງການ ສະຫະປະຊາຊາຕ madame Josette Sheeran ກ່າວຢູ່ທີ່ກອງປະຊຸມ ຖແລງຂ່າວ ຢູ່ທີ່ສໍານັກງານ ສະຫະປະຊາຊາຕ ໃນນະຄອນ New York ວ່າ ສິ່ງທີ່ຕ້ອງຈັດການ ກ່ອນອື່ນໝົດ ຄືຕັ້ງສູນແຈກຢາຍ ອາຫານການກິນ ໃຫ້ເປັນຣະບຽບ ແລະປອດພັຍ ເຊັ່ນໃຫ້ມີຄົນຕິດຕາມ ອາລັກຂາ ສະບຽງອາຫານຢ່າງດີ ຍ້ອນວ່າເຄີຍມີເຫດການ ວຸ້ນວາຍເກີດຂຶ້ນ ເວລາແຈກຢາຍ ອາຫານການກິນ ແລະຢ້ານວ່າເມື່ອມີເຫດການ ດັ່ງກ່າວເກີດຂຶ້ນ ພວກທີ່ອ່ອນແອ ເຊັ່ນ ຜູ້ຍິງແລະເດັກນ້ອຍ ກໍຈະຖືກບຽດຫລືຕໍາລົ້ມລົງ ແລະໄດ້ຮັບບາດເຈັບໄດ້.

ປັດຈຸບັນ WPF ມີເຮືອບິນສອງຖ້ຽວ ລໍາລຽງສະບຽງບັນເທົາທຸກໄປ Haiti ແລະຍັງໄດ້ຕັ້ງສາງເຄື່ອງ ຂຶ້ນຫລາຍບ່ອນ ຢູ່ທີປະເທດ Dominican Republic ຊຶ່ງເປັນເພື່ອນບ້ານຂອງ Haiti ແລະບ່ອນທີ່ມີ ຣົຖບັນທຸກ ຫລາຍຄັນຈອດຢູ່ ເພື່ອຂົນສະບຽງຕ່າງໆໄປ Haiti.

ເມື່ອອາທິດຜ່ານມາ ເຈົ້າໜ້າທີ່ Haiti ໄດ້ເລີ້ມໂຍກຍາຍຜູ້ຄົນ ທີ່ບໍ່ມີບ່ອນອາໃສ ຍ້ອນແຜ່ນດິນໄຫວ ອອກຈາກເມືອງຫລວງ Port-au-Prince ໄປຢູ່ໝູ່ບ້ານຊົ່ວຄາວ ໃນເຂດຊານເມືອງ. ເຂົາເຈົ້າເຫລົ່ານີ້ ເວົ້າວ່າພວກຕົນ ຍັງອົດຢາກຢູ່ ບໍ່ຮູ້ວ່າມີການຢາຍເຂົ້າ ຢາຍນໍ້າກັນຢູ່ໃສ. ຄົນເຮັດສວນຜູ້ນຶ່ງ ອອກຄວາມເຫັນວ່າ ພວກທີ່ບ້ານເຮືອນ ຖືກທໍາລາຍ ຄວນໄດ້ຮັບການດູ ແລກ່ອນຫມູ່.

ສ່ວນຄຸນພໍ່ Andre Muscadin ເວົ້າວ່າ ເປັນການດີທີ່ສຸດແລ້ວ ທີ່ບັນດາປະເທດຕາເວັນຕົກ ເຂົ້າມາຊ່ວຍ ແຕ່ການຊ່ວຍເຫລືອນັ້ນ ຕ້ອງມີວັນສິ້ນສຸດ ເພາະສະນັ້ນແທນທີ່ ຈະເອົາປາມາໃຫ້ ຄວນຈະສອນໃຫ້ຫາປາ ເອງດີກວ່າ.

ຊາວ Haiti ສ່ວນຫລາຍ ເຊັ່ນນາງ Barbara ພນັກງານທະນາຄານ ວັຍ30ປີ ບໍ່ຄ່ອຍໄວ້ໃຈຣັຖບານ ແລະຕິຕຽນປະທານາທິບໍດີ Rene Preval ທີ່ບໍ່ໄດ້ເຮັດຫຍັງເລີຍ ເມື່ອເກີດເຫດການ ແຜ່ນດິນໄຫວ. ເຂົາເຈົ້າຫວັງວ່າ ພັຍທັມຊາຕຮ້າຍແຮງ ເທື່ອນີ້ຈະມີຜົນສະທ້ອນ ຢ່າງແຮງເຊັ່ນກັນ ໃສ່ພວກຜູ້ນໍາ Haiti ແລະຫວັງວ່າການຊ່ວຍເຫລືອ ຈາກຣັຖບານຕ່າງປະເທດ ຈະພາໃຫ້ໂຄງສ້າງ ຂອງການບໍຣິຫານ ປະເທດປ່ຽນແປງ ຈາກໜ້າມືເປັນຫລັງມື້ ເພາະປະຊາຊົນ ບໍ່ພໍໃຈນຳການ ຂາດຄວາມໂປ່ງໄສ ແລະການປະສານງານ ຣະຫວ່າງໜ່ວຍງານຕ່າງໆ ການບໍຣິຫານແບບ ຮວມສູນເກີນຂອບເຂດ ຣະບົບສັງຄົມ ແລະການສຶກສາ ທີ່ລົ້ມແຫລວ ແລະ ການຂຍາຍຕົວຂອງ ຕົວເມືອງແບບຊະຊາຍ ບໍ່ມີແບບແຜນ ຊຶ່ງເປັນຕົ້ນເຫດ ໃຫ້ມີຜູ້ເສັຍຊີວິຕ ຢ່າງຫລວງຫລາຍ ເມື່ອແຜ່ນດິນໄຫວເທື່ອນີ້ ແລະເຂົາເຈົ້າກໍອອກ ຄວາມເຫັນມ້ວນທ້າຍວ່າ ນີ້ອາດຈະເປັນເວລາ ທີ່ເໝາະສົມ ເພື່ອສ້າງ Haiti ໃຫ້ເປັນປະເທດໃໝ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.