ກົດຟັງສຽງ
ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ບໍ່ພຽງ ແຕ່ເປັນ ປະເທດ ທີ່ມີການເສພ ຢາເສພຕິດ ຫລາຍ ຮວມທັງ ຢາເສພຕິດ ປະເພດ ຢາບ້າເທົ່ານັ້ນ ແຕ່ຍັງເປັນ ທັງທາງຜ່ານ ທີ່ສຳຄັນ ແລະ ເປັນຕລາດ ຢາບ້າ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້ ແລະ ມີຂ່າວວ່າ ເປັນທັງບ່ອນ ຜລິດ ຢາເສພຕິດ ປະເພດຕ່າງໆ ນຳອີກດ້ວຽ ຫ້ອງການ ຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ຫລື UNODC ລາຍງານກ່ຽວກັບ ສະພາບ ການໃຊ້ ຢາເສພຕິດ ປະເພດ Amphetamine ວ່າ ໃນຂນະນີ້ ສປປລາວ ແລະ ປະເທດໄທ ເປັນອັນດັບນື່ງ ໃນເອເຊັຽ ຕະເວັນອອກ ສ່ຽງໃຕ້ ແລະຈີນ ທີ່ມີການ ຂຍາຍຕົວຂອງ ຕລາດເພີ້ມຂື້ນ, ມີການເສພ ເພີ້ມຂື້ນ ແລະ ການຢືດຢາບ້າ ໄດ້ຫລາຍທີ່ສຸດ.
ໃນປີ 2009 ມີຄະດີຢາ ເສພຕິດ ທັງໝົດ 718 ຄະດີ ໃນນັ້ນ 581 ຄະດີ ເປັນຄະດີ ຢາບ້າ ຊຶ່ງມີຜູ້ຖືກ ຈັບຈຳນວນ 344 ຄົນ ດັ່ງຍານາງ dee Pika Naruka ຜູ້ປະສານງານ ຂອງ ຫ້ອງການ UNODC ປະຈຳ ພູມີພາກ ໄດ້ກ່າວວ່າ:
"ສປປລາວ ເປັນປະເທດ ທີ່ມີການເສພ ຢາເສພຕິດ ປະເພດຢາບ້າ ຫລື mathamphetamine ຫລາຍເປັນອັນ ດັບນື່ງ ແລະ ຂໍ້ມູນກ່ຽວກັບ ການຮັກສາ ປິ່ນປົວ ຊຶ່ງອົງການ UNODC ໄດ້ຈາກ ສປປລາວ ນັ້ນ ສ່ວນໃຫ່ຽ ກໍເປັນ ກໍຣະນີ ຂອງຜູ້ເສພ ຢາບ້າ, ສໍາລັບ ແນວໂນ້ມ ຂອງ ສປປລາວ ໃນປີນີ້ ມີອັດຕຣາ ສູງເພີ້ມຂື້ນ ຫລັງຈາກທີ່ມີ ການຈັບຢາບ້າ ໄດ້ແລ້ວ ຫລາຍກ່ວາ 21 ລ້ານເມັດ".
ລາຍງານ ຂອງ UNODC ວ່າ ປີ 2008 ລາວ ຈັບຢາບ້າໄດ້ 1 ລ້ານ 2 ແສນເມັດ, ແລະປີ 2009 ຈັບໄດ້ເພີ້ມຂື້ນ ເປັນ 2 ລ້ານ 3 ແສນເມັດ. ສໍາລັບໂຕເລກ ຢາບ້າ ທີ່ຈັບໄດ້ໃນປີ 2010 ຍັງບໍ່ທັນ ໄດ້ມີການ ຮວບຮວມ ໝົດເທື່ອ ແຕ່ກໍຄົງ ຈະຫລາຍກວ່າ 21 ລ້ານເມັດ. ພໍພຽງແຕ່ມາ ເຖິງວັນທີ 27 ເດືອນ ຕຸລາ ຜ່ານມາ ທາງການລາວ ໄດ້ເຜົາຢາບ້າ ທີ່ ນະຄອນຫລວງ ວຽງຈັນ ໄປແລ້ວ 21 ລ້ານ 8 ແສນເມັດ.
ສາເຫດທີ່ ພາໃຫ້ຢາບ້າ ແພ່ຂຍາຍຢ່າງ ວ່ອງໄວທີ່ສຸດ ລະຫ່ວາງ ປີ 2008-2009 ນັ້ນ ກໍຍ້ອນວ່າ ສປປລາວ ມີຊາຍແດນ ຕິດກັບ ປະເທດພະມ້າ ທີ່ເປັນ ປະເທດຜລິດ ຢາບ້າ ຫລາຍທີ່ສຸດ.
ໃນເມື່ອ ປະເທດໄທ ປາບປາມ ຢາເສພຕິດ ຢ່າງເຂັ້ມງວດ ເຮັດໃຫ້ການ ຂົນສົ່ງຢາບ້າ ຜ່ານລາວ ເພື່ອສົ່ງຕໍ່ ເຂົ້າໄປ ປະເທດໄທ ເຮັດໃຫ້ໄທ ກາຍເປັນທັງ ປະເທດ ທີ່ມີການ ເສພຢາບ້າ ຫລາຍທີ່ສຸດ ແລະ ເປັນທັງຕລາດ ຢາບ້າ. ດັ່ງທີ່ເປັນຂ່າວ ຢູ່ຕລອດວ່າ ຕຳຣວດ ແລະ ພາກສ່ວນທີ່ ກ່ຽວຂ້ອງ ຂອງໄທຈັບ ຢາເສພຕິດ ທີ່ນຳມາຈາກ ສປປລາວ ໄດ້ຢ່າງຕໍ່ເນື່ອງ ເຊັ່ນຕົວຢ່າງ ເມື່ອວັນທີ 17 ພຶສຈິກາ 2010 ເຈົ້າໜ້າທີ່ ຕຳຣວດໄທ ຈັບຊາວລາວ ຜູ້ນຶ່ງ ອາຍຸ 19 ປີ, ຄົນບ້ານພູເລັດ, ເມືອງວຽງພູຄາ, ແຂວງ ຫລວງນໍ້າທາ ທີ່ລັກເຂົ້າ ປະເທດໄທ ແບບຜິດກົດໝາຽ ພ້ອມດ້ວຽຢາບ້າ ຈຳນວນ 1,500 ເມັດ ໃນເຂດບ້ານ ຫາດບ້າຍ, ຕາແສງແຄມຂອງ, ເມືອງຊຽງຂອງ, ແຂວງຊຽງຮາຍ. ຕາມການສອບສວນ ຂອງເຈົ້າໜ້າທີ່ ຕຳຣວດ ຢາເສພຕິດ ຈຳນວນ ດັ່ງກ່າວ ເປັນຂອງພວກຄ້າ ຢາເສພຕິດ ຢູ່ຝັ່ງ ປະເທດລາວ ທີ່ວ່າຈ້າງຄົນ ໃຫ້ເອົາ ໄປສົ່ງໃຫ້ ສາຍຂອງຕົນ ທີ່ ປະເທດໄທ.
ຕໍ່ມາ ໃນຕອນເຊົ້າ ຂອງວັນທີ 20 ພຶສຈິກາ ເຈົ້າໜ້າທີ່ ຕໍາຣວດເມືອງ ຊຽງຂອງ ແຂວງຊຽງຮາຍ ຂອງໄທ ກໍຈັບຊາຍໜຸ່ມ ລາວໄດ້ 1 ຄົນ, ຄົນບ້ານນາອອນ, ເມືອງຊຽງອ່ຽນ, ແຂວງ ໄຊຍະບູຣີ ພ້ອມດ້ວຍຢາບ້າ ຈຳນວນ 1,500 ເມັດ ຢູ່ບ້ານ ປາກອີງໃຕ້ ຕາແສງ ສີດອນໄຊ ເມືອງຊຽງຂອງ.
ວັນທີ່ 26 ພຶສຈິກາ ທີ່ຫາ ກໍຜ່ານມານີ້ ເຈົ້າໜ້າທີ່ ຕຳຣວດໄທ ແລະ ພາກສ່ວນ ກ່ຽວຂ້ອງ ທີ່ດ່ານກວດ ຄົນເຂົ້າເມືອງ ມຸກດາຫານ ກໍຈັບຍິງສາວ ລາວ ອາ ຍຸ 24 ປີ ພາຍຫລັງກວດ ເຫັນຢາບ້າ ທີ່ເຊື່ອງໄວ້ ຢູ່ໃນຊ່ອງ ຄອດ ແລະ ຢູ່ໃນພື້ນ ສົ້ນເກີບ ຈຳນວນ 1,556 ເມັດ ໃນຣະຫວ່າງ ທີ່ຂີ່ຣົດ ປະຈຳທາງ ຈາກ ສວັນນະເຂດ ຂອງລາວ ເຂົ້າໄປ ປະເທດໄທ. ຜູ້ກ່ຽວເປັນ ພົລເມືອງລາວ ຢູ່ເມືອງຈຳພອນ ແຂວງ ສວັນນະເຂຕ. ຈາກກາຣ ສອບສວນຂອງທາງ ເຈົ້າໜ້າທີ່ ຜູ້ຕ້ອງຫາ ສາຣະພາບ ວ່າຕົນໄດ້ ຮັບຈ້າງນຳ ຢາບ້າ ຈໍານວນ ດັ່ງກ່າວ ຈາກຄົນລາວ ໄປສົ່ງໃຫ້ ພວກລູກຄ້າ ຢູ່ແຂວງ ມຸກດາຫານ ແຕ່ໂຊກ ບໍ່ອຳນວຍ ຈຶ່ງຖືກຈັບກ່ອນ.
ໃນວັນທີ 30 ພຶສຈິກາ ນີ້ ກໍມີຂ່າວມາ ອີກວ່າ ໃນວັນທີ 29 ພຶສຈິກາ ເຈົ້າໜ້າທີ່ ຕຳຣວດໄທ ໄດ້ຈັບຊາຍ 4 ຄົນ ໃນຂໍ້ຫາ ຂົນສົ່ງກັນຊາ ຈຳນວນ 160 ກິໂລກຣາມ ຈາກປະເທດລາວ ຜ່ານຊາຍແດນ ຮ້ອຍເອັດ ໃນມູນຄ່າ 3 ລ້ານ 2 ແສນບາດ ຊຶ່ງຈຳນວນນຶ່ງ ຈະຂາຍຢູ່ ເຂດທ່ອງທ່ຽວ ຂອງໄທ ແລະ ສ່ວນທີ່ເຫລືອນັ້ນ ຈະສົ່ງໄປ ປະເທດຕ່າງໆ ໃນຢູໂຣບ. ຕົວຢ່າງບາງອັນ ຂ້ອງກ່ຽວກັບ ການຂົນສົ່ງ ຢາເສພຕິດ ຈາກ ລາວໄປໄທ ທີ່ວ່ານັ້ນ ສະແດງ ໃຫ້ເຫັນວ່າ ມີການລັກ ຂົນສົ່ງຢາບ້າ ໃນຂົງເຂດນີ້ ຢູ່ຕລອດ.
ໃນຣາຍງານ ປະຈຳປີ 2010 ຂອງຫ້ອງການ ຢາເສພຕິດ ແລະ ອາຊຍາກັມ ສະຫະປະຊາຊາດ ມີການ ຢືນຢັນວ່າ ໃນປັດຈຸບັນ ນີ້ ຢາເສພຕິດ Amphe- tamine ຫລື ຢາບ້າ ກຳລັງຣະບາດ ເຖິງຂັ້ນຮ້າຍແຮງ ທີ່ສຸດ ໃນທົ່ວຂົງເຂດ ເອເຊັຍ ແລະ ອາດຈະຮ້າຍແຮງ ໄປກວ່າເກົ່າ ຖ້າຫາກທາງການ ທີ່ກ່ຽວຂ້ອງ ຂອງແຕ່ລະ ປະເທດ ບໍ່ເອົາໃຈໃສ່ ແກ້ໄຂ ຢ່າງຮີບດ່ວນ.
ທາງອົງການ UNODC ໄດ້ອອກ ຣາຍງານເມື່ອ ວັນ ພຣະຫັດ ຜ່ານມານີ້ວ່າ ຢາເສພຕິດ ປະເພດຢາບ້າ ທີ່ກຳລັງ ຣະບາດ ຢູ່ທົ່ວເອເຊັຽ ໃນປັຈຈຸບັນ ນີ້ນັ້ນ ຖືກຜລິດຂຶ້ນ ເກືອບວ່າຢູ່ ທຸກປະເທດ ໃນເຂດເອເຊັຽ ຕາເວັນອອກ ສ່ຽງໃຕ້ ໂດຽສະເພາະ ໃນປະເທດ ພະມ້າ ທີ່ເຊື່ອກັນວ່າ ແມ່ນກຸ່ມ ປະກອບອາວຸດ ຊົນເຜົ່າ ສ່ວນນ້ອຍ ຍັງທຳການ ການຜລິດ ຢູ່ຕໍ່ມາ ເພື່ອສົ່ງໄປຂາຍ ໃຫ້ປະເທສ ໃກ້ຄຽງ ພາຍຫລັງທີ່ໄດ້ ສານເຄມີ ມາຈາກ ປະເທຈີນ ແລະໄທ ແລ້ວຜລິດ ຢູ່ຕາມ ໂຮງງານຕ່າງໆ ໃນເຂຕຊາຍແດນ ຂອງພະມ້າ. ແລະວ່າ ສະພາບການ ທາງດ້ານ ການເມືອງ ຢູ່ປະເທດ ພະມ້າ ບໍ່ທຸ່ນທ່ຽງ ເປັນສາເຫດ ສຳຄັນທີ່ເຮັດໃຫ້ ພະມ້າ ເປັນແຫຼ່ງຜລິດ ຢາບ້າ ລາຍໃຫຍ່ ໃນຂົງເຂດ.
ຢາເສພຕິດ ທີ່ຮ້າຍແຮງ ດັ່ງກ່າວ ສາມາດ ເຂົ້າແທນທີ່ ຢາເຮໂຣອິນ, ຢາຝິ່ນ ແລະ ກັນຊາແຫ້ງ ຫລື ຢາເສພຕິດ ປະເພດອຶ່ນໆ ແລະ ກໍ່ເປັນໄພ ນາບຂູ່ ຂນານໃຫຍ່ ຕໍ່ສະເຖັຽຣະພາບ ຂອງ ປະເທດຕ່າງໆ ໃນເອເຊັຍ ຕາເວັນອອກ ແລະ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຊຶ່ງທີ່ຜ່ານມາ ພະມ້າ ເຄີຍເປັນແຫລ່ງ ຜລິດຢາຝິ່ນ ແລະ ເຮໂຣອິນ ລາຍໃຫຍ່ຂອງໂລກ.
ທ່ານ Gary Lewis ເຈົ້າໜ້າທີ່ ຂັ້ນສູງ ຂອງ UNODC ປະຈຳຂົງເຂດ ເອເຊັຽ ຕາເວັນອອກ ແລະ ປາຊີຟິກ ກ່າວໃນຖແລງ ການວ່າ ໃນປັດຈຸບັນ ນີ້ ການຜລິດຢາບ້າ ໃນພະມ້າ ຢູ່ໃນ ຣະດັບສູງ ແລະ ຫນ້າເປັນຫວ່ງ ແລະກໍ່ເປັນບັນຫາ ທີ່ທ້າທາຍ ຕໍ່ການປາບປາມ ຂອງເຈົ້າຫນ້າທີ່ ຢາເສພຕິດ ເພາະສານເຄມີ ທີ່ເອົາມາໃຊ້ ໃນການຜລິດ ນັ້ນ ຫາໄດ້ ຢ່າງງ່າຍດາຍ. ແລະວ່າ ໃນຄນະຣັຖບານ ທະຫານພະມ້າ ພາກສ່ວນທີ່ ສໍ້ຣາສບັງຫລວງ ອາດມີການ ພົວພັນ ກັບການຄ້າ ຢາເສພຕິດ.
ສ່ວນທ່ານ Yury Fedotov ຜູ້ອຳນວຍການ ອົງການ UNODC ກໍກ່າວວ່າ ໃນປີ 2009 ຜ່ານມາ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ສາມາດ ຈັບຢາເສພຕິດ ປະເພດ Ketamine ທັງໝົດໄດ້ 6,900 ກິໂລກຣາມ ໃນເຂດ ເອເຊັຽ ຕາເວັນອອກ ແລະ ເອເຊັຽຕາເວັນ ອອກສ່ຽງໃຕ້ ຊຶ່ງເປັນຈຳນວນ ທີ່ເພີ່ມຂື້ນ ຈາກການຈັບໄດ້ ເມື່ອປີ 2008 ທີ່ມີທັງໝົດ 6,300 ກິໂລກຣາມ ແລະ ຈຳນວນ ເສພຢາຕິດ ທັງໝົດທີ່ວ່ານັ້ນ ເປັນອັດຕຣາ ສະເລັ່ຽເຖິງ 85% ຂອງ ຢາເສພຕິດ ທີ່ຈັບໄດ້ ຢູ່ໃນທົ່ວໂລກ.
ທີ່ເວົ້າມານັ້ນ ຄືການຄ້າ ຢາເສພຕິດ ປະເພດຢາບ້າ ຈາກ ສປປລາວ ໄປປະເທດໄທ ມີມາຢ່າງ ຕໍ່ເນື່ອງ ແລະ ເຈົ້າໜ້າທີ່ ຕຳຣວດໄທ ກໍຈັບຄົນລາວ ທີ່ລັກນຳ ຢາບ້າ ຂ້າມໄປນັ້ນ ໄດ້ຢູ່ຕລອດ ແລະ ປະເທດທີ່ ຜລິດຢາບ້າ ລາຍໃຫຍ່ ຢູ່ໃນໂລກ ກໍແມ່ນພະມ້າ ທີ່ຣັຖບານ ທະຫານ ເປັນຜູ້ປົກຄອງ.
