ໄຊຊະນະໃນອີຢິບ ຄືແບບຢ່າງແຫ່ງສັນຕິ

ໄຊຊະນະ ຂອງພວກ ປະທ້ວງໃນ Egypt ທີ່ສາມາດ ໂຄ່ນລົ້ມຜູ້ນໍາ ທີ່ປົກຄອງ ປະເທດແບບ ຜະເດັດການ ມາເຖິງ 30 ປີນັ້ນ ພາໃຫ້ ປະຊາຊົນ ໃນຫລາຍ ປະເທດ Arab ເຂົ້າໃຈວ່າ ຖ້າພວກຕົນ ສາມາດ ປຸ້ມລຸມກັນເຂົ້າ ເປັນກຸ່ມໃຫຍ່ ກໍມີທາງ ທີ່ຈະເຮັດໃຫ້ ຜູ້ນໍາປະເທດ ປະນິປະນອມ ຫລືຍອມຮັບ ເງື່ອນໄຂ ຂອງ ພວກຕົນໄດ້.

0:00 / 0:00

ກົດຟັງສຽງ

ການປະທ້ວງ ທີ່ໄດ້ແນວຄຶດ ມາຈາກ Egypt ບ່ອນຊຶ່ງ ປະຊາຊົນ ໄດ້ລຸກຮືຂຶ້ນ ໂຄ່ນລົ້ມຜູ້ນໍາ ໃນປະເທດ Egypt ແລະ Tunisia ນັ້ນ ໄດ້ແພ່ລາມ ອອກໄປຕື່ມ ໃນພາກ ຕາເວັນອອກກາງ ແລະທວີບ Africa ເໜືອ ເຖິງວ່າຣັຖບານ ຂອງປະເທດ ເຫລົ່ານັ້ນ ຈະຍອມຜ່ອນ ສັ້ນຜ່ອນຍາວ ໃຫ້ໃນດ້ານ ເສຖກິດການເມືອງ ແລ້ວກໍ່ຕາມ.

ມີຣາຍງານ ແຈ້ງໃຫ້ຊາບວ່າ ມີການປະທະກັນ ເກີດຂຶ້ນ ໃນປະເທດ Libya ຊຶ່ງອຸດົມສົມບູນ ໄປດ້ວຍນໍ້າມັນ ຕັ້ງຢູ່ຣະຫວ່າງ Egypt ແລະ Tunisia ໃນເວລາທີ່ມີ ການປະທ້ວງ ເກີດຂື້ນອີກໃໝ່ ໃນມື້ ວັນພຸດ ຜ່ານມາ ຢູ່ປະເທດ Bahrain, Yemen ແລະ Iran. ເຫດການເຫລົ່ານີ້ ພາໃຫ້ທ່ານ Bill Richardson ອະດີດທູຕ ສະຫະຣັຖ ປະຈຳອົງການ ສາຫະປະຊາຊາຕ ອອກຄວາມຄຶດ ເຫັນວ່າ

ທ່ານ Richardson ເວົ້າວ່າ ພວກຜູ້ນຳ ໃນພາກ ຕາເວັນອອກກາງ ຕ້ອງໃຫ້ຄວາມ ສຳຄັນ ແກ່ຂະບວນການ ປະຊາທິປະໄຕນີ້ ແລະເລີ້ມດຳເນີນ ການປະຕິຮູບ ທາງເສຖກິດ ການເມືອງ ຢ່າງເອົາຈິງ ເອົາຈັງ.

ໃນເມື່ອຊາວໜຸ່ມ ສາມາດຕິດຕາມ ເບິ່ງ ການລຸກຮື ຮຽກຮ້ອງເອົາ ປະຊາທິປະໄຕ ໃນປະເທດອື່ນ ທາງໂທຣະທັດ ຜ່ານດາວທຽມ ແລະທາງ internet ແລະ ສາມາດຕິດຕໍ່ ກັບພວກເຄື່ອນໄຫວ ທີ່ມີແນວ ຄິດຄືກັນ ທາງຣະບົບສື່ ສັງຄົມ ນັ້ນ ເປັນການຍາກ ທີ່ຕຳຣວດລັບ ຈະຄວບຄຸມໄດ້ ແລະ ຣັຖບານ ຂອງຫລາຍປະເທດ ໃນຂົງເຂດ ກໍມີເຫດຜົນ ທີ່ຈະຢ້ານແຜ່ລາມ ມາເຖິງ ປະເທດຕົນ.

ເມື່ອຄືນວັນອັງຄານ ຜ່ານມາ ຜູ້ເຫັນເຫດການ ແລະ ສື່ມວລຊົນທ້ອງຖິ່ນ ຣາຍງານວ່າ ຜູ້ຕໍ່ຕ້ານທ່ານ Muammar Gaddafi ຜູ້ນຳ Libya ມາແຕ່ປີ 1969 ຫລາຍຣ້ອຍຄົນ ປະທະ ກັບຕຳຣວດ ແລະ ຜູ້ສນັບສນູນ ຣັຖບານ ຢູ່ທີ່ເມືອງ Benghazi ໃນພາກຕາເວັນອອກ ຂອງປະເທດ.

ເຫດການປັ່ນປ່ວນ ສືບເນື່ອງມາຈາກ ການຈັບ ນັກເຄື່ອນໄຫວ ເພື່ອສິດທິມນຸດ ຊື່ວ່າ Fethi Tarbel ທີ່ເຄື່ອນໄຫວ ໃຫ້ປ່ອຍນັກໂທດ ການເມືອງ ເປັນອິສຣະ ຕາມຣາຍງານ ຂອງໜັງສືພິມ Quryna.
ພວກຕໍ່ຕ້ານທ່ານ Gaddafi ເຄືອຂ່າຍສັງຄົມ Facebook ເພື່ອຮຽກຮ້ອງ ໃຫ້ມີການ ປະທ້ວງ ທົ່ວປະເທດ ໃນມື້ວັນພະຫັດ. ນັກເຄື່ອວໄຫວ ເພື່ອສິດທິມນຸດ ອີກຜູ້ນຶ່ງເວົ້າວ່າ ເປັນໄປໄດ້ ທີ່ຣັຖບານ ຈະຍອມ ປະນີປະນອມ ໃຫ້ພວກປະທ້ວງ ແລະ ປ່ອຍສະມາຊິກ ຂອງອົງການ ຫົວຮຸນແຮງ ນຶ່ງ ທີ່ຣັຖບານ ຖືວ່າເປັນອົງການ ຜິດກົດໝາຍນັ້ນ 110 ຄົນ.

ໃນມື້ວັນພະຫັດ ຜູ້ສນັບສນູນ ທ່ານ Gaddafi ຫລາຍຮ້ອຍຄົນ ໄປຊຸມນຸມກັນ ແຕ່ມີຣາຍງານວ່າ ມີເຫດການ ປັ່ນປ່ວນເກີດຂຶ້ນ ຢູ່ຫລາຍແຫ່ງ ໃນຂນະທີ່ຝ່າຍ ຕໍ່ຕ້ານ ໃຫ້ມີການ ປະທ້ວງ ຣັຖບານນຶ່ງມື້.
ກ່ອນໜ້ານັ້ນ ໜັງສືພິມ Quryna ຂອງ Libya ຣາຍງານວ່າ ຫົວໜ້າຝ່າຍ ຮັກສາຄວາມປອດພັຍ ປະຈຳເຂດ ໄດ້ຖືກປົດ ອອກຈາກຕຳແໜ່ງ ຍ້ອນການຕາຍຂອງ ຊາຍໜຸ່ມ ສອງຄົນນັ້ນ.

ໃນປະເທດ Yemen ຜູ້ປະທ້ວງວັຍ 21 ປີ ເສັຍຊີວິຕ ຫລັງຈາກ ຖືກລູກປືນ ໃນເວລາມີການ ປະທະກັນ ຢາງຣ້າຍແຣງເກີດຂຶ້ນ ຣະຫວ່າງຕຳຣວດ ແລະພວກເດີນຂະບວນ ໃນເມືອງ Aden ຊຶ່ງເປັນທ່າເຮືອ ຢູ່ທາງພາກໃຕ້ ຂອງປະເທດ ໃນເວລາທີ່ການ ລຸກຮືຂຶ້ນ ກຳລັງແຜ່ລາມ ໄປຢູ່ນັນ ຕາມການເປີດເຜີຍ ຂອງພໍ່ຂອງຜູ້ຕາຍ.

ຢູ່ກຸງ Sanaa ເມືອງຫລວງແຫ່ງ Yemen ຜູ້ຕໍ່ຕ້ານຣັຖບານ ຢ່າງໜ້ອຍ 800 ຄົນ ເດີນຂະບວນຕໍ່ຕ້ານ ປະທານາທິບໍດີ Ali Abdullah Saleh ຊຶ່ງເປັນ ພັນທະມິຕ ຂອງສະຫະຣັຖ ໃນການຕໍ່ຕ້ານ Al Qaeda. ທ່ານ Saleh ຄອງອໍານາດມາໄດ້ ນານກວ່າ 30 ປີແລ້ວ ແລະ ໄດ້ໃຫ້ຄຳໝັ້ນ ສັນຍາ ວ່າ ທ່ານຈະອອກ ຈາກໜ້າທີ່ ເມື່ອໝົດກຳໜົດໃນປີ 2013 ແລະສເນີໃຫ້ ມີການເຈຣະຈາ ກັບພວກປະທ້ວງ ແຕ່ພວກປະທ້ວງ ຫົວຮຸນແຮງ ຫາກຕ້ອງການ ໃຫ້ທ່ານອອກ ໃນທັນທີໂລດ.

ໃນມື້ວັນພະຫັດ ຊຶ່ງເປັນມື້ທີ່ 7 ຂອງການປະທ້ວງ ພວກຕໍ່ຕ້ານ ຣັຖບານ ໄດ້ປະທະກັບ ພວກຈົ່ງຮັກພັກດີ ຕໍ່ຣັຖບານ ໃນກຸງ Sanaa. ພວກຢູ່ໃນເຫດການ ເວົ້າວ່າ ຕຳຣວດ ບໍ່ສາມາດ ຄວບຄຸມ ພວກປະທ້ວງໄດ້ ຈຶ່ງຖອຍກຳລັງ ອອກໄປ.

ໃນປະເທດ Iran ພວກສນັບສນູນ ແລະພວກຕໍ່ຕ້ານ ຣະບອບປົກຄອງ ແບບ Islam ຫົວຣຸນແຮງ ປະທະກັນໃນກຸງ Teheran ໃນເວລາແຫ່ສົບ ນັກສຶກສາ ຜູນຶ່ງ ທີ່ຖືກຍິງຕາຍ ໃນເວລາ ການຊຸມນຸມ ຕໍ່ຕ້ານຣັຖບານ ເມື່ອ 2-3 ມື້ຜ່ານມາ ສອງວັນກ່ອນນັ້ນ. ທັງຝ່າຍຣັຖບານ ແລະ ຝ່າຍພວກປະທ້ວງ ຕ່າງກໍອ້າງວ່າ ທ້າວ Sanee Zhaleh ເປັນຜູ້ເສັຍສະລະ ຄັ້ງຍິ່ງໃຫຍ່ ຂອງຕົນ ແລະຫາວ່າ ອີກຝ່າຍນຶ່ງ ເປັນຜູ້ຂ້າ.

ການຊຸມນຸມ ໃນມື້ວັນຈັນ ຜ່ານມາ ໃນກຸງ Teheran ແລະ ເມືອງອື່ນໆໃນ Iran ເປັນການຊຸມນຸມ ເທື່ອທຳອິດ ຈັດໂດຍກຸ່ມຂຽວ ເພື່ອປະຊາທິປະໄຕ ນັບຕັງແຕ່ກອງ ກຳລັງຣັກສາ ຄວາມສງົບ ໄດ້ປາບປາມ ການປະທ້ວງ ຄັ້ງໃຫຍ່ ຫລາຍເດືອນ ຫລັງຈາກທີ່ທ່ານ Mahmoud Ahmadinejad ໄດ້ຮັບເລືອກ ເປັນປະທານາທິບໍດີ ອີກເທື່ອໃໝ່ ແບບບໍ່ໂປ່ງໃສ ແລ້ວນັ້ນ.

ກ່ຽວກັບເຫດການ ໃນປະເທດ Iran madame Hillary Clinton ຣັຖມົນຕຣີ ການຕ່າງປະເທດ ສະຫະຣັຖ ເວົ້າວ່າ: ນາງເວົ້າວ່າ ພວກເຮົາ ສນັບສນູນ ສິດທິມະນຸດ ໂດຍທົ່ວໄປ ຂອງປະຊາຊົນ ຂາວຊາວ Iran. ເຂົາເຈົ້າຄວນໄດ້ ຮັບມີສິດທິ ຢ່າງດຽວ ຄືກັນກັບ ທີ່ປະຊາຊົນໃນ Egypt ກຳລັງຮຽກຮ້ອງ ເອົາຢູນີ້ ແລະ ທີ່ເປັນສິດທິ ໂດຍກຳເໜີດ ຂອງພວກເຂົາເຈົ້າ ໃນ Egypt.

ໃນປະເທດ Bahrain ພວກປະທ້ວງ ຫລັ່ງໄຫລໄປສູ່ ນະຄອນຫລວງ Manama ເພື່ອໄວ້ອາໄລ ແກ່ດວງວິນຍານ ຂອງເພື່ອນ ປະທ້ວງຜູ້ນຶ່ງ ທີ່ເສັຍຊີວິຕ ໃນການປະທະ ກັບກຳລັງ ຮັກສາຄວາມ ປອດພັຍ ໃນມື້ວັນອັງຄານ ຜ່ານມາ. Bahrain ເຄີຍມີການ ປະທ້ວງກ່ຽວກັບ ບັນຫາ ເສຖກິດ ການຂາດເສຣີພາບ ທາງການເມືອງ ແລະ ການແບ່ງແຍກ ນິກາຍສາສນາ ຣະຫວ່າງ ພວກຜູ້ນຳ ທີ່ເປັນ Sunni ແລະ ປະຊາຊົນ ສ່ວນຫລາຍ ທີ່ເປັນ Shi’ite. ພວກປະທ້ວງ ປະມານ 2 ພັນຄົນ ທີ່ຮຽກຣ້ອງ ໃຫ້ມີການປ່ຽນ ຣັຖບານນັ້ນ ພາກັນປັກຫລັກ ຢູ່ທາງແຍກສຳຄັນ ໃນກຸງ Manama ເພື່ອຮຽນແບບ ການຊຸມນຸມ ຢູ່ທີ່ຈະຕຸຣັດ Tahrir ໃນກຸງ Cairo ຊຶ່ງສາມາດ ໂຄ່ນລົ້ມທ່ານ Mubarak ມາແລ້ວນັ້ນ. ພວກປະທ້ວງ ຮຽກຮ້ອງ ໃຫ້ມີການ ປະຕິຮູບ ທາງການເມືອງ ຄັ້ງໃຫຍ່ ແລະ ບໍ່ຍອມຖອຍອອກ ຈາກສະຖານທີ່ສຳຄັນ ໃນເມືອງຫລວງ ເຮັດໃຫ້ກອງກຳລັງ ຮັກສາ ຄວາມປອດພັຍ ຕ້ອງຖອນອອກໄປ ເພື່ອຫລຸດຜ່ອນ ຄວາມເຄັ່ງຕຶງ ຫລັງຈາກທີ່ການ ປະທະກັນ ກ່ອນໜ້ານັ້ນ ໄດ້ເຮັດໃຫ້ມີ ຜູ້ເສັຍຊີວິຕ 2 ຄັນ ແລະ ໄດ້ຮັບບາດເຈັບ ຫລາຍສິບຄົນ.

ພວກປະທ້ວງ ຫລາຍພັນຄົນ ພາກັນນອນຢູ່ ທີ່ຈະຕຸຣັດ ໄຂ່ມຸກ ໃນໃຈກາງກຸງ Manama. ຄຳຮຽກຮ້ອງ ສຳຄັນ ສອງຢ່າງຂອງ ພວກປະທ້ວງ ຄືຢາກໃຫ້ ຣາຊວົງ ທີ່ນັບຖື ສາສນານິກາຍ Sunny ໃນ Bahrain ຄ່ອຍວາງມືຈາກ ໜ້າທີ່ການ ແລະ ການຕັດສິນໃຈ ສຳຄັນ ຂອງຣັຖບານ ແລະໃຫ້ແກ້ໄຂບັນຫາ ຕ່າງໆຂອງພວກ Shi’ite ຊຶ່ງເປັນຊົນ ສ່ວນຫລາຍ ໃນປະເທດ ທີ່ອ້າງວ່າພວກຕົນ ຖືກແບ່ງແຍກ ແລະກີດກັນ ບໍ່ໃຫ້ສາມາດ ຂຶ້ນວ່າໜ້າທີ່ການ ສຳຄັນ ໃນຣາຊການ ທະຫານ ແລະ ພົລເຮືອນ.

ປະມານ 3 ໂມງເຊົ້າ ຕາມເວລາໃນ ທ້ອງຖິ່ນ ກອງລາດຕາເວນ ແລະຣົຖຖັງຂອງ ກອງທັບ ເຂົ້າປິດລ້ອມກຸງ Manama ບຸກເຂົ້າປາບປາມ ພວກປະທ້ວງທີ່ ສ່ວນຫລາຍ ກຳລັງນອນຫລັບໄຫລ ຢູ່ນັ້ນ ໂດຍໃຊ້ໄມ້ຄອນ ແລະ ຣະເບີດນໍ້າຕາ ພ້ອມກັບ ມ້າງເພບ່ອນກັນບັງ ແລະ ສລາຍການປະທ້ວງ. ເຈົ້າໜ້າທີ່ການແພດ ເວົ້າວ່າ ມີຄົນເສັຍຊີວິຕ ຢ່າງໜ້ອຍ 3 ຄົນ. ຫລາຍຊົ່ວໂມງ ຫລັງຈາກນັ້ນ ກອງທັບ ກໍອອກປະກາດ ທາງໂທຣະທັດ ແຫ່ງຊາຕ ວ່າຄວບຄຸມ ນະຄອນຫລວງໄວ້ ໄດ້ແລ້ວ ແລະວ່າສັ່ງຫາມ ບໍ່ໃຫ້ມີການ ຊຸມນຸມ.

ການໃຊ້ກຳລັງ ປາບປາມພວກ ປະທ້ວງ ຢ່າງຮຸນແຮງ ເທື່ອນີ້ ພາໃຫ້ຣັຖບານ Bahrain ຖືກຕິຕຽນຢ່າງໜັກ ຈາກຫລາຍປະເທດ ແລະທ່ານ Ban Ki-Moon ເລຂາທິການ ສະຫະປະຊາຊາຕ ຮຽກຮ້ອງໃຫ້ຜູ້ນຳ Bahrain ເຊົາໃຊ້ກຳລັງ ປາບປາມພວກ ປະທ້ວງ ແລະວ່າ ຄວນນຳເອົາ ຜູ້ຮັບຜິດຊອບ ໃນການປາບປາມ ເທື່ອນີ້ມາ ດຳເນີນຄະດີ.

ທ່ານ Ban Ki-Moon ເວົ້າຕໍ່ໄປວ່າ ເຖິງວ່າສະຖານະການ ໃນແຕ່ລະປະເທດ ໃນພາກ ຕາເວັນອອກກາງ ແລະ Africa ເໜືອ ຈະບໍ່ຄືກັນເລີຍ ກໍ່ຕາມ ແຕ່ຄວາມຮຽກຮ້ອງ ຕ້ອງການ ຂອງພວກ ປະທ້ວງ ທີ່ສະແດງອອກ ມານັ້ນ ຫາກມີຫລາຍຢ່າງ ຄ້າຍຄືກັນ ຊຶ່ງກໍຄື ລຸກຂຶ້ນສູ້ ຮຽກຮ້ອງເອົາ ສິດອັນຊອບທັມ ຂອງພວກຕົນ ນັ້ນເອງ.