ສັມມະນາກອນ ຜູ້ລອດຊີວິດ
ຊີວິດ ຂອງ ສັມນາກອນ ຊຶ່ງນາຍທະຫານ ແລະ ຕໍາຣວດ ແຫ່ງຣາຊອານາຈັກ ລາວ ແຕ່ລະຄົນ ເປັນ ເລື່ອງທີ່ມັກ ຈະໄດ້ຍິນກັນ ມາແລ້ວ ຈາກຫລາຍໆຄົນ ຫລາຍຄັ້ງ ວ່າ ມີຄວາມທຸກ ຍາກລໍາບາກ ແສນສາຫັດ ຈົນແຕ່ລະຄົນ ຄິດວ່າ ຈະເອົາຊີວິດ ລອດມາບໍ່ໄດ້. ແຕ່ກໍມີຫລາຍຄົນ ທີ່ລອດມາໄດ້ ແລະ ກໍມີເລື່ອງ ມາເລົ່າສູ່ຟັງ ຈົນຮອດເທົ່າ ທຸກວັນນີ້. ໃນຈໍານວນ ຜູ້ທີ່ລອດ ມາໄດ້ນັ້ນ ກໍມີ ທ່ານ ບົວລອງ ຊິກໍາສະບາຍ ຮວມຢູ່ດ້ວຍ.