ເຫດພັຍພິບັດ ໃນຄັ້ງນີ້ ມີຜູ້ເສັຍຊີວິດ ສອງຄົນ ພ້ອມທັງ ເຮັດໃຫ້ ມີການອັດໂຮງຮຽນ ຫ້ອງການ ຣາຊການ ແລະ ຕລາດຫລັກຊັບ ນໍາອີກ. ລາຍງານ ຍັງໄດ້ ກ່າວອີກ ວ່າ ມີຜູຄົນ ໄດ້ຮັບບາດເຈັບ ກວ່າ 50 ຄົນ ກ່ອນທີ່ ລົມພະຍຸ ໃຕ້ຝຸ່ນ ຢາງມີຈະພັດຜ່ານໄປ ເກາະຍີ່ປຸ່ນ.
ປະຊາຊົນ ໄດ້ຖືກເຕືອນ ໃຫ້ລະມັດລະວັງ ຍ້ອນຝົນ ຍັງຕົກ ຢ່າງຕໍ່ເນື່ອງ ແລະ ອາດຈະ ກໍ່ໃຫ້ເກີດ ນໍ້າຖ້ວມໄດ້.
ມີສອງຄົນ ເສັຍຊີວິດ ຈາກ ລົມພະຍຸ ໃຕ້ຝຸ່ນ ຄັ້ງນີ້ ຜູ້ຍິງ ຜູ້ນຶ່ງ ຖືກສາຍໄຟຟ້າ ຂາດທັບ ຕອນທີ່ກໍາລັງ ຂີ່ຣົດຈັກຢູ່ ຜູ້ຊາຍ ອາວຸໂສ ຜູ້ນຶ່ງ ຖືກລົມແຮງພັດ ແລະ ຕາຍຈົມນໍ້າ ໃນໄຮ່ນາ.
ປະຊາຊົນກວ່າ 3,000 ຄົນ ໄດ້ຖືກຍົກຍ້າຍ ຈາກບ້ານເຮືອນ ໄປຢູ່ບ່ອນ ປອດພັຍ, ເຮືອຫາປາ ໄດ້ຖືກສັ່ງ ໃຫ້ເຂົ້າຝັ່ງ ເພື່ອຄວາມປອດພັຍ.
ຢາງມີແປວ່າ ດອກກຸຫລາບພາສາເກົາຫລີ ໄດ້ທະລົ່ມ ເຖິງພື້ນດິນ ເມື່ອວັນອາທິດ ທີ່ຜ່ານມາ ດ້ວຍຄວາມແຮງ ແລະ ຄວາມໄວ ຂອງລົມ ແທກໄດ້ 191 ກິໂລແມດ ຫລື 114 ໄມ ຕໍ່ຊົ່ວໂມງ.
ຖ້ຽວບິນ ພາຍໃນປະເທດ 116 ຖ້ຽວ ແລະ ນາໆຊາດ 35 ຖ້ຽວ ໄດ້ຖືກ ຍົກເລີກ. ນອກຈາກນີ້ ການເດີນທາງ ຣົດໄຟ ກໍຍັງໄດ້ ຖືກຢຸດ ຕລອດວັນ. ລົມພະຍຸ ໃຕ້ຝຸ່ນຢາງມີຈະພັດໄປ ຈີນ ໄປຕໍ່ໃສ່ ລົມພະຍຸ ໃຕ້ຝຸ່ນ ຮາຈຸພິດ ເປັນລົມ ໜ່ວຍທີ 14 ໃນປີນີ້. ແລ້ວກໍ ຈະຜ່ານໄປ ວຽດນາມ ຊຶ່ງໄດ້ເຮັດໃຫ້ ມີຜູ້ເສັຍຊີວິດ ແລ້ວ 17 ຄົນ ເມື່ອວັນພະຫັດ ທີ່ຜ່ານມານີ້.