ໃນກອງປະຊຸມ ສໄມສາມັນ ເທື່ອທີ 5 ຂອງສະພາ ແຫ່ງຊາດລາວຊຸດທີ 6 ທີ່ກຳລັງ ດຳເນີນ ຢູ່ນີ້ທ່ານໄຊສົມພອນພົມວິຫານຮອງປະທານ ສະພາແຫ່ງຊາດໄດ້ສເນີໃຫ້ຣັຖບານປັບປຸງ ຄ່າທຳນຽມ, ຄ່າບໍລິການແລະ ຈັດຕັ້ງ ປະຕິບັດ ກົດໝາຍ 2 ສະບັບໃຫ້ທັນ ໃນປີ 2008 ແລະ ປີ 2009 ທີ່ຈະມາເຖິງນີ້.
ປັບປຸງ ຄ່າ ທະນຽມ ແລະ ຄ່າ ບໍລິການ ໃຫ້ ທັນ ພາຍ ໃນ ວັນທີ 1 ຕຸລາ 2008 ນີ້ , ຈັດຕັ້ງປະຕິບັດ ກົດໝາຍວ່າ ດ້ວຍ ອາກອນ ມູນ ຄ່າ ເພີ້ມ ແລະ ກົດໝາຍວ່າ ດ້ວຍການ ບັນຊີ ໃຫ້ ທັນ ໃນ ວັນ ທີ 1 ເດືອນ 1 2009.
ທ່ານ ໄດ້ກ່າວເຖິງບັນຫາໝີ້ສິນອີກວ່າໃຫ້ໝ່ວຍງານທີ່ກ່ຽວຂ້ອງແກ້ໄຂບັນຫາໝີ້ສິນຕ່າງໆ, ພະຍາຍາມ ລຸດຜ່ອນແລະ ລົບລ້າງໜີ້ສິນເກົ່າທີ່ມີຢູ່ ໃຫ້ໝົດໄປ, ຊຳລະ ໜີ້ສິນທີ່ມີຢູ່ ໃຫ້ທັນ ຕາມກຳນົດ.
ແລະກໍໄດ້ເວົ້າເຖິງ ການປະຕິບັດ ລະບຽບການແລະ ກົດໝາຍຕໍ່ຜູ້ກະທຳຄວາມຜິດວ່າ:
" ປະຕິບັດ ລະບຽບ ການ ບັນຊີ ແຫ່ງ ລັດ ຢ່າງ ເຂັ້ມງວດ ປະຕິບັດ ມາດຕາການ ລົງ ໂທດ ຕາມ ກົດໝາຍ ຕໍ່ຜູ້ ທີ່ ມີ ພຶດຕິ ກຳ ບໍ່ຊື່ສັດ ລະ ເມີດ ລະບຽບການ ຈັດ ຊື້ ຫລື ລະບຽບ ການ ເງິນ ຕ່າງໆ ."
ພ້ອມກັນນັ້ນທ່ານຍັງໄດ້ກ່າວ ຊົມເຊີຍພະນັກງານ ອົງການກວດສອບ ແຫ່ງລັດ ໃນການເຄື່ອນໄຫວ ວຽກງານ ຂອງຕົນ ຕາມລະບຽບກົດໝາຍ ໃນການກວດສອບ ງົປມານ ປີ 2006–2007 ຜ່ານມາ.
ສະພາ ແຫ່ງຊາດ ວ່າໃນການກວດສອບ ງົປມານ ແຫ່ງລັດເຖິງວ່າການກວດສອບ ຈະໄດ້ພົບຄວາມຫຍຸ້ງຍາກແລະ ຂໍ້ຈຳກັດ ຫລາຍປະການ ກໍດີແຕ່ອົງການ ກວດສອບ ກໍໄດ້ປະຕິບັດງານ ຕາມຈັນຍາບັນແລະ ວິຊາການ ຂອງຕົນເປັນຢ່າງດີ.
