ພະນັກງານ ພາກຣັຖ ແລະ ພາກເອກກະຊົນ ຂອງລາວ ວ່າມີເຈົ້າໜ້າ ທີ່ຂັ້ນສູງ ປະປົນຢູ່ໃນການ ສໍ້ຣາສ-ບັງຫລວງ ໃນໂຄງການ ກໍ່ສ້າງໃຫຍ່ໆຕ່າງໆ ເຊັ່ນ ໂຄງ ການສ້າງເຂື່ອນ ສ້າງຖນົນຫົນທາງ ຢູ່ ສປປລາວ ແຕ່ກໍວ່າມີ ບໍ່ຫລາຍຍ້ອນວ່າ ມີຄະນະ ກັມມະການ ຄວບຄຸມ ຢ່າງເປັນທາງການ. ເຈົ້າໜ້າທີ່ແຂວງ ຄຳມ່ວນ ທ່ານນຶ່ງ ກ່າວກ່ຽວກັບ ເລື່ອງນີ້ວ່າ:
ໃນການກໍ່ສ້າງ ທີ່ບ້ານເຮົາ ໃນການ ຄໍຣັບຊັ້ນ ກໍມີບໍ່ຫລາຍ ບໍ່ມີຫລາຍ ເທົ່າໃດ ເວົ້າລວມແລ້ວຢູ່ ສປປລາວ ມີການຜ່ານ ຣະບົບຄຸ້ມຄອງ ການປະມູນ ມີການປະມູນ ມີການຕຽມ ຂໍ້ມູນ ມີຄະນະ ກັມມະການ ຄວບຄຸມ ເປັນທາງການ.
ທ່ານກ່າວ ຕໍ່ໄປວ່າ ສຳລັບບັນຫາ ການສໍ້ຣາສ-ບັງຫລວງ ໃນໂຄງການ ຕ່າງໆນັ້ນ ມີບໍ່ຫລາຍ ຄືທີ່ເວົ້າມາ ເພາະວ່າມີ ໜ່ວຍງານສະເພາະ ຕິດຕາມ ຂັ້ນຕອນຕ່າງໆ, ມີຄະນະຮັບ ຜິດຊອບ ໃນການປະມູນ ຂອງແຂວງ ຫລືຂອງສູນກາງ ຊຶ່ງການກໍ່ສ້າງ ໃນແຕ່ລະຄັ້ງ ຈະມີຣະບົບ ການປະມູນ ແລະຣະບົບການ ຕຽມການຕ່າງໆ ທີ່ຊັດເຈນ.
ແຕ່ເຖິງວ່າ ໃນປັດຈຸບັນ ສປປລາວ ຈະມີການ ຄວບຄຸມການ ສໍ້ຣາສ-ບັງຫລວງ ຢ່າງຮັດກຸມ ແລະມີກົດໝາຍ ທີ່ເຄັ່ງຄັດ ໃນການປະມູນ ໂຄງການຕ່າງໆນັ້ນ ແຕ່ການ ກຳຈັດບັນຫາ ການ ສໍ້ຣາສ-ບັງຫລວງ ນັ້ນກໍຍັງ ບໍ່ສມາດເຮັດ ໄດ້ຢ່າງຈິງຈັງ ແລະເດັດຂາດ ດັ່ງທ່ານດຽວ ກັນນີ້ເວົ້າວ່າ:
ບັນຫາການ ລົງເງິນໃສ່ ໂຄງການໄປແລ້ວ ກໍບໍ່ເອົາເງິນ ນັ້ນໄປເຮັດ ຕາມໂຄງການ ທີ່ມີຢູ່ໃນ ສັນຍານັ້ນ ເອົາເງິນໄປເຮັດ ແນວອື່ນ ແລະກໍບໍ່ມາ ຈ່າຍ ເຮັດໃຫ້ມີ ບັນຫາ ບາງເທື່ອຈ່າຍເງິນ ໃຫ້ກັມມະກອນ ກໍບໍ່ໄດ້ ບໍ່ມາດຳເນີນ ທຸຣະກິດຕໍ່ ເຮັດໃຫ້ ທຸຣະກິດນັ້ນ ເດີນບໍ່ໄດ້ ແບບລັກສະນະ ຄໍຣັບຊັນ.
ອົງການເພື່ອ ຄວາມໂປ່ງໃສ ສາກົນວ່າການ ສໍ້ຣາສ-ບັງຫລວງ ໃນໂຄງການ ຂະໜາດໃຫຍ່ຕ່າງໆ ເປັນອຸປສັກທີ່ ໜ້າຢ້ານກົວ ຕໍ່ການພັທນາ ທັງສຳລັບ ປະເທດທີ່ ພັທນາແລ້ວ ແລະ ປະເທດທີ່ ກຳລັງພັທນາ ຢູ່ໃນໂລກ ປັດຈຸບັນ.