ທາງຣົຖໄຟເຊື່ອມໂຍງ ລາວ-ຈີນ
2010.10.08
ເສັ້ນທາງຣົດໄຟ ໜອງຄາຍ-ທ່ານາແລ້ງ ຊຶ່ງຈະເຊື່ອມໂຍງກັບ ສາຍທາງຣົດໄຟ ລາວ-ຈີນ ໃນອະນາຄົດອັນໃກ້ໆນີ້
ກົດຟັງສຽງ
ກາຣສ້າງທາງຣົຖໄຟ ຈາກແຂວງຢຸນນານ (Yunnan) ທາງພາຄໃຕ້ ຂອງຈີນ ເຂົ້າຊາຍແດນລາວ ເຖິງນະຄອນຫລວງ ວຽງຈັນ ຈະເຣີ່ມຂຶ້ນ ໃນທ້າຍເດືອນຕຸລາ 2010 ນີ້ ແລະມີກຳໜົດສ້າງ ໃຫ້ແລ້ວສຳເຣັຈ ໃນປີ 2015 ຊຶ່ງເປັນສ່ວນໜຶ່ງ ຂອງໂຄງກາຣສ້າງ ທາງຣົຖໄຟເຊື່ອມ ຈີນ-ລາວ ແລະ ອາຊ໊ຽນ. ອີງຕາມກາຣຣາຍງານ ຂອງອົງກາຣຂ່າວ ຊິນຮວ໋າ (Xinhua) ແລະເອພີ (AP) ທີ່ໄດ້ຮັບກາຣຢືນຢັນ ຈາກທາງກາຣຂ່າວສາຣ ປະເທສລາວ ໃນມື້ວັນທີ່ 8 ຕຸລານີ້.
ໃນຣະຫວ່າງການ ຢ້ຽມຢາມ ສປປລາວ ຢ່າງເປັນທາງກາຣ ໃນມື້ວັນທີ່ 4 ຕຸລາ ນີ້ນັ້ນ ທ່ານ ຫລີ໊ວຈີ໊ຈຸ໊ນ ຣັຖມົນຕຣີ ກະຊວງກາຣຣົຖໄຟ ຈີນ ໄດ້ລົງນາມ ໃນຂໍ້ສັນຍາ ວ່າດ້ວຍຄວາມເຂົ້າໃຈ ຮ່ວມກັບທ່ານ ສົມມາດ ພົນເສນາ ຣັຖມົນຕຣີກະຊວງ ໂຍທາທິກາຣແລະຂົນສົ່ງ ຂອງລາວ ຫລາຍສະບັບ ຊຶ່ງກໍຮວມທັງ ໂຄງກາຣສ້າງທາງຣົຖໄຟ ຂ້າມຊາຍແດນ ລາວ-ຈີນ ດັ່ງກ່າວ ແລະກໍເປັນກາຣປະຕິບັຕ ຕາມຂໍ້ສັນຍາ ຂອງທັງສອງປະເທສ ທີ່ໄດ້ຕົກລົງ ກັນ ແຕ່ຕົ້ນປີ 2010 ນີ້ມາ.
ໂຄງກາຣສ້າງທາງຣົຖໄຟ ສາຍໃໝ່ ຂອງລາວນີ້ ຈະເຣີ່ມຈາກເມືອງ ຈິ໋ງຫົງ (Jinhong) ຊຶ່ງເປັນເມືອງເອກ ຂອງເຂຕມົນທົນ "ສິບສອງພັນນາ" ທີ່ເປັນເຂຕປົກຄອງ ຕົນເອງ ຢູ່ໃນແຂວງ ຢຸນນານຂອງຈີນ ຜ່ານເມືອງບໍ່ເຕັນ ເມືອງໄຊ ແຂວງອຸດົມໄຊ ແຂວງ ຫລວງພຣະບາງ ວັງວຽງ ກ່ອນທີ່ຈະເຖິງ ນະຄອນຫລວງ ວຽງຈັນ ໂດຽມີຣະຍະທາງ ທັງໝົດ 530 ກິໂລແມ໊ຕ ແລະຈະຕ້ອງໄດ້ມີ ກາຣກູ້ຢືມເງິນ ສຳລັບກາຣກໍ່ສ້າງ ທັງໝົດປະມານ 4 ຕື້ (4,000 ລ້ານ) ດອລລາຣ໌ ສະຫະຣັຖ.
ຢ່າງໃດກໍຕາມ ທາງຣົຖໄຟ ຈີນ-ລາວ ສາຍດັ່ງກ່າວ ເປັນພາຄສ່ວນ ຂອງໂຄງກາຣເຊື່ອມໂຍງ ທາງຣົຖໄຟຂອງລາວ ກັບປະເທສເພື່ອນບ້ານ ໃກ້ຄຽງ ຊຶ່ງກໍຮວມທັງໄທຽ ວຽຕນາມ ແລະກັມພູຊາ.









