ຊາວບ້ານຫຼາຍ 100 ຄອບຄົວ ຢູ່ບ້ານລະວີ ເມືອງລະມາມ ແຂວງເຊກອງ ໄດ້ຮັບຜົນກະທົບ ຈາກການຜະລິດຖ່ານຂາວ ຂອງໂຮງງານຈີນ ທີ່ເກິດຈາກ ຄວັນໄຟ, ຂີ້ຝຸ່ນ ພັດປິວເຂົ້າເຮືອນ ກິ່ນເໝັນຂິວໄປທົ່ວບໍລິເວນ ກະທົບຕໍ່ການ ດຳລົງຊີວິດຢ່າງໜັກ.
ນອກຈາກນີ້ ການຜະລິດຖ່ານຂາວ ຂອງໂຮງງານຈີນ ຍັງສຽງດັງລົບກວນຊາວບ້ານ ເນື່ອງຈາກ ໂຮງງານດັງກ່າວ ແມ່ນຜະລິດຖ່ານຂາວ ທັງກາງເວັນ ແລະກາງຄືນ ບໍ່ໄດ້ມີຮອດມື້ພັກເຊາ
ຊາວບ້ານທີ່ໄດ້ຮັບຜົນກະທົບ ຮຽກຮ້ອງໃຫ້ທາງການແຂວງເຊກອງ ລົງພື້ນທີ່ກວດກາຜົນກະທົບຕໍ່ສັງຄົມ ແລະໃຫ້ຍົກຍ້າຍໂຮງງານດັງກ່າວອອກຈາກເຂດຊຸມຊົນ ເພື່ອຫຼຸດ ຜ່ອນກະທົບທີ່ເກິດຂຶ້ນ
ສຽງຊາວບ້ານ ຜູ້ໄດ້ຮັບຜົນກະທົບ ຈາກການຜະລິດຖ່ານຂາວ ເມືອງລະມາມ ແຂວງເຊກອງ
ຈີນເຮັດຖ່ານຂາວ ຖ່ານໄມ້ຕິ້ວ ຈູດຢູ່ກັບບ້ານຄົນເລີຍ ຢູ່ໃກ້ກັນບໍ່ພໍ 50 ແມັດ ຮອດຍາມກາງຄືນນີ້ຫຍຸ່ງຍາກ ເຂົາຮ້ອງຮຽນກັນຢູ່ໃຫ້ຍ້າຍແລ້ວ ປີກາຍ ປີ 2024-2025 ຫັ້ນນ່າ ແລ້ວມັນເປິດໃໝ່ອີກບາກນີ້
ກ່ຽວກັບເລື່ອງນີ້ ວິທຍຸເອເຊັຍເສລີ ພະຍາຍາມຕິດຕໍ່ໄປຫາທາງການແຂວງເຊກອງ ເພື່ອສອບຖາມລາຍລະອຽດ ກ່ຽວກັບຜົນກະທົບ ແລະແນວທາງແກ້ໄຂບັນຫາ ແຕ່ບໍ່ສາມາດຕິດຕໍ່ເຈົ້າໜ້າທີ່ພາກສ່ວນກ່ຽວຂ້ອງໄດ້
ອິງຕາມລາຍງານຂອງລັດຖະບານລາວ ລະບຸວ່າເຂດບ້ານລະວີ ແລະບ້ານຈະວິກ ເມືອງລະມານ ແຂວງເຊກອງ ໄດ້ມີໂຮງງານຖ່ານຂາວຊີນຢວນ ຂອງນັກລົງທຶນຈີນ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 23 ທັນວາ 2024 ຊິ່ງມີເປົ້າໝາຍທີ່ຈະຜະລິດຖ່ານຂາວ ເພື່ອສົ່ງອອກ ໂດຍນໍາໃຊ້ປະເພດໄມ້ຕິ້ວຈາກທຳມະຊາດ ແລະການປູກຂອງປະຊາຊົນພາຍໃນແຂວງເຊກອງ
