ຮອງ ກົງສູນອັງກິດ ໄປຢ້ຽມ ຜູ້ຕ້ອງຫາ

ທາງການລາວ ອານຸຍາດ ໃຫ້ຜູ້ຮອງ ກົງສູນອັງກິດ ເຂົ້າຢ້ຽມຢາມ ນາງສາວ Samantha Orobator ຍິງຊາວອັງກິດ ຖືພາລູກທີ່ຖືກຄຸກ ຢູ່ ນະຄອນຫລວງ ວຽງຈັນ.

0:00 / 0:00

ຕາມການເປີດເຜີຽ ຂອງໂຄສົກ ປະຈໍາ ສະຖານທູດ ອັງກິດ ທີ່ບາງກອກ ປະເທດໄທ ຕໍ່ນັກຂ່າວ CNN ໃນວັນພຸດນີ້. ໃນເວລາໄປ ຢ້ຽມຢາມ ນາງສາວ Orobator ຢູ່ໃນຄຸກ ໂພນຕ້ອງນັ້ນ ທາງກົງສູນ ໄດ້ເອົາທ່ານໝໍ ຄົນນື່ງຕິດຕາມ ໄປນໍາດ້ວຍ ເພື່ອກວດສອບ ສຸຂພາບ ຂອງນາງ ແຕ່ວ່າ ຮອງກົງສູນ ແລະທ່ານໝໍ ບໍ່ໄດ້ເປີດເຜີຽ ລາຍລະອຽດ ກ່ຽວກັບການ ກວດສອບທາງແພດ ເພາະວ່າຕ້ອງ ປົກປັກຮັກສາ ເຣື້ອງສວ່ນຕົວ ຂອງນາງໄວ້. ນາງສາວ Orobator ຖືກທາງການລາວ ຈັບໃສ່ຄຸກ ຕັ້ງແຕ່ ເດືອນສິງຫາ ປີ 2008 ຜ່ານມາໃນຂໍ້ຫາ ວ່າມີ ຢາເສບຕິດ ປະເພດ ເຮໂຣອີນ ໃນຄອບຄອງ ຫລາຍກ່ວາເຄິ່ງ ກິໂລກຣາມ.

ການທີ່ມີ ຢາເສບຕິດ ປະເພດ ເຮໂຣອີນ ຫລາຍກ່ວາເຄິ່ງ ກິໂລກຣາມ ຂື້ນໄປ ຖ້າຕັດສີນວ່າ ມີຄວາມຜິດ ແທ້ນັ້ນ ຈະຕ້ອງຖືກໂທດ ປະຫານຊີວິດ, ແຕ່ວ່າ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ຂອງລາວ ກ່າວໃນວັນ ອັງຄານ ຜ່ານມາວ່າ ນາງສາວ Orobator ຄົງຈະຫວິດ ຈາກໂທດ ປະຫານຊີວິດ ຍ້ອນວ່າກົດໝາຍ ໃນລາວ
ຫ້າມລົງໂທດ ປະຫານຊີວິດ ນັກໂທດຜູ້ຍິງ ຖືພາລູກ ແລະ ອີກຢ່າງນື່ງ ສປປລາວ ເຄີຽລົງໂທດ ປະຫານຊີວິດ ນັກໂທດຄັ້ງດຽວ ເມື່ອປີ 1990.

ການດໍາເນີນ ຕັດສີນຄະດີ ນາງ Orobator ຄາດວ່າ ຈະມີຂື້ນໃນ ສັປດາໜ້ານີ້ ເນື່ອງຈາກວ່າ ໃນລະຍະນີ້ ນາງ Orobator ບໍ່ທັນມີ ທະນາຍຄວາມ ເປັນຜູ້ຕາງ ໜ້າເທື່ອ. ເຈົ້າໜ້າທີ່ ທາງການລາວໄດ້ ບອກກັບ ຮອງກົງສູນ ອັງກິດ ວ່າຈະຈັດຫາ ທະນາຍຄວາມ ໃຫ້ນາງ Orobator, ແລະໂຄສົກ ປະຈໍາ ສະຖານທູດ ອັງກິດ ເວົ້າວ່າ ທະນາຍຄວາມ ນັ້ນຈະແມ່ນ ທະນາຍຄວາມ ຈາກ ປະເທດລາວ.

ເຈົ້າໜ້າທີ່ ອົງການ Repreive ຊື່ງເປັນ ອົງການກຸສົນ ໃຫ້ບໍຣິການ ດ້ານກົດໝາຍ ທີ່ມີສູນກາງ ຢູ່ ປະເທດອັງກິດ ກ່າວວ່າ ມັນເປັນຂອງ ທັມມະດາ ຢູ່ໃນຣະບົບ ສານຍຸຕິທັມ ຂອງລາວ ຜູ້ຕ້ອງຫາ ຈະສາມາດມີ ທະນາຍຄວາມ ຕາງໜ້າ ກ່ອນການດໍາເນີນ ຄະດີພຽງ ສອງ-ສາມ ວັນເທົ່ານັ້ນ. ອົງການ Repreive ວ່າ ນາງ Orobator ບໍ່ໄດ້ພົບກັບ ທະນາຍຄວາມ ນັບຕັ້ງແຕ່ລາວ ຖືກຈັບ ໃນວັນທີ 5 ສິງຫາ ປີ 2008.

ທະນາຍຄວາມ ຂອງອົງການ reprieve ຍານາງ Anna Morris ທີ່ເດີນທາງໄປ ພົບກັບນາງ Orobator ຖືກທາງການລາວ ປະຕິເສດ ບໍ່ໃຫ້ພົບ. ລາຍງານວ່າ ເຈົ້າໜ້າທີ່ ກະຊວງການ ຕ່າງປະເທດ ຂອງອັງກິດ ມີແຜນຈະພົບ ກັບຮອງນາຍຍົກ ຣັຖມົນຕຣີ ຂອງລາວ ໃນວັນ ພຣະຫັດ ນີ້ແລະຈະຍົກ ເຣື້ອງນີ້ ຂື້ນມາເວົ້າ.

ທາງການລາວ ຢືນຢັນວ່າ ນາງ Orobator ຖືພາລູກໄດ້ 5 ເດືອນແລ້ວ ແລະວ່າ ທາງການລາວ ໄດ້ສືບສວນ ການຖືພາລູກ ຂອງນາງ Orobator ຢູ່.

ຂ່າວລ້າສຸດ ແຈ້ງວ່າ ແມ່ຂອງນາງ Orobator ຈະເດີນທາງຈາກ ປະເທດອັງກິດ ເພື່ອໄປພົບ ລູກສາວຂອງລາວ ຢູ່ທີ່ ປະເທດລາວ ໃນໄວໆນີ້.