ຈີນ ຍັງສົນໃຈ ບໍ່ຄຳ ແຂວງເຊກອງ

ບໍຣິສັທຈີນ ຍັງສົນໃຈໃນ ກາຣລົງທຶນໂຄງກາຣ ຂຸດຄົ້ນບໍ່ຄຳ ໃນແຂວງເຊກອງ

0:00 / 0:00

ເຖີງແມ່ນສະພາວະ ເສຖກິຈ ຈະຕົກຕໍ່າໃນ ທົ່ວໂລກກໍຕາມ ແຕ່ກາຣລົງທຶນ ດ້ານບໍ່ແຮ່ ໃນລາວ ຍັງປາກົດມີ ແນວໂນ້ມເຕີບໂຕ ມາຢ່າງຕໍ່ເນື່ອງ ດັ່ງຈະເຫັນໄດ້ ຈາກ ກາຣລົງທຶນ ຂອງບໍຣິສັທ ຈາກ ສປຈີນ ທີ່ຍັງໃຫ້ຄວາມ ສົນໃຈດ້ານກາຣ ຮັບສັມປະທານ ຂຸດຄົ້ນບໍ່ຄໍາ ໃນແຂວງເຊກອງ ດັ່ງທ່ານສີດາ ສຸວັນນາສາຍ ຫົວໜ້າຫ້ອງ ກາຣພລັງງານ ແລະບໍ່ແຮ່ ປະຈຳແຂວງ ໄດ້ກ່າວວ່າ:

”ຂຍາຍຕົວມາ ສ່ວນຫລາຍຈີນຢາກ ເຂົ້າມາຫລາຍກວ່າ ໝູ່ດຽວນີ້ເຂົ້າ ບໍ່ທອງແລະ ບໍ່ຖ່ານຫີນ ຂໍມາຢູ່ຝາກ ກະຫລືມນີ້ ຂໍມາຢູ່ ບັກຫລາຍໆ”

ເຈົ້າໜ້າທີ່ລາວ ທ່ານນີ້ໄດ້ແຈ້ງ ເພີ່ມວ່າ: ເທົ່າປັຈຈຸບັນ ນີ້ບໍຣິສັທ ຕ່າງໆບໍ່ຕໍ່າ ກວ່າ 3 ບໍຣິສັທ ດ້ວຍກັນ ຈາກ ສປຈີນ ທີ່ສົນໃຈເຂົ້າ ມາຂໍສັມປະທານ ຂຸດຄົ້ນບໍ່ແຮ່ຄຳ ໃນເຂຕ ເມືອງກະຫລືມ ແລະບໍ່ແຮ່ເຫລັກ ທີ່ເຂຕເມືອດັກຈືງ ທີ່ມີຮວມ ທັງໝົດ 8 ໂຄງກາຣ ດ້ວຍກັນ ແລະມີກາຣເຣີ່ມ ດຳເນີນກາຣກວດ ວິຈັຍເບີ່ງຄວາມ ໜາແໜ້ນ ແລະປະຣິມານ ຂອງແຮ່ທາຕ ອື່ນໆນຳດ້ວຍ ເພື່ອຕຣຽມກາຣ ຂຸດຄົ້ນໃນອັນ ດັບຕໍ່ໄປ ດັ່ງທີ່ທ່ານໄດ້ ໃຫ້ກາຣອະທິບາຍ ອີກວ່າ:

“ກະວ່າທາງ ບໍຣິສັທຈະ ສາມາດສຳຣວຈ ໄດ້ໃນປີໜື່ງ ກໍໂອເຄ ກະປະຣິມານ ໄດ້ແລ້ວກໍສເນີ ໃຫ້ຣັຖບາລ ຂໍອະນຸຍາຕ ຂຸດຄົ້ນແລ້ວກໍ ໄດ້ຕີຣາຄາ ແລ້ວໃນ 2009- 2010 ກໍຕີຣາຄາ ຂຸດຄົ້ນໄດ້ແລ້ວ”

ທ່ານສີດາ ໄດ້ແຈ້ງເພີ່ມວ່າ: ທາງຫ້ອງກາຣຂອງ ທ່ານຍັງໃຫ້ ສັມປະທານແກ່ ບໍຣິສັທຊີມັງລາວ ເພື່ອຂຸດຄົ້ນແຮ່ ຖ່ານຫີນທີ່ ກຳລັງມີກາຣ ສຳຣວຈພື້ນທີ່ ເຊັ່ນກັນ ແລະ ສ່ວນຫລາຍກໍແມ່ນ ບັນດາ ບໍຣິສັທຕ່າງໆ ຈາກປະເທສຈີນ ທີ່ແຫ່ມາໃຫ້ ຄວາມສົນໃຈຫລາຍ ໃນປັຈຈຸບນີ້.