ຄວາມແຫ້ງແລ້ງ ວຽດນາມເຝົ້າຣະວັງ ໄຟໃໝ້ປ່າ

ພັຍແຫ້ງແລ້ງ ເຮັດໃຫ້ວຽດນາມ ອອກມາຕການ ລະວັງ ໄຟໃໝ້ປ່າ.

0:00 / 0:00

ຫ້ອງການ ປົກປັກຮັກສາ ປ່າໄມ້ ຂອງວຽດນາມ ໃນທົ່ວປະເທດໄດ້ ປະກາດ ມາຕການ ລະມັດລະວັງ ໄຟໃໝ້ປ່າ ລະດັບສີແດງ ໃນຂະນະທີ່ ເກີດໄພແຫ້ງແລ້ງ ຂື້ນຢູ່ໃນ ແມ່ນໍ້າແດງ ໃນພາກເໜືອ ປະເທດວຽດນາມ ແລະນໍ້າເຄັມ ຈາກທະເລ ໄດ້ຍູ້ເຂົ້າໄປ ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ.

ຕາມລາຍງານຈາກ ປະເທດວຽດນາມ ທີ່ອ້າງຕາມ ການເປີດເຜີຽ ຂອງຫົວໜ້າກົມ ປົກປ້ອງປ່າໄມ້ ທ່ານ Cong Tuan. ລາຍງານວ່າ ເຫດການໄຟໃໝ້ປ່າ 8 ແຫ່ງ
ໄດ້ເກີດຂື້ນ ໃນລະຍະ ບຸນປີໃໝ່ ເຕັດ ຮ່ວມທັງປ່າ ຮວງລຽນ ແຂວງລາວກາຍ ແລະແຂວງ ລາຍຈໍ. ທ່ານ Tuan ວ່າ ການເອົາມາຕການ ລະມັດລະວັງ ລະດັບສູງສຸດ ແມ່ນສໍາລັບ ປ່າໄມ້ຢູ່ໃນ 7 ແຂວງ ຮ່ວມທັງ ແຂວງກຽນກຽງ ກາເມົາ ແລະອານກຽງ ຢູ່ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ, ແຂວງ ກອນຕຸມ ເກັຽຫລາຍ ແລະລໍາດົງ
ໃນພາກກາງ, ແລະແຂວງຊົນລາ ໃນພາກເໜືອ.

ທ່ານ ຕວນກ່າວວ່າ ສາເຫດ ທີ່ພາໃຫ້ເກີດ ສະພາບແຫ້ງແລ້ງ ແມ່ນເກີດມາຈາກ ອາກາດແຫ້ງ El Nino ທີ່ເຮັດໃຫ້ ອຸນຫະພູມ ເພີ້ມຂື້ນ 2-3 ອົງສາແຊນຊຽດ ສູງກ່ວາ ປົກກະຕິ. ນອກນັ້ນກໍຍ້ອນ ລະດູຝົນຕົກ ມັນສັ້ນ ແລະລະດູແຫ້ງແລ້ງ ໃນປີນີ້ກໍມາໄວ ກ່ວາປົກກະຕິ. ລາຍງານວ່າ ລະດັບແມ່ນໍ້າແດງ ໃນພາກເໜືອ ວັດແທກໄດ້ 10cm ເທົ່ານັ້ນ ໃນວັນທີ່ 21 ກຸມພາ ຜ່ານມາ ແລະ ໃນສັປດາໜ້ານີ້ ຈະບົກລົງ ຕື່ມອີກ. ເມື່ອປີ 2009 ລະດັບນໍ້າ ໃນແມ່ນໍ້າແດງ ຕໍ່າສຸດ ວັດແທກໄດ້ 70 ເຊັນ. ລະດັບ ແມ່ນໍ້າແດງ ໄດ້ເພີ້ມຂື້ນ ປະມານ 1 ແມັດ ເມື່ອສອງສາມວັນ ຜ່ານມາ ຍ້ອນວ່າ ເຂື່ອນກັ້ນນໍ້າ ໃນຕອນເໜືອ ໄດ້ເປັ່ງນໍ້າ ລົງມາໃຫ້ ສໍາລັບການ ຊົລປະທານ.

ຖ້າຫາກວ່າ ເຂື່ອນທາງພາກເໜືອ ຫາກບໍ່ປ່ອຍ ນໍ້າລົງມາ ແມ່ນໍ້າແດງ ກໍຈະແຫ້ງແລ້ງ ຕລອດຮອດກາງ ເດືອນ ມິນາ. ທົ່ງໄຮ່ທົ່ງນາ ໃນແຂວງ ວິນຟຸກ 7,000 ເຮັກຕາກ່ວາໆ ຂາດນໍ້າເຮັດນາ. ຢູ່ໃນເຂດ ສາມຫລ່ຽມ ແມ່ນໍ້າຂອງ ນັ້ນ ນໍ້າທະເລໄດ້ ຍູ້ເຂົ້າມາ ທາງໃນ 30 km ຢູ່ໃນແຂວງ ເບັນເຈ.