ການດູດ ຊາຍ ໃນນໍ້າຂອງ ສົ່ງຜົນກະທົບ ສິ່ງແວດລ້ອມ

ການດູດ ແຮ່-ຊາຍ ໃນລຳແມ່ນ້ຳຂອງ ສົ່ງຜົນກະທົບ ໃສ່ສະພາບແວດລ້ອມ, ລະບົບນິເວດ ແລະ ການດຳລົງຊີວິດ ຂອງປະຊາຊົນ ຜູ້ອາໃສຢູ່ຕາມ 2 ແຄມແມ່ນ້ຳຂອງ ນັບມື້ນັບໜັກນ່ວງ.

ການ​ດູດ ​ແຮ່-ຊາຍ​ໃນ​ລຳ​ແມ່ນ້ຳຂອງກາຍ​ເປັນ​ທຸຣະ​ກິດນຶ່ງທີ່​ເຮັດ​ໃຫ້ ​ເກີດ​ມີ​ຜົນ​ກະທົບ ​ຕໍ່ສະພາບ​ແວດ​ລ້ອມ​ເຊັ່ນທຳລາຍ ​ທີ່ຢູ່​ອາ​ໃສ​ ຂອງ​ສັດ​ນ້ຳ​ເປັນຕົ້ນ ​ແມ່ນ​ປານ້ຳຂອງ. ​ເຮັດ​ໃຫ້ຣະບົບນິ​ເວດມີການ​ປ່ຽນ​ແປງ​ເຊັ່ນ​ເຮັດ​ໃຫ້​ສາຍ​ນ້ຳຂຸ່ນ,​ ຕື້ນຂື້ນ. ​ເຮັດ​ໃຫ້​ແຮ່-ຊາຍ​ໄປ​ກະທົບໃສ່​ ເວີນ​ວັງທີ່​ເປັນ​ບ່ອນຢູ່ອາ​ໃສ​ແລະ ​ບ່ອນ​ຂະຫຍາຍ​ພັນຂອງ​ຝູງ​ປາ​ ທັງຫລາຍ​ແລະ​ ຖ້າ​ຫາກວ່າ​ແຫ​ລ່ງສຳ​ປະທານ ​ດູດ​ແຮ່-ຊາຍ​ນັ້ນຫາກ​ຢູ່​​ໃກ້​ຊຸມ​ຊົນຫລື​ແປວ​ນ້ຳ ທຳ​ມາ​ຫາ​ກິນກໍ​ຍິ່ງສ້າງ​ຜົນ​ກະທົບ ​ໃຫ້​ປະຊາຊົນທີ່ຢູ່ສອງ​ຟາກ​ຝັ່ງ​ແມ່ນ້ຳຂອງນັ້ນ - ຕາມ​ການ​ເປີດ​ເຜີຍຂອງ​ນັກວິຊາການຂອງ​ຫ້ອງການ​ ຊັບພະຍາກອນ ​ແຫ​ລ່ງນ້ຳຂອງ​ລາວ ​ທ່ານ​ນຶ່ງຕໍ່ສື່​ມວນ​ຊົນ​ທ້ອງ​​ຖິ່ນ ເມືອ​ສັບປະດາ ​ທີ່​ຜ່ານ​ມາ.

ແລະ​ ຈາກ​ຂໍ້​ມູນຂອງ​ຫ້ອງການ​ ຊັບພະຍາກອນ​ແຫ​ລາງ​ນ້ຳ​ແລະ ​ສິ່ງ​ແວດ​ລ້ອມບອກ​ໃຫ້​ຮູ້​ຕື່ມ​ອີກ​ວ່າຈາກ​ການ​ກວດກາ​ແລະ ​ການ​ປະ​ເມີນ​ຜົນ​ໃນ​ທຸກໆ​ ໂຄງການພໍ​ສະຫລຸບ​ໄດ້​ວ່າການ​ດູດ​ແຮ່-ຊາຍ​ໃນ​ລຳ​ແມ່ນ້ຳຂອງ​ນັ້ນມີ​ທັງ​ອັນ​ດີ​ແລະ​ ອັນບໍ່ດີ.

ແຕ່​ຖ້າ​ຫາກ​ວ່າ​ແຫ​ລ່ງສຳ​ປະທານ ​ດູດ​ແຮ່-ຊາຍ​ນັ້ນຢູ່​​ໃກ້​ຊຸມ​ຊົນ ​ເກີນ​ໄປ​ແມ່ນ​ມີ​ທັງຜົນ​ກະທົບ ຕໍ່ສະພາບ​ແວດ​ລ້ອມ​ແລະ ​ຕໍ່ການ​ດຳລົງ​ຊີວິດ ​ຂອງ​ປະຊາຊົນຫລາຍ​ກວ່າ, ​ເຮັດ​ໃຫ້​ນ້ຳພັດ​ເຊາະ​ເຈາະ​ໃຫ້ ​ຕາຝັ່ງ​ເຈື່ອນ​ເພພັງ, ​ແມ່ນ້ຳຂອງ​ ບາງ​ແຫ່ງ​ເຖິງ​ຍາມ​ແລ້ງກໍ​ຕື້ນ​ເຂີນຈົນ​ສາມາດ ​ຍ່າງ​ຂ້າມ​ໄປ-ມາ​ໄດ້. ​ຢູ່​ຫລາຍບ່ອນກໍ​ມີດອນ​ຫາດ​ຊາຍ ​ເລັກໆນ້ອຍໆປາກົດ​ຂື້ນຊຶ່ງ​​ເຮັດ​ໃຫ້​ເກີດ ​ຜົນ​ກະທົບ ​ຫລາຍ​ຢ່າງຕໍ່ການ​ດຳລົງ​ຊີວິດ ​ຂອງ​ປະຊາຊົນທີ່​ອາ​ໃສ​ຢູ່​ຕາມ ແຄມ​ຝັ່ງ​ແມ່ນ້ຳຂອງ.