ບັນຫາຄວັນໄຟຈາກການຈູດປ່າເຮັດໄຮ່ ໃນແຂວງບໍ່ແກ້ວ ເຮັດໃຫ້ອາກາດເສັຍ ແລະປະຊາຊົນຫາຍໃຈ ເອົາອາກາດທີ່ເປັນພິດ ເຂົ້າໄປ ໃນປອດ, ໂດຍສະເພາະ ເດັກນ້ອຍ ເຣີ້ມມີອາການບໍ່ສະບາຍ ແລະ ເປັນໂຣກທາງເດີນຫາຍໃຈ, ອີງຕາມຄໍາເວົ້າຂອງຍານາງ ເພັງແກ້ວຈຸດີ, ເຈົ້າໜ້າທີ່ ໂຮງໝໍ ແຂວງບໍ່ແກ້ວ.
“ ມີ ມີ ຫລາຍ ຢູ່ ແບບ ເປັນຫວັດ ເປັນ ໄອ , ແພ້ ອາກາດ ມີ ມາ ທຸກ ມື້ ເດັກ ອາຍຸ 1-10 ປີ ເພາະ ເປັນ ອາກາດ ປ່ຽນ ແປງ ດ໋ຽວມືດ ດ໋ຽວຮ້ອນ ນີ່ ນ່າ .”
ບັນຫາຄວັນໄຟ ເຣີ່ມມີຂຶ້ນແຕ່ຕົ້ນເດືອນມີນາ ເປັນຕົ້ນມາຍ້ອນມີການຖາງປ່າ-ຈູດໄຮ່ພ້ອມໆກັນ ໃນແຂວງບໍ່ແກ້ວ, ຊຶ່ງເປັນຕົ້ນຣະດູການປູກຝັງ, ດັ່ງນັ້ນການລ້າງໜ້າດິນດ້ວຍການເຜົາປ່າ ເຮັດໃຫ້ ອາກາດເປັນພິດ.
ໝອກຄວັນຈະເຣີ້ມໜາຕຶບ ໃນຕອນເຊົ້າສົ່ງຜົນກະທົບຕໍ່ປະຊາຊົນ ໃນພື້ນທີ່, ໂດຍສະເພາະ ເດັກນ້ອຍທີ່ຫາຍໃຈ ເອົາອາກາດທີ່ເປັນພິດເຂົ້າໄປໃນປອດ ໂດຍທີ່ບໍ່ຮູ້ສຶກໂຕ, ຊຶ່ງເດັກນ້ອຍ ເຫລົ່ານັ້ນ ໄດ້ເຂົ້າໄປຮັກສາ ໃນໂຮງໝໍຢ່າງຕໍ່ເນື່ອງ.
ເຈົ້າໜ້າທີ່ແຂວງບໍ່ແກ້ວເວົ້າວ່າພາກສ່ວນກ່ຽວຂ້ອງກໍໄດ້ກຽມຫາທາງແກ້ໄຂຕໍ່ກໍຣະນີດັ່ງກ່າວ:
“ ແຕ່ ວ່າ ເບື້ອງ ເຮົາ ຕອນ ນີ້ ກໍ ມີ ຜົນ ກະທົບ ແຕ່ ວ່າ ບໍ່ ມີ ບັນຫາ , ທາງ ອຸຕຸນິຍົມ ອຸ ທຸກະ ສາດ ກໍ ໃຫ້ ຂໍ້ ມູນ ຕ່າງໆ ເພິ່ນ ກໍ ລົງ ກວດກາ ແລ້ວ ທາງ ສູນ ກາງ ເພິ່ນ ກໍ ມີ ຄໍາ ສັ່ງ ເພິ່ນ ໃຫ້ ເຕືອນ ແລະ ໃຫ້ ເອົາ ໃຈ ໃສ່ ຕິດຕາມ .”
ບັນຫາໝອກຄວັນຈາກການຖາງປ່າເຮັດໄຮ່ ເປັນບັນຫາໃຫຍ່ທີ່ສົ່ງຜົນກະທົບ ໃນ 3 ປະເທດເຊັ່ນລາວ, ໄທ ແລະພະມ້າ ເຣີ້ມແຕ່ປີ 2008 ແລະປີ 2009. ພ້ອມດຽວກັນນັ້ນ, ໝອກຄວັນດັ່ງກ່າວຍັງເຮັດໃຫ້ອາກາດຜິດປົກກະຕິ ແລະ ສົ່ງຜົນກະທົບໃນການເດີນທາງທາງອາກາດອີກດ້ວຍ.
