ກົດຟັງສຽງ
ການຜລິດເຂົ້າ ນາປີ ຂອງຊາວ ກະສິກອນ ແຂວງຜົ້ງສາລີ ພົບກັບ ບັນຫາຫຍຸ້ງຍາກ ໃນຄວາມແຫ້ງແລ້ງ ສົ່ງຜົລ ໃຫ້ການປັກດໍາ ບໍ່ສໍາເຣັດ ແລະ ຍັງຕ້ອງພັບກັບ ບັນຫາ ການທໍາລາຍ ຜົນຜລິດ ຈາກພວກສັຕຣູພືດ ອີກຈໍານວນນຶ່ງ, ຊຶ່ງສົ່ງຜົນ ໃຫ້ການຜລິດ ເຂົ້ານາປີ ບໍ່ໄດ້ຕາມແຜນການ ທີ່ວາງໄວ້, ເນື້ອທີ່ ທີ່ເສັຍຫາຍ ໂດຍລວມແລ້ວ ມີປະມານ 2,000 ກ່ວາເຮັກຕາ. ອີງຕາມຄໍາເວົ້າ ຂອງທ່ານ ທອງສວັນ ທັມມະວົງ, ຫົວໜ້າ ຜແນກ ກະສິກັມ ແລະ ປ່າໄມ້ ແຂວງຜົ້ງສາລີ:
“ຕົ້ນຕໍ່ ກໍແມ່ນ ມາຈາກພັຍແຫ້ງແລ້ງ ຕົວຢ່າງ ວ່າ ນາປີນີ້ ການປັກດໍານີ້ ກໍຖືວ່າ ສ່ວນຫລາຍເນື້ອທີ່ ນາ ນີ້ກໍອາສັຍ ນາຫ້ວຍ, ນາຄອງ ຝົນບໍ່ຕົກ ນໍ້າບ່ອນໃຫຍ່ ແລະ ກໍເຮັດ ໃຫ້ນໍ້າບໍ່ພຽງພໍ”
ທ່ານ ກ່າວຕື່ມວ່າ ຕໍ່ສະພາບບັນຫາ ພັຍແຫ້ງແລ້ງ ທີ່ເກີດຂຶ້ນນີ້ ສົ່ງຜົນໃຫ້ ປະຊາຊົນ ບໍ່ສາມາດ ສູບນໍ້າ ຈາກໜອງ ທີ່ຍັງມີນໍ້າຢູ່ ເພື່ອເອົາມາ ໃຊ້ໃນການຜລິດໄດ້, ເນື່ອງຈາກວ່າ ນໍ້ານັ້ນ ບໍ່ພຽງພໍ. ນອກຈາກນັ້ນ, ໃນແຂວງຜົ້ງສາລີ ບໍ່ມີເຂື່ອນ ທີ່ສາມາດ ສູບນໍ້າ ເພື່ອໃຊ້ ໃນການຜລິດໄດ້.
ຕໍ່ສະພາບບັນຫາ ທີ່ເກີດຂຶ້ນນີ້ ໄດ້ສົ່ງຜົນໃຫ້ ແຜນການ ການປູກເຂົ້ານາປີ ທີ່ໄດ້ຕັ້ງແຜນໄວ້ ວ່າ ຈະປູກໃນພື້ນທີ່ ທັງໝົດ 6,775 ເຮັກຕາຣ, ແຕ່ໃນຕົວຈິງ ແລ້ວນັ້ນ ບໍ່ສາມາດ ປັກດໍາໄດ້ ຕາມເນື້ອທີ່ ທີ່ໄດ້ວາງແຜນ ເອົາໄວ້. ທ່ານ ທອງສວັນ ກ່າວຕື່ມວ່າ:
“ເນື້ອທີ່ ລວມເສັຍຫາຍ ພາຍຫລັງ ປັກດໍານີ້ ກໍມີປະມານ 1,800 ເຮັກຕາຣ ແລ ະບໍ່ໄດ້ປັກດໍານີ້ ກໍແມ່ນ 248 ເຮັກຕາຣ”
ບັນຫາ ພັຍແຫ້ງແລ້ງ ແລະ ຖືກສັດຕຣູ ພຶດ ຄຸກຄາມນີ້ ໄດ້ທໍາລາຍ ຜົນຜລິດເຂົ້ານາປີ ຂອງປະຊາຊົນ ໂດຍສເລັ່ຍແລ້ວ ທົ່ວແຂງຜົ້ງສາລີ ອາດໄດ້ຜົນຜລິດ ປະມານ 44,600 ຕັນ, ຊຶ່ງຈະເປັນ ຜົນກະທົບ ໃນທົ່ວແຂວງ ຂາດເຂົ້າ ເປັນເວລາ ຫລາຍເດືອນ.
