ເຊື້ອ HIV ຈາກແມ່ສູ່ລູກ
ມີກາຣແພ່ ຣະບາດເຊື້ອ HIV ຈາກແມ່ສູ່ລູກ ໃນແຂວງບໍ່ແກ້ວ ຢ່າງໜ້າວິຕົກ
-
ຫວາດ ສີມູນ
2009-04-17 -
-
-
Your browser doesn’t support HTML5 audio
ກາຣແພ່ຣະບາດ ຂອງເຊື້ອໄວຣັສ HIV ແລະໂຣຄເອດສ໌ ໃນແຂວງບໍ່ແກ້ວ ມີຫລາຍຂື້ນ ເປັນໜ້າວິຕົກ ມາຢ່າງຕໍ່ເນື່ອງ ຍ້ອນສະພາບ ກາຣຂາຍ ບໍຣິກາຣ ທີ່ເພີ່ມສູງຂື້ນ ໂດຽມີພວກ ແຮງງານເຄື່ອນຖີ່ນ ໄປມາຕລອດ ເວລາໃນ 3 ປະເທສ ລາວ-ໄທຽ-ສປຈີນ ແລະປະຊາຊົນ ກໍຂາດຄວາມຮູ້ ທາງດ້ານປ້ອງກັນ ແລະປີ່ນປົວ ພ້ອມກັບເຮັດ ໃຫ້ພວກແມ່ຍີງ ທີ່ຖືພາໄດ້ ສົ່ງຜົລກະທົບ ໂດຽກົງຕໍ່ ລູກນ້ອຍໃນຄອດ ດັ່ງທີ່ນາຍແພທ ປະຈຳແຂນງ ສາທາຣະນະສຸຂ ປະຈຳແຂວງ ໄດ້ກ່າວວ່າ:
ປີ 2005 ມີ 10 ຄົນ ແລະປີທີ່ພົບ ຫລາຍກວ່າໝູ່ ຄືປີ 2006 ມີ 18 ຄົນ, 2007 ມີ 12 ຄົນແລ້ວ 2008 ມີ 10 ຄົນ ຈາກພໍ່ແມ່ ສູ່ລູກເນາະ ປະມານ 6%
ນາຍແພທທ່ານ ນີ້ໃຫ້ກາຣ ອະທິບາຍ ເພີ່ມວ່າ: ໃນຈຳນວນ ຜູ້ຕິດເຊື້ອ HIV ທົ່ວແຂວງ ນັ້ນມີ 93% ໄດ້ຕິດເຊື້ອຈາກ ກາຣຮ່ວມ ເພສສັມພັນ ທີ່ບໍ່ປອດພັຍ ປະມານ 6% ເປັນຜູ້ຕິດເຊື້ອ ຈາກແມ່ສູ່ລູກ ແລະອີກ 1% ຈາກກາຣໃຊ້ ເຂັມສີດຢາ ເຂົ້າເສັ້ນຮ່ວມກັນ. ບັນຫາທີ່ ຮ້າຍແຮງທີ່ ທາງກາຣແພທ ພົບເຫັນໃນ ປັຈຈຸບັນ ນີ້ນັ້ນກໍ ແມ່ນຜູ້ເປັນ ສາມີຕິດເຊື້ອ ໂຣຄຈາກກາຣ ຮ່ວມເພສກັບ ຜູ້ຍີງຂາຍ ບໍຣິກາຣ ແລ້ວກໍແພ່ ຕິດຕໍ່ໄປຫາ ຜູ້ເປັນລູກເມັຽ ທີ່ຂາດຄວາມຮູ້ ຢູ່ທາງບ້ານ ຊື່ງສ່ວນຫລາຍ ຜູ້ເປັນ ລູກເມັຽ ກໍບໍ່ມີກາຣ ສຶກສາແລະ ເຂົ້າໃຈເຖີງຄວາມ ຮ້າຍແຮງຂອງ ເຊື້ອໂຣຄ ດັ່ງກ່າວນີ້.
ພ້ອມດຽວກັນນີ້ ທາງອົງກາຣ Save Children ຂອງອັງກິດ ທີດຳເນີນ ກາຣສຳຣວຈນັ້ນ ໄດ້ນຳເອົາ ຂໍ້ມູລອອກ ເຜີຽແຜ່ທີ່ວ່າ ບັນຫາຜູ້ປ່ວຍ ຈາກກາຣຕິດ ເຊື້ອໄວ ຣັສ HIV/AIDS ຍັງມີແນວໂນ້ມ ທີ່ຈະຂຍາຍ ເພີ່ມຂື້ນ ໂດຽສະເພາະ ພາຍຫລັງທີ່ມີ ຊາວຕ່າງດ້າວ ໂຍກຍ້າຍເຂົ້າມາ ອາສັຍຢູ່ຢ່າງ ຫລວງຫລາຍຕາມ ໂຄງກາຣ ພັທນາໃນເຂຕ ບໍຣິເວນຂອງ ເສັ້ນທາງ ໝາຍເລຂ R3A .ທີ່ເປັນເສັ້ນທາງ ເສຖກິຈຣະຫວ່າງ ໄທຽແລະພາຄໃຕ້ ຂອງປະເທສຈີນ ທີ່ມີກາຣເປີດ ໃຊ້ຢ່າງເປັນ ທາງກາຣ ແລ້ວນັ້ນ.