ຈຳປາສັກ ເຝົ້າຣະວັງ ໄຂ້ຫວັດໝູ

ແຂວງຈຳປາສັກ ເຣັ່ງຕິດຕາມ ແລະເຝົ້າຣະວັງ ພະຍາທ ໄຂ້ຫວັດໝູ ຕາມຄຳສັ່ງ ຈາກຣັຖບາລ
ຫວາດ ສີມູນ
2009.04.30
F-Chinapig ໝູທີ່ລ້ຽງຢູ່ໃນ "ສປຈີນ" ກໍຖືກຄວບຄຸມຢ່າງໃກ້ຊິດ
Photo: AFP

ພາຍຫລັງທີ່ ທາງຣັຖບາລ ສປປລາວ ໄດ້ອອກຄຳສັ່ງ ໃຫ້ທາງກາຣ ແຕ່ລະແຂວງ ຕິດຕາມແລະ ໃຫ້ກາຣ ເຝົ້າຣະວັງ ຢ່າງເຂັ້ມງວດ ເພື່ອເປັນກາຣ ປ້ອງກັນ ທາງ ກາຣແຂວງ ຈຳປາສັກ ກໍເຣີ່ມດຳເນີນ ກາຣກວດ ຕາມສະຖານທີ່ ຫລືຕາມຟາຣ໌ມ ລ້ຽງໝູຕ່າງໆ ຢ່າງເຄັ່ງຄັດ ດັ່ງທີ່ທ່ານ ບຸນລັບ ໂງ່ນເພຊຣະສີ ເຈົ້າໜ້າທີ່ ດ້ານເຝົ້າ ຣະວັງ ຫວັດໝູ ປະຈຳແຂວງ ຈຳປາສັກ ໄດ້ກ່າວວ່າ:

“ຟາຣ໌ມ(ລ້ຽງ)ໝູ ມີຫລາຍ ແຕ່ວ່າສ່ວນ ຫລາຍເພີ່ນກໍ ໃຫ້ເນັ້ນເຣື່ອງ ບັນດາແຈ້ງກາຣ ໃຫ້ບັນດາ ຟາຣ໌ມໝູ ທັ້ງຫລາຍໃຫ້ ຕິດຕາມກ່ຽວ ກັບຖ້າວ່າ ເຫັນໝູຂອງຕົນ ເອງມີອາການ ຜິດປົກກະຕິ ກໍແມ່ນວ່າ ໃຫ້ມີກາຣ ຣາຍງານ ຕໍ່ເຈົ້າໜ້າທີ່ ສັຕວະແພທ ຂອງບັນດາ ເມືອງຫາແຂວງ”

ສຳຫລັບ ສະຖານະ ກາຣທົ່ວໄປ ຂອງໂຣຄ ໄຂ້ຫວັດໝູ ໃນແຂວງ ຈຳປາສັກ ໃນປັຈຈຸບັນ ນີ້ນັ້ນ ຍັງບໍ່ມີ ກໍຣະນີ ຫລືອາກາຣຜິດ ປົກກະຕິ ເກີດຂື້ນ ແຕ່ຢ່າງໃດ ແລະ ທາງປະຊາຊົນ ກໍຍັງບໍ່ ທັນຮູ້ຫລື ເຂົ້າໃຈຄັກແນ່ ກ່ຽວເຊື້ອໂຣຄ ດັ່ງກ່າວນີ້ ແຕ່ຢ່າງໃດ ຈື່ງຄາດວ່າທາງ ເຈົ້າໜ້າທີ່ ກ່ຽວຂ້ອງພາຍ ໃນແຂວງລົງພື້ນ ຖານເພື່ອໃຫ້ ຄວາມຮູ້ດັ່ງ ກ່າວນີ້ໃນ ຂັ້ນຕໍ່ໄປ.

ພ້ອມດຽວກັນນີ້ ທາງຫ້ອງກາຣ ກ່ຽວຂ້ອງໃນ ແຂວງຍັງໄດ້ ຮັບກາຣແນະນຳ ເພື່ອໃຫ້ມີ ກາຣເຝົ້າຣະວັງ ຕາມເບີ່ງຝູງສັຕ ຄ້າຍໆກັບກາຣ ເຝົ້າຣະວັງ ໄຂ້ຫວັດປີກ ທີ່ທາງເຈົ້າ ໜ້າທີ່ຂັ້ນເມືອງ ຈະໄດ້ດຳເນີນ ແລະເກັບກຳ ຂໍ້ມູລຕ່າງໆ ໃນຂັ້ນຕໍ່ໄປ ດັ່ງທີ່ທ່ານໄດ້ ກ່າວເພີ່ມອີກວ່າ:

“ແຕ່ວ່າ ຣາຍລະອຽດ ກໍໃຫ້ມີກາຣ ເຝົ້າຣະວັງ ມີກາຣຕິດຕາມ ບັນດາຟາຣ໌ມ ລ້ຽງໝູທັງຫລາຍ ໃຫ້ເອົາຂໍ້ມູລ ສະຖີຕິ ທັ້ງໝົດ ຢູ່ໃນທົ່ວ ແຂວງ ຣາຍລະອຽດ ກໍສິມີ ກອງປະຊຸມ ຢູ່ໃນສູນກາງ ຫັ້ນແຫລະ!”  

ກ່ຽວກັບໂຣຄ ໄຂ້ຫວັດໝູ ຫລືພະຍາທ ເມ໊ຄຊີໂກ ດັ່ງກ່າວນີ້ ດຣ.ຣຸ່ງໂຣຈ ທະນາວົງ ນຸເວຊ ໜື່ງໃນຄະນະ ແພທສາຕ ໃນມະຫາ ວິທຍາລັຍ ຈຸລາລົງກອນ ຂອງໄທຽ ກໍວ່າ:

ເປັນເຊື້ອໂຣຄ ຈາກກາຣກາຍ ພັນທີ່ຄາດວ່າ ຈະມີເຊື້ອ ຫວັດນົກ ແລະຫວັດຄົນ ໄປສູ່ໝູ ແລະຈາກ ຄົນສູ່ຄົນ!

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.