ໄຂ້ເລືອດອອກ ແຜ່ລະບາດ ຫລາຍທີ່ສຸດ ໃນແຂວງຈໍາປາສັກ

ພະຍາດ ໄຂ້ເລືອດອອກ ທີ່ແຜ່ລະບາດ ຫລາຍທີ່ສຸດ ໃນປີນີ້ ໂດຍສະເພາະ ຢູ່ໃນແຂວງຈໍາປາສັກ ແລະນະຄອນຫລວງວຽງຈັນ, ຫລາຍກ່ວາ ໃນແຫ່ງອື່ນໆ ໃນລາວ, ຕາມທີ່ເຈົ້າໜ້າທີ່ລາວໄດ້ກ່າວ.

ທ່ານ​ວ່າ ອັນ​ນີ້ ​ກໍ​ເນື່ອງ​ຈາກ​ວ່າ ມັນ​ເປັນ ​ຍາມ​ລະດູຝົນ, ປະຊາຊົນ ​ຢູ່​ໃນ​ຕົວ​ເມືອງ ​ແລະ ​ໃນ​ຊານ​ເມືອງ​ກໍ​ດີ ໜາ​ແນ່ນຂື້ນ ​ເລື້ອຍໆ​, ປະກອບ​ກັບ ​ລະບົບອານາ​ໄມ ​ເຊັ່ນ​ວ່າ ​ບ່ອນ​ຖີ້ມຂີ້ເຫຍື້ອ ຮ່ອງລະບາຍ​ນໍ້າ ​ແລະ ​ສະພາບ​ ສິ່ງ​ແວດ​ລ້ອມ​ອື່ນໆ ຍັງ​ເປັນ​ລະບົບ ​ທີ່ອໍາ​ນວຍ​ ໃຫ້​ຍຸງ​ລາຍ ​ໄຂ່ໃສ່ ຢ່າງ​ສະບາຍ.

ເຈົ້າ​ໜ້າ​ທີ່ ​ສະຖານີ​ ໄຂ້ຍຸງ ​ແຂວງ​ຈໍາປາ​ສັກ ​ທີ່​ກ່າວ​​ ເມື່ອ​ເດືອນ​ສິງຫາ​ຜ່ານ​ມາ ວ່າ ປີ​ນີ້ ​ມີ​ຜູ້​ເສັຽຊີວິດ​ຍ້ອນ​ເປັນ​ໄຂ້ເລືອດ​ອອກ ​ຫລາຍ​ກ່ວາ ປີ​ຜ່ານ​ມາ:

“ນັບ​​ແຕ່​ປີ​ນີ້ ​ກໍ​ຖື​ວ່າ 10 ຄົນ​ແລ້ວ ​ທີ່​ເສັຽຊີວິດ, ປີ​ກາຍ ​ມີ​ແຕ່ 2 ຄົນ, ​ແຕ່​ປີ​ນີ້ ກໍ​ມີຫລາຍ​ກ່ວາ. ປະຊາຊົນ​ສ່ວນ​ຫລາຍ​ ຈະ​ບໍ່​ເຂົ້າ​ໃຈ ​ຢ່າງ​ແຈ່ມ​ແຈ້ງ ​ກ່ຽວ​ກັບ ​ການ​ປ້ອງ​ກັນ ເພາະ​​ແຕ່​ກ່ອນ ​ບ້ານ​ເຂົາ​ເຈົ້າ ບໍ່​ເຄີຽມີ.”

ທ່ານ​ວ່າ ຄົນ​ປ່ວຍ ​ທີ່​ເປັນ​ໄຂ້​ ບໍ່​ຮູ້ຈັກ​ວ່າ​ ຕົນ​ເອງ ​ເປັນ​ໄຂ້​ຫຍັງ. ​ເມື່ອ​ເປັນ​ໄຂ້​ແລ້ວ ​ກໍ​ກິນ​ຢາ ຕາມ​ທີ່​ຫາ​ມາ​ໄດ້ ​ແທນ​ທີ່ ​ຈະ​ໄປ​ຫາ​ ທ່ານໝໍ. ເຊັ່ນ​ດຽວ​ກັນ ຢູ່​ໃນ​ແຂວງ​ສາຣະວັນ, ຜູ້​ປ່ວຍ​ໄຂ້​ເລືອດ​ອອກ ​ກໍ​ມີ​ຫລາຍ​ກ່ວາ ປີ​ຜ່ານ​ມາ​ ດັ່ງ​ເຈົ້າ​ໜ້າ​ທີ່ ​ຈາກ​ສະຖານີ​ ໄຂ້ຍຸງ​ ປະ​ຈໍາ​ແຂວງ ​ໄດ້​ກ່າວ:

“ຫລາຍ​ກ່ວາ ​ທຸກ​ປີ ປີ​ນີ້ ​ມີ​ຢູ່​ປະມານ 300 ຫາ 400 ກ່ວາ ​ກໍຣະນີ ມີ​ຮອດ 6 ກໍຣະນີ ທີ່​ຫລາຍ​ກ່ວາ ປີ​ກາຍ​ນີ້ ​ແລະ​ວ່າ ຂະ​ເຈົ້າ​ ບໍ່​ໄດ້​ຮັບ ​ການ​ປິ່ນປົວ ​ຈາກ​ໂຮງໝໍ.”

ຢູ່​ແຂວງ​ອັຕະປື ໃນ​ລະ​ຫ່ວາງ ​ເດືອນ​ສິງຫາ ມາ​ຫາ​ ເດືອນ​ກັນຍາ​ນີ້ ມີ​ກໍຣະນີ​ ຄົນເປັນ​ໄຂ້​ເລືອດ​ອອກ​ 73 ກໍ​ຣະ​ນີ, ທຽບ​ໃສ່​ ປີ​ກາຍ​ນີ້ ​ມີ​ແຕ່ 4 ກໍຣະນີ. ສໍາລັບ​ ໃນ​ແຂວງ​ວຽງ​ຈັນ ​ຍັງ​ບໍ່​ໄດ້​ຮັບ​ ຕົວ​ເລກເທື່ອ.

ກ່ຽວ​ກັບ ​ການ​ປ້ອງ​ກັນ ​​ພະຍາດ​ໄຂ້​ເລືອດ​ອອກ​ ນີ້ ​ເຈົ້າ​ໜ້າ​ທີ່​ລາວ ​ວ່າ ໃນ​ຍາມ​ລະດູຝົນ ໃນ​ແຕ່ລະ​ປີ ໄດ້​ມີ​ການພົ່ນສານ​​ເຄມີ ຂ້າ​ເຊື້ອ​ຍຸງ ​ຢູ່ຕາມ​ຮ່ອງ​ນໍ້າ ຢູ່​ຕາມ​ສະພາບ ​ສິ່ງ​ແວດ​ລ້ອມ ​ອື່ນໆ​ ທີ່​ເຫັນ​ວ່າ ​ເປັນ​ບ່ອນທີ່ຍຸງ​ໄຂ່ໃສ່.

ນອກ​ນັ້ນ ​ກໍ​ໄດ້​ປ່າວ​ເຕືອນ ​ປະຊາຊົນ​ໃຫ້ ທໍາ​ຄວາມ​ສະອາດ ​ສິ່ງ​ແວດ​ລ້ອມ, ​ແນະ​ນໍາ ​ໃຫ້​ອັດອຸ​ແອ່ງ​ນໍ້າ​​ໃຊ້-ນໍ້າ​ກິນ ​​ໃຫ້ດີໆ​ ເພື່ອ​ບໍ່​ໃຫ້​ ຍຸງ​ໄຂ້​ໃສ່, ການ​ຢູ່ ​ການນອນ ​ກໍ​ໃຫ້​ນອນ ​ໃນ​ມຸ້ງ ​ທີ່​ຍ້ອມ​ຢາຂ້າ​ເຊື້ອພະຍາດ.