ກອງປະຊຸມ ອາຊຽນ ວ່າດ້ວຍ ໄຂ້ຫວັດ AH1N1

ກອງປະຊຸມ ພິເສດ ຂອງຄະນະຣັຖມົນຕຣີ ສາທາຣະນະສຸຂ ອາຊ໊ຽນ+3 ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ຈາກບັນດາປະເທສ ອື່ນໆ ໃນເຂຕເອເຊັຽ ເຣີ່ມຈັດຂື້ນ ທີ່ບາງກອກ ໃນມື້ວັນພະຫັດນີ້.

ກອງປະຊຸມ ຣັຖມົນຕຣີ ສາທາຣະນະສຸກ ອາຊຽນ RFA

ກອງ​ປະຊຸມດັ່ງກ່າວ ມີກຳໜົດສືບຕໍ່ໄປຮອດ ວັນທີ່ 8 ພຶສພານີ້ເພື່ອພິຈາຣະນຫາວິທີທາງກຳຈັດ ແລະ ປ້ອງກັນເຊື້ອໂຣຄໄຂ້ຫວັດໃຫຍ່ ສາຍພັນ​​ໃໝ່ ຊນິດ AH1N1 ​ທີ່ໄດ້ເຣີ່ມຣະບາດຂື້ ນໃນເມ໊ຄຊີ​​ໂກ ແລະ ແພ່ຣະບາດໄປ ໃນບໍ່ຕໍ່າກວ່າ 20 ປະເທສທົ່ວໂລກແລ້ວ ໃນປັຈຈຸບັນນີ້​.

ກ່ຽວກັບ ກາຣຕຣຽມພ້ອມຕ່າງໆ ດຣ. ພຣາຕ ບຸນຍະວົງສິຣຸຕເລຂາທິກາຣ ສາທາຣະນະສຸຂ ອາຊ໊ຽນ ໄດ້ກ່າວ ຄາວເປີດກອງປະຊຸມ ມື້ວັນພະຫັດນີ້ວ່າ:

ສະມາຊິກ ປະເທສ ອາຊ໊ຽນ ບວກ 3 ຮ່ວມກັບ ສປຈີນເກົາຫລີໃຕ້ແລະ ຍີ່ປຸ່ນ ພ້ອມດ້ວຍ ສະມາຊິກຮ່ວມງານ ອື່ນໆ ມີຄວາມ ພ້ອມໃນກາຣຕ້ານ ກາຣແພ່ຣະບາດ ຂອງເຊື້ອໂຣຄ ພ້ອມກັບ ດ້ານກາຣຜລິຕ ຢາວັກຊີນ ກໍມີພຽງພໍກັບຄວາມຕ້ອງກາຣ ພ້ອມກັບຍັງມີແຜນ ເພື່ອດຳເນີນການຝຶກຊ້ອມ ເຈົ້າໜ້າທີ່ກ່ຽວຂ້ອງ ເພື່ອໃຫ້ສາມາດ ໃຫ້ຄວາມຊ່ວຍເຫລືອ ຜູ້ຄົນປ່ວຍທີ່ອາຈຈະມີຂື້ນ ຈາກກາຣແພ່ຂອງເຊື້ອໂຣຄດັ່ງກ່າວນີ້

ໃນຂະນະດຽວກັນນີ້ Dr. Keiji Fukuda ຮອງຜູ້ອຳນວຍກາຣ ແລະ ເລຂາທິກາຣ ດ້ານສາທາຣະນະສຸຂ ຄວາມໝັ້ນຄົງ ແລະ ສະພາບແວດລ້ອມ ຂອງອົງກາຣອະນາມັຍໂລກ ກໍກ່າວ ໃຫ້ທັສນະວ່າ:

“​ເທົ່າທີ່ພົບເຫັນ ພວກທີ່ມີອາກາຣເປັນໄຂ້ຫວັດນັ້ນ ສ່ວນຫລາຍແມ່ນເກີດຂື້ນ ໃນກຸ່ມທີ່ມີກາຣເດີນທາງໄປ-ມາ​​ ​ແລະ ພວກທີ່ໄດ້ຢູ່ໃກ້ຊິດ ຫລື ສັມຜັສ ກັບຜູ້ຄົນ ທີ່ເດີນທາງກັບຈາກປະເທສ ທີ່ມີກາຣແພ່ຣະບາດຂອງເຊື້ອໂຣຄ ເທົ່ານັ້ນ

ເຖີງຢ່າງໃດກໍຕາມ ທາງກອງປະຊຸມ ຍັງຈະປະກາດ ໃຫ້ມີກາຣເຝົ້າຣະວັງ ຕໍ່ໄປຢ່າງເຂັ້ມງວດໂດຽສະເພາະຕາມດ່ານສນາມບິນ ​​ແລະ ດ່ານເຂຕຊາຍແດນ ພ້ອມກັບໃຫ້ມີກາຣຮ່ວມມືເພື່ອແລກປ່ຽນຂໍ້ມູລກ່ຽວພັນ ກັບກາຣແພ່ຣະບາດ ຂອງເຊື້ອໂຣຄ ສາຍພັນໃໝ່ດັ່ງກ່າວນີ້.


2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org