ສາທາຣະນະສຸຂເຕືອນ ການກິນຢາບໍ່ຜ່ານໝໍ

ກະຊວງ ສາທາຣະນະສຸຂ ສປປລາວ ອອກຄໍາ ຕັກເຕືອນ ແກ່ ປະຊາຊົນ ບໍ່ໃຫ້ ກິນຢາ ປາສຈາກ ໃບສັ່ງຈາກ ຫມໍ ໃນເວລາ ເຈັບໄຂ້.
ສິດນີ
2010.08.04

ກະຊວງ ສາທາຣະນະສຸຂ ສປປລາວ ອອກຄຳ ຕັກເຕືອນ ປະຊາຊົນ ເມື່ອເກີດອາການ ເປັນໄຂ້ ຕ້ອງ ໄປຫາຫມໍ ບໍ່ຄວນຊື້ຢາ ຈາກຮ້ານຂາຍຢາ ມາກິນໂດຍ ລຳພັງ ເພາະຈະເປັນ ອັນຕຣາຍ ຕໍ່ຊີວິດໄດ້. ຜ່ານມາມີ ປະຊາຊົນ ເສັຽຊີວິດ ຈາກ ການຊື້ຢາ ມາກີນເອງ ໂດຍທີ່ ບໍ່ຮູ້ວ່າຕົນ ເປັນໂຣຄຫຍັງ. ດັ່ງນັ້ນ ໃນຣະຍະ ຫລັງໆມານີ້ ທາງກະຊວງ ສາທາຣະນະສຸຂ ຈື່ງໄດ້ອອກ ປະກາດຕັກເຕືອນ ປະຊາຊົນ ກ່ຽວກັບ ບັນຫາ ດັ່ງກ່າວ. ດັ່ງ ດຣ. ແສງທອງ ວີຣະກຸນ ຮອງຫົວຫນ້າ ຜແນກ ສາທາຣະນະສຸຂ ນະຄອນຫລວງ ວຽງຈັນ ກ່າວວ່າ:

"ເວລາເປັນໄຂ້ ໃນຣະຍະນີ້ ຂໍໃຫ້ໄປ ພົບແພດ ບໍ່ຢາກໃຫ້ປົວ ດ້ວຍຕົນເອງ ບໍ່ໃຫ້ຖືເບົາ ວ່າເວລາ ເປັນໄຂ້ແລ້ວ ບໍ່ໃຫ້ກີນ ຢາເອົາເອງ ເພາະວ່າ ສ່ວນໃຫຍ່ ຄົນທີ່ເສັຽ ຊີວີດ ໃນເວລານີ້ ແມ່ນຍ້ອນ ໄຂ້ເລືອດອອກ ຍ້ອນວ່າປີ່ນປົວ ແລະ ກໍ່ກິນຢາ ເອົາເອງ ເວລາເປັນຫນັກ 2-3 ມື້ໄປແລ້ວ ຍັງຄ່ອຍໄປ ໂຮງຫມໍ ເວລານັ້ນ ແພດຈະບໍ່ ສາມາດ ຊ່ອຍໄດ້".

ທ່ານກ່າວ ຕໍ່ໄປວ່າ ການຊື້ຢາ ກິນເອງນັ້ນ ຈະມີຄວາມ ສ່ຽງສູງຕໍ່ ການເສັຽຊິວີດ ຊື່ງຢາ ບາງຊນີດ ຈະເຮັດໃຫ້ ເສັ້ນເລືອດຜອຍ ແຕກ ເຫດການ ດັ່ງກ່າວ ທີ່ຜ່ານມາ ນາຍແພດ ບໍ່ສາມາດ ປິ່ນປົວໄດ້ ຍ້ອນວ່າ ຄົນໄຂ້ໄປ ໂຮງຫມໍ ຊ້າເກີນໄປ. ພຍາດ ບາງຊນີດ ຖ້າຊ້າເກີນໄປ ກວ່ານື່ງ ອາທີດ ອາດຈະເຮັດ ໃຫ້ຜູ້ປ່ວຍ ເສັຽຊີວີດ ໄດ້.
ນອກຈາກນີ້ ມາຕການ ທີ່ສຳຄັນ ອັນນື່ງ ຂອງຫ້ອງການ ສາທາຣະນະສຸຂ ກໍ່ແມ່ນການ ຊັກຊວນໃຫ້ ປະຊາຊົນ ຮູ້ຈັກວິທີ ປ້ອງກັນ ພຍາດຕ່າງໆ ທີ່ຈະເກີດຂື້ນ ແກ່ຊຸມຊົນ ນຳອີກ ທ່ານກ່າວເພີ້ມ ອີກວ່າ:

"ວີທີປ້ອງກັນ ສກັດກັ້ນ ເປັນພຍາດ ໄຂ້ຍຸງນີ້ ແມ່ນວ່າ ອັນສຳຄັນ ທີ່ສຸດ ນື່ງໃຊ້ຢາ ປ້ອງກັນ ບໍ່ໃຫ້ຍຸງ ເຂົ້າໄປໃນເຮືອນ ອັນທີສອງ ແມ່ນວ່າໃຊ້ ຢາກັນຍຸງ ທາຕົນເອງ ເພື່ອປ້ອງກັນ ບໍ່ໃຫ້ຍຸງກັດ".

ຕາມສະຖີຕິ ຈາກກະຊວງ ສາທາຣະນະສຸຂ ຣະຫວ່າງ ເດືອນ ມົກກະຣາ ເດືອນກັນຍາ ໃນແຕ່ລະ ປີ ຈະມີການ ຣະບາດ ຂອງໂຣຄ ໄຂ້ເລືອດອອກ ປະຊາຊົນ ຄວນ ຣະມັດຣະວັງ ກ່ຽວກັບໂຣຄ ດັ່ງກ່າວ ແລະ ຖ້າມີອາການ ໄຂ້ ບໍ່ຄວນ ຊື້ຢາ ມາກິນເອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.