ທ່ານປອນເມກ ດາລາລອຍ ຣັຖມົນຕຣີ ສາທາຣະນະສຸຂ ຂອງ ສປປລາວ ໄດ້ກ່າວ ໃນຣະຫວ່າງກາຣ ເຂົ້າຮ່ວມປະຊຸມ ຣັຖມົນຕຣີ ສາທາຣະນະສຸຂ ອາຊ໊ຽນບວກ 3 ຢູ່ບາງກອກ ໃນມື້ວັນສຸກ ນີ້ວ່າ ທາງກາຣລາວໄດ້ ສເນີຜ່ານອົງ ກາຣອະນາມັຍ ໂລກຫລື WHO ເພື່ອຂໍຢາ ຕ້ານໄວຣັສ ຫລືຢາ “ໂອເຊລທາມີເວັຽ” ເພີ່ມອີກ 9,000 ໂດສ໌ ເພື່ອເປັນກາຣ ຕຣຽມພ້ອມ ແລະເປັນກາຣ ເກັບມ້ຽນຢາ ໄວ້ໃຊ້ ໃນຍາມສຸກເສີນ ໃນເມື່ອພົບເຫັນ ມີກາຣຣະບາດ ຂອງໄຂ້ຫວັດໃຫຍ່ ສາຍພັນໃໝ່ ຊນິດ AH1N1 ໃນ ສປປລາວ ດັ່ງທີ່ທ່ານ ໄດ້ກ່າວ ຕໍ່ຜູ້ສື່ຂ່າວ ເອເຊັຽເສຣີ ໃນຕອນໜື່ງວ່າ:
ໂອ…ອັນນັ້ນແມ່ນວ່າ ກຽມເຣີ່ມຕົ້ນ 5,000 ໂດສ໌ ຄືສິບໍ່ພໍ ແຕ່ປັຈຈຸບັນ ນີ້ພວກເຮົາຂໍເພີ່ມ ປະມານ 9,000 ຜ່ານ WHO ແລ້ວແຕ່ວ່າຄູ່ ຮ່ວມຈະກຽມພ້ອມ ໃຫ້ແລ້ວກໍ ຈະລະແມ່ນ ພວກເຮົາ ກໍຫວັງໃສ່ Stock-piling ຢູ່ສິງຄະໂປ ຫັ້ນແຫລະ.
ເຈົ້າໜ້າທີ່ລາວ ໄດ້ແຈ້ງເພີ່ມວ່າ: ໃນປັຈຈຸບັນ ນີ້ທົ່ວ ປະເທສລາວ ມີຢາ “ໂອເຊລທາມີເວັຽ” ໄວ້ໃນສາງຢາ ສຳຮອງປະມານ 5,000 ໂດສ໌ ຊື່ງໄດ້ຮັບຈາກ ສ່ວນແບ່ງຂອງ ທາງອາຊ໊ຽນ ໂດຽແມ່ນທາງກາຣ ຍີ່ປຸ່ນ ເປັນຜູ້ ບໍຣິຈາກ ແຕ່ວ່າທາງກາຣ ສປປລາວ ຍັງມີຄວາມ ຕ້ອງກາຣເພີ່ມ ຕື່ມອີກ ເພື່ອໃຫ້ມີ ພຽງພໍໃນເມື່ອ ຫາກຈຳເປັນ ທີ່ຈະຕ້ອງ ໄດ້ໃຊ້ ຈື່ງໄດ້ມີກາຣ ສເນີຕໍ່ທາງ ອົງກາຣ ອະນາມັຍໂລກ ດັ່ງກ່າວນີ້. ສ່ວນສະຖານະກາຣ ໄຂ້ຫວັດ ສາຍພັນໃໝ່ 2009 ຫລື AH1N1 ຢູ່ເມືອງລາວ ນັ້ນ ປັຈຈຸບັນນີ້ ຍັງບໍ່ ພົບ ມີຜູ້ຕິດເຊື້ອ ຫລືເປັນຜູ້ຕ້ອງ ສົງສັຍ ແຕ່ຢ່າງໃດ ແລະວ່າ ປະສົບກາຣ ຈາກກາຣເຂົ້າຮ່ວມ ປະຊຸມດ້ານ ສາທາຣະນະສຸຂ ອາຊ໊ຽນບວກ 3 ດັ່ງກ່າວນີ້ ຍີ່ງເຮັດໃຫ້ ທາງກາຣ ສປປລາວ ມີຄວາມໝັ້ນໃຈ ວ່າ ກາຣແລກປ່ຽນ ຂໍ້ມູລຂ່າວສາຣ ຢ່າງວ່ອງໄວນັ້ນ ສາມາດທີ່ ຈະຊ່ວຍລຸດຄວາມ ຮຸນແຮງຂອງກາຣ ແພ່ຣະບາດ ຂອງໂຣຄຕິດຕໍ່ ທີ່ຮ້າຍແຮງນີ້ໄດ້.
ພວກຂ້າພະເຈົ້າ ກໍຄິດວ່າ ໃນກາຣຮ່ວມ ມືນີ້ ມັນກໍມີຄວາມ ຈຳເປັນ ມັນຕ້ອງໄດ້ ແບ່ງປັນຂ່າວສາຣ ຂໍ້ມູລນຳກັນ ໃຫ້ມັນໄວ ແລ້ວກ໋າ ຮ່ວມແຮງຮ່ວມໃຈ ກັນ ພ້ອມກັນ ປະຕິບັຕຕາມ ຍຸທສາຕ ທີ່ທາງອາຊ໊ຽນ ໄດ້ວາງໄວ້ນັ້ນ
ຢ່າງໃດກໍຕາມ ໃນຂະນະ ດຽວກັນນີ້ ທາງກະຊວງ ສາທາຣະນະສຸຂ ຂອງລາວກໍ ກຳລັງຕິດຕາມ ສະຖານະການ ໃນພູມີພາຄ ຢ່າງໃກ້ຊິດ ຊື່ງ ທ່ານປອນເມກ ກໍຍອມຮັບວ່າ ຣະບົບ ສາທາຣະນະສຸຂ ຢູ່ເມືອງລາວ ໃນປັຈຈຸບັນ ນີ້ນັ້ນ ຍັງບໍ່ທັນຖືກ ຂຍາຍໄປໃຫ້ ເຖີງຕາມຈຸດ ເປົ້າໝາຍເທື່ອ ຊື່ງຄົງຕ້ອງໄດ້ ໃຊ້ເວລາອີກ ຣະຍະໜື່ງ ເສັຽກ່ອນ.