ໂຄງການ ຊ່ວຍເຫລືອ ເດັກປັນຍາອ່ອນ

ທາງການລາວ ກໍາລັງ ທົດລອງ ເປີດສູນ ເດັກປັນຍາອ່ອນ ເພື່ອຊ່ວຍ ພັທນາ ຄວາມສາມາດ ຂອງພວກເຂົາ ແລະ ຫລຸດຜ່ອນ ການເປັນພາຣະ ຂອງສັງຄົມ.

ທາງ​ການ​ລາວ ​ໄດ້​ມີ​ ການ​ຈັດ​ກຸ່ມ​ ຜູ້​ຟື້ນ​ຟູ ​ເພື່ອ​​ເບິ່ງ​ແຍງ ເດັກ​ພິການ ​ຊໍ້າ​ຊ້ອນ ​ແລະ ​ປັນຍາ​ອ່ອນ ​​ເມື່ອ​ບໍ່​ນານ​ມາ​ນີ້ ​ໂດຍ​ໄດ້​ຮັບ ​ການ​ຊ່ວຍ​ເຫລືອ​ ຈາກ​ສາກົນ ​ເພື່ອ​ຊ່ວຍ​ຟື້ນ​ຟູ ຄວາມ​ສາມາດ ​ຂອງ​ພວກ​ເຂົາ ຊຶ່ງ​ມາ​ຮອດ​ເວລາ​ນີ້ ຍັງ​ຢູ່​ ລະຍະ​ ການ​ທົດ​ລອງ, ຕາມ​ຄໍາ​ເວົ້າ ​ຂອງ ດຣ.ປະ​ເສີດ ​ໂພທິ​ສານ ຮອງ​ຜູ້​ອໍານວຍການ ​ສູນ​ຟື້ນ​ຟູ ຄົນ​ພິການ​ ແຫ່ງ​ຊາດ ​ໃນ​ນະຄອນຫລວງ​ວຽງຈັນ.

“ໂຮງຮຽນ ສະ​ເພາະ ​ປັນຍາ​ອ່ອນ ຍັງ​ບໍ່​ມີ ​ແຫ່ງ​ດຽວ ​ເຮົາ​ທົດ​ລອງ​ຢູ່ ທົດ​ລອງ ​ເປັນ kindergarden ມີ​ເຈົ້າໜ້າທີ່ ​ໂຮງພະຍາບານ ຊ່ວຍ​ກໍາກັບ ມີ​ຢູ່ 23-24 ຄົນ.”

ສູນ​ຟື້ນ​ຟູ ​ເດັກ​ພິການ ດັ່ງກ່າວ​ ຕັ້ງ​ຂຶ້ນ ​ໃນ​ຮູບ​ແບບ ​ໂຮງຮຽນ ອະນຸບານ kindergarten ​ໃນ​ໂຮງໝໍ ສູນ​ກາງ ​ແຫ່ງ​ນຶ່ງ ທີ່​ນະຄອນ​ວຽງຈັນ ​ໂດຍ​ມີແພດ​ ຫລື ນາ​ງ ພະຍາບານ ທີ່​ໄດ້​ຜ່ານ ​ການ​ຝຶກ​ອົບຮົມ​ມາ​ເປັນ​ພິ​ເສດ​ນັ້ນ ຊ່ວຍ​ກໍາກັບ-​ເອົາ​ໃຈ​ໃສ່.

ປັຈຸ​ບັນ ຢູ່​ສູນ ມີ​ເດັກ​ພິການ-ປັນຍາ​ອ່ອນ ​ຊໍ້າ​ຊ້ອນ ຣະຫວ່າງ 30 ຫາ 40 ຄົນ ມີ​ອາຍຸ​ ແຕ່ 5 ປີ​ຫາ 17 ປີ. ກິ​ຈກໍາຫລັກ ​ຂອງ​ທາງ​ໂຄງການ​ ກໍ​ຄື ການຫລິ້ນ​ກິລາ-ອອກ​ກໍາລັງ​ກາຍ ​ເພື່ອ​ໃຫ້ຊ່ວຍ​ຕົວ​ເອງ ​ໄດ້ ​ໃນ​ດ້ານ​ຕ່າງໆ ​​ແລະ ​ກໍເພື່ອ​ໃຫ້ ​ຮູ້ສຶກ ​ວ່າ ຕົນມີ​ຄຸນຄ່າ ບໍ່​ເປັນ​ພາລະ ​ຂອງ​ສັງຄົມ.

ດຣ.ປະ​ເສີດ ​ໂພທິ​ສານ ກ່າວ​ຕໍ່​ໄປ​ວ່າ:

“ສ່ວນ​ມາກ ​ກິ​ຈກໍາ​ຫລັກ ຊ່ວຍ​ເຂົາ ​ຝຶກ​ແອບ ຟື້ນ​ຟູ​ເຂົາ ຢູ່​ທີ່​ບ້ານ ຕໍ່​ມາ ​ໃຫ້​ເຂົາ​ສຶກສາ ​ເລົ່າ​ຮຽນ ໝາຍຄວາມ ວ່າ ​ໃຫ້​ເຂົາ​ ມີ​ສ່ວນ​ຮ່ວມ​ຮຽນ ກັບ​ໂຮງຮຽນ ທົ່ວ​ໄປ​ໄດ້.

ທີ່​ຜ່ານ​ມາ ທາງ​ການ​ລາວ ກໍ​ໄດ້​ມີ ​ການ​ເຜີຍ​ແຜ່ ​ໃຫ້​ຜູ້​ປົກຄອງ ຂອງ​ເດັກ ທີ່​ມີ​ຄວາມ​ພິການ-ປັນຍາ​ອ່ອນ​ຊໍ້າ​ຊ້ອນ ​ໃຫ້​ເຂົ້າ​ມາ ​ຮ່ວມ​ໂຄງການ ​ເພື່ອ​ຈະ​ໄດ້​ ເຂົ້າ​ໃຈ ​ພຶ​ຕິ​ກໍາ ຂອງ​ເດັກ​ນັ້ນ​ ​ແລະ ​​ໄດ້​ຮັບ ​ການ​ອົບຮົມ​ ທີ່​ຖືກຕ້ອງ ຫລາຍ​ຂຶ້ນຕື່ມ ເພາະ​ຄອບຄົວ ​ມີ​ບົດບາດ ​ສໍາຄັນ​ຫລາຍ ​ໃນ​ການ​ໃຫ້​ກໍາລັງ​ໃຈ ​ແລະ ຊ່ວຍ​ສົ່ງ​ເສີມ ​ເດັກ​ປັນຍາ​ອ່ອນ ​ໃຫ້​ມີ​ ຄຸນ​ນະພາ​ບ ຕໍ່​ສັງຄົມ.