ເຍົາວະຊົນລາວ ພາກັນສູບຢາ

ເຍົາວະຊົນ ຢູ່ ສປປລາວ ທີ່ມີອາຍຸ 13 ປີ ຫາ 15 ປີ ພາກັນ ສູບຢາ ຫລາຍຂຶ້ນ.
ຈໍາປາທອງ
2010.06.02

ເນື່ອງໃນວັນ ເຊົາສູບຢາໂລກ ວັນທີ 31 ພຶສພາ  ໜ່ວຍງານທີ່ກ່ຽວຂ້ອງ ກະຊວງ ສາທາຣະນະສຸຂ ຂອງລາວ ໄດ້ພຍາຍາມ ເຜີຍແພ່ ໂຄສະນາ ໃຫ້ປະຊາຊົນ   ເຊົາສູບຢາ ພ້ອມທັງເປັນຫ່ວງນຳ ພວກເດັກນ້ອຍ ເຍົາວະຊົນ ພາຍໃນປະເທດ ທີ່ມີແນວໂນ້ມ ໄປໃນທິດທາງ ສູບຢາຫລາຍຂຶ້ນ ອັນເປັນໄພຕໍ່ ສຸຂພາບ ແລະ ເສັຽ ພາບພົດ ນຳດ້ວຍ ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງກັບ ບັນຫານີ້ ທ່ານນຶ່ງເວົ້າວ່າ:

"ອີງຕາມການສຳຣວດ ໂດຍສະເພາະ ເຍົາວະຊົນ ຈາກອາຍຸ 13 ຫາ 15 ປີ ເຫັນວ່າເດັກ ຈຳນວນນີ້ ຕາມສະຖິຕິເຫັນວ່າ ພວກຜູ້ຊາຍ ສູບຢາ 14% ຜູ້ຍິງແທ້ໆກໍ 0.8%".

ທ່ານເວົ້າຕໍ່ໄປວ່າ ປັດຈຸບັນ ຣັຖບານ ສປປລາວ ອອກກົດຣະບຽບ ຫ້າມສູບຢາ ໃນເບື້ອງຕົ້ນ ໃນໂຮງຮຽນ ໂຮງໝໍ ຕໍ່ມາ ກໍໄດ້ອອກ ຂໍ້ບັງຄັບ ຫ້າມສູບຢາ ໃນສະຖານທີ່ ສາທາຣະນະ ທົ່ວໄປ ໃນທົ່ວປະເທດ ແລະ ທັງເອົາຈິງເອົາຈັງ ໃນເລື້ອງ ຫ້າມເຍົາວະຊົນ ສູບຢາອີກດ້ວຍ. ສາເຫດທີ່ພາໃຫ້ ເຍົາວະຊົນລາວ ຫັນມາສູບຢາ ກັນຫລາຍຂຶ້ນນັ້ນ ກໍຍ້ອນຄວາມເຊື່ອ ທີ່ບໍ່ຖືກຕ້ອງ ໃນສັງຄົມທົ່ວໄປ ຕາມຮ້ານອາຫານ ແລະສະຖານທີ່ ທ່ອງທ່ຽວເປັນຕົ້ນ ດັ່ງເຈົ້າໜ້າທີ່ ທ່ານດຽວກັນນີ້ ເວົ້າຕື່ມອີກວ່າ:

"ສາຍເຫດຫລັກໆ ກໍແມ່ນ ອັນນຶ່ງກໍແມ່ນ ພວກເດັກນ້ອຍ ແລະເຍົາວະຊົນ ຊາວໜຸ່ມອາຍຸ 13-15 ອັນນຶ່ງມາເຂົາ ຢາກເປັນຜູ້ໃຫຍ່ ແລະສອງມາ ເນື່ອງຈາກວ່າ ໂຮງງານຢາສູບ ຂ້ອນຂ້າງໂຄສະນາ ຫ້າວໜັກ".

ເຖິງແມ່ນວ່າ ທາງຣັຖບານ ມີມາຕການຫ້າມ ໂຄສະນາສິນຄ້າ ປະເພດຢາສູບ ທາງໂທຣະທັດ ແລະວິທຍຸ ໂດຍເດັດຂາດກໍຕາມ ແຕ່ບໍຣິສັດຢາສູບ ກັບປ່ຽນວິທີ ໂຄສະນາ ໂດຍເອົາສິນຄ້າ ຂອງຕົນ ລົງເຖິງຜູ້ສູບຢາ ໂດຍກົງ ເຮັດໃຫ້ການ ສະກັດກັ້ນການ ສູບຢາ ຢູ່ ສປປລາວ ເປັນໄປໄດ້ຍາກ ເພາະເປັນທີ່ນິຍົມ ຂອງຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.